ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ນໍາ​​ລາວ ຈະ​ເພີ້ມການ​ກວດກາ ​ການສວຍໃຊ້ ອໍານາດ ແລະໜ້າທີ່ ຂອງສະມາຊິກພັກ


ທ່ານບຸນຍັງ ວໍລະຈິດ, ປະທານປະເທດ ​ແລະ​ເລຂາ​ທະ​ການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ເຂົ້າຮ່ວມກອງ​ປະຊຸມປະ​ຈໍາປີ 2017 ຂອງ​ຄະນະ​ຈັດຕັ້ງສູນ​ກາງ​ພັກ​ເມື່ອ​ບໍ່ນານ​ມານີ້
ທ່ານບຸນຍັງ ວໍລະຈິດ, ປະທານປະເທດ ​ແລະ​ເລຂາ​ທະ​ການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ ເຂົ້າຮ່ວມກອງ​ປະຊຸມປະ​ຈໍາປີ 2017 ຂອງ​ຄະນະ​ຈັດຕັ້ງສູນ​ກາງ​ພັກ​ເມື່ອ​ບໍ່ນານ​ມານີ້

ຜູ້​ນໍາ​ພັກ​ປະ​ຊົນ​ປະຕິວັດ​ລາວ ຮຽກຮ້ອງ​ໃຫ້​ເພີ້ມການ​ກວດກາ​ການ​ປະ​ຕິ​ບັດໜ້າທີ່ ​
ແລະ​ການ​ໃຊ້​ອໍານາດ​ຂອງ​ບັນດາ​ສະມາຊິກ ທີ່​ກໍ່​ໃຫ້​ເກີດ​ບັນຫາ​ຫຍໍ້ທໍ້ ພາຍ​ໃນ​ພັກ​ເພີ້ມ ຂຶ້ນນັບມື້.

ທ່ານ​ບຸນ​ຍັງ​ ວໍລະ​ຈິດ ປະທານ​ປະ​ເທດ ​ແລະ​ເລຂາ​ທະ​ການ​ໃຫຍ່​ພັກ​ປະຊາຊົນ​ປະຕິ

ວັດ​ລາວ ​ໄດ້​ຖະ​ແຫລ​ງ ການ​ຮຽກຮ້ອງ​ຂໍໃຫ້​ເພີ້ມການ​ກວດກາ​ການ​ປະ​ຕິ​ບັດໜ້າທີ່ຂອງ​
ບັນດາ​ສະມາຊິກພັກ​ໃຫ້​ເຂັ້ມງວດ​ຫລາຍ​ຂຶ້ນ ​ເນື່ອງ​ຈາກ​ປະກົດ​ວ່າ ມີ​ການ​ນໍາ​ໃຊ້​ອໍານາດ ​ໂດຍ​ບໍ່ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ລະບຽບການ​ຂອງ​ພັກ ເພີ້ມຂຶ້ນ​ເລື້ອຍໆ ອັນ​ກໍ່​ໃຫ້​ເກີດ
​ບັນຫາ​ຫຍໍ້ທໍ້ ພາຍ​ໃນ​ພັກ​ເພີ້ມຂຶ້ນນັ​ບມື້ ດັ່ງ​ທ່ານ​ບຸນ​ຍັງ ​ໄດ້​ເນັ້ນຢໍ້າ​ໃນ​ໂອກາດ ທີ່​
ເຂົ້າຮ່ວມ​ປະຊຸມປະ​ຈໍາປີ 2017 ຂອງ​ຄະນະ​ຈັດຕັ້ງສູນ​ກາງ​ພັກ​ເມື່ອ​ບໍ່ນານ​ມານີ້ວ່າ:

