ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຖືກຈັດໃຫ້ຢູ່ ໃນອັນດັບທີ 145 ໃນຈຳນວນ 175 ປະເທດ ທີ່ມີຄວາມໂປ່ງໃສ ຫລາຍທີ່ສຸດ ໃນປີ 2014


ພວກຖືກຈັບ ຈຳນວນໜຶ່ງ ໃນຄະດີ​ສໍ້ລາດ​ບັງຫລວງ ຢູ່​ໃນ​ແຂວງ​ຫົວພັນ ​ເມື່ອທ້າຍ​ປີ 2014.
ພວກຖືກຈັບ ຈຳນວນໜຶ່ງ ໃນຄະດີ​ສໍ້ລາດ​ບັງຫລວງ ຢູ່​ໃນ​ແຂວງ​ຫົວພັນ ​ເມື່ອທ້າຍ​ປີ 2014.

ລາວຖືກຈັດໃຫ້ຢູ່ອັນດັບທີ 145 ຈາກ 175 ປະເທດ ທີ່ມີການ
ສໍ້ລາດບັງຫລວງໃນປີ 2014 ໂດຍມີສະຖານະທີ່ຕົກຕ່ຳລົງເຖິງ
5 ອັນດັບທຽບໃສ່ປີ 2013 ເພາະມີການທຸຈະລິດ ໃນວົງການ
ລັດຖະບານຫຼາຍຂຶ້ນ.

ອົງການເພື່ອຄວາມໂປ່ງໃສສາກົດ ຫຼື Transparency
International ທີ່ໄດ້ທຳການສຳຫລວດຄວາມຄິດເຫັນ
ຂອງບັນດານັກທຸລະກິດກ່ຽວກັບສະພາບ ຂອງການສໍ້ລາດບັງຫລວງ ຢູ່ໃນ 175 ປະເທດ
ທົ່ວໂລກນັ້ນ ໄດ້ຈັດໃຫ້ລາວຢູ່ໃນອັນດັບທີ 145 ໃນປີ 2014 ນີ້ ໂດຍໄດ້ຮັບຄວາມໄວ້
ວາງໃຈ ຈາກບັນດານັກທຸລະກິດຊາວຕ່າງຊາດ ທີ່ລົງທຶນໃນລາວໃນລະດັບ 25 ຄະແນນ
ຈາກ 100 ຄະແນນເຕັມ.

ໂດຍຈາກຄະແນນດັ່ງກ່າວນີ້ ເຖິງແມ່ນວ່າຈະຖືເປັນລະດັບ ຄວາມໄວ້ວາງໃຈທີ່ດີກວ່າປີ
2012 ທີ່ລາວຖືກຈັດໃຫ້ຢູ່ໃນອັນດັບທີ 160 ຊຶ່ງໄດ້ຮັບຄວາມໄວ້ວາງໃຈ ຈາກບັນດານັກ
ທຸລະກິດຊາວຕ່າງປະເທດ ທີ່ລົງທຶນໃນລາວພຽງແຕ່ 21 ຄະແນນເທົ່ານັ້ນກໍຕາມ ຫາກແຕ່
ກໍເປັນສະຖານະ ທີ່ຕ່ຳລົງເຖິງ 5 ອັນດັບ ເມື່ອທຽບກັບປີ 2013 ຊຶ່ງລາວຢູ່ອັນດັບທີ 140
ແລະໄດ້ຮັບຄວາມໄວ້ວາງໃຈທີ່ລະດັບ 26 ຄະແນນ ນັ້ນກໍໝາຍຄວາມວ່າ ການສໍ້ລາດ
ບັງຫລວງໃນລາວ ມີທ່າອຽງເພີ້ມຂຶ້ນໃນສາຍຕາຂອງນັກລົງທຶນຕ່າງຊາດນັ້ນເອງ.

