ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ຈະຍົກເວັ້ນ ພາສີ ໃຫ້ແກ່ ​ວິ​ສາ​ຫະກິດ​ ຂະໜາດ​ນ້ອຍ ​ແລະ​ກາງ​


ຜະລິດຕະພັນ ເຄຶ່ອງຫັດຖະກໍາ ຂອງລາວ
ຜະລິດຕະພັນ ເຄຶ່ອງຫັດຖະກໍາ ຂອງລາວ
ກະຊວງ​ອຸດສາຫະກໍາ ​ແລະ​ການ​ຄ້າ ຈະ​ໃຫ້ການ​ສົ່ງ​ເສີມ​ວິ​ສາ
​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ໃນ​ລາວ​ດ້ວຍ​ການ
ຍົກ​ເວັ້ນພາສີແລະ​ອາກອນ​ການ​ຄ້າ ​ໂດຍ​ຫວັງ​ຈະ​ເຮັດ​ໃຫ້​ຜູ້​
ປະກອບ​ການ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ

please wait

No media source currently available

0:00 0:05:00 0:00
ລິງໂດຍກົງ

ທ່ານ​ນາມ ວີ​ຍະ​ເກດ ລັດຖະມົນຕີວ່າການ​ກະຊວງ​ອຸດສາຫະກໍາ​ແລະ​ການ​ຄ້າ ​ໄດ້ຍອມຮັບ​ວ່າ​
ສາ​ເຫດ​ທີ່​ສໍາຄັນ​ຢາງ​ນຶ່ງ ທີ່​ເຮັດ​ໃຫ້​ບັນດາ​ຜູ້​ປະກອບ​ການ​ຂອງ​ວິ​ສາ​ຫະກິດ​ ຂະໜາດນ້ອຍ ​
ແລະ​ຂະໜາດ​ກາງ​ໃນ​ລາວ ບໍ່​ມີ​ເງິນ​ທຶນ​ເພື່ອ​ນໍາ​ໃຊ້​ໃນ​ການ​ພັດທະນາ​ປັບປຸງກິດຈະການ ​
ໃຫ້​ດີ​ຂຶ້ນ​ໄດ້​ນັ້ນ ກໍ​ຍ້ອນ​ວ່າ ການຈັດ​ເກັບ​ພາສີ​ແລະ​ອາກອນ​ການ​ຄ້າ​ໃນ​ລາວ ບໍ່​ເອື້ອອໍານວຍ ​
ໃຫ້​ຜູ້​ປະກອບການ ມີ​ໂອກາດ​ໄດ້​ເກັບ​ສະ​ສົມ ​ເງິນ​ທຶນ.

ຍີ່​ງ​ໄປ​ກວ່າ​ນັ້ນ ການຈັດ​ເກັບ​ພາສີ​ແລະ​ອາກອນ​ການ​ຄ້າ ​ໂດຍ​ປາດ​ສະ​ຈາກ​ການ​ພິດ​ຈາລະ​ນາ​
ເຖິງ​ຄວາມ​ເໝາະ​ສົມ ​ເຊັ່ນ​ການ​ເກັບ​ພາສີ ​ແລະ​ອາກອນ​ການ​ຄ້າ​ຈາກ​ຜູ້​ປະກອບ​ການລາຍ​
ຍ່ອຍ​ນັ້ນ ກໍ​ຍັງ​ໄດ້​ກາຍ​ເປັນສາ​ເຫດສໍາຄັນ ທີ່​ເຮັດ​ໃຫ້​ຜູ້​ປະກອບ​ການ​ລາຍ​ຍ່ອຍ​ໄດ້ພາກັນ
​ຢຸດ​ເຊົາ​ກິດຈະການ​ອີກ​ດ້ວຍ ​ເນື່ອງ​ຈາກວ່າ​ການ​ທີ່​ຕ້ອງ​ເສຍ​ພາສີ ​ແລະ​ອາກອນ​ດັ່ງກ່າວ​ນັ້ນ
ບໍ່​ຄຸ້ມ​ຄ່າ​ທີ່​ຈະ​ດໍາ​ເນີນ​ການ​ຕໍ່​ໄປ​ນັ້ນ​ເອງ ດັ່ງ​ທີ່​ທ່ານ​ນາມ ​ໄດ້​ອະທິບາຍ​ວ່າ:

ທ່ານ​ນາມ ວີ​ຍະ​ເກດ ລມຕ ກະຊວງ​ອຸດສາຫະກໍາ​ແລະ​ການ​ຄ້າ
ທ່ານ​ນາມ ວີ​ຍະ​ເກດ ລມຕ ກະຊວງ​ອຸດສາຫະກໍາ​ແລະ​ການ​ຄ້າ

“ປະຊາຊົນ​ຜະລິດ ​ແລ້ວ​ເຂົາ​ເຈົ້າຊື້​ຂາຍ​ກັນ ກໍ​ຕ້ອງ​ໃຫ້​
ໂອກາດ ຢ່າ​ສິ​ໄປ​ເກັບ​ເຂົາ​ເຈົ້າ ປະຊາຊົນ​ເຂົາ​ຢາກ​ຜະ
ລິດ ​ເຂົາ​ເອົາ​ມາ​ວາງ​ຂາຍ​ແຄມ​ທາງ ອັນ​ນີ້ກໍ​ເປັນຄວາມ​
ພະຍາຍາມ​ທີ່​ປະຊາ ຊົນ​ຢາກ​ຂາຍ ​ແຕ່​ບັງເອີນ​ເຈົ້າໜ້າ​
ທີ່ໄປ​ເຫັນ​ແລ້ວ​ກໍເກັບ​ອາກອນ ​ເກັບ​ອີ​ສັງ​ຈາກ​ເຂົາ​ເຈົ້າ ​
ເຂົາ​ຫຼາບ​ເລີຍ ​ເຂົາ​ບໍ່​ມາຂາຍ​ອີກ​ຈັກ​ເທື່ອ ​ແລ້ວ​ທຸກ​ເຂົາ​
ກໍ​ອົດ​ເອົາ ​ເພາະວ່າ​ເຂົາ​ບໍ່​ຮູ້​ວ່າ​ເຮັດ​ແນວ​ນັ້ນ​ແນວ​ນີ້​ຕ້ອງ​
ເສຍ ​ເຂົາ​ບໍ່​ທັນ​ເຂົ້າໃຈ.”


ກ່ອນ​ໜ້າ​ນີ້ ກອງ​ທຶນ​ເພື່ອ​ການ​ພັດທະນາ​ວິ​ສາ​ຫະກິດ ຂະໜາດ​ນ້ອຍ ​ແລະ​ຂະໜາດກາງ
(SME Fund) ​ໃນ​ລາວ ລາຍ​ງານ​ວ່າ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ ທີ່​ມີ​ຢູ່
​ຫຼາຍ​ກວ່າ 25,000 ລາຍ​ໃນ​ທົ່ວ​ປະ​ເທດ ​ກໍາລັງ​ຕົກ​ຢູ່ໃນ​ຄວາມ​ສ່ຽງ​ສູງ ທີ່ອາດ​ຈະ​ຕ້ອງຢຸດ​
ເຊົາ​ກິດຈະການ​ໃນ​ທ້າຍ​ປີ 2015 ຖ້າ​ຫາກ​ວ່າ​ບໍ່​ໄດ້​ຮັບການ​ສະໜັບ​ສະ​ໜຸນ​ດ້ານ​ເງິນ​ທຶນ​
ເພື່ອ​ປັບປຸງ​ການ​ບໍລິຫານ​ກິດຈະການ​ຢ່າງ​ພຽງພໍ.

