ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໂຄງການ​ເຊື່​ອມຕໍ່ທໍ່​ສົ່ງ​ນ້ຳມັນ ຈາກ​ຫວຽດນາມ ມາລາ​ວ ຈະ​​ເລີ້ມ​ລົງມື ​ກໍ່ສ້າງ​ໃນ​ທ້າຍ​ປີ 2015


ການ​ລົງ​ນາມ ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກ່ຽວ​ກັບ​ການ​ດຳ​ເນີນ​ການ​ສຶກສາ ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ຈາກ​ຫວຽດນາມ ​ເຂົ້າມາລາ​ວ ຊຶ່ງ​ເປັນ​ການ​ລົງ​ນາມ​ຮ່ວມ​ກັນລະຫວ່າງ​ທະນາຄານ​ເພື່ອ​ການ​ລົງທຶນ ​ແລະ​ການ​ພັດທະນາ​ແຫ່ງ​ຫວຽດນາມ​ ກັບ​ທະນາຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າຂອງ​ສະ​ໂລ​ວາ​ເກ​ຍ.
ການ​ລົງ​ນາມ ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກ່ຽວ​ກັບ​ການ​ດຳ​ເນີນ​ການ​ສຶກສາ ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ຈາກ​ຫວຽດນາມ ​ເຂົ້າມາລາ​ວ ຊຶ່ງ​ເປັນ​ການ​ລົງ​ນາມ​ຮ່ວມ​ກັນລະຫວ່າງ​ທະນາຄານ​ເພື່ອ​ການ​ລົງທຶນ ​ແລະ​ການ​ພັດທະນາ​ແຫ່ງ​ຫວຽດນາມ​ ກັບ​ທະນາຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າຂອງ​ສະ​ໂລ​ວາ​ເກ​ຍ.

​ໂຄງການ​ເຊື່​ອມຕໍ່ທໍ່​ສົ່ງ​ນ້ຳມັນ ຈາກ​ຫວຽດນາມ ມາລາ​ວຈະເລີ້ມ
​ລົງມື​ກໍ່ສ້າງ​ໃນ​ທ້າຍ​ປີ 2015 ​ເພື່ອ​ໃຫ້​ແລ້ວ​ສຳ​ເລັດ ​ໃນ​ທ້າຍ​ປີ
2017 ​ໂດຍ​ໄດ້​ຮັບ​ການ​ສະໜັບສະໜຸນທຶນ​ກູ້​ຢືມ​ ຈາກ​ຫວຽດນາມ
​ແລະ ສະ​ໂລ​ວາ​ເກ​ຍ.

ການ​ລົງ​ນາມ ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ (MOU) ກ່ຽວ​ກັບ​ການ​ດຳ​ເນີນ​ການ​ສຶກສາ ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ຈາກ​ຫວຽດນາມ ​ເຂົ້າມາລາ​ວ ຊຶ່ງ​ເປັນ​ການ​ລົງ​ນາມ​ຮ່ວມ​ກັນລະຫວ່າງ​ທະນາຄານ​ເພື່ອ​ການ​ລົງທຶນ ​ແລະ​ການ​ພັດທະນາ​ແຫ່ງ​ຫວຽດນາມ​ ກັບ​ທະນາຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າຂອງ​ສະ​ໂລ​ວາ​ເກ​ຍນັ້ນ ​ໄດ້​ມີ​ຂຶ້ນຢ່າງ​ເປັນ​ທາງ​ການ ​ໃນ​ໂອ​ກາດ​ທີ່​ທ່ານ​ສົມ​ສະ​ຫວາດ ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ​ການ​ຈາ​ລາ​ຈອນ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ປະ​ເທດສະ​ໂລ​ວາ​ເກ​ຍ ​ເມື່ອ​ກາງ​ເດືອນ​ພະຈິກ​ນີ້.

