ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວໄດ້ຮັບການສະໜັບສະໜູນ ໃນການເຂົ້າເປັນ ສະມາຊິກ WTO ຫຼາຍຂຶ້ນ


ຄະນະຜູ້ແທນລາວຈາກການກະຊວງອຸດສະຫະກໍາ ແລະການຄ້າ ທີ່ໄປເຈລະຈາຄັ້ງຫລ້າສຸດກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ ປະເທດ
ສະວິດເຊີແລນ ໃນທ້າຍເດືອນທັນວາ, 2011 ທີ່ຜ່ານມານີ້
ຄະນະຜູ້ແທນລາວຈາກການກະຊວງອຸດສະຫະກໍາ ແລະການຄ້າ ທີ່ໄປເຈລະຈາຄັ້ງຫລ້າສຸດກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ ປະເທດ ສະວິດເຊີແລນ ໃນທ້າຍເດືອນທັນວາ, 2011 ທີ່ຜ່ານມານີ້

ຄະນະຜູ້ແທນຂອງທາງການລາວ ໄດ້ຮັບການສະໜັບສະໜູນຫຼາຍຂຶ້ນ ໃນການທີ່ຈະໄດ້ ເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ໂດຍໃນນີ້ ກໍລວມເຖິງການສະໜັບສະໜູນ ຈາກທາງການສະຫະລັດອາເມຣິກາ ນໍາດ້ວຍ.

ຄະນະຜູ້ແທນຂອງທາງການລາວພາຍໃຕ້ການນໍາຂອງທ່ານ ນາມ ວິຍະເກດ ລັດຖະມົນ ຕີວ່າການກະຊວງອຸດສະຫະກໍາ ແລະການຄ້າ ໄດ້ສິ້ນສຸດການເຈລະຈາຄັ້ງຫລ້າສຸດ ຮ່ວມ ກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່ກຸງເຈນີວາ ປະເທດ
ສະວິດເຊີແລນ ເມື່ອທ້າຍເດືອນທັນວາທີ່ຜ່ານມານີ້ ຊຶ່ງກໍຖືໄດ້ວ່າ ມີຄວາມຄືບໜ້າເປັນ
ຢ່າງດີ ເຖິງຂະໜາດເຮັດໃຫ້ຄະນະຜູ້ແທນຂອງທາງການລາວ ເຊື່ອໝັ້ນວ່າ ຈະເປັນຜົນ
ເຮັດໃຫ້ລາວໄດ້ຮັບຮອງໃຫ້ເຂົ້າໄປເປັນປະເທດຊະມາຊິກຂອງ WTO ໃນໝໍ່ໆນີ້.

ທັງນີ້ ຄະນະຜູ້ແທນຂອງທາງການລາວ ໄດ້ມີການລົງນາມໃນສັນຍາແບບທະວີພາຄີຮ່ວມ
ກັບຜູ້ແທນຂອງສະຫະພາບຢູໂຣບ ແລະຜູ້ແທນຂອງໄຕ້ຫວັນ ຫຼັງຈາກການເຈລະຈາຄັ້ງ
ຫລ້າສຸດນີ້ ໄດ້ສິ້ນສຸດລົງ ແລະໃນໂອກາດດຽວກັນນີ້ ຄະນະຜູ້ແທນຂອງລາວຍັງໄດ້ເຈລະ
ຈາຮ່ວມກັບຜູ້ແທນຂອງທາງການສະຫະລັດອາເມຣິກາ ແລະສາມາດບັນລຸຂໍ້ຕົກລົງໃນຫຼັກ
ການຮ່ວມກັນ ກ່ຽວກັບການທີ່ທາງການສະຫະລັດຈະໃຫ້ການສະໜັບສະໜູນລາວ ເພື່ອ
ໃຫ້ໄດ້ເຂົ້າເປັນປະເທດສະມາຊິກຂອງ WTO ໃຫ້ໄວທີ່ສຸດອີກດ້ວຍ.

ການສໍາມະນາກ່ຽວກັບການປະກອບຄວາມເຫັນໃສ່ຮ່າງກົດໝາຍ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກ ທະນາຄານໂລກ, ສະຫະລັດອາເມຣິກາ ແລະອົງການອື່ນອີກດ້ວຍ.
ການສໍາມະນາກ່ຽວກັບການປະກອບຄວາມເຫັນໃສ່ຮ່າງກົດໝາຍ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກ ທະນາຄານໂລກ, ສະຫະລັດອາເມຣິກາ ແລະອົງການອື່ນອີກດ້ວຍ.

