ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄົນລາວ ຈະແລ່ນຖື ທວນໄຟ ໂອລິມປິກ ໃຫ້ອົງການ ອາຫານໂລກ


ນາງ ວາດສະໜາ ສິນທະວົງ ໃຫ້ຄວາມຮູ້ທົ່ວໄປກ່ຽວກັບໂພຊະນາການ ແກ່ບັນດາແມ່ ທີ່ຢູ່ບ້ານ ນາ, ເມືອງ ຕຸ້ມລານ, ແຂວງ ສາລະວັນ, ຂະນະປະຕິບັດໜ້າທີ່ ໃນຖານະຜູ້ຊ່ວຍໂຄງການ ໃນໂຄງການອາຫານເສີມ ຂອງອົງການອາຫານ ໂລກ ໃນ ສປປ ລາວ.
ນາງ ວາດສະໜາ ສິນທະວົງ ໃຫ້ຄວາມຮູ້ທົ່ວໄປກ່ຽວກັບໂພຊະນາການ ແກ່ບັນດາແມ່ ທີ່ຢູ່ບ້ານ ນາ, ເມືອງ ຕຸ້ມລານ, ແຂວງ ສາລະວັນ, ຂະນະປະຕິບັດໜ້າທີ່ ໃນຖານະຜູ້ຊ່ວຍໂຄງການ ໃນໂຄງການອາຫານເສີມ ຂອງອົງການອາຫານ ໂລກ ໃນ ສປປ ລາວ.

ບົດ​ຖະ​ແຫລ​ງຂ່າວ​ຈາກ​ຫ້ອງການອົງການ​ອາຫານ​ໂລກ WFP ປະ​ຈໍາ ສປປ ລາວ ທີ່
ນະຄອນຫລວງວຽງຈັນ ​ແຈ້ງວ່າ ພະນັກງານ​ອົງການ​ອາຫານ​ໂລກ ນາງ ວາດ​ສະຫນາ
ສິນ​ທະ​ວົງ ​ໄດ້ຖືກ​ຄັດ​ເລືອກ​ໃຫ້ເປັນ​ຕົວ​ແທນ​ຂອງ​ອົງກາ​ນ ​ໃນ​ການ​ແລ່ນຜັດປ່ຽນຖື​ທວນ​
ໄຟ​ໂອ​ລິ​ມປິກ ສໍາລັບ​ການ​ແຂ່ງຂັນກິລາ​ໂອ​ລິມປິກ ປີ 2012 ທີ່​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ໜ້າ
ນີ້ ຢູ່ນະຄອນຫລວງລອນ​ດອນ ປະ​ເທດ​ອັງກິດ.

ອົງການ​ອາຫານ​ໂລກຂອງ​ສະຫະ​ປະຊາ​ດ ​ໄດ້​ຄັດ​ເລືອກ​ເອົາ ນາງ ວາດ​ສະຫນາ ຈາກ
​ລາຍ​ຊື່​ ທີ່​ຖືກ​ສົ່ງ​ມາ​ຈາກ 70 ກ່ວາ ປະ​ເທດ ທີ່ທາງອົງການ​ປະຕິບັດ​ວຽກ​ງານ​ຢູ່. ອົງການ
WFP ໄດ້​ຮັບການ​ເຊື້ອ​ເຊີນ​ໃຫ້ຮ່ວມ​ແລ່ນ​ຖື​ທວນ​ໄຟ​ໂອ​ລິ​ມປິກໃນ​ຄັ້ງ​ນີ້​ ​ໂດຍຄະນະ​ກຳມະ
ການ​ໂອ​ລິ​ມປິກ​ສາກົນ ເພື່ອໃຫ້ເຜີຍ​ແຜ່​ຂໍ້ຄວາ​ມກ່ຽວ​ກັບສັນຕິພາບ ຄວາມ​ສາມັກຄີ ​ແລະ
ມິດຕະພາບ ໃນ​ຖານະທີ່​ເປັນ​ອົງການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ເພື່ອ​ຕໍ່ສູ້​ຕ້ານຄວາມ
​ອຶດຫິວ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ນາງ ວາດສະໜາ ສິນທະວົງ ທີ່ຈະໄປແລ່ນ ຜັດປ່ຽນຖືທວນໄຟໂອລິມປິກ 2012 ໃຫ້ອົງ ການອາຫານໂລກ ທີ່ເມືອງເບີມິງແຮມ, ອັງກິດ, ວັນທີ 1 ກໍລະກົດ 2012.
ນາງ ວາດສະໜາ ສິນທະວົງ ທີ່ຈະໄປແລ່ນ ຜັດປ່ຽນຖືທວນໄຟໂອລິມປິກ 2012 ໃຫ້ອົງ ການອາຫານໂລກ ທີ່ເມືອງເບີມິງແຮມ, ອັງກິດ, ວັນທີ 1 ກໍລະກົດ 2012.

