ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງ​ການ​ການ​ຄ້າ​ໂລກ ​ໄດ້​ສະ​ເ​ໜີ​ໃຫ້ ສປປ ລາວ ເຂົ້າເປັນສະມາຊິກແລ້ວ


ບ່ອນກາສິໂນ Kings Roman ທີ່ລົງທຶນແລະດໍາເນີນການ ໂດຍບໍລິສັດຈີນ ຢູ່ໃນເຂດເສດຖະກິດພິເສດ ໃນແຂວງບໍ່ແກ້ວຂອງລາວ. (D. Schearf/VOA)
ບ່ອນກາສິໂນ Kings Roman ທີ່ລົງທຶນແລະດໍາເນີນການ ໂດຍບໍລິສັດຈີນ ຢູ່ໃນເຂດເສດຖະກິດພິເສດ ໃນແຂວງບໍ່ແກ້ວຂອງລາວ. (D. Schearf/VOA)
ອົງ​ການ​ການ​ຄ້າ​ໂລກ WTO ​ໄດ້​ສະ​ເ​ໜີ​ໃຫ້ ສປປ ລາວ ​ປະ​ເທດ
ຄອມ​ມີ​ວ ນີສທີ່​ຍາກຈົນ ​ປົກຄອງໂດຍ​ພັກ​ການ​ເມືອງພັກ​ດຽວນັ້ນ​
​ເຂົ້າ​ໄປ​ເປັນ​ສະມາຊິກໄດ້ ຫຼັງ​ຈາກໄດ້​ເຈ​ລະ​ຈາ​ກັນ​ຢ່າງ​ຊ້າໆມາ
ເປັນ​ເວລາ​ຫຼາຍ​ປີ ຊຶ່ງ​ໃນ​ໄລ ຍະ​ດັ່ງກ່າວ​ນີ້ ສປປ.ລາວ ຊຶ່ງ​ເປັນ
​ປະ​ເທດທີ່​ຕັ້ງ​ຢູ່​ໃນ​ຂົງ​ເຂດເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ຫັນ​ເຫ​
ການເສດຖະກິດ​ຂອງ​ຕົນ ອອກ​ຈາກເສດຖະກິດ​ລວມສູນ ທີ່ຢູ່​ພາຍ​
ໃຕ້​ການຄວບ​ຄຸມ​ຂອງລັດ​ນັ້ນ ​ໄປ​ສູ່ເສດຖະກິດ​ທີ່​ອິງ​ໃສ່​ຕະຫຼາດ.

ຫຼັງ​ຈາກ​ໄດ້​ເຈລະຈາ​ຕໍ່​ຮອງ​ກັນ​ມາ​ໄດ້ 15 ປີ ອົງການ​ການ​ຄ້າ​ໂລກ ຫຼື WTO ​ກໍ​ໄດ້​ເຊື້ອ​ເຊີນຢ່າງ​ເປັນ​ທາງ​ການ ​ໃຫ້​ລາວ​ເຂົ້າ​ໄປ​ເປັນສະມາຊິກ​ຂອງ​ຕົນ ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້.

ການ​ເຊື້​ອ​ເຊີນ​ດັ່ງກ່າວ​ແມ່ນເປັນ​ການ​ຮັບ​ຮູ້ ​ເຖິງ​ຄວາມ​ພະຍາຍາ​ມສູ້​ຊົນຂອງ​ ສປປ ລາວ​ ​ໃນ​ການປ່ຽນ​ແປງກົດໝາຍ​ແລະ​ນະ​ໂຍບາຍ​ຕ່າງໆ​ໃຫ້ສອດ ຄ່ອງ​ກັບຂໍ້​ກໍານົດຂອງ​ອົງການ​ການ​ຄ້າ​ໂລກ ແລະ​ຄວາມ​ຮຽກຮ້ອງ​ຕ້ອງການເພື່ອເຂົ້າຫາ​ຕະຫຼາດ​ ຂອງ​ຫຼາຍ​ກວ່າ 150 ສະມາຊິກ​ຂອງ​ອົງການ.