ຊຶ່ງດ້ວຍຜົນຂອງຄວາມຄືບໜ້າ
ດັ່ງກ່າວ ຈຶ່ງເຮັດໃຫ້ຄະນະຜູ້
ແທນຂອງທາງການລາວ ຍັງ
ຄົງເຫຼືອການເຈລະຈາແບບທະ
ວີພາຄີຮ່ວມກັບຄະນະຜູ້ແທນ
ຂອງທາງການຢູເຄຣນພຽງແຕ່
ປະເທດດຽວເທົ່ານັ້ນ ກໍຈະຖື
ວ່າໄດ້ດໍາເນີນການເຈລະຈາທະ
ວິພາຄີຮ່ວມກັບບັນດາປະເທດ
ສະມາຊິກຂອງ WTO ຢ່າງ
ຄົບຖ້ວນໃນທຸກຂະບວນການ
ແລ້ວ. ທັງນີ້ ຄະນະຜູ້ແທນ
ຂອງທາງການລາວຄາດໝາຍ
ວ່າ ຈະສາມາດລົງນາມໃນບົດ
ສະຫຼຸບການເຈລະຈາທະວິພາຄີຫຼືແບບສອງຝ່າຍ ຮ່ວມກັນກັບທາງການສະຫະລັດ ແລະຢູ
ເຄຣນໄດ້ ພາຍໃນປີນີ້.

ທ່ານນາມ ວິຍາເກດ ລັດຖະມົນຕີວ່າການກະຊວງ​ອຸດສະຫະກຳແລະການຄ້າ ກໍໄດ້
ຖະແຫລງຍອມຮັບວ່າ ການ​ທີ່ລາວຈະໄດ້ເຂົ້າໄປເປັນສະມາຊິກຂອງອົງການການຄ້າ
ໂລກ (WTO) ເມື່ອໃດນັ້ນ ນັບ​ວ່າເປັນ​ການ​ຍາກ​ທີ່​ຈະ​ສາມາດກຳໜົດ​ໄລຍະ​ເວລາ​ທີ່
ແນ່ນອນ​ໄດ້ ເຖິງແມ່ນ​ວ່າ ຫລາຍ​ປະ​ເທດຈະສະ​ແດງ​ທ່າ​ທີ​ສະໜັບສະໜູນໃຫ້ລາວໄດ້
ເຂົ້າໄປເປັນສະມາຊິກຂອງ WTO ໃຫ້ໄວທີ່ສຸດກໍ​ຕາມ ຫາກ​ແຕ່ເງື່ອນໄຂສຳຄັນນັ້ນ
ກໍຢູ່​ທີ່​ລາວ​ເອງວ່າ ຈະ​ສາມາດ​ພັດທະນາປັບປຸງລະບົບກົດໝາຍ ​ແລະການບັງຄັບໃຊ້
ກົດໝາຍຕ່າງໆ ​ໄດ້​ຕາມມາດຕະຖານຂອງ​ອົງການ​ການ​ຄ້າ​ໂລກຢ່າງ​ແທ້​ຈິງ ​ຫລືບໍ່.

ແຕ່ຢ່າງໃດກໍຕາມ ທ່ານນາມ ກໍໄດ້ຖະແຫລງຍອມຮັບວ່າ ເງື່ອນໄຂທີ່ສໍາຄັນທີ່ສຸດ
ປະການນຶ່ງທີ່ຈະເປັນປັດໃຈຕັດສິນວ່າ ລາວຈະໄດ້ຮັບການຮັບຮອງໃຫ້ເຂົ້າເປັນສະມາ
ຊິກຂອງອົງການການຄ້າໂລກ ໄດ້ໄວຂຶ້ນນັ້ນ ກໍຄືການທີ່ຈະຕ້ອງພິສູດໃຫ້ສະມາຊິກ
WTO ເຫັນຢ່າງຈະແຈ້ງວ່າ ລາວບັງຄັບໃຊ້ກົດໝາຍວ່າດ້ວຍການຄຸ້ມຄອງຊັບ​ສິນທາງ ປັນຍາຢ່າງມີປະສິດທິພາບຢ່າງແທ້ຈິງແລະໄດ້ມາດຕະການສາກົນອີກດ້ວຍ ດັ່ງທີ່ທ່ານ
ນາມໄດ້ຖະແຫຼງຊີ້ແຈງໃນຕອນນຶ່ງວ່າ:.