ໂດຍ​ພາຍ​ໃຕ້ MOU ດັ່ງກ່າວ ທະນາຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າຂອງ​ສະ​ໂລ​ວາ​ເກ​ຍ ​ໄດ້​ຕົກລົງ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ເງິນ​ທຶນ​ກູ້​ຢືມ ​ໃນ​ສັດ​ສ່ວນ 85 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ທະນາຄານ​ຂອງ​ຫວຽດນາມ ກໍ​ຈະ​ສົມທົບ​ໃນ​ສັດສ່ວນ 15 ​ເປີ​ເຊັນ ຂອງ​ເງິນ​ທຶນ ທີ່​ຈະ​ນຳ​ໃຊ້​ໃນ​ໂຄງການ​ທັງ​ໝົດ ຄິດ​ເປັນ​ມູນ​ຄ່າ​ລວມ 200 ລ້ານ​ດອນ​ລາ ​ແລະ ຄາດ​ວ່າ​ພາຍຫຼັງຈາ​ກການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ແລ້ວ​ສຳ​ເລັດ ກໍ​ຈະ​ສາມາດ​ເລີ້ມ​ລົງມື​ດຳ​ເນີນ​ການ​ກໍ່ສ້າງ​ໄດ້​ນັບ​ຈາກ​ໄຕ​ມາດ​ທີ 4 ຂອງ​ປີ 2015 ​ເປັນຕົ້ນ​ໄປ ​ເພື່ອ​ໃຫ້​ແລ້ວ​ສຳ​ເລັດ​ໃນ​ທ້າຍ​ປີ 2017 ​ເປັນ​ຢ່າງ​ຊ້າ.

​ໂຄງການ​ທໍ່​ສົ່ງ​ນ້ຳມັນ ຈາກ​ຫວຽດນາມ​ເຂົ້າມາລາ​ວປະກອບ​ດ້ວຍ​ການ​ກໍ່ສ້າງ ສາງ​ເກັບ​ນ້ຳມັນ​ທີ່​ທ່າ​ເຮືອ​ຮອນ​ລາ ​ໃນ​ແຂວງ​ກວາງ​ບິງ ຂອງ​ຫວຽດນາມ 1 ​ແຫ່ງ ທີ່​ສາມາດ​ເກັບ​ນ້ຳມັນ​ໄດ້​ເຖິງ 5 ​ແສນ​ແມັ​ດກ້ອນ ກັບ​ອີກ​ແຫ່ງ​ໜຶ່ງ ຈະ​ກໍ່ສ້າງ​ຢູ່​ໃນ​ແຂວງ​ຄຳ​ມ່ວນ​ຂອງ​ລາວ ທີ່​ສາມາດ​ເກັບ​ນ້ຳມັນໄດ້​ເຖິງ 2 ​ແສນ​ແມັນດກ້ອນ ສ່ວນ​ທໍ່​ສົ່ງ​ນ້ຳມັນ​ນັ້ນ ກໍ​ຈະ​ມີ​ຄວາມ​ຍາວ​ລວມ 290 ກິ​ໂລ​ແມັດ ຊຶ່ງ​ແບ່ງ​ເປັນ 138 ກິ​ໂລ​ແມັດ ​ໃນ​ເຂດ​ຫວຽດນາມ ​ແລະ 152 ກິ​ໂລ​ແມັດ​ໃນ​ເຂດ​ລາວ.

ພິທີເຊັນສັນຍາຖືຮຸ້ນ ຊຶ່ງທະນາຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າຂອງ​ສະ​ໂລ​ວາ​ເກ​ຍ ​ໄດ້​ຕົກລົງ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ເງິນ​ທຶນ​ກູ້​ຢືມ ​ໃນ​ສັດ​ສ່ວນ 85 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ທະນາຄານ​ຂອງ​ຫວຽດນາມ ກໍ​ຈະ​ສົມທົບ​ໃນ​ສັດສ່ວນ 15 ​ເປີ​ເຊັນ.
ພິທີເຊັນສັນຍາຖືຮຸ້ນ ຊຶ່ງທະນາຄານ​ເພື່ອ​ການ​ສົ່ງ​ອອກ ​ແລະ​ນຳ​ເຂົ້າຂອງ​ສະ​ໂລ​ວາ​ເກ​ຍ ​ໄດ້​ຕົກລົງ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ເງິນ​ທຶນ​ກູ້​ຢືມ ​ໃນ​ສັດ​ສ່ວນ 85 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ທະນາຄານ​ຂອງ​ຫວຽດນາມ ກໍ​ຈະ​ສົມທົບ​ໃນ​ສັດສ່ວນ 15 ​ເປີ​ເຊັນ.

