ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ADB ຈະໃຫ້ເງິນ ຊ່ອຍເຫລືອລາວ


ADB ຈະໃຫ້ເງິນ ຊ່ອຍເຫລືອລາວ
ADB ຈະໃຫ້ເງິນ ຊ່ອຍເຫລືອລາວ

ທະນາຄານ​ພັດທະນາ​ເອ​ເຊຍ​ຫລື ADB ກ່າວ​ວ່າ ຕົນ​ຈະ​ໃຫ້ການຊ່ອຍ​ເຫລືອ​ລາວ​ປັບປຸງ​ຄຸນ​ນະພາ​ບ​ແລະ​ການ​ກ່ຽວ​ພັນ​ກັນ

ຂອງ​ການ​ຝຶກ​ອົບຮົມ​ດ້ານ​ເທັກ​ນິກ​ແລະ​ວິຊາ​ຊີບ​ເພື່ອ​ແກ້​ໄຂ​ການ​ຂາດແຄນຄວາມ​ຮູ້ຄວາມ​ຊຳນານ​ໃນ​ຂະ​ແໜງ​ຕ່າງໆ​ຂອງ

ການ​ເສດຖະກິດ​ຂອງ​ລາວ​ນັ້ນ.

ADB ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ຕົນ​ໃຫ້ການ​ຊ່ອຍ​ເຫລືອ​ລ້າ​ເປັນ​ເງິນຈຳນວນ 23 ລ້ານ​ດອນ​ລ້າ​ອອກ​ຈາກ​ກອງ​ທຶນ​ພັດທະນາ​ເອ​ເຊຍ

ສຳລັບໂຄງການ​ດັ່ງກ່າວ.ທະນາຄານ​ນີ້​ເວົ້າ​ຕື່ມ​ວ່າ ​ພວກ​ສະ​ຖາ​ບັນ​ເທົກ​ນິກ​ແລະ​ວິຊາ​ຊີບ​ຂອງ​ລາວ​ບໍ່​ໄດ້​ໃຫ້​ຄວາມ​ຮູ້​ຄວາມ​ຊຳນານ

ແກ່​ພວກ​ທ່ີ​ຮຽກ​ຈົບ​ຈາກ​ສະ​ຖາ​ບັນດ່ັງກ່າວ​ທ່ີ​ຕ້ອງການ​ເພື່ອ​ຮັບ​ມື​ກັບ​ການ​ຂາດ​ແຄນ​ພວກ​ແຮງ​ງານ​ໃນພາກສ່ວນ​ສຳຄັນໆ​ນັ້ນ.

ໂຄງການ​ດັ່ງກ່າວ​ຈະ​ມີ​ຈຸດ​ເພ່ງ​ເລັງ​ທ່ີ​ແຂງ​ແຮງ​ໃສ່​ການ​ປັບປຸງ​ການເຂົ້າ​ຫາ​ການ​ຝຶກ​ອົບຮົມ​ດ້ານ​ວິຊາ​ຊີບ​ໃຫ້​ດີ​ຂຶ້ນ​ສຳລັບ​ພວກ​ຍິງ​ສາວ

ແລະພວກ​ຊົນ​ກຸ່ມນ້ອຍ​ຕ່າງໆ. ທ່ານ Norman LaRocque ​ເຈົ້າ​ໜ້າ​ທ່ີປະຈຳ ADB ກ່າວ​ວ່າ ພວກ​ນັກ​ສຶກສາ​ປະມານ 20 ພັນ​ຄົນ

ຄາດ​ວ່າຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ໃນ​ໂຄງການ​ດັ່ງກ່າວ.

ກະຊວງ​ສຶກສາ​ຂອງ​ລາວ​ຈະ​ເປັນ​ຜູ້​ດຳ​ເນີນ​ໂຄງການ​ທີ່ວ່ານີ້ ຊຶ່ງ​ຄາດ​ວ່າ​ຈະ​ເສັດ​ສິ້ນ​ລົງ​ພາຍ​ໃນ​ເດືອນ​ກັນຍາ​ປີ 2015.

XS
SM
MD
LG