ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເງິນ​ທຶນ​ໃນ​ລະບົບ​ສິນ​ເຊື່ອ​ ຂອງ​ທະນາຄານ​ລາວ​ຍັງບໍ່​ ພຽງພໍ​ກັບ​ຄວາມ​ຕ້ອງການ


ທະນາຄານພົງສະຫວັນ ເປັນທະນາຄານນຶ່ງ ທີ່ມີການຂະຫຍາຍໂຕ ໄວທີ່ສຸດໃນ ສປປ ລາວ.
ທະນາຄານພົງສະຫວັນ ເປັນທະນາຄານນຶ່ງ ທີ່ມີການຂະຫຍາຍໂຕ ໄວທີ່ສຸດໃນ ສປປ ລາວ.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ​ຍອມຮັບ​ວ່າ​ ເງິນ​ກູ້ໃນ​ລະບົບ​ທະນາຄານ​ຂອງ​ລາວ ຍັງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ພາກ​ສ່ວນການ​ຜະລິດ​ ​ໃນ​ພາກ​ໂຕຈິງ ຫາກ​ແຕ່​ວ່າ​ໃນ​ຂະນະ​ດຽວ​ກັນ ໜີ້ ເງິນ​ກູ້​ທີ່ີຮຽກ​ເກັບ​ຄືນ​ບໍ່​ໄດ້​ກໍ​ຍັງ​ຄົງ​ຢູ່​ໃນ​ອັດຕາ​ສ່ວນ​ທີ່​ສູງ.

ທ່ານ​ພຸດທະ​ໄຊ ສີວິ​ໄລ ຫົວໜ້າ​ກົມ​ຄຸ້ມ​ຄອງ​ສະ​ຖາ​ບັນ​ການ​ເງິນ​ຂອງ​ທະ​ນາ​ຄານ​ແຫ່ງ​ຊາດ​ລາວ​ໄດ້ ຖະ​ແຫລ​ງຍອມຮັບ​ວ່າ​ ເງິນ​ທຶນ​ໃນ​ລະບົບ​ສິນ​ເຊື່ອ​ຂອງ​ທະນາຄານ​ທົ່ວ​ປະ​ເທດ​ລາວ​ໃນ​ປັດຈຸບັນ​ນີ້​ຍັງບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງ​ຂອງ​ພາກ​ການ​ຜະລິດ​ແລະ​ໜ່ວຍ​ທຸລະ​ກິດ​ຕ່າງໆ​ແຕ່​ຢ່າງ​ໃດ ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ໃນ​ປີ​ 2009 ທີ່​ຜ່ານ​ມາ​ນັ້ນ ບັນດາ​ທະນາຄານ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ລາວ​ໄດ້​ໃຫ້ເງິນ​ກູ້ແກ່​ພາກ​ການ​ຜະລິດ​ແລະ​ໜ່ວຍ​ທຸລະ​ກິດ​ຕ່າງໆ​ ຄິດ​ເປັນ​ມູນ​ຄ່າ​ລວມທັງ​ໝົດ 11,000 ຕື້​ກີບ ຫລື​ຄິດ​ເປັນ 20 ​ເປີ​ເຊັນ​ຂອງ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ​ປະ​ເທດ​ຫລື GDP ​ເທົ່າ​ນັ້ນ.