ສຳ​ຫລັບ​ກ່ຽວ​ກັບ​ເງິນ​ທຶນ 200 ລ້ານ​ດອນ​ລາ ທີ່​ເປັນ​ການ
​ປະກອບສ່ວນ ລະຫວ່າງ​ທະນາຄານ​ຂອງ​ສະ​ໂລ​ວາ​ເກ​ຍ ກັບ
ທະນາຄານ​ຂອງຫວຽດນາມ ​ໃນ​ສັດ​ສ່ວນ 85 ​ເປີ​ເຊັນ ຕໍ່ 15
​ເປີ​ເຊັນ ດັ່ງ​ກ່າວນັ້ນ ກໍ​ຈະ​ຖື​ເປັນ​ເງິນ​ທຶນ​ກູ້​ຢືມ 100 ​ເປີ​ເຊັນ
ທີ່​ທະນາຄານ​ສະ​ໂລ​ວາ​ເກ​ຍ ​ແລະ ຫວຽດນາມ ​ໄດ້​ຮ່ວມ​ກັນ​
ເປັນ​ເຈົ້າໜີ້​ ທີ່​ລັດຖະບານ​ລາວ ຈະ​ຕ້ອງ​ຊຳລະ​ຄືນ​ຕໍ່​ໄປ.

ໂຄງການ​ດັ່ງກ່າວ​ນີ້ ຈະ​ເຮັດ​ໃຫ້​ລາວ​ປະຢັດ​ຄ່າ​ຂົນ​ສົ່ງ​ນ້ຳມັນ
ຈາກ​ຕ່າງປະ​ເທດ​ເຂົ້າມາ​ໃນ​ລາວ​ໄດ້​ຢ່າງ​ຫລວງຫຼາຍ ​ໃນ​ແຕ່
ລະ​ປີ ​ເນື່ອງ​ຈາກ​ວ່າ​ລາວ​ຕ້ອງ​ນຳ​ເຂົ້ານ້ຳມັນ​ທັງ 100 ​ເປີ​ເຊັນ
ຈາກ​ຕ່າງປະ​ເທດ ຫາກ​ແຕ່​ວ່າ​ໄດ້​ມີ​ການ​ສຳ​ຫລວດ​ພົບ​ແຫ​ລ່ງນ້ຳມັນ ​ແລະ ​ແກັສທຳ​ມະ​ຊາດ​ໃນ​ລາວ ​ໃນ​ລະຍະ​ຕໍ່​ໄປ.

ໂດຍ​ທ່ານ​ຄຳ​ຕັນ​ ວົງ​ພັນ​ສີ​ປະ​ເສີດ ຮອງ​ຫົວໜ້າ​ກົມ​ບໍ່​ແຮ່ ກະ​ຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ໃຫ້ການ​ຢືນຢັນ​ກັບ ວີ​ໂອ​ເອ ວ່າການ​ສຳ​ຫລວດ ​ເພື່ອ​ຊອກ​ຫາ​ແຫ​ລ່ງນ້ຳມັນ ​ແລະ ​ແກັສທຳ​ມະ​ຊາດ​ໃນ​ລາວ ຍັງ​ຄົງ​ສືບ​ຕໍ່​ຢູ່​ເລື້ອຍ​ມາ​ຈົນ​ເຖິງ​ທຸກ​ມື້​ນີ້ ​ໂດຍເຖິງ​ແມ່ນ​ວ່າ ການ​ສຳ​ຫລວດ​ໃນ​ລະຍະ​ທີ່​ຜ່ານ​ມານັ້ນ ຈະ​ຍັງ​ບໍ່​ພົບ​ແຫ​ລ່ງ ທີ່​ມີ​ຄວາມ​ອາດ​ສາມາດ​ທີ່​ກຸ້ມ​ຄ່າສຳ​ຫລັບ​ການ​ລົງທຶນ​ກໍຕາມ.