ນອກ​ນີ້​ແລ້ວ ກໍ​ເປັນ​ຍ້ອນ​ວ່າ ສປປ.ລາວ ມີ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ຢ່າງ​ສະ​ໝໍ່າສະ​ເໝີ ​ໃນ​ອັດຕາ​ສະ​ເລ່ຍສູງ​ກວ່າ 6 ​ເປີ​ເຊັນ​ ຕະຫຼອດ​ຫຼາຍ​ປີທີ່ຜ່ານ​ມາ​ນີ້ ຊຶ່ງ​ປີ​ນີ້ອາດຈະ​ເຕີບ​ໂຕ​ເຖິງ​ 8 ​ເປີ​ເຊັນ​ໄດ້ ຊຶ່ງຈະ​ເປັນ​ອັດ ຕາ​ທີ່​ສູງ​ທີ່​ສຸດ​ໃນຂົງ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້.

Michael Ewing-Chow ປະທານສູນ​ກາງ​ກົດໝາຍ​ສາກົນ​ຂອງ​ WTO ປະ​ຈໍາ​ສິງ​ຄະ​ໂປ ກ່າວ​ວ່າ ການ​ເປັນ​ສະ​ມາ​ຊິກ​ຂອງ​ ສປປ.ລາວ ​ໝາຍ​ເຖິງ​ການໄດ້​ຮັບ​ຜົນ​ປະ​ໂຫຍ​ດຕ່າງໆ​ຈາກ WTO ​ແຕ່ໃນ​ຂະນະ​ດຽວ​ກັນ ມັນ​ກໍ​ເປັນ​ສັນຍາ​ນ ບອກ​ເຖິງການ​ປ່ຽນ​ແປງ​ຂັ້ນ​ພື້ນຖານຫຼາຍ​ກວ່າ​ ສໍາ​ລັບ​ສປປ.ລາວ.

ທ່ານ ຢູອິງ ຊາວ ກ່າວ​ວ່າ​: “ຄຸນຄ່າໂຕຈິງຂອງ​ລາວ ​ແທ້ໆ​ແລ້ວ ກໍ​ແມ່ນ​ວ່າ ລາວ​ກໍາລັງ​ຫັນ​ເຫ​ການ​ເສດຖະກິດ​ຂອງ​ຕົນ​ ອອກ​ຈາກການເປັນ​ເສດ ຖະກິດ​ທີ່ລວມສູນ​ແລະ​ວາງ​ແຜນ​ໂດຍສູນ​ກາງ ໃນ​ອະດີດ​ນັ້ນ ​ໄປ​ສູ່​ລະບົບ​ທີ່​ ບັດ​ນີ້ ​ເຂົາ​ເຈົ້າສຶກສາ​ເບິ່ງ​ວິທີ​ການ​ທີ່​ດີ​ທີ່​ສຸດ​ ເພື່ອ​ຈະສ້າງຕັ້ງ​ ວິ​ສາ​ຫະກິດ ຕະຫຼາດ​ເສລີ​ໃນ​ປະ​ເທດ​ຂອງ​ຕົນ.”

ສປປ ລາວ ຊຶ່ງ​ເປັນ​ປະ​ເທດ​ນ້ອຍ ທຸກ​ຈົນ ​ແລະ​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລນັ້ນ ​ແມ່ນປົກຄອງໂດຍ​ພັກ​ຄອມ​ມີ​ວນີສ​ພັກ​ດຽວ ທີ່​ໄດ້​ເຂົ້າກໍາ​ອໍານາດ​ ໃນ​ປີ 1975 ນັ້ນ ​ເປັນ​ຕົ້ນມາ​.

ສະຫະລັດຊ່ວຍເຝິກອົບລົມເຈົ້າໜ້າທີ່ພາສີລາວ ເພື່ອກຽມເຂົ້າ WTO
ສະຫະລັດຊ່ວຍເຝິກອົບລົມເຈົ້າໜ້າທີ່ພາສີລາວ ເພື່ອກຽມເຂົ້າ WTO
ດັ່ງ​ດຽວ​ກັບບັນດາ​ປະ​ເທດ​ຄອມ​ມີ​ວນີສສ່ວນ​ໃຫຍ່ ​ເສດຖະກິດ​ຂອງ​ລາວ​ແມ່ນຖືກ​ຄວບ​ຄຸມ​ໂດຍສູນ​ກາງ ກໍ​ຄືລັດ​ຖະບານ ທີ່​ໄດ້​ເຂົ້າ​ຮ່ວມ​ກຸ່ມ​ກັບ​ບັນດາ​ປະ​ເທດ​ໃນ​ອະດີດ​ສະຫະ ພາບໂຊ​ຫວຽດ.

