ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການກວດສອບລັດ ເວົ້າວ່າ ງົບປະມານຂອງ ລັດຖະບານລາວ ຮົ່ວໄຫຼ ຫຼາຍຂຶ້ນ


ທ່ານນາງ ວຽງທອງ ສີພັນດອນ ຖະແຫລງຕໍ່ ກອງປະຊຸມສະພາແຫ່ງຊາດລາວ
ທ່ານນາງ ວຽງທອງ ສີພັນດອນ ຖະແຫລງຕໍ່ ກອງປະຊຸມສະພາແຫ່ງຊາດລາວ
ອົງການກວດສອບແຫ່ງລັດ ລາຍງານວ່າການກວດສອບພົບ
ການຮົ່ວໄຫຼໃນການຈ່າຍງົບປະມານຂອງລັດຖະບານລາວ
ຫຼາຍຂຶ້ນ ໂດຍສະເພາະແມ່ນການໃຊ້ຈ່າຍ ໃນຮູບຂອງການ
ໃຊ້ຈ່າຍນອກບັນຊີງົບປະມານນັ້ນ.


ອົງການກວດສອບແຫ່ງລັດພາຍໃຕ້ການເປັນປະທານຂອງທ່ານນາງວຽງທອງ ສີພັນດອນ
ໄດ້ສະຫລຸບຜົນການກວດສອບ ການຈັດຕັ້ງປະຕິບັດທາງດ້ານງົບປະມານ ລາຍຮັບ-ລາຍ
ຈ່າຍຂອງລັດຖະບານລາວໃນໄລຍະແຜນການປະຈໍາປີ 2011- 2011 ທີ່ຜ່ານມາ ໂດຍໄດ້
ນໍາສະເໜີລາຍງານສະລຸບຜົນດັ່ງກ່າວຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາ
ແຫ່ງຊາດລາວ ຊຸດທີ 7 ທີ່ກໍາລັງດໍາເນີນກອງປະຊຸມຢູ່ໃນໄລຍະນີ້ວ່າ ໄດ້ກວດພົບການ
ໃຊ້ຈ່າຍງົບປະມານທີ່ບໍ່ເປັນໄປຕາມແຜນການ ຫຼືທີ່ເປັນການໃຊ້ຈ່າຍນອກບັນຊີ ຄິດເປັນ
ມູນຄ່າລວມເຖິງ 1,933.33 ຕື້ກີບ ຫຼືປະມານ 254 ລ້ານໂດລາ.

ການໃຊ້ຈ່າຍນອກບັນຊີດັ່ງກ່າວນີ້ ແບ່ງເປັນໃນດ້ານແຜນການງົບປະມານ ລາຍຮັບ
416.58 ຕື້ກີບ ແລະໃນດ້ານແຜນການງົບປະມານລາຍຈ່າຍ 1,516.75 ຕື້ກີບ ຊຶ່ງທຽບ
ໄດ້ກັບ 2.9% ຂອງລາຍຮັບທີ່ຈັດເກັບໄດ້ທັງໝົດ ແລະ 9.84% ຂອງລາຍຈ່າຍທີ່ປະຕິ ບັດໄດ້ທັງໝົດເທົ່ານັ້ນກໍຕາມ ຫາກແຕ່ກໍຕ້ອງຖືວ່າເປັນການຮົ່ວໄຫຼ ຂອງງົບປະມານ
ລາຍຮັບ ແລະລາຍຈ່າຍທີ່ເພີ່ມຂຶ້ນຈາກແຜນການປີ 2009-2010 ໃນລະດັບທີ່ສູງພໍສົມ
ຄວນ ທັງຍັງເປັນການສະແດງໃຫ້ເຫັນເຖິງການປະຕິບັດໜ້າທີ່ ຢ່າງບໍ່ຊື່ສັດຂອງບັນດາ
ພະນັກງານລັດຖະບານອີກດ້ວຍ ດັ່ງທີ່ທ່ານ ປະດັບເພັດ ໄຊຍະໂຄດ ຮອງປະທານອົງ
ການກວດສອບແຫ່ງລັດ ໄດ້ຖະແຫຼງຊີ້ແຈງວ່າ:

ບັນດາຜູ້ນໍາຂອງລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 5 ສະໄໝທີ່ 7 ຂອງສະພາແຫ່ງຊາດລາວ
ບັນດາຜູ້ນໍາຂອງລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 5 ສະໄໝທີ່ 7 ຂອງສະພາແຫ່ງຊາດລາວ

ມີບາງຫົວໜ່ວຍງົບປະມານບໍ່ເອົາເງິນຊ່ວຍເຫຼືອລ້າ ແລະ
ເງິນກູ້ຢືມຈາກພາຍໃນ ແລະຕ່າງປະເທດ ທີ່ຕົນໄດ້ຮັບ
ແລະຄຸ້ມຄອງມາລວມສູນ ຢູ່ໃນລະບົບຄັງເງິນແຫ່ງຊາດ
ຢ່າງຄົບຖ້ວນ ການເກັບມ້ຽນເອກກະສານຢັ້ງຢືນບັນຊີບໍ່
ເຫັນເປັນລະບົບ ເຮັດໃຫ້ເອກກະສານສໍາຄັນ ແລະເອກ
ກະສານຫຼັກຖານຈໍານວນນຶ່ງຕົກເຮ່ຍເສຍຫາຍ.”