ເມື່ອຮູ້ວ່າ ຕົນ​ໄດ້​ຖືກຄັດ​ເລືອກນັ້ນ
ນາງ ວາດ​ສະຫນາ ສິນ​ທະ​ວົງ​ ກ່າວວ່າ​
“ຂ້າພະ​ເຈົ້າ​ຮູ້ສຶກ​ຕື່ນ​ເຕັ້ນ ດີ​ໃຈ​ຫລາຍ.
ການ​ຖື​ທວນ​ໄຟ​ໂອ​ລິ​ມປິກ​ນີ້​ເປັນ​ກຽດ
​ຢ່າງ​ສູງ​ສົ່ງ ​ໃຫ້​ແກ່ຄອບຄົວແລະປະ​ເທດ
ຊາດ ​ຂອງ​ຂ້າພະ​ເຈົ້າ ​ແລະເພື່ອເປັນ​ຕົວ
​ແທນ​ຂອງ​ອົງການ​ອາຫານ​ໂລກ ພ້ອມ​
ກັບວຽກ​ງານ​ທີ່ຍິ່ງ​ໃຫຍ່ ​ໃນ​ເວທີ​ສາກົນ”.

ນາງ ວາດ​ສະຫນາ ຈະ​ອອກ​ເດີນທາງ​
ໄປ ​ເມືອງ​ເບີ​ມິ​ງ​ແຮມ ສະຫະ​ລາຊະ​ອາ
ນາ​ຈັກ​ອັງກິດ ​ເພື່ອ​ແລ່ນ​ຜັດປ່ຽນ​ທວນ
​ໄຟ​ໂອ​ລິ​ມປິກ ໃນ​ວັນທີ 1 ກໍລະກົດ ຄື
ວັນ​ອາທິດຈະ​ມາ​ນີ້ ຊຶ່ງ​ນາງ​ຈະ​ແລ່ນ​ໄລ
ຍະ​ປະມານ 400 ​ແມດ ຫລື ¼ ຂອງ
​ນຶ່ງ​ໄມ​ລ໌ ຢູ່​ຖະໜົນ Digbeth ຈຸດ A34
​ເລິ່ມ​ແຕ່​ເວລາປະມານ 6 ​ໂມງ​ກັບ 15
ນາທີ ຕອນ​ເຊົ້າ ຕາມ​ເວລາ​ ​ທ້ອງ​ຖິ່​ນ.

ທວນ​ໄຟ​ໂອ​ລິ​ມປິກ ​ໄດ້​ອອກ​ເດີນທາງຈາກ​ປະ​ເທດ​ກຣີສ ​ໄປຮອດ​ອັງກິດ ​ໃນ​ວັນ​ທີ 18
ພຶດສະພາ ຜ່ານ​ມາ ຊຶ່ງ​ໃນ​ຊ່ວງ​ເວລາ 70 ວັນ ຈາກນັ້ນ ຈົນ​ເຖິງ ວັນ​ທີ 27 ກໍລະກົດ
ມື້​ເປີດ​ການ​ແຂ່ງຂັນ​ນັ້ນ ທວນ​ໄຟໂອ​ລິ​ມປິກ​ຈະ​ໄດ້​ຮັບ​ການ​ຜັດປ່ຽນ​ມື ເຖິງ 8,000 ຄົນ
ໂດຍ​ຜ່ານ 1,000 ກ່ວາຕົວ​ເມືອງ ​ແລະ ຫມູ່​ບ້ານຕ່າງໆ ​ໃນປະ​ເທດອັງກິດ ກ່ອນ​ໄປ
​ເຖິງນະຄອນຫລວງລອນ​ດອນ​.

ທ່ານນາງ ​ເອ​ຣິ ຄູ​ໂດະ ຜູ້ຕາງຫນ້າ ອົງການ​ WFP ປະຈຳ​ລາວ ກ່າວ​ວ່າ “ນາງ ວາດ
​ສະນາ ​ແມ່ນນຶ່ງ​ໃນ​ພະນັກງານ​ທີ່​ດີ​ເດັ່ນ ປະຈຳ​ຢູ່ ສປປ ລາວ ທີ່​ມີຄວາມ​ກະຕືລື​ລົ້ນ
ແລະ​ຕັ້ງ​ໃຈ​ຕໍ່ຫນ້າ​ທີ່​ວຽກ​ງານຂອງ​ຕົນ ໃນ​ຖານະ​ເປັນຜູ້​ຊ່ວຍ​ໂຄງການ​ ​ໃນໂຄງການ​
ອາຫານເສີມ ຂອງອົງການ​ອາຫານ​ໂລກ ​ໃນປະ​ເທດ​ລາວ.”

​ໃນ ສປປ ລາວ ​ອົງການ​ອາຫານ​ໂລກ​ແມ່ນ​ສຸມ​ໃສ່​ ຫລຸດ​ຜ່ອນ​ສະພາບ​ການ​ຂາດ​ໂພຊະ​
ນາ​ການ ທີ່​ສົ່ງ​ຜົນກະທົບ​ຕໍ່​ການ​ພັດທະນາ ແລະການຈະ​ເລີ​ນ​ເຕີບ​ໃຫຍ່​ຢ່າງ​ເຕັມ​ສ່ວນ
ຂອງ​ເດັກນ້ອຍ ຈຳນວນ​ເຄິ່ງນຶ່ງ​ຢູ່​ເຂດ​ຊົນນະບົດ. ໃນ​ປີ 2011 ອົງການ WFP ປະ​ຈໍາ
ສປປ ລາວ ​ໄດ້​ສະໜອງ​ອາຫານ 8,800 ​ໂຕນ ​ແກ່​ປະຊາຊົນລາວ​ຫລາຍ​ກ່ວາ 610,000
ຄົນ ​ໃນ​ທົ່ວ​ປະ​ເທດ.

XS
SM
MD
LG