​ແຕ່​ຈາກ​ກາງ​ຊຸມປີ 1980 ​ເປັນ​ຕົ້ນ​ມາ ລັດຖະບານ ​ສປປ ລາວ ໄດ້ ຄ່ອຍໆ​ກ້າວ​ໄປ​ສູ່ ລະບົບເສດຖະກິດ ​ທີ່​ອາໄສ​ຕະຫຼາດຫຼາຍ​ຂຶ້ນ.

ມາ​ບັດ​ນີ້ ສປປ.ລາວ ທີ່​ຄັ້ງ​ນຶ່ງ​ເຄີຍເພິ່ງ​ພາການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ ນັ້ນ ກໍ​ກໍາລັງ​ກາຍ​ມາເປັນ​ຈຸ​ດໝາຍ​ປາຍທາງທີ່​ສໍາຄັນ​ແຫ່ງ​ນຶ່ງ ​ຂອງ​ການ​ລົງທຶນຂອງ​ຕ່າງປະ​ເທດ​ ຊຶ່ງ​ສະ​ເພາະ​ປີ​ນີ້ມູນ​ຄ່າ​ການ​ລົງທຶນ​ໃນ​ ສປປ.ລາວ ​ແມ່ນ​ສູງ​ກາຍສອງພັນ​ລ້ານ​ໂດ​ລາ​.

ສປປ.ລາວ ​ເປັນ​ປະ​ເທດ​ສຸດ​ທ້າຍ​ໃນ​ກຸ່ມ​ 10 ປະ​ເທດ​ສະມາຊິກ​ອາ​ຊ່ຽນ ທີ່ ຖືກ​ຕ້ອນຮັບ​ເຂົ້າສູ່​ ອົງການ​ການ​ຄ້າ​ໂລກ.

ທ່ານ Peter Ungphakorn ​ເຈົ້າໜ້າ​ທີ່​ຝ່າຍ​ຂໍ້​ມູນ​ຂອງ WTO ກ່າວ​ວ່າ ຫຼັງ​ຈາກ ​ສປປ.ລາວ ​ໄດ້ຮັບຮອງ​ເອົາຂໍ້​ຕົກລົງນັ້ນແລ້ວ ສະມາຄົມ​ອາ​ຊ່ຽນ​ກໍ​ຈະ​ສາມາດ​ປາກ​ເວົ້າເປັນສຽງ​ດຽວໄດ້ ຢູ່​ໃນ WTO ນັ້ນ.

ທ່ານ ພີ​ເຕີ້ ອັງ​ພະ​ກອນ ກ່າວ​ອີ​ກວ່າ ການ​ເປັນ​ສະມາຊິກ​ກໍ​ອາດ​ສາມາດ​ຊ່ວຍ​ສົ່ງ​ເສີມ​ການ​ເຕີບ​ໂຕຂອງ​ເສດຖະກິດ​ລາວຫຼາຍ​ຂຶ້ນ ດັ່ງ​ທີ່ໄດ້​ເກີດ​ຂຶ້ນ ກັບ​ຈີນ ​ແລະ​ຫວຽດນາມ ທີ່​ເຄີຍ​ມີລະບົບ​ເສດຖະກິດ​ລວມສູນ​ເຊ່ນ​ກັນ​ນັ້ນ.