ກ່ອນໜ້ານີ້ ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີການກະຊວງ
ການເງິນໄດ້ຖະແຫຼງ ໃນແຜນການປີ 2012-2013 ນີ້ ລັດຖະ
ບານລາວ ຈະຕ້ອງຈັດເກັບລາຍຮັບໃຫ້ໄດ້ ເພີ່ມຈາກແຜນການ
ປີ 2011-2012 ທີ່ຜ່ານມາ ຄິດເປັນສັດສ່ວນເຖິງ 30.35% ເນື່ອງຈາກວ່າລັດຖະບານມີ
ພາລະໃນດ້ານລາຍຈ່າຍຫຼາຍຂຶ້ນ ຊຶ່ງກໍເປັນຜົນໂດຍກົງມາຈາກການປັບຂຶ້ນເງິນເດືອນ
ໃຫ້ພະນັກງານຂອງລັດຖະບານໃນທົ່ວປະເທດ ຊຶ່ງ ໄດ້ເລີ່ມປະຕິບັດຈັດຕັ້ງນັບແຕ່ເດືອນ
ຕຸລາ 2012 ເປັນຕົ້ນມາ.

ທ່ານພູເພັດ ບອກວ່າ ຖ້າຫາກການຈັດເກັບລາຍຮັບແລະການຊ່ວຍເຫຼືອຈາກຕ່າງ ປະເທດ
ໃນແຜນການປີນີ້ ເປັນໄປຕາມເປົ້າໝາຍທີ່ວາງເອົາໄວ້ ກໍຈະເຮັດໃຫ້ລັດຖະບານມີລາຍ
ຮັບລວມເຖິງ 19,927 ຕື້ກີບ ຫຼືຄິດເປັນ 24.96% ຂອງຄາດໝາຍຜະລິດຕະພັນລວມ
ພາຍໃນ ຫຼື GDP ຕະຫຼອດແຜນການປີ ໂດຍໃນນີ້ ກໍຄາດວ່າ ຈະເປັນລາຍຮັບຈາກ
ພາຍໃນປະເທດ ໄດ້ໃນມູນຄ່າ 15,289 ຕື້ກີບ ຊຶ່ງກໍໝາຍຄວາມວ່າ ລັດຖະບານລາວ
ຈະຕ້ອງໄດ້ຮັບການຊ່ວຍເຫຼືອລ້າຈາກຕ່າງປະ ເທດເຖິງ 4,638 ຕື້ກີບ ຫຼື 587 ລ້ານ
ໂດລາ ນັ້ນເອງ.

ຫາກແຕ່ໃນໄລຍະ 6 ເດືອນທີ່ຜ່ານມາຂອງແຜນການປີ 2012-2013 ກໍປາກົດວ່າ ລັດ
ຖະບານລາວສາມາດຈັດເກັບລາຍຮັບ ເຂົ້າງົບປະມານໄດ້ໃນມູນຄ່າລວມ 12,242 ຕື້
ກີບ ເທົ່າກັບ 51.09% ຂອງແຜນການປີ ໂດຍໃນນີ້ກໍແບ່ງເປັນລາຍຮັບພາຍໃນ 7,365 ຕື້
ກີບ ລາຍຮັບຈາກການຊ່ວຍເຫຼືອ 2,895 ຕື້ກີບ ແລະ ລາຍຮັບຈາກການກູ້ຢືມ 1,982 ຕື້ີກີບ
ແຕ່ໃນຂະນະດຽວກັນ ລັດຖະບານລາວ ກໍໄດ້ໃຊ້ຈ່າຍລາຍຮັບດັ່ງກ່າວນີ້ໄປໝົດແລ້ວ ດ້ວຍເຫດນີ້ຈຶ່ງເຮັດໃຫ້ມີຄວາມຈໍາເປັນ ທີ່ຈະຕ້ອງມີການດັດແກ້ຄາດໝາຍງົບປະມານ ລາຍຈ່າຍໃນຊ່ວງ 6 ເດືອນທ້າຍປີຂອງແຜນການ.

ທັງນີ້ ໂດຍທ່ານພູເພັດ ໄດ້ສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 5 ຂອງສະພາແຫ່ງ
ຊາດລາວຊຸດທີ 7 ທີ່ກໍາລັງດໍາເນີນການປະຊຸມຢູ່ໃນເວລານີ້ ເພື່ອຂໍມະຕິຮັບຮອງຕໍ່ແຜນ
ການປັບຫລຸດງົບປະມານລາຍຈ່າຍໃນດ້ານການບໍລິຫານ ແລະດ້ານນະໂຍບາຍລົງ ຄິດເປັນມູນຄ່າລວມເຖິງ 1,266​ ຕື້ກີບ.

ແຕ່ຢ່າງໃດກໍຕາມ ຜ່ານການປະກອບຄວາມຄິດເຫັນຂອງບັນດາສະມາຊິກໃນກອງປະ
ຊຸມສະພາແຫ່ງຊາດ ກໍປາກົດວ່າສະມາຊິກສ່ວນໃຫຍ່ ບໍ່ເຫັນດີກັບການສະເໜີປັບຫລຸດ
ງົບປະມານດັ່ງກ່າວ ເນື່ອງຈາກເຫັນວ່າຈະສົ່ງຜົນກະທົບຕໍ່ການບໍລິຫານງານໂດຍລວມ.
XS
SM
MD
LG