“​ເພີ້ມທະວີ​ການ​ຕິດຕາມ​ກວດກາ ປະ​ເມີນ​ຜົນ​ການຈັດຕັ້ງປະຕິບັດ​ເນື້ອ​ໃນ ວຽກ
ງານ​ທີ່​ວາງ​ອອກ ​ໃນ​ແຕ່ລະ​ໄລຍະ ​ໃຫ້​ເປັນ​ປົກກະຕິ ​ເຮັດ​ໄດ້​ຄື​ແນວ​ນັ້ນ ຈຶ່ງ​ຈະ​ຮັບ
ປະກັນ​ຄວາມ​ເປັນ​ເອກະ​ພາ​ບພາຍ​ໃນ​ພັກ ຮັກສາ​ໄດ້​ທາດ​ແທ້​ການ​ເມືອງ ​ແລະ​ລັກ
ສະນະ​ນໍາໜ້າຂອງ​ພັກ ພ້ອມ​ກັນນັ້ນ ກໍ​ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ສ້າງ​ເງື່ອນ​ໄຂ ສ້າງ
​ໂອກາດ​ໃຫ້​ແກ່​ພະນັກງານ ​ໃຫ້​ແກ່ສະມາຊິກພັກ​ ​ແລະ​ບັນດາ​ອົງການ​ຈັດຕັ້ງມະ
ຫາຊົນ ​ໄດ້​ມີ​ສ່ວນ​ຮ່ວມ ເຂົ້າ​ໃນ​ການ​ເຄື່ອນ​ໄຫວ ຈັດຕັ້ງປະຕິບັດບັນດາ​ກົດໝາຍ
ຕ່າງໆ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.”

ກ່ອນໜ້ານີ້ ຄະນະ​ສູນ​ກາງ​ພັກ​ໄດ້​ລາຍງານ​ວ່າ ​ໃນ​ໄລຍະ 5 ປີຜ່ານມາ ຄະນະ​ກວດ​ກາ
ສູນ​ກາງ​ພັກ​ໄດ້​ຮັບ​ຈົດໝາຍຮ້ອງ​ຮຽນຈາກ​ປະຊາຊົນ​ຈໍານວນ 3,640 ສະບັບ ທີ່​ຮຽກ
ຮ້ອງ​ຂໍ​ໃຫ້​ດໍາ​ເນີນ​ການ​ກວດກາ ການ​ນໍາ​ໃຊ້​ອໍານາດ ​ແລະ​ປະ​ຕິ​ບັດໜ້າທີ່ຂອງ​ບັນດາ​ສະມາຊິກພັກ ທີ່​ຖື​ກສົງ​ໄສ​ວ່າ ​ໄດ້​ປະ​ຕິ​ບັດໜ້າທີ່ ໃຊ້​ອໍານາດ ຢ່າງ​ທຸດຈະລິດ ​ເພື່ອ​ຜົນ​
ປະ​ໂຫຍ​ດສ່ວນ​ຕົວ ຊຶ່ງ​ໄດ້​ກໍ່​ໃຫ້​ເກີດ ຜົນ​ເສຍ​ຫາຍ​ຕໍ່ປະ​ເທດ​ຊາດ​ຢ່າງ​ຫລວງ​ຫລາຍ.

ທັງ​ນີ້ ຈາກ​ການ​ຕີ​ລາຄາ​ໃນ​ຈໍານວນ 734 ກໍລະນີ ​ເປົ້າໝາຍຕາມ​ການຮຽກຮ້ອງ​ດັ່ງກ່າວ
ກໍ​ພົບ​ວ່າ ການ​ທຸດຈະລິດ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ຄິດ​ເປັນ​ມູນ​ຄ່າ​ເຖິງ 4,145 ​ຕື້ກີບ
ພ້ອມ​ດ້ວຍ​ການ​ເສຍ​ຫາຍ ​ໃນ​ສ່ວນ​ຂອງ​ເງິນຕາ​ຕ່າງປະ​ເທດ 70.77 ລ້ານ​ກີບ ກັບ
381.68 ລ້ານ​ບາດ ​ແລະ 539,518 ຢວນ ພ້ອມກັນນັ້ນຍັງ​ມີ​ການ​ລັກລອບ​ຂາຍ​ໄມ້​
ຂອງ​ລັດຖະບານ​ຫລາຍ​ກວ່າ 3 ​ແສນ​ແມັດ​ກ້ອນອີກ​ດ້ວຍ.