ທ່ານ ອັງ​ພະ​ກອນ ​ກ່າວອີກ​ວ່າ: “ນອກ​ນີ້​ແລ້ວ ​ກໍ​ຈະ​ເຮັດ​ໃຫ້​ລາວ​ສາມາດ​ດຶງ​ດູດ​ເອົາ ນັກ​ລົງທຶນຕ່າງປະ​ເທດໄດ້ຫຼາຍ​ຂຶ້ນ ​ເພາະວ່າ​ລາວ​ຈະ​ສະ​ແດງ​ໃຫ້​ ໂລກ​ຮູ້​ວ່າ​ຕົນ ສາມາດນໍາ​ໃຊ້​ຫຼັກການ​ທີ່ຄາດ​ການ​ລ່ວງ​ໜ້າ​ໄດ້ ມີ​ຄວາມໂປ່​ງ​ໃສ ​ແລະມີ​ກົດ​ເກນ​ ຕໍ່​ການ​ເສດຖະກິດ​ຂອງ​ຕົນ​ໄດ້.”

ປັດຈຸບັນ​ນີ້ ບັນດາ​ປະ​ເທດ​ລົງທຶນ​ລາຍ​ໃຫຍ່​ທີ່​ສຸດ​ໃນ​ລາວ ຍັງ​ເປັນ​ພາຄີ ການ​ຄ້າ ​ແລະ​ປະ​ເທດ​ເພື່ອນ​ບ້ານ​ທີ່​ສໍາຄັນຂອງ​ລາວ​ອີກ​ດ້ວຍ ​ຄື ຈີນ ​ໄທ ​ແລະ ຫວຽດນາມ.

​ແຕ່​ການ​ລົງທຶນ​ໂດຍ​ສ່ວນ​ໃຫຍ່ ​ແມ່ນ​ໃນ​ດ້ານ​ຊັບພະຍາກອນ​ທໍ​າມະ​ຊາດ ​ເຊັ່ນ​ການ​ກະ​ເສດ ​ໄຟຟ້າ​ນໍ້າຕົກ ​ແລະ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ຊຶ່ງ​ສ່ວນ​ໃຫຍ່​ກໍ ​ແມ່ນ​ສົ່ງ​ອອກຂາຍ ​ໃຫ້​ປະ​ເທດເພື່ອນ​ບ້ານເຊ່ນ​ກັນ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການໄດ້​ເຂົ້າ​ເປັນ​ສະມາຊິກຂອງ WTO ນັ້ນ ກໍ​ໜ້າ​ຈະ​ຊ່ວຍ​ໃຫ້ການ​ລົງທຶນ​ຂອງ​ຕ່າງປະ​ເທດແລະ​ການ​ຄ້າໃນລາວ ມີຄວາມ​ຫຼາກ​ຫຼາຍ​ຂຶ້ນ ​ໂດຍ​ຫັນໄປ​ສູ່​ພາກ​ສ່ວນ​ອື່ນໆ​ນໍາ.

Nicolai Imboden ​ເປັນ​ຜູ້​ອໍານວຍ​ການ​ບໍລິຫານ ສູນ​ກາງຄວາມ​ຄິດ ຫຼື Idea Center ທີ່​ນະຄອນເຈ​ນີວາ ປະ​ເທດ​ສວິດ​ເຊີ​ແລນ​ດ໌ ຊຶ່ງ​ເປັນກຸ່ມ​ຈັດ​ຕັ້ງທີ່ໃຫ້ການ​ຊ່ວຍ​ເຫຼືອແກ່​ບັນດາປະ​ເທດພວມພັດທະນາ​ ​ໃນ​ເລື່ອງການ​ ລວມຕົວ​ເຂົ້າຢູ່​ໃນ​ໂລກ​ເສດຖະກິດ. ທ່ານ Imboden ກ່າວຕໍ່​ວີ​ໂອ​ເອ​ຜ່ານ​ທາງສ​ໄກ້ພ໌ ວ່າ ​ແຕ່ລາວຍັງ​ບໍ່​ສາມາດ​ທີ່​ຈະແຂ່ງຂັນ​ກັບ ປະ​ເທດ​ອື່ນ​ໆ​ໄດ້​ເທື່ອ ໃນ​ຖານະເປັນຖານ​ຜະລິດ ສະ​ນັ້ນ​ ບໍລິສັດ​ຕ່າງໆ​ຂອງ​ຢູ​ໂຣບ​ແລະ​ອະ​ເມ​ຣິກາ ​ແມ່​ນຈະເຂົ້າ​ໄປລົງທຶນ ຊ້າ​ກວ່າ.

