ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກກິລາລາວ ຈະລົງແຂ່ງຂັນກິລາ 4 ປະເພດ ໃນ ການແຂ່ງຂັນກິລາ ໂອລິມປິກ ທີ່ ບຣາຊິລ


ພິທີຈູດບັ້ງໄຟດອກ ຢູ່ສະໜາມກິລາ Maracana ໃນລະຫວ່າງ ພິທີເປີດກິລາ ໂອລິມປິກລະດູຮ້ອນ, ທີ່ນະຄອນ Rio de Janeiro, ບຣາຊິລ, 5 ສິງຫາ, 2016.
ພິທີຈູດບັ້ງໄຟດອກ ຢູ່ສະໜາມກິລາ Maracana ໃນລະຫວ່າງ ພິທີເປີດກິລາ ໂອລິມປິກລະດູຮ້ອນ, ທີ່ນະຄອນ Rio de Janeiro, ບຣາຊິລ, 5 ສິງຫາ, 2016.

ສປປ ລາວ ສົ່ງ​ນັກ​ກິລາ 6 ຄົນແລະ​ຄູ​ເຝິກ 11 ທ່ານໄປ​ຮ່ວມ​ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກ ຄັ້ງທີ 31 ​ທີ່​ປະ​ເທດ​ບຣາຊີ​ລ ຫຼືຣິ​ໂ​ອ​ເກ​ມສ໌ 2016​ ​ເຊິ່ງ​ໄດ້ໄຂ​ຂຶ້ນຢ່າງເປັນ​ທາງ​ການ​ໃນ​ແລງ​ວັນ​ສຸກ​ວານ​ນີ້.

ພວກ​ນັກ​ກິລາ 6 ຄົນ​ດັ່ງກ່າວ ຈະ​ເຂົ້າ​ຮ່ວມ​ໃນ​ການ​ແຂ່ງຂັນກິລາ 4 ປະ​ເພດ ປະ​ກອບ​ດ້ວຍກິ​ລາ​ລົດ​ຖີບ ​ມີທ້າວ​ອາ​ຣິ​ຍາ​ ພູ​ນສະຫວັດ ກິລາຢູ​ໂດ ທ້າວ​ສຸພະ​ໄຊ ສິດທິ​ສານ ກິລາລອຍ​ນ້ຳ ທ້າວ​ສັນຕິ​ສຸກ ອິນ​ທະ​ວົງ ​ແລະ​ນາງ​ສິຣິອາ​ລຸນ ບຸດ​ຈະເລີ​ນ ກິລາ​ແລ່ນ​ແລະ​ລານ ທ້າວ​ອະນຸສອນ ​ໄຊ​ສາ ​ແລະ ​ນາງ​ແລນ​ລີ້ ພຸດທະວົງ.

ພວກ​ນັກ​ກິລາ ​ແລະ​ຄູ​ເຝິກ​ທັງ​ໝົດ​ແມ່ນ​ຢູ່​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ ​ສົມ​ພູ ພົງສາ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ສຶກສາ​ທິການ​ແລະ​ກິລາ ພ້ອມ​ທັງ​ເປັນ​ຮອງ​ປະທານ ​ແລະເລຂາທິການຄະນະ​ກຳມະການ​ກິລາ​ໂອ​ລິ​ມປິກ​ແຫ່ງ​ ຊາດ​ຂອງ​ລາວນຳ​ດ້ວຍ.

ທ່ານ​ສົມພູ ກ່າວ​ທີ່​ກອງ​ປະຊຸມນັກ​ຂ່າວ​ບໍ່​ດົນກ່ອນ​ອອກ​ເດີນທາງ​ໄປ​ຮ່ວມການ ​ແຂ່ງຂັນ​ທີ່​ປະ​ເທດ​ບຣາຊີ​ລວ່າ “ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກຈະ​ສະໜອງໂອ ກາດອັນ​ລ້ຳ​ຄ່າ​ໃຫ້​ແກ່​ພວກ​ນັກ​ກິລາ​ລາວ ​ຈະ​ໄດ້ເຝິກຝົນ​ປະສົບພະກາ​ນ ​ແລະ​ທົດ​ສອບຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້ມີ​ການ​ກະກຽມ​ທີ່​ດີ​ຂຶ້ນສຳ ລັບ​ການ​ແຂ່ງຂັນ​ທີ່​ສຳຄັນໆ​ອື່ນໆ​ໃນ​ອະນາຄົດ.”

​ໃນ​ວັນ​ເສົາ​ມື້ນີ້ ນັກ​ກິລາ​ລາວ​ ຈະ​ເຂົ້າຮ່ວມ​ໃນ​ການ​ແຂ່ງຂັນ​ລົດ​ຖີບ ​ແລະ​ຢູ​ໂດ. ໃນ​ວັນ​ພະຫັດ​ ອາທິດ​ຈະ​ມານີ້ ແມ່ນລອຍ​ນ້ຳ​ປະ​ເພດ​ຊາຍ​ແລະ​ວັນ​ສຸກ ​ແມ່ນ ລອຍ​ນ້ຳ​ປະ​ເພດ​ຍິງ.

ງານ​ມະຫະກຳ​ກິລາ​ໂອ​ລິ​ມປິກ​ຄັ້ງທີ 31 ຈະ​ອັດ​ລົງ​ໃນ​ວັນ​ທີ​ 21 ສິງຫາ.

XS
SM
MD
LG