ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວ ຄາດວ່າ ການຄ້າຕ່າງປະເທດ ຈະມີມູນຄ່າເກີນ 9 ຕື້ໂດລາ ໃນສົກປີ 2015-2016


ງານວາງສະແດງ ສິນຄ້າຫັດຖະກຳ ລາວ ປະຈຳປີ 2013
ງານວາງສະແດງ ສິນຄ້າຫັດຖະກຳ ລາວ ປະຈຳປີ 2013

ທາງການລາວຄາດວ່າ ການຄ້າຕ່າງປະເທດ ໃນລະຍະແຜນການ
ປີ 2015-2016 ຈະມີມູນຄ່າລວມເກີນ 9,000 ລ້ານໂດລາ ແລະ
ຄາດວ່າ ລາວຈະຂາດດຸນການຄ້າຕ່າງປະເທດໃນມູນຄ່າລວມ
2,000 ລ້ານໂດລາ.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ ຖະແຫລງ
ວ່າ ລັດຖະບານລາວ ໄດ້ວາງຄາດໝາຍການຄ້າຕ່າງປະເທດ ໃນຕະຫລອດ ລະຍະແຜນ
ການປີ 2015-2016 ໄວ້ໃນມູນຄ່າລວມເກີນກວ່າ 9,000 ລ້ານໂດລາສະຫະລັດ ໂດຍ
ໃນນີ້ຈະເປັນການສົ່ງອອກຂອງລາວ ໃນມູນຄ່າ 3,000 ກວ່າລ້ານໂດລາ ແລະ ນຳເຂົ້າ
ສິນຄ້າຈາກຕ່າງປະເທດ ຫຼາຍກວ່າ 5,000 ລ້ານໂດລາ ຊຶ່ງຖ້າຫາກການດຳເນີນແຜນ
ການເປັນໄປຕາມເປົ້າໝາຍ ທີ່ວາງໄວ້ ກໍຈະເຮັດໃຫ້ທາງການລາວ ສາມາດຄວບຄຸມ
ການຂາດດຸນການຄ້າ ຕ່າງປະເທດໃຫ້ຢູ່ໃນມູນຄ່າບໍ່ເກີນ 2,000 ລ້ານໂດລາ ໃນຕະຫຼອດ
ແຜນການປີ 2015-2016 ດັ່ງກ່າວ.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ
ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການ ແລະ ການລົງທຶນ

ກ່ອນໜ້ານີ້ ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ
ການຄ້າຕ່າງປະເທດຂອງລາວໃນຊ່ວງເດືອນຕຸລາ 2014 ເຖິງ
ເດືອນມິຖຸນາ 2015 ຊຶ່ງເປັນລະຍະ 9 ເດືອນ ຂອງແຜນການ
ປີ 2014-2015 ນີ້ ມີມູນຄ່າລວມ 6,171.63 ລ້ານໂດລາ ຫາກ
ແຕ່ລາວ ກໍຍັງເປັນຝ່າຍຂາດດຸນການຄ້າຢູ່ເລື້ອຍມາ ເນື່ອງຈາກ
ລາວໄດ້ສົ່ງອອກສິນຄ້າ ໃນມູນຄ່າ 2,401.91 ລ້ານໂດລາ ແລະ
ນຳເຂົ້າສິນຄ້າໃນມູນຄ່າ 3,769.72 ລ້ານໂດລາ ຊຶ່ງເຮັດໃຫ້ ລາວ
ຂາດດຸນການຄ້າໃນມູນຄ່າລວມເຖິງ 1,367.81 ລ້ານໂດລາ ແລະ
ປະເທດທີ່ໄດ້ປຽບດຸນການຄ້າ ຕໍ່ລາວຫຼາຍທີ່ສຸດ ກໍຄືປະເທດໄທ.

ທາງດ້ານກະຊວງການຄ້າຂອງໄທ ກັບລາວຈະມີມູນຄ່າ ລວມເກີນກວ່າ 5,770 ລ້ານ
ໂດລາ ໃນຕະຫຼອດປີ 2015 ຊຶ່ງໃນນີ້ ຈະເປັນການສົ່ງສິນຄ້າໄທໄປລາວໃນມູນຄ່າລວມ
ຫຼາຍກວ່າ 4,460 ລ້ານໂດລາ ໂດຍເພີ້ມຂຶ້ນເຖິງ 10.6 ເປີເຊັນ ເມື່ອທຽບກັບປີ 2014
ແລະ ໄທກໍຈະນຳເຂົ້າສິນຄ້າຈາກລາວ ໃນມູນຄ່າລວມ 1,310 ລ້ານໂດລາ ໂດຍລົດລົງ
ເກີນກວ່າ 7 ເປີເຊັນ ເມື່ອທຽບກັບປີ 2014 ທີ່ຜ່ານມາ ຊຶ່ງຈະເຮັດໃຫ້ໄທໄດ້ປຽບ ດຸນການ
ຄ້າຕໍ່ລາວ ຫຼາຍກວ່າ 3,150 ລ້ານໂດລາ.