“ບັນຫາເລື່ອງຊັບ​ສິນທາງປັນຍາເປັນຂໍ້ສົນໃຈທີ່ສຸດຂອງບັນດາປະເທດສະມາຊິກ
ອົງ
ການຄ້າໂລກ ສະນັ້ນການທີ່ພວກເຮົາມີກົດໝາຍແລ້ວ ພວກເຮົາກໍຍັງຕ້ອງ
ການມີ
ດໍາລັດ ເພື່ອເຮັດແນວໃດໃຫ້ມັນເປັນທີ່ຮອງຮັບໄດ້ ໂດຍສະເພາະແມ່ນ
ການເຊື່ອມ
ໂຍງກັບສາກົນນັ້ນ ເຂົາກໍຍັງເຫັນວ່າມີບາງຈຸດ ທີ່ພວກເຮົາຄວນຈະ
ໄດ້ປັບປຸງຕື່ມ
ຊຶ່ງບາງຈຸດດັ່ງກ່າວນັ້ນ ໃນກົດໝາຍຂອງພວກເຮົາກະໄດ້ເວົ້າຢູ່
ແຕ່ມັນບໍ່ທັນລະອຽດ ຊຶ່ງພວກເຂົາເຈົ້າຢາກໃຫ້ພວກເຮົາຊີ້ແຈງ ແລະປັບປຸງ
ໃຫ້ມັນ
ລະອຽດ.”

ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ ຮັບຮອງເອົາກົດໝາຍວ່າດ້ວຍຊັບສິນທາງປັນຍາສະບັບດັດແກ້ໃໝ່
ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດລາວຊຸດທີ 7 ທີ່ ຮັບຮອງເອົາກົດໝາຍວ່າດ້ວຍຊັບສິນທາງປັນຍາສະບັບດັດແກ້ໃໝ່

ຄະນະຜູ້ແທນຂອງລາວ ພາຍ
ໃຕ້ການນໍາຂອງທ່ານນາມ ໄດ້
ທໍາ​ການເຈລະຈາຮ່ວມກັບຄະນະ
ຜູ້ຕາງໜ້າຖາວອນປະຈໍາອົງການ
ການຄ້າໂລກທີ່ນະຄອນເຈນີວາ
ມາແລ້ວ 6 ຄັ້ງກ່ອນໜ້ານີ້ ເພື່ອ
ລາຍງານໃຫ້ຄະນະປະຕິບັດງານ
ຂອງ WTO ໄດ້ເຫັນເຖິງການ
ພັດທະນາລະບົບກົດໝາຍດ້ານ
ການຄ້າແລະພາສີໃນລາວໃຫ້
ບັນດາປະເທດສະມາຊິກໃນ
WTO ໄດ້ຮັບຮູ້ ຫາກແຕ່ກໍຍັງ
ບໍ່ພຽງພໍ ທີ່ຈະເຮັດໃຫ້ລາວໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກຂອງ WTO
ເຖິງແມ່ນ​ວ່າ ທາງການລາວໄດ້ຍື່ນຄໍາຮ້ອງຂໍເຂົ້າໄປເປັນສະມາຊິກຂອງ WTO ນັບຕັ້ງ
ແຕ່ປີ 1997 ເປັນຕົ້ນມາແລ້ວກໍຕາມ.

ແຕ່ຢ່າງໃດກໍຕາມ ກອງປະຊຸມສະໄໝສາມັນຄັ້ງທີ 2 ຂອງສະພາແຫ່ງຊາດຊຸດທີ 7 ກໍໄດ້ ຮັບຮອງເອົາກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບດັດແກ້ໃໝ່ ໃນຊ່ວງເດືອນທັນວາ
ປີກາຍ ຈຶ່ງເຮັດໃຫ້ທາງການລາວ ເຊື່ອວ່າໃກ້ຈະໄດ້ເປັນສະມາຊິດຂອງ WTO ຫລາຍຂຶ້ນ
ນັບມື້ ໃນເວລານີ້.

XS
SM
MD
LG