ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ແລະ ສຫລ ຈັດ ກອງປະຊຸມພິເສດ ຂອງກຸ່ມ ເພື່ອນມິດຂອງເຂດ ລຸ່ມແມ່ນຳ້ຂອງ


ບັນດາຜູຸ້າຕາງໜ້າ ເຂົ້າຮ່ວມກອງປະຊຸມ ເພື່ອນມິດຂອງເຂດລຸ່ມ ແມ່ນຳ້ຂອງ (ພາບຖ່າຍຈາກ ສະຖານທູດ ສຫລ ປະຈຳ ສປປ ລາວ)
ບັນດາຜູຸ້າຕາງໜ້າ ເຂົ້າຮ່ວມກອງປະຊຸມ ເພື່ອນມິດຂອງເຂດລຸ່ມ ແມ່ນຳ້ຂອງ (ພາບຖ່າຍຈາກ ສະຖານທູດ ສຫລ ປະຈຳ ສປປ ລາວ)

ເມື່ອວັນຈັນ​ແລະ​ວັນ​ອັງຄານອາທິດ​ນີ້ ສປປ ລາວ ກັບສະຫະລັດ
ອາເມຣິກາ ໄດ້ຮ່ວມ​ກັນ​ຈັດ ກອງ​ປະຊຸມ​ພິ​ເສດຂອງກຸ່ມ “​ເພື່ອນ
​ມິດ​ຂອງ​ເຂດ​ລຸ່ມ​ແມ່​ນ້ຳຂອງ” ຫລື FLM ຂຶ້ນທີ່ເມືອງ ປາກເຊ
ແຂວງຈຳປາສັກ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ
ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງ ການ
ຕ່າງປະເທດ ລາວ ແລະ ທ່ານ Thomas A. Shannon ທີ່ປຶກ
ສາກະຊວງການຕ່າງປະເທດສະຫະລັດ ເພື່ອສົນທະນາຫາລື ກ່ຽວກັບການເຕີບໃຫ່ຍດ້ານ
ເສດຖະກິດ ແລະສິ່ງແວດລ້ອມທີ່ຍືນຍົງຢູ່ໃນເຂດແມ່ນ້ຳຂອງ ລວມທັງການພົວພັນ ລະ
ຫວ່າງແຫຼ່ງນ້ຳ ຄວາມຕ້ອງການດ້ານພະລັງງານ ແລະຄວາມໝັ້ນຄົງດ້ານອາຫານ.

ທ່ານ Thomas A. Shannon (ຊ້າຍ) ກັບ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) (ພາບຈາກສະຖານທູດ ສຫລ)
ທ່ານ Thomas A. Shannon (ຊ້າຍ) ກັບ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) (ພາບຈາກສະຖານທູດ ສຫລ)

ໃນໂອກາດກ່າວໄຂກອງປະຊຸມ ຕາງໜ້າລັດຖະບານລາວ
ທ່ານສະເຫຼີມໄຊ ກົມມະສິດກ່າວ​ວ່າ ສປປ ລາວ ​ໃຫ້​ຄວາມ​
ສຳຄັນອັນໃຫຍ່​ຫລວງ ​ແກ່ກຸ່ມ “​ເພື່ອນ​ມິດຂອງ​ເຂດ​ລຸ່ມ​
ແມ່​ນ້ຳຂອງ” ​ແລະໄດ້​ຢັ້ງຢືນເຖິງຄວາມພ້ອມທີ່ຈະພັດທະ
ນາແມ່ນ້ຳຂອງຕອນລຸ່ມ ດ້ວຍຄວາມຍືນຍົງ. ທ່ານໄດ້ກ່າວ
ວ່າ ສປປ ລາວ ຖືສຳຄັນ ຕໍ່ກອງປະຊຸມນີ້ ແລະ ຈະຮ່ວມກັບ
ຜູ້ແທນກອງປະຊຸມປຶກສາ ຫາລືແລກປ່ຽນບົດຮຽນປະສົບ
ການ ເພື່ອພັດທະນາເສດຖະກິດ ແບບຍືນຍົງຢູ່ໃນຂົງເຂດ, ຊຶ່ງຈະເປັນການປະກອບສ່ວນລົບລ້າງ

ຄວາມທຸກຍາກໄປສູ່ຄວາມຈະເລີນຮຸ່ງເຮືອງຂອງລຸ່ມແມ່ນ້ຳຂອງ ແລະ ພາກພື້ນ.