ຊຶ່ງສາເຫດທີ່ສຳຄັນປະການໜຶ່ງ ທີ່ເຮັດໃຫ້ລາວໄດ້ຮັບຄວາມໄວ້ວາງໃຈ ໃນລະດັບຕ່ຳ
ລົງນັ້ນ ກໍຍ້ອນວ່າ ການປາບປາມການສໍ້ລາດບັງຫລວງ ໃນລາວຍັງມີປະສິດທິພາບຕ່ຳ
ໂດຍໄດ້ມີການກວດພົບວ່າ ການປະຕິບັດໜ້າທີ່ ໂດຍບໍ່ສຸດຈະລິດ ຂອງບັນດາພະນັກ
ງານລັດ ໄດ້ເຮັດໃຫ້ເກີດການເສຍຫາຍ ທາງດ້ານລາຍຮັບງົບປະມານ ຂອງລັດຖະບານ
ລາວຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ຕົວຢ່າງ​ ຂອງການສໍ້ລາດບັງຫລວງ ເຊັ່ນ​ການກວດ​ພົບ​ການ​ລັກລອບ​ຕັດ​ໄມ້ ແບບຜິດກົດໝາຍ ຢູ່ຕາມເຂດຊາຍແດນກັບ ປະເທດເພື່ອນບ້ານຢ່າງ ຫລວງຫຼາຍ.
ຕົວຢ່າງ​ ຂອງການສໍ້ລາດບັງຫລວງ ເຊັ່ນ​ການກວດ​ພົບ​ການ​ລັກລອບ​ຕັດ​ໄມ້ ແບບຜິດກົດໝາຍ ຢູ່ຕາມເຂດຊາຍແດນກັບ ປະເທດເພື່ອນບ້ານຢ່າງ ຫລວງຫຼາຍ.

ໂດຍອິງຕາມລາຍງານຂອງທ່ານນາງວຽງທອງ ສີພັນດອນ
ປະທານອົງການກວດສອບແຫ່ງລັດ ຊຶ່ງໄດ້ສະເໜີ ຕໍ່ກອງ
ປະຊຸມສະໄໝສາມັນຄັ້ງທີ 8 ຂອງສະພາແຫ່ງຊາດລາວ
ຊຸດທີ 7 ທີ່ດຳເນີນກອງປະຊຸມລະຫວ່າງວັນທີ 9-26 ທັນວາ
2014 ນີ້ ກໍໃຫ້ການຢືນຢັນວ່າ ໄດ້ກວດພົບການທຸຈະລິດ
ຫຼາຍກວ່າ 324 ຕື້ກີບໃນ 25 ໂຄງການພັດທະນາ ທີ່ບໍ່ມີ
ຕົວຕົນ ໃນແຂວງອຸດົມໄຊ ທັງຍັງກວດພົບການໃຊ້ຈ່າຍງົບ
ປະມານ ທີ່ເກີນຈິງ ຫຼາຍກວ່າ 87 ຕື້ກີບ ໃນ 77 ໂຄງການໃນ
6 ແຂວງ ແລະ 254 ໂຄງການ ທີ່ໄດ້ໃຊ້ງົບປະມານໄປທັງໝົດ
ແລ້ວ ຫຼາຍກວ່າ 4,300 ຕື້ກີບນັ້ນ ກໍຍັງເປັນໂຄງການທີ່ບໍ່ສຳ
ເລັດ ແຕ່ຢ່າງໃດ.

ທາງດ້ານທ່ານກິແກ້ວ ໄຂຄຳພິທູນ ສະມາຊິກສະພາແຫ່ງຊາດ ຈາກເຂດນະຄອນວຽງຈັນ
ໄດ້ຕັ້ງຂໍ້ສົງໄສວ່າ ສາເຫດທີ່ເຮັດໃຫ້ເກີດ ການສູນເສຍຢ່າງຫລວງຫຼາຍ ຈາກການສໍ້ລາດ
ບັງຫລວງດັ່ງກ່າວ ຍ່ອມຈະຕ້ອງມີການດຳເນີນງາານຢ່າງເປັນຂະບວນການ ແລະເຊື່ອວ່າ
ຈະຕ້ອງມີບຸກຄົນທີ່ມີອຳນາດຢູ່ເບື້ອງຫລັງແນ່ນອນດັ່ງທີ່ທ່ານກິແກ້ວໄດ້ໃຫ້ການຢືນຢັນວ່າ:

“ຄົນໆໜຶ່ງຫຼືຈຳນວນໜຶ່ງ ຈະເຮັດໄດ້ຄືແນວນີ້ ເປັນໄປບໍ່ໄດ້ ທ່ານປະທານ ມັນອາດ ສິມີອັນໃດບໍ ທີ່ເປັນໜໍ່​ແໜງ​ ທີ່​ອະ​ນຸຍາດ​ໃຫ້​ມີ​ການດຳ​ເນີນ​ໄປ​ຄື​ແນວ​ນີ້ ​ເງິນ​ບໍ່​ແມ່ນ​ຈຳນວນ​ນ້ອຍ ມັນ​ບໍ່​ແມ່ນ​ ສິບ​ຕື້ ຊາວ​ຕື້ ມັນຫຼາຍຮ້ອຍ​ຕື້ ທີ່​ສາມາດ​ເປັນ​ໄປ​ໄດ້.”