ທ່ານ ອິນ​ໂບ​ເດັນ​ ກ່າວ​ວ່າ: “​ໄທ​ເປັນ​ຜູ້​ລົງທຶນ​ທີ່​ໃຫຍ່​ຫຼາຍ​ໃນ​ລາວ. ບັດ​ນີ້ ຫວຽດ ນາມ​ກໍ​ເລີ່​ມ​ແລ້ວ. ສິງ​ຄະ​ໂປ​ກໍ​ມີຫຼາຍ​ຄື​ກັນ ​ຂ້າພະ​ເຈົ້າ​ຄິດ​ວ່າ ເກົາຫຼີໃຕ້​ກໍ​ຈະ​ເຂົ້າມານໍາ. ​ແລະ ດັ່ງ​ທີ່​ທ່ານຮູ້​ຫັ້ນ​ແຫລະ ​ເປັນ​ທີ່​ແຈ້ງ​ຂາວ​ວ່າ ​ເວລາ​ນີ້ ກໍາລັງ​ມີ​ກາ​ນ​ເຄື່ອນຍ້າຍຈາກ​ຖານຜະລິດ​ຕົ້ນ​ທຶນ​ຕໍ່າ​ໃນ​ປະ​ເທດຈີນ ​ລົງໄປ​ທາງ​ພາກ​ໃຕ້ ​ແລະ​ຂ້າພະ​ເຈົ້າຄິດ​ວ່າ​ ລາວ​ກໍ​ຈະມີ​ສ່ວນໄດ້​ຮັບ​ຜົນ​ປະ​ ​ໂຫຍ​ດຈາກການ​ເຄື່ອນ​ໄຫວດັ່ງກ່າວນີ້​.”

ສະມາຄົມ​ອາ​ຊ່ຽນ ມີ​ແຜນການ​ຈະ​ຕັ້ງ​ປະຊາ​ຄົມ​ເສດຖະກິດ​ນຶ່ງຂຶ້ນມາ ​ໃນທ້າຍ​ປີ 2015 ​ເພື່ອ​ເຊື່​ອມ​ໂຍງຂົງ​ເຂດທັງ​ໝົດ.

ສ່ວນ​ຈີນກໍ​ກໍາລັງ​ວາງ​ແຜນການ​ທີ່ໃຊ້​ຈ່າຍ​ເງິນ​ຫຼາຍ​ພັນ​ລ້ານ​ໂດ​ລາ​ເຂົ້າ​ໃສ່ ​ໃນ​ໂຄງການ​ລົດ​ໄຟ ​ແລະ​ຖະໜົນ​ເຊື່​ອມຕໍ່ຕ່າງ​ໆ ຜ່ານ​ລາວ.

ຄົນຂາຍເຄື່ອງຫັດຖະກໍາ ແລະ souvenir ຢູ່ຕະຫລາດກາງຄືນ ໃນເມືອງຫລວງພະບາງ, ລໍຖ້າລູກຄ້າມາ ແລະນັກທ່ອງທ່ຽວມາຊື້ເຄື່ອງ ໃນວັນທີ 18 ຕຸລາ, 2009.
ຄົນຂາຍເຄື່ອງຫັດຖະກໍາ ແລະ souvenir ຢູ່ຕະຫລາດກາງຄືນ ໃນເມືອງຫລວງພະບາງ, ລໍຖ້າລູກຄ້າມາ ແລະນັກທ່ອງທ່ຽວມາຊື້ເຄື່ອງ ໃນວັນທີ 18 ຕຸລາ, 2009.

ທ່ານ Ewing-Chow ກ່າວ​ອີກ​ວ່າ ນັ້ນ​ກໍ​ຈະ​ເຮັດ​ໃຫ້​ລາວ​ຢູ່​ໃນ​ຕໍາ​ແໜ່​ງສໍາຄັນ ທີ່​ຈະ​ກາຍ​ເປັນ​ສູນ​ກາງ​ການ​ຄ້າ​ແຫ່ງ​ນຶ່ງ​ ລະຫວ່າງ​ສະມາຄົມ​ອາ​ຊ່ຽນ​ແລະ​ຈີນ​ໄດ້.

