ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຄາດໝາຍວ່າ ຈະສົ່ງອອກແຮ່ທາດ ແລະກະແສໄຟຟ້າ ໄດ້ຫຼາຍກ່ວາ 1,250 ລ້ານໂດລາ


ໂຮງງານຜະລິດທອງແດງທີ່ເຊໂປນ
ໂຮງງານຜະລິດທອງແດງທີ່ເຊໂປນ

ທາງການລາວຄາດໝາຍວ່າ ການສົ່ງອອກແຮ່ທາດ ແລະກະແສໄຟຟ້າໄປຕ່າງປະເທດ ໃນຕະຫຼອດປີນີ້ ຈະມີມູນຄ່າລວມຫຼາຍກ່ວາ 1,250 ລ້ານໂດລາ, ໂດຍໃນນີ້ເປັນການ ສົ່ງອອກແຮ່ທາດເຖິງ 900 ລ້ານໂດລາ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ໄດ້ໃຫ້ການຄາດໝາຍວ່າ ໃນ
ຕະຫລອດປີ 2011 ນີ້ ຜົນຜະລິດດ້ານພະລັງງານໄຟຟ້າ ໃນລາວຈະມີມູນຄ່າລວມຫລາຍ
ກວ່າ 18,300 ຕື້ກີບ ຫລືຄິດເປັນພະລັງງານໄຟຟ້າ ເຖິງ 8,540 ລ້ານກິໂລວັດ/ໂມງ
ແລະ ເພີ້ມຂຶ້ນເຖິງ 29.93% ສ່ວນຜົນຜະລິດ ແຮ່ທາດຕ່າງໆນັ້ນ ກໍຄາດໝາຍວ່າ ຈະມີ
ມູນຄ່າລວມ 14,000 ຕື້ກີບ ຫລືເພີ້ມຂຶ້ນເຖິງ 39.22% ເມື່ອທຽບໃສ່ ປີ2010.

ເຊິ່ງດ້ວຍຄາດໝາຍດັ່ງກ່າວນີ້ ກໍຍັງເຮັດໃຫ້ທາງການລາວເຊື່ອໝັ້ນວ່າ ການສົ່ງອອກກະ
ແສໄຟຟ້າຈາກລາວໄປຕ່າງ ປະເທດ ໃນຕະຫຼອດປີ 2011 ນີ້ຈະມີມູນຄ່າລວມເຖິງ 350
ລ້ານໂດລາ ແລະການສົ່ງອອກແຮ່ທາດນັ້ນ ກໍມີມູນຄ່າລວມບໍ່ໜ້ອຍກ່ວາ 900 ລ້ານໂດລາ
ໂດຍເກີນກ່ວາ 90% ເປັນການສົ່ງອອກຂອງບໍ່ແຮ່ເຊໂປນ ໃນແຂວງສະຫວັນນະເຂດ, ບໍ່
ແຮ່ຢູ່ພູເບ້ຍໃນແຂວງວຽງຈັນ ແລະບໍ່ແຮ່ຢູ່ເມືອງລອງໃນແຂວງຊຽງຂວາງ.

ແຜ່ນທອງແດງ ທີ່ຂຸດຄົ້ນມາຈາກບໍ່ທອງແດງທີ່ເຊໂປນ ເພື່ອສົ່ງອອກ
ແຜ່ນທອງແດງ ທີ່ຂຸດຄົ້ນມາຈາກບໍ່ທອງແດງທີ່ເຊໂປນ ເພື່ອສົ່ງອອກ

ໂດຍສະເພາະແມ່ນແຮ່ຄໍາ ແລະ
ແຮ່ທອງແດງນັ້ນ ກໍ່ຍັງມີລາຄາ
ທີ່ເພີ້ມສູງຂຶ້ນຢ່າງຕໍ່ເນື່ອງ ດ້ວຍ
ເຫດຜົນນີ້ ຈຶ່ງເຮັດໃຫ້ທາງການ
ລາວເຊື່ອໝັ້ນວ່າ ການສົ່ງອອກ
ແຮ່ຄໍາຂອງລາວໄປຕ່າງປະເທດ
ໃນຕະຫລອດປີ 2011 ນີ້ ຈະມີ
ນໍ້າໜັກລວມ ເກີນກວ່າ 160
ພັນອອນສ, ທອງແດງຫຼາຍກວ່າ
180 ພັນໂຕນ ແລະແຮ່ເງິນອີກ
ບໍ່ຕໍ່າກວ່າ 8 ແສນອອນສ.

ເຈົ້າໜ້າທີ່ຂັ້ນສູງຂອງລາວ ຍັງບອກອີກດ້ວຍວ່າ ສະເພາະລາຍໄດ້ສໍາປະທານ ແລະຄ່າທໍາ
ນຽມຕ່າງໆ ທີ່ໄດ້ຮັບຈາກກຸ່ມລົງທຶນ ໃນບໍ່ແຮ່ຢູ່ເຊໂປນ ແລະບໍ່ແຮ່ຢູ່ພູເບ້ຍນັ້ນ ກໍມີມຸນຄ່າ
ລວມກັນຫຼາຍກວ່າ 180 ລ້ານໂດລາແລ້ວ ສໍາລັບໃນປີ 2010 ທີ່ຜ່ານມາ ແລະສໍາລັບໃນ
ປີ 2011 ນີ້ກໍຄາດໝາຍວ່າຈະໄດ້ຮັບສ່ວນແບ່ງຈາກບໍ່ແຮ່ທັງສອງແຫ່ງດັ່ງກ່າວ ໃນມູນຄ່າ
ລວມເກີນກວ່າ 250 ລ້ານໂດລາຢ່າງແນ່ນອນ.

