ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຊ້ອມລົບ ຈົງອາງຄຳ ມີຂຶ້ນ ທັງໆທີ່ເກີດ ຄວາມເຄັ່ງຕຶງ ລະຫວ່າງ ສຫລ ແລະໄທ (ວີດີໂອ ພາສາລາວ)


'Cobra Gold' Drills Go Forward Despite Political Tensions Between US, Thailand
please wait

No media source currently available

0:00 0:03:03 0:00

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້.

ຍັງມີຄວາມເຄັ່ງຕຶງຢູ່ຕໍ່ມາ ລະຫວ່າງພວກຜູ້ນຳທະຫານ ຂອງໄທ
ທີ່ເຂົ້າຍຶດອຳນາດຈາກລັດຖະບານ ທີ່ຖືກເລືອກຂຶ້ນມາຂອງປະ
ເທດໃນເດືອນພຶດສະພາປີກາຍນີ້ ກັບສະຫະລັດທີ່​ໄດ້ຮຽກຮ້ອງ ໃຫ້ຍົກເລີກກົດໄອຍະການເສິກແລະກັບຄືນໄປສູ່ການປົກຄອງ ແບບປະຊາທິປະໄຕໃນທັນທີ. ຄວາມ​ເຄັ່ງ​ຕຶງດັ່ງກ່າວນີ້ໄດ້ພາໃຫ້
ມີການປ່ຽນແປງ ໃນການ​ເຝິກຊ້ອມປະຈຳປີ ຂອງ​ທະຫານ ຊຶ່ງມີ
ຫຼາຍປະເທດເຂົ້າຮ່ວມ ຢູ່ທີ່ປະ​ເທດໄທ. ຜູ້ສື່ຂ່າວວີໂອເອ Steve
Herman ມີລາຍງານຈາກສະໜາມບິນກອງທັບເຮືອໄທ ທີ່ອູ່ຕະ
ເພົາບ່ອນທີ່ໄດ້ມີການເຝິກຊ້ອມກ່ຽວກັບການຍົກຍ້າຍປະຊາຊົນ
ຊາວຍີ່ປຸ່ນ ອາເມຣິກັນແລະໄທເປັນຈຳນວນຫຼວງຫຼາຍ ​ໃນ​ກໍລະ
ນີ​ທີ່​ເກີດ​ໄພ​ຫາ​ຍະ​ນະຊຶ່ງໄພສານຈະນຳເອົາລາຍລະອຽດມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:

ໄດ້ເກີດແຜ່ນດິນໄຫວ ຂະໜາດແຮງຂຶ້ນ ໃນປະເທດນຶ່ງ ຢູ່ເຂດເອເຊຍ. ບັນດາປະເທດ ຕ່າງໆແມ່ນມີຄວາມກະຕືລືລົ້ນທີ່ຈະເຂົ້າໄປຊ່ອຍເຫຼືອປະຊາຊົນຂອງຕົນໃຫ້ອອກມາໄດ້ ຢ່າງປອດໄພ. ນັ້ນຄືເຫດການ ທີ່ໄດ້ມີການເຝິກຊ້ອມ ທີ່ສະໜາມບິນ ຊຶ່ງຕັ້ງຢູ່ແຄມອ່າວ ສະຫຍາມເມື່ອວັນອາທິດຜ່ານມາໃນລະຫວ່າງການຊ້ອມລົບຈົງອາງຄຳຫຼື Cobra Gold.

ການຊ້ອມ​ລົບນາໆ​ຊາ​ດ​ປະຈຳ​ປີ​ດັ່ງກ່າວ ທີ່​ໄດ້​ປະຕິບັດ​ກັນ​ມາ 30 ກ່ວາປີ​ແລ້​ວນັ້ນ ​ໃນ​ປີ​
ນີ້​ແມ່ນ​ມີ​ ຜູ້​ປະກອບສ່ວນ​ແລະ​ສັງ​ເກດ​ການ ​ປະມານ 6700 ຄົນ ຈາກ 24 ປະ​ເທດ.

ແຕ່ການຊ້ອມລົບໃນປີ 2015 ນີ້ ແມ່ນເກືອບວ່າ ບໍ່​ໄດ້ເກີດຂຶ້ນດ້ວຍຊ້ຳ.

ສະຫະລັດໄດ້ໄຕ່ຕອງຢ່າງໜັກ ທີ່ຈະຍົກເລີກການຊ້ອມລົບນີ້ ຫຼັງຈາກກອງທັບໄທໄດ້ກໍ່ ລັດຖະປະຫານ ຍຶດອຳນາດອີກຄັ້ງນຶ່ງ. ໃນບັ້ນ​ສຸດ​ທ້າຍ​ແລ້ວ ວໍຊິງຕັນ ກໍໄດ້ຕັດສິນໃຈ ຫລຸດຂະໜາດຂອງການຊ້ອມລົບຈົງອາງຄຳລົງ.

ທ່ານ Gregory Poling ນັກວິເຄາະທີ່ສູນກາງຍຸດທະສາດແລະການສຶກສານາໆຊາດທີ່ ນະຄອນຫຼວງວໍຊິງຕັນກ່າວວ່າ ສະຫະລັດຕ້ອງການຢາກສົ່ງສານທີ່ມີ​ນ້ຳ​ສຽງຕຳໜິໄປໃຫ້
ໄທ.

ທ່ານ Poling ເວົ້າວ່າ “ສານ​ນັ້ນ ກໍ​ແມ່ນ ສະຫະລັດຍັງເປັນ ເພື່ອນມິດທີ່ມີມາເປັນ ເວລາດົນນານຂອງໄທ ທີ່​ເປັນພັນທະມິດທີ່ດົນນານທີ່ສຸດຂອງພວກເຮົາຢູ່ໃນເອ
ເຊຍ ແຕ່ກໍມີຄວາມບໍ່ພໍໃຈ ກ່ຽວກັບການກໍ່ລັດຖະປະຫານ.”