ທ່ານ ຢູວິ​ງ ຈາວ ກ່າວ​ວ່າ: “ຈີນ​ເປັນ​ປະ​ເທດເພື່ອນ​ບ້ານ​ທີ່ໃຫຍ່​ທີ່​ສຸດຂອງ​ລາວ ຢູ່​ທາງທິດ​ເໜືອ ​ແລະ​ເພື່ອນ​ບ້ານ​ທີ່​ສໍາ​ຄັນ​ທາງ​ໃຕ້​ ກໍ​ແມ່ນ​ໄທ. ທັງ​ສອງ​ປະ​ເທດ​ນີ້​ ກໍາລັງມີ​ບົດບາດ​ສໍາຄັນໃນ​ການເສດຖະກິດ​ລາວ​ຫລາຍ​ຂຶ້ນ​ໄປ​ນັບ​ມື້ ​ແລະ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ ສືບ​ຕໍ່​ໄປ​ອີກ​ຫຼາຍໆປີ​ຕໍ່ໜ້າ. ແຕ່​ແນວ​ໃດ​ກໍ​ດີ ຖ້າ​ຫາກ​ລາວ​ກາຍ​ເປັນ​ສູນ​ກາງ​ການ​ຄ້າ​ສໍາຄັນ​ສໍາ​ລັບ​ຂົງ​ເຂດແລ້ວ ມັນ ກໍ​ຍິ່ງ​ຈະເຮັດ​ໃຫ້ລາວ ສາມາດ​ເຂົ້າສູ່​ເຄືອ​ຂ່າຍ​ຂອງເສດຖະກິດ​ອື່ນໆ​ ທີ່​ຕ້ອງການ​ຈະ​ເຄື່ອນ​ຍ້າຍສິນຄ້າ ການ​ບໍລິການ ​ແລະ​ຄົນ​ ຂື້ນລົງ​ເສ້ນ​ທາງ ທີ່​ເຊື່ອມ​ໂຍງ​ຈີນ​ກັບ​ສະມາຄົມ​ອາ​ຊ່ຽນ​ນັ້ນ.”

ແຕ່ເຖິງ​ແມ່ນໄດ້​ມີ​ການ​ພັດທະນາ ​ແລະ​ການ​ເຕີບໂຕຂຶ້ນຢ່າງ​ວ່ອງ​ໄວຂອງ ເສດຖະກິດກໍ​ຕາມ ​ແຕ່​ກໍ​ປາກົດ​ວ່າ​ ຍັງມີ​ປະຊາຊົນ​ລາວ​ຫຼາຍ​ກວ່ານຶ່ງ​ສ່ວນ ​ສີ່​ຂອງຈໍານວນ​ປະຊາ​ກອນທັງ​ໝົດ ຫົກ​ລ້ານ​ຫ້າ​ແສນ​ຄົນນັ້ນ ທີ່​ຍັງ​ດໍາລົງ​ຊີວິດ​ຢູ່​ໃນຄວາມທຸກ​ຈົນຢູ່.

ສະຫະ​ປະຊາ​ຊາດ​ຈັດ​ໃຫ້​ລາວ​ຢູ່​ໃນ​ອັນ​ດັບທີ 138 ຂອງ 187 ປະ​ເທດ ​ໃນ​ແງ່ຂອງ​ການ​ພັດທະນາ.

ສ່ວນ ສປປ ລາວເອງ​ນັ້ນ ຫວັງ​ວ່າ ການ​ໄດ້​ເຂົ້າ​ໄປ​ເປັນ​ສະມາຊິກຂອງ WTO ຈະ​ຊ່ວຍ ໃຫ້​ຕົນ ພົ້ນ​ຈາກ​ສະຖານະ​ພາບ​ເປັນ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ໄດ້.

ຄາດ​ວ່າ​ ສະພາ​ແຫ່ງ​ຊາດ​ລາວ ຈະ​ຮັບ​ເອົາຂໍ້​ສະ​ເໜີ​ໃຫ້ເຂົ້າ​ເປັນ​ສະມາຊິກ​ ຂອງ WTO ຢ່າງເປັນ​ທາງ​ການ ​ໃນ​ເດືອນ​ທັນວາ​ຕໍ່ໜ້າ​ນີ້.
XS
SM
MD
LG