ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກໍລະນີການຕິດເຊື້ອ HIV- AIDS ໃນລາວ ເພີ້ມຂຶ້ນ ຫຼາຍກວ່າ 1,000 ຄົນ ໃນປີກາຍ


ທາງ​ການ​ລາວ ກວດ​ພົບ​ວ່າ​ມີ​ປະຊາຊົນ​ລາວ​ຕິດ​ເຊື້ອ​ HIV -AIDS ​ເພີ້​ມຂຶ້ນ​ອີກ​ຫຼາຍ​ກວ່າ 1,000 ຄົນ ​ແລະ​ເສຍ​ຊີວິດ​ຍ້ອນ​ໂຣກ AIDS ອີກ 130 ຄົນ​ໃນ​ປີ 2015 ​ໂດຍ​ກຸ່ມ​ຮັກ​ຮ່ວມ​ເພດ​ມີ​ຄວາມ​ສຽງ​ສູງ​ທີ່​ສຸດ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສີສະ​ຫວາດ ສຸດ​ທາ​ນິລະ​ໄຊ ຮອງ​ຫົວໜ້າ ກົມ​ຄວບ​ຄຸມພະຍາດ​ຕິດ​ຕໍ່ ກະຊວງ​ສາທາ ລະນະ​ສຸກ​ ຖະ​ແຫຼງຢືນຢັນ​ວ່າ​ໃນ​ຮອບ​ປີ 2015 ທີ່​ຜ່ານ​ມາ​ໃຫ້​ກວດ​ພົບ​ຜູ້​ຕິດ​ເຊື້ອ HIV - AIDS ລາຍ​ໃໝ່​ເພີ້​ມຂຶ້ນ​ຫຼາຍ​ກວ່າ 1,000 ຄົນ ​ແລະ​ໃນ​ນີ້ ກໍ​ໄດ້​ເສຍ​ຊີວິດ​ຍ້ອນ​ໂຣກ AIDS ​ ​ໄປແລ້ວເຖິງ 130 ຄົນ ອັນ​ເປັນ​ສະພາບ​ການ​ທີ່​ຮຸນແຮງ​ກວ່າ​ປີ 2014 ທີ່​ກວດ​ພົບ​ ຜູ້​ຕິດ​ເຊື້ອ HIV-AIDS ລາຍ​ໃໝ່ 830 ກວ່າ​ຄົນ​ແລະ​ເສຍ​ຊີວິດ 107 ຄົນ.

​ໂດຍ​ເຖິງ​ແມ່ນ​ແຕ່​ວ່າ​ເປົ້າ​ໝາຍ​ສຳຄັນ​ທີ່​ສຸດ​ຊອງ​ການ​ຕ້ານ AIDS ​ໃນ​ລາວ ກໍ​ແມ່ນ​ການ​ປ້ອງ​ກັນ​ການລະບາດ​ຂອງ​ເຊື້ອ​ໂຣກ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ສະຫັດ​ສະ​ວັດ ກໍ​ຄື​ການ​ຄວບ​ຄຸມ​ການ​ຕິດ​ເຊື້ອ​ໂຣກ AIDS ຂອງ​ປະຊາຊົນລາວ​ໃຫ້​ຕ່ຳ​ກວ່າ 1 ​ເປີ​ເຊັນ ຂອງ​ປະຊາຊົນ​ທັງ​ໝົດ ​ແລະ​ທີ່​ຜ່ານ​ມາ ກໍ​ສາມາດ​ຄວບ​ຄຸມ​ໄດ້​ດີ ພໍ​ສົມຄວນ​ກໍ​ຕາມ ຫາກ​ແຕ່​ກໍ​ຍັງ​ປະກົດ​ວ່າ ມີ​ປະຊາຊົນ​ລາວ​ຕິດ​ ​ເຊື້ອ AIDS ​ເພີ້​ມຂຶ້ນ​ນັບ​ມື້.