ຕົວຢ່າງ​ເຊັ່ນ​ການກວດ​ພົບ​ການ​ລັກລອບ​ຕັດ​ໄມ້​ຫວງ​ຫ້າມ ​ເຊັ່ນ​ໄມ້​ຄະ​ຍຸງ 1,400 ກວ່າ
ແມັດ​ກ້ອນ​ຢູ່​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ເມື່ອ​ປີ 2007 ທີ່​ມີ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານ 11 ຄົນ​ໄດ້​ຮ່ວມ​ມື​ກັບ​ບັນດາ​ນາຍທຶນ ​ທັງຍັງ​ໄດ້​ກວດ​ພົບ​ການ​ຍັກ​ຍອກ​ເງິນ ​ໄປ​ຈາກ​ຄັງ​ເງິ​ນ ຂອງ​ແຂວງ ຫຼາຍກວ່າ 5 ຕື້ 1 ຮ້ອຍ​ລ້ານ​ກີບ​ອີກ​ດ້ວຍ. ສ່ວນ​ຢູ່​ແຂວງ​ຄຳ​ມ່ວນ ກໍ​ໄດ້​ກວດ​ພົບ​ການ​ຮັບ​ສິນ​ບົນ​ ໃນ​ໂຄງການ​ສ້າງ​ທາງ​ໃນ​ເຂດ​ເທດສະບານ​ ຄິດ​ເປັນ​ມູນ​ຄ່າ​ເກີນ​ກວ່າ 12 ຕື້​ກີບ ​ແລະ​ໃນ​ປີ 2010-2011 ກໍ​ກວດ​ພົບ​ການ​ຮົ່ວ​ໄຫລ​ຂອງງົບປະມານ​ໃນ​ໂຄງການ​ຕ່າງໆ ທີ່​ຮອງ​ຮັບ​ການ​ເປັນ​ເຈົ້າພາບ​ຈັດການ​ແຂ່ງຂັນ​ກິລາ​ຊີ​ເກ​ມຄັ້ງທີ 25 ຄິດ​ເປັນ​ມູນ​ຄ່າ
ຫຼາຍກວ່າ 1 ລ້ານ 5 ​ແສນ​ດອນ​ລາ ກັບ​ອີກຫຼາຍຮ້ອຍ​ລ້ານ​ກີບ.

​ໃນ​ຂະນະ​ດຽວ​ກັນ ກໍ​ຍັງ​ກວດ​ພົບ​ວ່າໄດ້​ມີ​ການ​ຍັກ​ຍອກ​ເອົາ​ເງິນ​ລັດ​ໄປຫຼາຍກວ່າ 10 ຕື້​ກີບ
ຢູ່​ໃນ​ບາງ​ແຂວງ ​ແລະ​ມີ​ພະນັກງານ​ລັດ 50 ກວ່າຄົນ ທີ່​ໄດ້​ຮ່ວມ​ກັນ​ກະທຳ​ຄວາມ​ຜິດ​ດັ່ງ
ກ່າວ ​ແຕ່​ທີ່​ໜັກ​ໄປ​ກວ່າ​ນັ້ນ ກໍ​ຄື​ການ​ກວດກາ 104 ​ເປົ້າໝາຍ​ໃນ​ແຜນການ​ປີ 2012-
2013
ທີ່​ຜ່ານ​ມາ​ພົບ​ວ່າ ການ​ທຸ​ຈະລິດ​ຂອງ​ບັນດາ​ພະນັກງານ​ລັດນັ້ນ ​ເຮັດ​ໃຫ້​ເກີດ​ການ​ເສຍຫາຍ
ຫຼາຍກວ່າ 80 ຕື້​ກີບ ​ແລະ​ມີ​ຜູ້​ກະທຳ​ຜິດ​ ເຖິງ 472 ຄົນ.

ກ່ອນ​ໜ້າ​ນີ້ ອົງການ​ກວ​ດສອບ​ແຫ່ງ​ລັດ​ລາຍ​ງານ​ວ່າ​ ສະ​ເພາະໃນ​ແຜນການ​ປີ 2010-2011
​ໄດ້​ກວດ​ພົບ ການໃຊ້​ຈ່າຍ​ງົບປະມານ​ນອກ​ແຜນການ ​ຄິດ​ເປັນ​ມູນ​ຄ່າຫຼາຍກວ່າ 1,933.33
ຕື້​ກີບ.

XS
SM
MD
LG