ທັງ​ນີ້​ໂດຍສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ ຂະໜາດ​ກາງ​ໃນ​ລາວຕ້ອງ​ຕົກ​ຢູ່​ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ກໍ​ຍ້ອນວ່າ ການ​ທີ່​ລາວ​ເປັນ​ສະ ມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ ທີ່​ຈະ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຄ້າ​ແລະ​ການ​ລົງ ທຶນ​ຢ່າງ​ເສລີ​ທັງ 10 ປະ​ເທດສະມາຊິກ ນັບ​ແຕ່​ວັນ​ທີ 31 ທັນວາ 2015 ​ເປັນ​ຕົ້ນ​ໄປ​ນັ້ນ ຈະ​ເຮັດ​ໃຫ້​ບັນດາ​ວິ​ສາ​ຫະກິດ ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ໃນ​ລາວ​ຕ້ອງ​ປະ​ເຊີນ​ກັບ​ການ​ແຂ່ງຂັນ​ຈາກ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ດຽວ​ກັນ​ ໃນ​ທົ່ວ​ພູມິ​ພາກ​ອາ​ຊ່ຽນ ຢ່າງ​ຫຼີກ​ຫຼ່ຽງບໍ່​ໄດ້.

​ເພາະສະ​ນັ້ນ ເພື່ອ​ເປັນ​ການ​ປ້ອງ​ກັນ​ບໍ່​ໄດ້​ບັນຫາ​ດັ່ງກ່າວ​ເກີດ​ຂຶ້ນກັບ​ບັນດາ​ວິ​ສາຫະກິດ​
ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ໃນ​ລາວ ຈຶ່ງ​ຈໍາ​ເປັນ​ຈະ​ຕ້ອງ​ນໍາ​ໃຊ້​ເງິນ​ທຶນ​ໃນ​ມູນ​ຄ່າ​ລວມ ບໍ່​ໜ້ອຍ​ກວ່າ 3,700 ຕື້​ກີບ ​ເພື່ອ​ການ​ປັບປຸງ​ການ​ບໍລິຫານແລະ​ພັດທະນາ​ຄຸນ​ນະ ພາ​ບການ ຜະລິດ​ສິນຄ້າ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ ຂະໜາດ​ກາງ​ໃນ​ລາວ ​ໃຫ້​ໄດ້​ມາດຕະຖານ ຂອງ​ຕະຫຼາດ​ໃນ​ອາ​ຊ່ຽນ ກໍ​ຄື​ຕະຫຼາດ​ສາກົນ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ຫາກ​ແຕ່ວ່າ​ບັນຫາ​ໃນ​ເວລາ​ນີ້ ກໍ​ຄື​ລັດຖະບານ​ລາວ​ຈະ​ສາມາດ​ໃຫ້ການ​ສະໜັບສະໜຸນ​ເງິນ​ທຶນ ດັ່ງກ່າວ​ໄດ້​ພຽງ 15 ຕື້​ກີບ​ ຫຼື​ບໍ່​ເຖິງ 0.5%​ ຂອງ​ຄວາມ​ຕ້ອງການ​ເງິນ​ທຶນ​ທັງ​ໝົດ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ​ເງິນ​ທຶນ​ໃນ​ມູນ​ຄ່າ​ດັ່ງກ່າວ​ນີ້ ສາມາດ​ທີ່​ຈະ​ໃຫ້ການ​ສະໜັບ ສະໜຸນ​ສໍາລັບ​ການ ພັດທະນາ​ປັບປຸງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະ​ໜາດ​ກາງ​ໃນ​ລາວ ​ໄດ້​ພຽງ​ບໍ່​ເຖິງ 100 ລາຍ ​ເພາະສະ​ນັ້ນ ຖ້າ​ຫາກ​ວ່າ​ລັດຖະບາ​ນລາວ​ຍັງ​ບໍ່​ສາມາດ​ຫາ​ທາງ​ປ້ອງ​ກັນ​ບັນຫາ​ດັ່ງ ກ່າວ​ນີ້​ໄດ້ ກໍ​ຈະ​ເຮັດ​ໃຫ້​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ​ຂະໜາດ​ກາງ​ສ່ວນ​ໃຫຍ່​ໃນ​ລາວ​ຕ້ອງ ຢຸດ​ເຊົາ​ກິດຈະການ ຫຼື​ລົ້ມ​ລະລາຍ​ໄປ​ຢ່າງ​ຫຼີກ​ຫຼ່ຽງບໍ່​ໄດ້.

