ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າ ຈີນຈະເລີ່ມກໍ່ສ້າງທາງລົດໄຟ ເຊຶ່ອມຕໍ່ຈາກຈີນ ຜ່ານລາວໄປຫາໄທ ໃນປີໜ້າ


ຄະນະເຈົ້າໜ້າທີ່ໄທ ລາວ ແລະຈີນ ປະຊຸມກັນເລື່ອງການພັດທະນາ ທາງລົດໄຟເຊື່ອມຕໍ່ ຈາກຈີນຫາໄທ ໂດຍຜ່ານປະເທດລາວ.
ຄະນະເຈົ້າໜ້າທີ່ໄທ ລາວ ແລະຈີນ ປະຊຸມກັນເລື່ອງການພັດທະນາ ທາງລົດໄຟເຊື່ອມຕໍ່ ຈາກຈີນຫາໄທ ໂດຍຜ່ານປະເທດລາວ.

ເອກອັກຄະລັດຖະທູດລາວປະຈໍາປະເທດໄທ ເຊຶ່ອໝັ້ນວ່າທາງການຈີນຈະເລີ່ມລົງມືດໍາ ເນີນການກໍ່ສ້າງທາງລົດໄຟໃນລາວ ເພື່ອເຊຶ່ອມຕໍ່ກັບຈີນໄປໄທແລະອາຊຽນ ໃນປີໜ້າ ໂດຍຄາດໝາຍວ່າຈະຕ້ອງໃຊ້ເວລາດໍາເນີນການ ໃຫ້ສໍາເລັດໄດ້ ພາຍໃນຫ້າປີ.

ທ່ານອ້ວນ ພົມມະຈັກ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມຂອງ ສປປ.ລາວ ປະຈໍາປະເທດໄທ ໄດ້ໃຫ້ ການຢືນຢັນວ່າ ແຜນການເຊຶ່ອມຕໍ່ທາງລົດໄຟລະຫວ່າງຈີນກັບ ລາວແລະໄທ ໄດ້ປາກົດຕົວ ຢ່າງເປັນຮູບປະທໍາຫລາຍຂຶ້ນແລ້ວໃນປັດຈຸບັນ ແລະໃນຂະນະນີ້ ທາງການຈີນໂດຍກະຊວງ ການລົດໄຟນັ້ນ ກໍກໍາລັງຢູ່ໃນລະຫວ່າງການຂຽນບົດວິພາກເສດຖະກິດແລະສຶກສາ ເພື່ອ ອອກແບບການກໍ່ສ້າງທາງລົດໄຟ ທີ່ເຊຶ່ອມຕໍ່ຈາກຈີນ ມາທີ່ນະຄອນວຽງຈັນ ແລ້ວຕໍ່ໄປຍັງ ບາງກອກ.

ທັງນີ້ໂດຍຖ້າຫາກວ່າການດໍາເນີນງານເປັນໄປຕາມແຜນການທີ່ວາງເອົາໄວ້ ກໍເຊື່ອວ່າການ ກໍ່ສ້າງທງລົດໄຟທີ່ເຊຶ່ອມຕໍ່ຈາກຈີນມາທີ່ນະຄອນວຽງຈັນນັ້ນ ຈະສາມາດເລີ່ມລົງມືດໍາເນີນ ການກໍ່ສ້າງໄດ້ໃນປີໜ້າ ແລະຄາດວ່າຈະໃຊ້ເວລາປະມານ 5 ປີ ກໍຈະດໍາເນີນການກໍ່ສ້າງ ໃຫ້ສໍາເລັດໄດ້ໃນຕະຫລອດເສັ້ນທາງ ດັ່ງທີ່ທ່ານອ້ວນໄດ້ໃຫ້ການຊີ້ແຈງ ໃນຕອນນຶ່ງວ່າ:

“ຕາມທີ່ລາວໄດ້ລົມກັບປະເທດຈີນ ຈີນບອກວ່າການສ້າງທາງລົດໄຟຢູ່ບ້ານເຂົາ ເຈົ້ານັ້ນ ປີນຶ່ງໆສ້າງໄດ້ຮ້ອຍກວ່າກິໂລແມັດ ແຕ່ວ່າທີ່ເມືອງລາວນີ້ ເປັນເສັ້ນທາງ ທີ່ຜ່ານເຂດພູດອຍ ສີ່ຮ້ອຍກວ່າກິໂລແມັດ ຈຶ່ງອາດຈະຕ້ອງໃຊ້ເວລາປະມານຫ້າປີ ໂດຍທາງການຈີນບອກວ່າ ຈະເລີ່ມລົງມືດໍາເນີນການກໍ່ສ້າງໄດ້ພາຍໃນປີໜ້າ”