ແມ່ຄ້າ ຂາຍຊີ້ນໝູ ຢູ່ຕະຫຼາດ ໃນລາວ
ແມ່ຄ້າ ຂາຍຊີ້ນໝູ ຢູ່ຕະຫຼາດ ໃນລາວ

ຍິ່ງໄປກວ່ານັ້ນ ທາງການໄທກໍຍັງຄາດໝາຍດ້ວຍວ່າ ຈະໄດ້ປຽບ
ດຸນການຄ້າຕໍ່ລາວເພີ້ມຂຶ້ນເປັນ 5,000 ລ້ານໂດລາ ໃນປີ 2017
ຊຶ່ງກໍເປັນຜົນຈາກການຕົກລົງລະຫວ່າງກະຊວງການຄ້າຂອງໄທ
ກັບກະຊວງອຸດສາຫະກຳ ແລະການຄ້າຂອງລາວ ທີ່ຈະເພີ້ມມູນ
ຄ່າການຄ້າລະຫວ່າງກັນໃຫ້ເຖິງ 8,000 ລ້ານໂດລາ ໃນປີ 2017
ດັ່ງກ່າວ ໂດຍໃນນີ້ ກໍຄາດໝາຍວ່າ ຈະການສົ່ງສິນຄ້າໄທໄປລາວ
ໃນມູນຄ່າລວມເຖິງ 6,500 ລ້ານໂດລາ ໃນຂະນະທີ່ໄທກໍຈະນຳ
ເຂົ້າສິນຄ້າຈາກລາວໃນມູນຄ່າລວມພຽງ 1,500 ລ້ານໂດລາ
ເທົ່ານັ້ນ.

ທາງດ້ານທ່ານທົນ ໂຊຕິ ໂຊຕິບຸນສັກ ຮອງປະທານຫໍການຄ້າຈັງຫວັດມຸກດາຫານ ກໍເຊື່ອ
ໝັ້ນວ່າ ມີຄວາມເປັນໄປໄດ້ສູງທີ່ມູນຄ່າການຄ້າ ລະຫວ່າງໄທກັບລາວຈະເພີ້ມຂຶ້ນໄດ້
ຕາມການຕົກລົງດັ່ງກ່າວ ດັ່ງທີ່ທ່ານໄດ້ອະທິບາຍ ເຖິງສະພາວະ ການຄ້າລະຫວ່າງ
ແຂວງສະຫວັນນະເຂດກັບຈັງຫວັດມຸກດາຫານວ່າ:

“ເມື່ອກ່ອນ ເຮົາບໍ່ມີຂົວ ມູນຄ່າການຄ້າຊາຍແດນເຮົາພຽງ 2 ໝື່ນກວ່າລ້ານ ແຕ່
ເມື່ອເຮົາມີຂົວ ມູນຄ່າການຄ້າຊາຍແດນເຮົາ ຂະຫຍາຍໂຕເຖິງແສນລ້ານບາດ
ສະແດງວ່າ ຈິກຊໍທີ່ສຳຄັນທີ່ສຸດ ກໍຄືອົງປະກອບຂອງໂຄງສ້າງພື້ນຖານຕ່າງໆ ຢ່າງ
ເຊັ່ນສະໜາມບິນ ຫຼື ສະຖານີລົດໄຟ ກໍມີແຜນການຢູ່ແລ້ວ ສິ່ງທີ່ເຮົາມີຄວາມຈຳ
ເປັນຈະຕ້ອງສ້າງແທ້ໆ ກໍຄືເລື້ອງຂອງສະຖານີຂົນສົ່ງສິນຄ້າ ຂະໜາດໃຫຍ່ແລ້ວ
ກໍແລ້ວເລື້ອງຂອງສະຖານີຂົນສົ່ງຜູ້ໂດຍສານນານາຊາດແຫ່ງທີ 2.”

ການຕົກລົງທີ່ຈະເພີ້ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານໂດລາ ພາຍໃນປີ 2017 ໄດ້
ມີຂຶ້ນໃນໂອກາດການປະຊຸມແຜນຄວາມຮ່ວມມືລະຫວ່າງ ກະຊວງອຸດສາຫະກຳ ແລະ
ການຄ້າຂອງລາວກັບກະຊວງການຄ້າຂອງໄທ ຄັ້ງທີ່ 6 ຢູ່ທີ່ບາງກອກ ຖືເປັນມູນຄ່າການ
ຄ້າທີ່ເພີ້ມຂຶ້ນເຖິງ 150 ເປີເຊັນ ຈາກປີ 2014 ທີ່ລາວ-ໄທ ມີມູນຄ່າການຄ້າ ລະຫວ່າງກັນ
ຫຼາຍກວ່າ 5,443 ລ້ານໂດລາ ຊຶ່ງແບ່ງເປັນການນຳເຂົ້າສິນຄ້າໄທ ໂດຍລາວໃນມູນຄ່າ
4,032.55 ລ້ານໂດລາ ແລະ ລາວສົ່ງສິນຄ້າໄປໄທໃນມູນຄ່າ 1,410.56 ລ້ານໂດລາ
ຊຶ່ງເຮັດໃຫ້ລາວເປັນຝ່າຍເສຍປຽບດຸນການຄ້າຕໍ່ໄທ ໃນມູນຄ່າລວມເຖິງ 2,621.99
ລ້ານໂດລາ.

XS
SM
MD
LG