​ໂດຍ​ສະ​ພາບ​ການ​ດຽວ​ກັນ​ນີ້ ກໍ​ຍັງສາມາດ​ທີ່​ຈະ​ເກີດ​ຂຶ້ນກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ລັດ ຖະບານ​ລາວ​ດ້ວຍເຊັ່ນ​ກັນ ທັງ​ນີ້​ກໍ​ເນື່ອງຈາກ​ວ່າ ລັດ​ວິ​ສາ​ຫະກິດ​ທີ່​ມີ​ຢູ່​ແລ້ວ​ຫຼາຍ​ກວ່າ 130 ​ແຫ່ງ​ທົ່ວ​ປະ​ເທດ​ໃນ​ປັດຈຸບັນ​ນີ້ ກໍາລັງ​ຕົກ​ຢູ່​ໃນ​ສະພາບ​ທີ່​ຂາດ​ປະສິດທິພາບ ທັງ​ໃນ​ດ້ານການບໍລິຫານ​ງານ ​ແລະ​ການ​ໃຊ້​ຈ່າຍ​ງົບປະມານ​ຢ່າງ​ຟຸມ​ເຟືອຍ ທີ່​ເປັນ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ຜູ້ ບໍລິຫານ​ເຊັ່ນ​ລົດຍົນ​ປະ​ຈໍາ​ຕໍາ​ແໜ່​ງ ​ເບ້ຍ​ປະຊຸມ ​ແລະ​ເງິນ​ອຸດໜຸນ​ຕ່າງໆ​ນັ້ນ ກໍ​ຍັງ​ຖື​ເປັນ​ລາຍ ຈ່າຍ​ສູງ​ທີ່​ສຸດ​ຂອງ​ບັນດາ​ລັດ​ວິ​ສາ​ຫະກິດ​ໃນ​ລາວ​ອີກ​ດ້ວຍ.

ທັງ​ນີ້ ​ໂດຍ​ການ​ເປັນ​ປະ​ເທດສະມາ​ຊິກ​ຂອງ​ອາ​ຊ່ຽນ ​ໄດ້​ເປັນ​ຜົນ​ໃຫ້​ລາວ​ຈະ​ຕ້ອງ​ປັບ​ລົດ​ພາສີ​ການ​ຄ້າ​ໃຫ້​ເປັນ 0% ​ໃຫ້​ໄດ້​ຢ່າງຄົບ​ຖ້ວນ ​ໃນ​ທຸກ​ລາຍການ​ສິນຄ້າ ​ແລະ​ບໍລິ ການ​ພາຍ​ໃນ​ປີ 2018 ​ໂດຍ​ນັບ​ແຕ່​ປີ 2012 ​ເປັນຕົ້ນ​ມາ ລັດຖະບານ​ລາ​ວກໍ​ໄດ້​ປັບ​ລົດ​ພາສີ​ລົງ​ໃຫ້​ຢູ່​ໃນ​ອັດຕາ​ບໍ່​ເກີນ 5% ​ແລ້ວ ​ໃນ 9,110 ລາຍ​ການ​ສິນຄ້າ ຫຼື​ຄິດ​ເປັນ 95.31% ຂອງ​ລາຍ​ງານ​ສິນຄ້າ ​ແລະ​ບໍລິການ​ທັງ​ໝົດ.
XS
SM
MD
LG