ທາງການຈີນໄດ້ຕົກລົງຮ່ວມມືກັບທາງການລາວ ເຂົ້າໃນການພັດທະນາແລະກໍ່ສ້າງທາງລົດ ໄຟ ເພື່ອເຊຶ່ອມຕໍ່ກັບຈີນແລະອາ່ຽນເມື່ອບໍ່ນານມານີ້ ໂດຍຈະມີການຈັດຕັ້ງບໍລິສັດຮ່ວມທຶນ ຂຶ້ນດໍາເນີນການຮ່ວມກັນ ຫາກແຕ່ວ່າໃນສ່ວນຂອງເງິນທຶນແລະເທັກນິກຕ່າງໆ ທີ່ຈະນໍາໃຊ້ ໃນການກໍ່ສ້າງທາງລົດໄຟ ຊຶ່ງລວມໄປເຖິງຫົວຈັກລົດໄຟແລະຂະບວນລົດໄຟດ້ວຍນັ້ນ ຈະ ມາຈາກຝ່າຍຈີນທັງໝົດ ໂດຍສໍາລັບການດຳເນີນງານໃນໄລຍະທໍາອິດ ກໍຈະເປັນການສຶກ ສາຄວາມເປັນໄປໄດ້ຂອງໂຄງການ, ຕໍ່ຈາກນັ້ນ ກໍຈະເປັນການອອກແບບການກໍ່ສ້າງ ແລະ ສະເໜີຂໍການອະນຸມັດໂຄງການ ຈາກລັດຖະບານລາວຕໍ່ໄປ ແລະເມື່ອໄດ້ຮັບການອະນຸມັດ ຈາກລັດຖະບານລາວແລ້ວ ກໍຈະເລີ່ມດໍາເນີນການກໍ່ສ້າງໄດ້ໃນທັນທີ ຊຶ່ງຄາດວ່າຈະຕ້ອງໃຊ້ ເງິນທຶນ ຄິດເປັນມູນຄ່າຫລາຍກວ່າ 4,000 ລ້ານໂດລາ.

ເສັ້ນທາງລົດໄຟທີ່ທາງການຈີນໃຫ້ຄວາມສໍາຄັນຫລາຍທີ່ສຸດ ກໍຄືເສັ້ນທາງທີ່ເຊື່ອມຕໍ່ຈາກ ດ່ານບໍ່ເຕັນ ໃນແຂວງຫລວງນໍ້າທາ ຊຶ່ງຕິດຕໍ່ກັບຊາຍແດນຈີນທີ່ບໍ່ຫານ ໃນເຂດສິບສອງ ພັນນາ ມົນທົນຢູນນານ ເລື້ອຍລົງມາສູ່ນະຄອນວຽງຈັນ-ເມືອງທ່າແຂກໃນແຂວງຄໍາມ່ວນ ແລ້ວເຊຶ່ອມຕໍ່ໄປຍັງພາກກາງຫວຽດນາມ ແລະພາກອີສານຂອງໄທ ຕໍ່ມາຍັງບາງກອກ - ມາເລເຊຍແລະສິງຄະໂປ ຫລືທີ່ເອີ້ນວ່າ ເສັ້ນທາງລົດໄຟ ອາຊຽນ-ຈີນນັ້ນເອງ

ທາງດ້ານທ່ານອະພິສິດ ເວດຊາຊິວະ ນາຍົກລັດຖະມົນຕີໄທນັ້ນ ກໍໄດ້ຖະແຫລງຢືນຢັນ ເມື່ອບໍ່ນານມານີ້ວ່າ ທາງການຈີນໄດ້ຈັດສົ່ງຄະນະຜູ້ແທນເດີນທາງມາໄທ ເພື່ອຂໍເຈລະຈາ ກັບທາງການໄທກ່ຽວກັບແຜນການພັດທະນາການເຊຶ່ອມຕໍ່ທາງລົດໄຟເຂົ້າຫາກັນ ໂດຍ ຜ່ານລາວ ຊຶ່ງທາງການໄທເອງກໍເຫັນດ້ວຍໃນຫລັກການແລ້ວ ແລະກ່ອນໜ້ານີ້ ລັດຖະບານ ໄທກໍໄດ້ອະນຸມັດງົບປະມານ ໃນມູນຄ່າ 1,650 ລ້ານບາດ ຫລື ຫລາຍກວ່າ 420 ຕື້ກີບ ເພື່ອຊ່ວຍເຫລືອລັດຖະບານລາວ ໃນການກໍ່ສ້າງທາງລົດໄຟທີ່ເຊຶ່ອມຕໍ່ຈາກສະຖານີທ່ານາ ແລ້ງ ຕໍ່ໄປຍັງບ້ານຄໍາສະຫວາດ ໃນເຂດນະຄອນວຽງຈັນ ຊຶ່ງຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ ໜ້າ ເພື່ອໃຫ້ສໍາເລັດແລະເປີດໃຊ້ໃຫ້ໄດ້ ພາຍໃນປີ 2014 ໂດຍງົບປະມານດັ່ງກ່າວເປັນ ການຊ່ວຍເຫລືອລ້າ ໃນສັດສ່ວນ 30% ແລະທີ່ເຫລືອ 70% ນັ້ນ ເປັນເງິນກູ້ລະຍະຍາວ ດອກເບ້ຍຕໍ່າ.

ນອກຈາກນີ້ ກໍມີລາຍງານວ່າ ຄະນະນັກວິຊາການແລະເທັກນິກດ້ານທາງລົດໄຟຂອງລາວ ຈີນ ແລະໄທ ໄດ້ພົບປະເຈລະຈາກັນເປັນເທື່ອທຳອິດ ທີ່ຈັງຫວັດໜອງຄາຍ ເມື່ອວັນທີ່ 20 ສິງຫາທີ່ຜ່ານມານີ້ ແລະໃນໂອກາດດຽວກັນນີ້ ຄະນະນັກວິຊາການແລະເທັກນິກ ຈາກທັງສາມປະເທດ ກໍຍັງໄດ້ພາກັນເຂົ້າຢ້ຽມຄໍານັບ ເພື່ອລາຍງານຜົນທີ່ໄດ້ຈາກກອງປະ ຊຸມຕໍ່ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງຂອງລາວ ອີກດ້ວຍ.

XS
SM
MD
LG