ທັງ​ນີ້​ລັດຖະບານ​ລາວ ​ໄດ້​ອະນຸຍາດ​ໃຫ້​ບໍລິ​ສັດ Salamander Energy ຈາກ​ອັງກິດ ກັບ​
ລັດ​ວິ​ສາ​ຫະກິດ​ນ້ຳມັນ​ຂອງ​ຫວຽດນາມ ​ເພື່ອ​ໃຫ້​ຮ່ວມ​ກັນ​ສຳ​ຫລວດ ​ໃນ​ເຂດ​ແຂວງ​ສາລະ​ວັນ ຈຳປາ​ສັກ ​ເຊ​ກອງ ​ແລະ ອັດ​ຕະປື ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ທີ່​ເຊບັ້ງນວນ ທີ່​ເປັນ​ເຂດ​ຕິດ​ຕໍ່​ລະຫວ່າງ ​ແຂວງ​ສາລະ​ວັນ ກັບ ຈຳປາ​ສັກ ນັ້ນຖື​ເປັນ​ພື້ນ​ທີ່​ເປົ້າໝາຍ​ສຳຄັນ ດັ່ງ​ທີ່​ທ່ານຄຳ​ຕັນ ​ໄດ້​ຢືນຢັນ​ວ່າ:

“ບໍລິສັດ Salamander ນີ້​ ສຳ​ຫລວດ​ແຕ່​ສະຫະ​ຫວັນນະ​ເຂດ ​ໄປ​ເຂົາ​ຜາ​ງ່ອນ ​ແລ້ວ​ກະ​ບໍລິສັດ Petro-Vietnam ​ເຂົາ​ຈະ​ສາມາດ​ເຮັດ​ຕອນ​ລຸ່ມ​ສິ​ເຂົ້າຈຳປາ​ສັກ ກັບ ສາລະ​ວັນ ຊຶ່ງ​ວ່າ ບໍລິສັດ​ຂອງ Salamander ກໍ​ຈະ​ເຈາະ​ທີ່​ເຊບັ້ງນວນ ຢູ່​ສາລະ​ວັນ ​ແລ້​ວຍັງບໍລິສັດ Petro-Vietnam ກຳລັງ​ເຮັດ​ການ​ສຶກສາ​ຢູ່ ຕາມ​ແຜນການ​ກະ​ວ່າ​ປີ​ນີ້ ຈະ​ເຈາະ​ແຕ່​ເນື່ອງ​ຈາກ​ວ່າ​ຂໍ້​ມູນ​ທາງ​ດ້ານ​ທໍລະນີ​ຟີ​ສິກ​ນັ້ນ ກໍ​ກຳລັງ​ເອົາ​ຂໍ້​ມູນ​ໄປ​ສຶກສາ​ຢູ່ ​ແລະ​ຕາມ​ແຜນການ​ນີ້​ ປີໜ້າ​ກໍ​ຈະ​ເຈາະ.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ບໍລິສັດ Salamander Energy ກໍ​ໄດ້​ທຳ​ການ​ສຳຫລວດ​ເພື່ອ​ຄົ້ນ​ຫາ​ແຫ​ລ່ງນ້ຳມັນ ​ແລະ​ແກັສທຳ​ມະ​ຊາດ ​ໃນ​ພື້ນ​ທີ່​ແຂວງ​ສະຫວັນ​ນະ​ເຂດ​ມາ​ແລ້ວ ກ່ອນ​ໜ້າ​ນີ້ ຫາກ​ແຕ່​ວ່າ​ກໍ​ຍັງ​ບໍ່ພົບ​ແຫ​ລ່ງທີ່​ກຸ້ມ​ຄ່າ​ສຳ​ຫລັບການ​ລົງທຶນ​ຂຸດ​ຄົ້ນ ຈຶ່ງ​ໄດ້​ໂຈະ​ການ​ສຳ​ຫລວດ​ໃນ​ແຂວງ​ສະຫວັນ​ນະ​ເຂດ ​ໄວ້​ຊົ່ວຄາວ​ ສ່ວນ​ຈະ​ມີ​ການ​ເລີ້ມ​ດຳ​ເນີນ​ການ​ສຳ​ຫລວດ​ອີກ​ເທື່ອ​ໃໝ່​ເມື່ອ​ໃດ​ນັ້ນ ຍັງ​ຄົງ​ບໍ່​ມີ​ຄວາມ​ຊັດ​ເຈນ ​ແຕ່ກໍຄາດ​ວ່າ​ຈະ​ມີຂຶ້ນຫຼັງຈາກ​ການ​ສຳ​ຫລວດໃນ​ແຂວງ​ຈຳປາ​ສັກ ​ແລະ ສາລະ​ວັນ ​ໄດ້ຜົນ​ຮັບ​ຢ່າງ​ຊັດ​ເຈນ​ແລ້ວ.

XS
SM
MD
LG