ພົນເຮືອຕີວັນນະພົລ ກລົມເກົ້າ ຈາກກອງທັບເຮືອຂອງຣາດຊະອານາຈັກໄທໄດ້ສະແດງ ຄວາມໂລ່ງໃຈ ທີ່ການຊ້ອມລົບຈົງອາງຄຳ ໄດ້ມີ​ຂຶ້ນຕາມໝາຍກຳນົດການ ໃນປີນີ້. ແຕ່ ແນວໃດກໍຕາມ ທ່ານຮູ້ສຶກເສຍໃຈທີ່ ບໍ່ມີການຍົກພົນຂຶ້ນບົກ ຮ່ວມຢູ່ດ້ວຍ.

ພົນເຮືອຕີວັນນະພົລ ກ່າວວ່າ “ຂອບຄຸນ ສຳ​ຫລັບຄວາມຮ່ວມມືໃນການ​ເຝິກຊ້ອມ ຂອງທຸກໆປະເທດທີ່ມາຮ່ວມການຝຶກຄັ້ງນີ້. ກໍຄິດວ່າເປັນການຝຶກທີ່ມີປະໂຫຍດ ຢ່າງຍິ່ງສຳຫລັບການພັດທະນາຄວາມສຳພັນ ນອກຈາກຄວາມສຳພັນແລ້ວເຮົາ ກໍຍັງມີການແລກປ່ຽນຄວາມຮູ້ ປະສົບການແລະການດຳເນີນການທາງທະຫານ ເພື່ອທີ່ຈະນຳໄປບໍລິຫານ​ໃນ​ພາກ​ໂຕຈິງ.”

ຮ້ອຍເອກທະຫານມາຣີນ Hector Contreras ຜູ້ບັນຊາການກຳລັງສະຫະລັດດ້ານການ ເຝິກຊ້ອມປະຕິບັດງານຍົກຍ້າຍພົນລະເຮືອນຄັ້ງນີ້ ກໍເຫັນພ້ອມນຳ.

ຮ້ອຍເອກ Contreras ເວົ້າວ່າ “ຖ້າຫາກ ການປະຕິບັດງານໂຕຈິງ ມີຂຶ້ນ ໃນການ ຊ່ອຍເຫຼືອບັນເທົາທຸກທາງດ້ານມະນຸດສະທຳເຫດການໃນທຳນອງນັ້ນພວກເຮົາ
ກໍ ​ແມ່ນຮູ້ດີວ່າ ເຮົາມີພາຄີໃນພູມີພາກສ່ວນນີ້ຂອງໂລກເຊັ່ນໄທ ຍີ່ປຸ່ນ ທີ່ສາມາດ ເປັນພາຄີກັບພວກເຮົາເສີມຄວາມເຂັ້ມແຂງໃຫ້ແກ່ສະມັດຖະພາບຂອງເຮົາເພື່ອ ຊ່ອຍປະຊາຊົນຂອງປະເທດຕ່າງໆ ຢູ່ໃນເຂດທ້ອງຖິ່ນ.”

ແຕ່ການຊ້ອມລົບ ຈົງອາງຄຳ ຈະມີຂຶ້ນຫລືບໍ່? ໃນປີໜ້ານີ້ ໂດຍສະເພາະແລ້ວ ຖ້າວ່າໄທ ຫາກຍັງຢູ່ພາຍໃຕ້ການປົກຄອງຂອງພວກທະຫານ. ນັກວິເຄາະ Gregory Poling ຈາກ ສູນກາງຍຸດທະສາດແລະການສຶກສານາໆຊາດ ກ່າວວ່າ ມັນຂຶ້ນຢູ່ກັບສະຖານະການ.

ທ່ານ Poling ເວົ້າວ່າ “ວໍຊິງຕັນແມ່ນມີຄວາມກະຕືລືລົ້ນ ຢາກຮູ້ຈັກຢ່າງຄັກແນ່ວ່າ ເວລາໃດກອງທັບໄທ ຈຶ່ງຈະຖອນໂຕ ແລະກໍ​ກຳລັງເຮັດທຸກສິ່ງທຸກຢ່າງ ທີ່ຕົນສາ ມາດເພື່ອໃຫ້ເປັນທີ່ຈະແຈ້ງຢ່າງແນ່ນອນວ່າ ພວກເຮົາເຕັມໃຈທີ່ຈະ​ໂຍະຍານ​ໃຫ້​
ແດ່ເລັກນ້ອຍ. ແຕ່ພາຍໃນທ້າຍປີ 2015 ຫາຕົ້ນປີ 2016 ພວກເຮົາຄາດວ່າ ຈະ​ໄດ້ເຫັນການເລືອກຕັ້ງແບບປະຊາທິປະໄຕ.”

ພວກສະໜັບສະໜຸນ ໃຫ້ສືບຕໍ່ທຳການຊ້ອມລົບ ຈົງອາງຄຳ ກ່າວວ່າ ຖ້າສະຫະລັດ ຫາກ ເລືອກເອົາການຍົກເລີກ ບໍ່ເຂົ້າຮ່ວມການຊ້ອມລົບກັບໄທແລ້ວ ພວກຜູ້ນຳທະຫານ​ໄທ ກໍ ອາດຈະ​ຫັນ​ໄປ​ສະ​ແຫວ​ງຫາສາຍພົວພັນທີ່ໃກ້ຊິດກັບຈີນຫຼາຍຂຶ້ນ ກໍເປັນໄດ້.

XS
SM
MD
LG