ໃນກອງປະຊຸມ ທ່ານສະເຫຼີມໄຊ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍ ເຫຼືອຂອງສະຫະລັດ
ອາເມລິກາ ແລະ ບັນດາເພື່ອນມິດ​ເຂດ​ລຸ່ມ ແມ່ນ້ຳຂອງ ໃນການພັດທະນາໂຄງການ
ຕ່າງໆເຊັ່ນ: ໂຄງການ ຝຶກອົບຮົມພາສາອັງກິດ ແລະໂຄງການພັດທະນາໂຄງລ່າງພື້ນ
ຖານທີ່ທັນສະໄໝ ຈຳນວນ 3 ໂຄງການລວມ ມູນຄ່າຫຼາຍກວ່າ 1 ລ້ານ 7 ແສນໂດລາ
ສະຫະລັດ ເຊິ່ງເປັນໂຄງການພັດທະນາ ເຂື່ອນໄຟຟ້າໂດຍການນຳໃຊ້ເຕັກນິກວິຊາການ
ທີ່ທັນສະໄໝຂອງ ສະຫະລັດອາເມຣິກາ ເຂົ້າໃນການພັດທະນາເຂື່ອນໄຟຟ້າຂອງ ສປປ ລາວ ໃຫ້ມີຄວາມຍືນຍົງຂຶ້ນຕື່ມ.

ກອງປະຊຸມ ເພື່ອນມິດລຸ່ມແມ່ນຳ້ຂອງ ຫລື FLM ທີເມືອງປາກເຊ (ພາບຖ່າຍຈາກ ສະຖານທູດ ສຫລ)
ກອງປະຊຸມ ເພື່ອນມິດລຸ່ມແມ່ນຳ້ຂອງ ຫລື FLM ທີເມືອງປາກເຊ (ພາບຖ່າຍຈາກ ສະຖານທູດ ສຫລ)

ເຂົ້າ​ຮ່ວມໃນກອງປະຊຸມ ມີຄະນະຜູ້ແທນ ກວ່າ 120 ທ່ານ ຈາກ
ປະເທດ ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ, ອອສ​ເຕຣ​ເລຍ,
ສະຫະພາບຢູ​ໂຣບ, ເດັນມາກ, ຟິນແລນ, ເຢຍຣະມັນ, ຝຣັ່ງ,
ເນເທີແລນ, ສະວີເດັນ, ຍີ່ຢຸ່ນ, ເກົາຫຼີໃຕ້, ທະນາຄານ ໂລກ,
ທະນາຄານພັດທະນາອາຊີ, ແລະ ອົງການ ແມ່ນ້ຳຂອງສາກົນ.

Laos and the US Co-hosted the first ever Conference of Friends of the Lower Mekong

On Monday and Tuesday of this week, Laos and the US co-hosted the first-ever “Extraordinary Friends of the Lower Mekong” conference in Pakse, Champassak Province to discuss economic growth and environmental sustainability in the Mekong region, including the connections between water resources, energy needs and food security. H.E. Saleumxay Kommasith, Laos’ Vice Minister of Foreign Affairs, and the Counselor of the U.S. Department of State, H.E. Thomas A. Shannon co-chaired the meeting.

In his opening address on behalf of the Lao government, Mr Saleumxay said Laos attached great importance to the Friends of the Lower Mekong Forum, and affirmed his country’s readiness to develop the Lower Mekong region in a sustainable manner. He also said Laos will share ideas and experience with partners in the forum to improve sustainable economic development in the region, which will contribute to poverty reduction and prosperity in the lower Mekong countries and the region as a whole.

Mr Saleumxay also praised the assistance to Laos by the US and other Friends of the Lower Mekong in the various development projects such as English language training and three projects to modernize Laos’ infrastructure with overall spending of 1.7 million dollars, which will use modern US technology in the development of more sustainable hydropower projects in Laos.

Attending the conference are delegations from Cambodia, Lao PDR, Myanmar, Thailand, Viet Nam, the United States, Australia, the European Union, Japan, Republic of Korea, Denmark, Finland, Germany, Netherlands, France, Sweden the Asian Development Bank, the World Bank Group, and the Mekong River Commission Secretariat.

The Friends of the Lower Mekong (FLM) is a broad dialog that improves donor coordination in the Mekong sub-region, and supports integrated cooperation between and among Lao PDR, Cambodia, Myanmar, Thailand, Vietnam, and the United States. FLM members include Australia, Japan, South Korea, New Zealand, the European Union, Asian Development Bank, and World Bank.

XS
SM
MD
LG