ທ່ານສີສະ​ຫວາດ ຢືນຢັນ​ວ່າ ​ໃນ​ຊ່ວງ​ປີ 1990-2015 ​ໄດ້​ກວດ​ພົບ​ຜູ້​ທີ່​ຕິດ​ເຊື້ອ AIDS ຢ່າງ​ສົມບູນ​ແລ້ວ ທັງ​ກໍ​ຍັງ​ມີ​ເຖິງ 1,789 ຄົນ ທີ່​ເສຍ​ຊີວິດ​ຍ້ອນ​ໂຮ​ກ AIDS ​ໃນ​ຊ່ວງ​ດັງ​ກ່າວ ​ໂດຍກຸ່ມ​ປະຊາຊົນລາວ​ທີ່​ມີ​ປັດ​ໄຈ​ສ່ຽງ​ແລະ​ຕິດ​ເຊື້ອ HIV - AIDS ຫຼາຍ​ທີ່​ສຸດ ກໍ​ຄື​ກຸ່ມ​ຮັກ​ຮ່ວມ​ເພດ​ແລະ​ກຸ່ມ​ແຮງ​ງານ​ເຄື່ອນ​ຍ້າຍ ຮວມ​ເຖິງ​ປະຊາຊົນ​ໃນ​ເຂດ​ຊົນນະບົດ​ທີ່​ຂາດ ຄວາມ​ ຮູ້​ຄວາມ​ເຂົ້າ​ໃຈ​ໃນ​ການ​ປ້ອງ​ກັນ​ໂຣ​ກ HIV - AIDS ສ່ວນ​ການ​ໂຄ​ສະ​ນາ​ຕ້ານ AIDS ຂອງ​ລັດຖະບານ​ລາວ ກໍ​ຍັງ​ດຳ​ເນີນ​ການ​ໄດ້​ບໍ່​ກ້ວາງ​ຂວາງອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ​ສູນ​ຕ້ານ​ໂຣ​ກ HIV - AIDS ​ແລະ​ພະຍາດ​ຕິດ​ຕໍ່​ໃນ​ລາວ ກໍ​ລາຍ​ງານ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ປະຊາຊົນ​ລາວ 3 ກຸ່ມ ດ້ວຍ​ກັນ ທີ່​ຖື​ວ່າ ​ເປັນ​ກຸ່ມ​ປະຊາຊົນ ທີ່​ມີ​ຕວາ​ມສ່ຽງ​ສູງ​ທີ່​ຈະ​ຕິດ​ເຊື້ອ​ໂຣ​ກ HIV - AIDS ​ເພີ້​ມຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ປະກອບ​ດ້ວຍ​ກຸ່ມ​ແມ່ນ​ຍິງ​ລາວ​ທີ່​ຂາຍ​ບໍ​ລິ​ການ​ທາງ​ເພດ ກຸ່ມ​ຮັກ​ຮ່ວມ​ເພດ​ດຽວ​ກັນ ​ແລະ​ກຸ່ມ​ທີ່​ຊົມ​ໃຊ້​ຢາ​ເສບ​ຕິດ​ດ້ວຍ​ການ​ຊີດ​ເຂົ້າ​ເສັ້ນ​ເລືອດ ຕາມ​ລຳດັບ.

ທັງ​ນີ້ໂດຍ​ຈາກ​ການ​ເກັບ​ກຳກັບ​ຂໍ້​ມູນ​ໃນ​ຂັ້ນ​ເບື້ອງ​ຕົ້ນ​ ເມື່ອ​ບໍ່​ນານ​ມາ​ນີ້ ກໍ​ເຮັດ​ໃຫ້ທາງ​ການ​ລາວ​ໄດ້​ປະ​ເມີນ​ສະພາບ​ການ​ວ່າ ​ມີ​ແມ່ນ​ຍິງ​ລາວ​ຫຼາຍ​ກວ່າ 11 ພັນ ຄົນ​ທີ່​ຂາຍ​ບໍລິການ​ທາງເພດ​ເປັນ​ອາຊີບ ​ໃນ​ຂະນະ​ດຽວ​ກັນ ກໍ​ມີ​ຜູ້​ຊາຍ​ກວ່າ 50 ພັນ ຄົນ​ທີ່​ຮັກ​ຮ່ວມ​ເພດ​ດຽວ​ກັນ ​ແລະ​ອີກ​ຫຼາຍ​ກວ່າ 50 ພັນ ຄົນ ກໍ​ຢູ່​ໃນ​ກຸ່ມ​ທີ່​ຊົມ​ໃຊ້​ຍາ​ເສບ​ຕິດ​ເປັນ​ປະຈຳ ​ໂດຍ​ສະ​ເພາະກຸ່ມທີ່​ຊົມ​ໃຊ້​ຍາ​ເສບ​ຕິດ ດ້ວຍ​ການ​ຊີດ​ເຂົ້າ​ເສັ້ນ​ເລືອດ​ນັ້ນ ກໍ​ນັບ​ມື້​ນັບ​ເປັນ​ກຸ່ມ​ປະຊາ ກອນ​ທີ່​ຕິດ​ເຊື້ອ HIV - AIDS ​ເພີ້​ມຂຶ້ນ​ຢ່າງ​ວ່ອງ​ໄວ​ອີກ​ດ້ວຍ.

