ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແອນດຣູ ຣາດລະວົງເສິກ ນັກດັບເພີງ


ໃນ​ບັນດາ​ພວກ​ທໍາ​ອິດ​ທີ່ຟ້າວຟັ່ງ​ໄປ​ຊ່ວຍ​ເຫຼືອ​ພວກ​ໄດ້​ຮັບ​ເຄົາ​ຮ້າຍ​ໃນ​ການ
ໂຈມ​ຕີ​ຕຶກ​ແຝດ, ສູ​ນກາງ​ຄ້າ​ໂລກ​ຫຼື World Trade Center ທີ່ New York​ນັ້ນ​ກໍ​ແມ່ນ ບັນດານັກດັບ​ເພີງ​ຈໍາ​ນວນ​ຫຼວງ​ຫຼາຍ​ພັນ​ຄົນ​ ຊຶ່ງ​ນຶ່ງ​ໃນ​ນັ້ນ ກໍ​ຄື ນັກ​ດັບ​ເພີງ​ໜຸ່ມ​ລາວ-ອະ​ເມ​ຣິ​ກັນ Andrew Rasvongseuk ຊຶ່ງ​ປະກອບ​ອາຊີບ​ນີ້​ມາ​ນານ​ກວ່າ 15 ປີ​ແລ້ວ​ທີ່ New York​ ຊຶ່ງ​ລາວ​ເຫຼົ່າ​ໃຫ້​ຟັງ​ເຖິງ​ບາງ​ຕອນ​ກ່ຽວ​ກັບ​ເຫດການ​ຄັ້ງ​ນັ້ນ​ນວັນ​ທີ 11 ກັນຍາ​ນີ້​ວ່າດັ່ງ​ບົດ​ສໍາພາດ​ດັ່ງ​ຂ້າງ​ບຸ່ມນີ້:

ເຫດການ​ທັງ​ໝົດ​ນັ້ນ ​ແມ່ນ​ບໍ່​ມີ​ພຽງ​ແຕ່​ເທົ່າ​ນັ້ນ​ທຸກ​ສັບສົນ, ວຸ້ນວາຍ​ສົນລະວົນ​ບໍ່ຮູ້ວ່າຮັບ​ມື​ກັຍຢ່າງ​ໃດເພາະ​ບໍ່​ເຄີຍ​ມີ​ປະສົບ​ການ​ທີ່​ຮ້າຍແຮ​ງ​ເກີດຂຶ້ນ ​ໃນ​ອະ​ເມຣິກາ ຢ່າງ​ຮ້າຍ​ແຮງ​ຂະ​ນາດ​ນີ້​ມາ​ກ່ອນ. Andrew ຍັງ​ເຫຼົ່າ​ໃຫ້​ຟັງ​ວ່າ ລາວ​ເຮັດ​ວຽກ​ແບບ​ນີ້​ຕັ້ງ​ແຕ່​ວັນ​ເກີດ​ເຫດ 11 ກັນ​ຍາ​ຈົນ​ເຖິງ ​ເດືອນ​ທັນວາ​ 2011
ເປັນ​ແບບ​ນີ້​ທຸກໆ​ມື້ ຄື​ເຮັດ​ວຽກ 12-15 ຊົ່ວ​ໂມງ ຕື່ນ​ແຕ່​ເຊົ້າ ​ໄປ​ເຮັດ​ວຽກ​ຕັ້ງ​ແຕ່ 6 ​ໂມງ​ເຊົ້າ​ແລະ​ກັບ​ບ້ານ​ຕອຍທ່ຽງ​ຄືນ​ຕະຫຼອດ​ຊຶ່ງລາ​ວເຫຼົ່ຕໍ​ໄປ​ວ່າ:

"ຂ້ອຍ​ຈໍາ​ເຫດການ​ວັນ​ນັ້ນ​ໄດ້​ດີ ກິ່ນ​ເໝັ້ນ​ຟຸ້ງ, ພາບ​ຕິດຕາ ​ແ​ລະ​ຕອນ​ນັ້ນ ຂ້ອຍ​ຄິດ​ວ່າ ຄົງ​ຈະ​ບໍ່​ພົບ​ຄົນ​ທີ່​ລອດ​ຕາຍ​ມາ​ໄດ້​ອີກ​ແລ້ວ​ ຄືພວກ​ເຮົາ​ຕ້ອງ​ຊ່ອຍ​ພວກ​ເຄົາ​ຮ້າຍໃນ​ທັນທີ​ທັນ​ໃດ ​ໃນ​ຕອນ​ເກີດ​ເຫດ ​ຖ້​າ 2-3 ມື້​ຕໍ່​ມາ​ແລ້ວ​ນັ້ນ ຄົງ​ຍາກ.​ຂ້ອຍ​ໄດ້​ສູນ​ເສຍໝູ່​ເພື່ອນ ຄັນ​ທີ່​ທີ່​ຂ້ອຍ​ຮູ້ຈັກ​ປະມານ 40 ກວ່າ​ຄົນ​ ໃນ​ມື້​ນັ້ນ​ມື້​ດຽວ."

ວັນ​ຄົບຮອບ 10 ປີ ຂອງ​ເຫດການ​ສິນາດ​ສະ​ກໍາ 11 ກັນຍາ 2001 ຈົນ​ເຖິງປີ 2011 ນີ້ ມັນ​ໄດ້​ປ່ຽນ​ມຸມ​ມອງ​ຂອງ​ໂລກ ຂອງ​ຫຼາຍໆ​ຄົນ ​ໃນ​ການ​ດໍາ​ເນີນ​ວິຖີ​ຊີວິດ ຄວາມ​ຄິດ​ຄວາມ​ອ່ານ ກໍ​ປ່ຽນ​ໄປ ຊຶ່ງ​ໃນ​ໄດ້​ປ່ຽນ​ຄວາມ​ຮູ້​ສຶກຂອງ Andrew ດັ່ງ​ນີ້:

"​ໃນ​ທຸກໆ​ວັນທີ 11 ກັນຍາ ມັນ​ພາ​ໃຫ້​ຂ້ອຍ​ລະ​ລຶກ​ເຖິງ... ຂ້ອຍ​ໝາຍ​ຄວາມ​ວ່າ "

ກ່ອນ​ຈົບ​ການ​ສໍາພາດ Andrew ​ໄດ້​ກ່າວ​ສະຫຼຸບ​ວ່າ ດີ​ໃຈ​ທີ່​ໄດ້​ມີ​ໝູ່​ເພື່ອນ, ມີ​ຄອບຄົວ​ແລະ​ຍັງ​ມີ​ຊີວິດ​ຢູ່ ​ໄດ້​ຊາບ​ຊຶ້ງ​ເຖິງ ຄວາມ​ສັດຈະ​ທໍາ, ຄວາມ​ມີ​ມະນຸດສະ​ທໍາ ​ເຫັນຄຸນຄ່າ​ຂອງ​ຜູ້​ຄົນ, ຊ່ອຍ​ເຫຼືອ​ຊຶ່ງ​ກັນ​ແລະ​ກັນ ຈາກ​ການ​ໄດ້​ຟັງ​ເລື່ອງ​ລາວ​ຕ່າງໆ​ນາໆ​ຊຶ່ງ Andrew ກ່າວ​ສະຫຼຸບ​ວ່າ:

ອາທິດ​ໜ້າ​ທາງ​ລາຍການ​ຊີວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ກໍ​ຈະ​ນໍາ​ເອົາ​ປະສົບ​ການ​ຂອງ​ຄົນ​ລາວ​ອະ​ເມຣິກັນ​ອື່ນໆ​ມາ​ສະ​ເໜີ​ທ່ານ​ຜູ້​ຟັງ​ອີກ. ກະລຸນາ​ຄອຍ​ຕິດຕາມ​ຮັບ​ຟັງ.

XS
SM
MD
LG