ທ່ານສົມສະຫວາດ ເລ່ງສະວັດ ຮອງນາຍົກ ລມຕ ລາວ.
ທ່ານສົມສະຫວາດ ເລ່ງສະວັດ ຮອງນາຍົກ ລມຕ ລາວ.
ທາງ​ດ້ານ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ​ລາວ ກໍ​ໄດ້​ໃຫ້ການ​ເນັ້ນ​ຍ້ຳວ່າ ການ​ທີ່​ຈະ​ພັທະນາ​ເສດຖະກິດ​ຂອງ​ລາວ​ໃຫ້​ມີ​ການ​ຂະຫຍາຍຕົວ​ເພີ່ມ​ຂື້ນ​ໃນ​ອັດຕາ​ສະ​ເລ່ຍ 8 ​ເປີ​ເຊັນ​ໃນ​ແຕ່ລະ​ປີ​ນັ້ນ ກໍ​ຈະ​ຕ້ອງ​ມີ​ເງິນ​ທຶນ​ສະ​ນັບ​ສະນຸນພາກ​ການ​ຜະລິດ ​ແລະ​ໜ່ວຍ​ທຸລະ​ກິດ​ຕ່າງໆ​ຄິດ​ເປັນ​ມູນ​ຄ່າ​ລວມ ບໍ່​ໜ້ອຍ​ກວ່າ 127,000 ຕື້​ກີບ​ໃນ​ຊ່ວງ​ປີ 2011-2015 ຫລື​ຫລາຍ​ກວ່າ 25,400 ຕື້​ກີບ​ໃນ​ແຕ່ລະ​ປີ. ຫາກ​ແຕ່​ວ່າ​ກໍ​ຄົງ​ຈະ​ເປັນ​ໄປ​ໄດ້​ຍາກ​ ທີ່​ບັນ ດາທະນາຄານ​ຕ່າງໆ​ໃນ​ລາວ​ ຈະ​ສາມາດ​ຕອບ​ສະໜອງ​ເງິນ​ທຶນ​ກູ້​ຢືມ​ດັ່ງກ່າວ​ໃຫ້​ກັບ​ພາກ​ການ​ຜະລິດແລະ​ໜ່ວຍ​ທຸລະ​ກິດ​ຕ່າງໆ​ໄດ້​ ຕາມ​ລະດັບ​ຄວາມ​ຕ້ອງການ​ດັ່ງກ່າວ ​ເພາະວ່າ​ບັນດາ​ທະນາຄານ​ຕ່າງໆ​ໃນ​ລາວ​ມີ​ເງິນ​ຝາກ​ຢູ່​ຢ່າງ​ຈຳກັດ ​ແລະ​ບັນຫາ​ສຳຄັນ​ອີກ​ປະການ​ນຶ່ງ​ນັ້ນ​ກໍ​ຄື​ທະນາຄາ​ນ​ໃນລາວ​ຕ່າງ​ກໍ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຮຽກ​ເກັບ​ໜີ້ ​ແລະ​ດອກ​ເບ້ຍ​ເງິນ​ກູ້​ຄືນ​ຈາກ​ລູກ​ໜີ້​ບໍ່ໄດ້​ຢ່າງ​ຫລວງຫລາຍ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ຈາກ​ການ​ລາຍ​ງານ​ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ ​ໄດ້​ລະບຸ​ວ່າ​ທະນາຄານ​ຕ່າງໆ​ໃນ​ລາວ​ຍັງ​ຄົງ​ບໍ່​ສາມາດ​ຮຽກ​ເກັບ​ໜີ້ເງິນ​ກູ້​ກັບ​ຄືນ​ມາ​ໄດ້​ເລີຍ​ ຄິດ​ເປັນ​ສັດສ່ວນ​ເຖິງ 3.7 ​ເປີ​ເຊັນ​ຂອງ ຍອດເງິນ​ກູ້​ທັງ​ໝົດ ​ແລະ​ເຖິງ​ແມ່ນ​ວ່າຈະມີສັດສ່ວນ​ທີ່​ລົດ​ລົງ​ຈາກ 4.4 ​ເປີ​ເຊັນ​ໃນ​ປີ 2008 ​ແລະ 4.2 ​ເປີ​ເຊັນ​ໃນ​ປີ 2009 ກໍ​ຕາມ ຫາກ​ແຕ່​ກໍ​ຍັງ​ນັບ​ວ່າ​ເປັນ​ການ​ຮຽກ​ເກັບ​ໜີ້​ແລະ​ດອກ​ເບ້ຍ​ເງິນ​ກູ້ ກັບ​ຄືນ​ບໍ່​ໄດ້​ໃນ​ອັດຕາ​ທີ່​ສູງ​ຢ່າງ​ຍິ່ງ ​ເພາະວ່າ​ໃນ​ລະບົບ​ສິນ​ເຊື່ອ​ທີ່​ໄດ້​ມາດຕະຖານ​ສາກົນ​ນັ້ນ​ ຖື​ວ່າ ຈຸດ​ທີ່​ເປັນ​ອັນຕະລາຍ​ຢ່າງ​ທີ່​ສຸດ​ຕໍ່​ສະຖານະ​ທາງ​ການ​ເງິນ​ຂອງ​ທະນາຄານ ​ກໍ​ຄື​ການ​ຮຽກຮ້ອງ​ເກັບ ໜີ້ ​ແລະ​ດອກ​ເບ້ຍ​ເງິນ​ກູ້​ກັບ​ຄືນ​ບໍ່​ໄດ້​ສັດສ່ວນ 5 ​ເປີ​ເຊັນ​ຂອງ​ຍອດ​ເງິນ​ກູ້​ທັງ​ໝົດ​ນັ້ນ​ເອງ. ຊຶ່ງ​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ ກໍ​ຍັງ​ສົ່ງ​ຜົນ​ກະທົບ​ຕໍ່​ເນຶ່ອງ​ເຖິງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ລະບົບ​ທະນາ ຄານ​ທັງໝົດ​ໃນ​ລາວ​ອີກ​ດ້ວຍ ​ໂດຍ​ກໍລະ​ນີຕົວຢ່າງ​ທີ່​ໄດ້​ເກີດ​ຂື້ນ​ໃນ​ຕະຫລອດ​ຊ່ວງ​ອາທິດ​ທ້າຍ​ເດືອນ​ພຶດ ສະພາ​ທີ່​ຜ່ານມາ​ນີ້ ກໍ​ຄື​ການ​ທີ່​ປະຊາຊົນ​ລາວ​ຈຳນວນ​ບໍ່​ໜ້ອຍ​ໄດ້​ພາກັນ​ໄປ​ຖອນ​ເງິນ​ແລະ​ປິດ​ບັນຊີ​ເງິນ​ຝາກ​ໃນ​ທະນາຄານ​ພົງ​ສະຫວັນ ​ເນຶ່ອງຈາກ​ມີ​ກະ​ແສ​ຂ່າວ​ລື​ວ່າ​ທະນາຄານ​ດັ່ງ ກ່າວ​ນີ້​ກຳລັງ​ລົ້ມ​ລະລາຍ ​ແລະ​ຜູ້​ບໍລິຫານ​ຂັ້ນ​ສູງ​ຂອງ​ທະນາຄານ​ກໍ​ຖືກ​ທາງ​ການ​ລາວ​ຈັບ​ກຸມ​ອີກ​ດ້ວຍ. ໂດຍ​ເຖິງ​ແມ່ນ​ວ່າ​ທາງ​ການ​ທະ​ນາຄາ​ນ​ແຫ່ງ​ຊາດ​ລາວ​ຈະ​ໄດ້​ຖະ​ແຫລ​ງການ​ເພື່ອ​ຢືນຢັນ​ວ່າບໍ່​ມີ​ການຈັບ​ກຸມ​ຜູ້​ບໍລິຫານ​ແລະ​ທະນາຄານ​ດັ່ງກ່າວ​ກໍ​ຍັງ​ມີ​ສະຖານະ​ທາງ​ການ​ເງິນ​ຢ່າງ​ແຂງ​ແຮງກໍ​ຕາ​ມ ດັ່ງ​ທີ່​ທ່ານພຸດທະ​ໄຊ ​ໄດ້​ກ່າວ​ຢືນຢັນ​ໃນ​ຕອນ​ນຶ່ງ​ວ່າ:

“ກ່ຽວ​ກັບ​ບັນຫາ​ດັ່ງກ່າວ​ນີ້ ກໍ​ຮຽກຮ້ອງ​ມາ​ຍັງບັນດາ​ຜູ້​ຝາກ​ເງິນ​ໃນ​ທະນາຄານ​ຫັ້ນ​ແຫລະ ​ຕ້ອງ​ມີ​ຄວາມ​ເຂົ້າ​ໃຈ. ການ​ຮັບ​ຂໍ້​ມູນ​ຂ່າວສານ​ ກໍ​ໃຫ້​ມີ​ການ​ຕຶກ​ຕອງ ມີ​ການກັ່ນ​ກອງ ​ເນື່ອງ​ຈາກຂໍ້​ມູນ​ຂ່າວສານທີ່​ໄດ້​ສະໜອງ​ມານັ້ນ ມັນເປັນ​ຂໍ້​ມູນ​ທີ່​ບໍ່​ຖືກຕ້ອງ ​ແລະ​ມີ​ຈຸດປະສົງ​ທີ່​ບໍ່​ດີຕໍ່​ລະບົບສະຖາ ບັນ​ການ​ເງິນ​ໂດຍ​ລວມ ​ເວົ້າທາງ​ແງ່​ວິຊາ​ການ​ແລ້ວ. ​ແຕ່ວ່າສະພາບ​ຄ່ອງ​ການ​ເງິນ​ນີ້​ແມ່ນ​ສູງ ນອກຈາກ​ນັ້ນ ການ​ຮັກສາ​ສະພາບ​ຫລື​ວ່າ​ອັດຕາ​ສ່ວນທາງ​ດ້ານ​ການ​ເງິນ​ ເພື່ອຮັກສາ​ຄວາມ​ໝັ້ນຄົງ​ຕ່າງໆ ​ໃນ​ການ​ປ່ອຍ​ສິນ​ເຊື່ອ​ນີ້ ກໍ​ຖື​ວ່າ​ຢູ່​ໃນ​ເກນ​ຖືກຕ້ອງ​ຕາມລະບຽບ​ການ​ທີ່​ທະນາຄານ​ກາງ​ໄດ້​ກຳໜົດ​ໄວ້.”

ຫາກ​ແຕ່​ກໍ​ຍັງ​ປາກົດ​ວ່າ​ມີ​ປະຊາຊົນ​ລາວ ຈຳນວນ​ຫລາຍ​ກວ່າ 6,000 ຄົນ​ທີ່​ໄດ້​ພາກັນ​ຖອນ​ເງິນ​ແລະ​ປິດບັນຊີ​ຝາກ​ທະນາຄານ​ດັ່ງກ່າວ​ນີ້​ໄປແລ້ວ​ ​ໂດຍ​ມີ​ເງິນ​ຝາກ​ທີ່​ຖືກ​ຖອນ​ອອກ​ໄປ​ຫລາຍ​ກວ່າ 91 ຕື້​ກີບ ຫລື​ເກີນກວ່າ 11 ລ້ານ​ໂດ​ລາສະຫະລັດ ​ເນຶ່ອງຈາກ​ວ່າ​ພວກ​ເຂົາ​ເຈົ້າບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກິດຈະການ​ທະນາຄານ ຈຶ່ງໄດ້​ໄປຫລົງ​ເຊື່ອ​ກະ​ແສ​ຂ່າວ​ລື​ດັ່ງກ່າວ​ນັ້ນເອງ.

XS
SM
MD
LG