ຊຶ່ງດ້ວຍລາຍໄດ້ທີ່ເພີ້ມຂຶ້ນດັ່ງກ່າວນີ້ ກໍ່ຍັງເຮັດໃຫ້ລັດຖະບານລາວກໍານົດໃຫ້ພາກອຸດສະ
ຫະກໍາຂຸດຄົ້ນບໍ່ແຮ່ເປັນພາກການຜະລິດເພື້ອສົ່ງອອກ ທີ່ຈະມີບົດບາດຢ່າງສໍາຄັນຕໍ່ການ
ພັດທະນາເສດຖະກິດຂອງລາວ ທີ່ມີເປົ້າໝາຍທີ່ຈະມຸ້ງໄປສູ່ການພັດທະນາ ເປັນປະເທດ ອຸດສາຫະກໍາທັນສະໄໝໃນອານາຄົດອີກດ້ວຍ ຈຶ່ງເຮັດໃຫ້ລັດຖະບານລາວ ໄດ້ອະນຸມັດ
ສໍາປະທານສໍາຫລວດ ແລະຂຸດຄົ້ນບໍ່ແຮ່ຢູ່ໃນລາວໃຫ້ແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວເຖິງ 154 ບໍລິສັດ ໂດຍໃນນີ້ເປັນບໍລິດສັດຕ່າງຊາດ 118 ບໍລິສັດທີ່
ໄດ້ຮັບສຳປະທານໃນ 186 ໂຄງການ ແລະອີກ 83 ໂຄງການ ກໍ່ເປັນສຳປະທານຂອງເອກ
ກະຊົນລາວ 36 ບໍລິສັດ.

ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າເພື່ອສົ່ງອອກໄປຂາຍທີ່ໄທ
ຕາຂ່າຍໄຟຟ້າທີ່ນໍາກະແສໄຟຟ້າເພື່ອສົ່ງອອກໄປຂາຍທີ່ໄທ

ແຕ່ຢ່າງໃດກໍຕາມ ການທີ່
ທາງການລາວ ໄດ້ອະນຸ
ມັດສໍາປະທານ ການສໍາ
ຫລວດແລະຂຸດຄົ້ນບໍ່ແຮ່
ດັ່ງກ່າວນີ້ ກໍ່ໄດ້ເຮັດໃຫ້
ຫຼາຍໆພາກສ່ວນໃນລາວ
ມີຄວາມກັງວົນໃຈເປັນຢ່າງ
ຍິ່ງວ່າ ບັນດາໂຄງການ
ເຫລົ່ານີ້ ຈະສົ່ງຜົນກະທົບ
ຕໍ່ສະພາບແວດລ້ອມທໍາ
ມະຊາດໃນລາວຢ່າງກວ້າງ
ຂວາງ ​ແລະໄດ້ພາກັນຮ້ອງຮຽນມາ​ຍັງສະພາແຫ່ງຊາດລາວ ດັ່ງທີ່ ທ່ານ​ໄຊສົມພອນ ພົມ
ວິຫານ ຮອງປະທານສະພາແຫ່ງຊາດລາວ ໄດ້ຖະແຫລງຊີ້ແຈງໃນເລື້ອງນີ້ວ່າ:

ສິ່ງທີ່ມີຄວາມພົ້ນເດັ່ນໜ້າເປັນຫ່ວງ ແລະແຕະຕ້ອງຕໍ່ຜົນປະໂຍດຂອງປະຊາຊົນ ແລະກໍ່ມີທ່າອ່ຽງທີ່ເປັນການເອົາປຽບປະຊາຊົນ ຕາມທີ່ປະຊາຊົນໄດ້ສ່ອງແສງມາ ກໍ່ແມ່ນບັນຫາເລື້ອງການຂຸດຄົ້ນແຮ່ທາດຢ່າງຊະຊາຍ ໂດຍສະເພາະການຂຸດຄົ້ນ
ຄໍາຈໍານວນນຶ່ງ ຢູ່ບາງທ້ອງຖິ່ນ ຢູ່ບາງແຂວງ ຊຶ່ງການຂຸດຄົ້ນຢ່າງສະຊາຍດັ່ງກ່າວ
ກໍ່ເປັນສິ່ງທີ່ຜິດກົດໝາຍ ທີ່ໄດ້ສົ່ງຜົນສະທ້ອນຕໍ່ສິ່ງແວດລ້ອມທຳມະຊາດ ແລະ
ສຸຂະພາບຂອງປະຊາຊົນ.

ນອກຈາກນີ້ ໂດຍອິງຕາມຂໍ້ມູນຂອງກະຊວງພະລັງງານແລະບໍ່ແຮ່ຂອງລາວເອງ ກໍ່ໄດ້ລະບຸ
ວ່າ ໃນຈຳນວນສຳປະທານການສຳຫລວດແລະຂຸດຄົ້ນບໍ່ແຮ່ ທີ່ລັດຖະບານລາວໄດ້ອະນຸ
ມັດໃຫ້​ແກ່ ເອກກະຊົນລາວ ແລະຕ່າງຊາດ ທັງ 269 ໂຄງການນັ້ນ ໄດ້ກວາມເອົາພື້ນທີ່
ກວ້າງກວ່າ 2.88 ລ້ານເຮັກຕ້າ ດ້ວຍເຫດຜົນນີ້ ຖ້າຫາກວ່າ ບໍ່ມີການກວດກາຢ່າງຄັກແນ່ ກໍຍ່ອມຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມໃນລາວຢ່າງກວ້າງຂວາງ ແລະຜູ້ທີ່ຈະໄດ້ຮັບ
ຜົນກະທົບຢ່າງຫລີກລ້ຽງບໍ່ໄດ້ ກໍ່ຄືປະຊາຊົນລາວນັ້ນເອງ.

XS
SM
MD
LG