ທາງ​ດ້ານ​ທ່ານ​ວັນ​ໄຊ ພອງ​ສະຫວັນ ຮອງ​ຫົວໜ້າຄະນະ​ຈັດຕັ້ງສູນ​ກາງ​ພັກ ​ໃຫ້ການ​
ຍອມຮັບ​ວ່າ ພັກ​ກໍາລັງ​ປະ​ເຊີນ​ກັບ​ບັນຫາ​ການຈັດຕັ້ງທີ່​ບໍ່ມີ​ປະສິດທິ​ພາບ​ຫລາຍ​ຂຶ້ນ
ນັບ​ມື້ ​ໂດຍ​ມີ​ສາ​ເຫດມາ​ຈາກ​ການ​ປະຕິບັດ ​ໂດຍ​ຂາດ​ການ​ຮັບຜິດຊອບຕໍ່ສ່ວນ​ຮວມ
ຂອງ​ບັນດາ​ສະມາຊິກພັກ​ເປັນ​ສໍາຄັນ ​ເຊ່ນ​ການ​ຫລິ້ນພັກ-ຫລິ້ນພວກ ການບໍ່ຍອມຮັບ​
ການ​ວິຈານ​ກັນ​ຢ່າ​ງກົງ​ໄປ​ກົງ​ມາ ການ​ອາ​ຄາດ​ບາ​ດໝາງຕໍ່ກັນ ການບໍ່ຍອມຮັບ​ໃນ
​ຄວາມ​ຮູ້ ຄວາມ​ສາມາດ​ລະຫວ່າງ​ຜູ້​ບັງຄັບ​ບັນຊາ ​ແລະ​ຜູ້​ໃຕ້​ບັງຄັບ​ບັນຊາ ການບໍ່​
ເຄົາ​ລົບ​ກົດ​ລະບຽບ ຂອງ​ພັກ ການ​ທຸດຈະລິດ.

​ໃນ​ຮອບ 5 ປີ​ທີ່​ຜ່ານ​ມາ ອໍານາດຈາກສູນ​ກາງ​ພັກ ​ໄດ້​ຕັດສິນ​ລົງ​ໂທດ​ທາງ​ວິ​ໄນ ຕໍ່ສະ
ມາຊິກ​ພັກ​ຈໍານວນ 1,806 ຄົນ ​ໃນ​ນັ້ນ​ເປັນ​ສະມາຊິກເພດ​ຍິງ 171 ຄົນ​ທີ່​ສວຍ​ໃຊ້​ຕໍາ​ແໜ່ງໜ້າທີ່ ​ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ແລະ​ພ້ອມ​ກັນນີ້ ກໍ​ໄດ້​ປົດ​ອອກ
​ຈາກ​ຕໍາ​ແໜ່ງສະມາຊິກ​ພັກ​ອີກ 1,007 ຄົນ ທີ່ປະຕິບັດໜ້າທີ່ ຂັດຕໍ່​ແນວທາງ​ນະ​ໂຍ
ບາຍ​ຂອງ​ພັກ ​ແລະມີສະມາຊິກພັກ​ຈໍານວນ​ນຶ່ງ ທີ່​ໄດ້​ຊື້ຈ້າງ​ດ້ວຍ​ຮູບ​ແບບ​ຕ່າງໆ ​ເພື່ອ
​ເຮັດ​ໃຫ້​ພວກ​ຕົນ​ໄດ້​ເປັຮສະມາຊິກພັກ ​ແລະ​ກໍ​ໄດ້​ສວຍ​ໃຊ້​ຕໍາ​ແໜ່ງໜ້າທີ່​ສະ​ແຫວ​ງ
ຫາ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ​ໃນ​ທຸກ​ວົງ​ການ​ຢ່າງ​ກວ້າງຂວາງ.

ກ່ອນໜ້ານີ້ ທ່ານ​ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ໄດ້​ເນັ້ນຢໍ້າວ່າ ຈຸດ​ເນັ້ນໜັກທີ່
​ສໍາ​ຄັນ​ສຸດ ​ໃນ​ການ​ບໍລິຫານ​ຂອງ​ຄະນະ​ລັດຖະບານ​ຊຸດ​ປັດຈຸບັນ​ຄື​ການ​ຄວບ​ຄຸມ
​ແລະ​ກວດກາ​ການຈັດຕັ້ງປະຕິບັດໜ້າທີ່​ຂອງ ບັນດາ​ພະນັກງານ​ລັດ​ໃນ​ທຸກ​ລະດັບ
​ຢ່າງ​ໂປ່​ງ​ໃສ ​ແນ​ໃສ່​ການ​ສະກັດ​ກັ້ນ ​ແລະ​ປາບ​ປາມ​ການ​ທຸດຈະລິດ ທຸກ​ຮູບ​ແບບ ​
ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ລັດ​ທີ່​ຮັບຜິດຊອບ​ໃນ​ເຂດ​ງົບປະມານ​ຂອງ​ລັດ​ນັ້ນ.

XS
SM
MD
LG