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ນີ້ ຈຶ່ງ​ເຮັດ​ໃຫ້​ສູນຕ້ານ​ໂຣກ HIV - AIDS ​ແລະ​ພະຍາດ​ຕິດ​ຕໍ່​ໃນ​ສັງກັດ ກະຊວງ​ສາທາລະນະ​ສຸກ​ຂອງ​ລາວ ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ​ທີ່​ຈະ​ດຳ​ເນີນ ​ໃນ​ທຸກ​ມາດ​ຕະການ​ເພື່ອ​ລົດ​ຈຳນວນ​ຜູ້​ຕິດ​ເຊື້ອ HIV - AIDS ​ທັ້ງ ​3 ກຸ່ມດັ່ງກ່າວນີ້​ໃຫ້​ມີ ປະສິດທິພາບທີ່​ສູງ​ຂຶ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ໃນ​ສູນ​ຕ້ານ HIV - AIDS ​ແລະ​ພະຍາດ​ຕິດ​ຕໍ່​ໃນ​ລາວ ​ໄດ້​ໃຫ້ການ​ຢືນຢັນ​ວ່າ “ທີ່​ໜ້າ​ເປັນ​ຫ່ວງອີກ​ອັນ​ນຶ່ງ​ເນາະ ​ໃນ​ການ​ຕິດເຊື້ອງ​ໂຣກ AIDS ຢູ່​ປະ​ເທ​ດລາວ​ພວກເຮົານີ້ ສ່ວນ​ຫຼາຍ​ກໍ​ແມ່ນ​ເກີດ​ກັບ​ຜູ້​ຊາຍ​ທີ່​ມີ​ການ​ເຄື່ອນ​ຍ້າຍ ​ໂດຍ​ສະ​ເພາະ​ກໍ​ແມ່ນ​ການ​ເຄື່ອນຍ້າຍ​ເພື່ອ​ການ​ຫາ​ວຽກ​ເຮັດ​ງານ​ທຳ ​ແຕ່​ວ່າ​ແນວ​ໃດ​ກໍ​ຕາມ​ສຳ​ຫຼັບ​ນະ​ໂຍບາຍ​ທາງ​ດ້ານ​ແຮງ​ງານ​ນັ້ນ ບໍ່​ທັນ​ໄດ້​ມີ​ການ​ກຳໜົດ​ລະອຽດ ​ແລະ​ກະ​ຊັດ​ເຈນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຫຼື​ວ່າ ການ​ຕ້ານ​ການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣ​ກ AIDS ຢູ່​ໃນ​ສະຖານ​ທີ່​ເຮັດ​ວຽກ.”

​ໂດຍ​ຕໍ່​ກໍລະນີ​ດຽວ​ກັນນີ້ ທ່ານ​ພອນ​ເທບ ພົນ​ເສນາ ອະດີດ​ສະພາ​ແຫ່ງ​ຊາດ​ລາວ ກໍ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ວ່າ ​ເຖິງ​ແມ່ນ​ວ່າ ອັດຕາ​ການ​ຕິດ​ເຊື້ອ HIV- AIDS ​ໃນ​ລາວ​ຈະ​ຍັງ​ຄົງ​ຢູ່​ໃນ​ລະດັບ​ທີ່​ຕ່ຳ​ກໍ​ຕາມ ຫາກ​ແຕ່​ສະຖານະ​ການ​ທີ່​ໜ້າ​ເປັນ​ຫ່ວງ​ຢ່າງ​ຍິ່ງ ກໍ​ຄື​ລະບົບ​ໃຫ້​ບໍລິການ​ດ້ານ​ການ​ປິ່ນປົວ​ແລະ​ການ​ຮັກສາ​ສຸກຂະພາບ​ຂອງ​ລັດຖະບານ​ລາວ​ຍັງ​ບໍ່​ສາມາດ​ທີ່​ຈະ​ໃຫ້ ການ​ເບິ່ງ​ແຍງ​ບັນດາ​ຄົນ​ລາວ​ທີ່​ຕິດ​ເຊື້ອໂຣ​ກດັ່ງກ່າວ​ນີ້ ​ໄດ້​ຢ່າ​ງທົ່ວ​ເຖິງ​ແລະ​ພຽງພໍ​ກັບ​ສະພາບ​ບັນ​ຫາ​ທີ່​ເປັນ​ຈິງ.

​ໂດຍ​ຈາກ ລາຍ​ງານ​ຂອງ​ສູນ ຕ້ານ​ໂຣກ AIDS ລະບຸ​ວ່າ​ມີ​ຜູ້ຕິດ​ເຊື້ອ HIV- AIDS ທີ່​ເຂົ້າ​ເຖິງ​ບໍລິ​ການ​ຂອງ​ລັດ ​ໃນ​ການ​ປິ່ນປົວ​ຂອງ​ໂຣກ AIDS ພຽງ​ແຕ່ 2 ພັນ ກວ່າ​ຄົນ​ເທົ່າ​ນັ້ນ ຈາກ​ຈຳນວນ​ຜູ້​ຕິດ​ເຊື້ອ HIV- AIDS ຫຼາຍ​ກວ່າ 6 ພັນ 300 ຄົນ ​ໃນ​ທົ່ວ​ປະ​ເທດ​ໃນ​ປະ​ຈຸ​ບັນ​ນີ້.

XS
SM
MD
LG