ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ທະນາຄານແຫ່ງຊາດລາວ ມີ​ແຜນການ ​ຈະ​ເພີ້​ມ ທຶນ​ສຳຮອງ ​ເງິນຕາ​ຕ່າງປະ​ເທດ


ເງິນກີບຂອງລາວ.
ເງິນກີບຂອງລາວ.

ຜູ້ວ່າການ​ທະນາຄານ​ແຫ່ງ ສປປ.ລາວ ຢືນຢັນ​ເຖິງ​ແຜນການ
ທີ່​ຈະ​ເພີ້​ມທຶນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ ​ໃຫ້​ໄດ້​ທຽບ​ເທົ່າ​ກັບ
​ການນຳ​ເຂົ້າສິນຄ້າ​ຕ່າງປະ​ເທດ​ເປັນ​ເວລາ 5 ​ເດືອນ​ພາຍ​ໃນ
ເດືອນ​ກັນຍາ​ປີ​ນີ້.

ທ່ານ​ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ.ລາວ​ໄດ້​ຖະ​ແຫລ​ງຢືນຢັນ​ຕໍ່​ກອງ
ປະຊຸມ​ສະ​ໄໝ​ສາມັນ​ຄັ້ງທີ 7 ຂອງ​ສະພາ​ແຫ່ງ​ຊາ​ດລາວ ຊຸດ​ທີ 7 ວ່າ ພາຍ​ໃນ​ລະຍະ​ເວລາ
ທີ່​ເຫຼືອຢູ່ ຂອງແຜນການ​ສົກ​ປີ 2013-2014 ທີ່​ຈະ​ສິ້ນສຸດ​ລົງ​ໃນ​ທ້າຍ​ເດືອນ​ກັນຍາ 2014 ນີ້
ທະນາຄານ​ແຫ່ງ ສປປ.ລາວ ຈະ​ພະຍາຍາມ​ດຳ​ເນີນ​ທຸກ​ມາດ​ຕະການ​ທາງ​ການ​ເງິນ​ ເພື່ອ
ຮັກສາ​ສ​ະຖຽນລະ​ພາບ ຂອງ​ຄ່າເງິນ​ກີບ​ໃຫ້ໝັ້ນ​ທ່ຽງ.

​ໂດຍ​ມາດ​ຕະການ​ໜຶ່ງ​ທີ່​ສຳຄັນ ກໍ​ຄື​ການ​ຄວບ​ຄຸມ​ອັດຕາ​ການ​ແລກປ່ຽນ​ລະຫວ່າງ​ເງິນກີ​ບ
ກັບ​ເງິນ​ສະກຸນ​ຕ່າງປະ​ເທດ ບໍ່​ໃຫ້​ເກີດ​ສະພາວະ​ການ​ປັ່ນ​ປ່ວນ ​ແລະບໍ່​ມີ​ຄວາມແຕກ​ໂຕນ
​ກັນ ລະຫວ່າງ​ອັດຕາ​ແລກປ່ຽນ ​ໃນ​ລະບົບ​ທະນາຄານ​ກັບ​ຕະຫລາດ​ທີ່​ເປັນຈິງ ລວມ​ໄປ​ເຖິງ​
ການ​ລົນ​ນະ​ລົງ ​ໃຫ້​ປະຊາຊົນ ​ແລະ ທຸ​ລະ​ກິດ​ການ​ຄ້າ​ໃນ​ລາວ ຊົມ​ໃຊ້ເງິ​ນກີບ​ໃນ​ການ​ຊຳ​ລະ
​ລາຄາ​ສິນຄ້າ ​ແລະ​ໜີ້​ສິນ​ລະຫວ່າງ​ກັນ​ເປັນ​ສຳຄັນ.

ທ່ານ​ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ.ລາວ.
ທ່ານ​ສົມ​ພາວ ​ໄພສິດ ຜູ້​ວ່າການ​ທະນາຄານ​ແຫ່ງ ສປປ.ລາວ.

ໂດຍ​ຖ້າ​ຫາກ​ວ່າການ​ດຳ​ເນີນ​ງານ​ ເປັນ​ໄປ​ຕາມ​ແຜນການ​
ທີ່​ວາງ​ໄວ້ ກໍ​ຈະ​ເຮັດໃຫ້​ທຶນ​ສຳ​ຮັອງ ​ເງິນຕາ​ຕ່າງປະ​ເທດ​ ຂອງ
ລັດຖະບານ​ລາວ​ ມີ​ມູນ​ຄ່າ​ລວມທີ່​ທຽບ​ເທົ່າ​ກັບ ​ການ​ນຳ​ເຂົ້າ
ສິນຄ້າ​ຈາກ​ຕ່າງປະ​ເທດ ​ເປັນ​ລະຍະ​ເວລາ 5 ​ເດືອນ ​ໃນ​ລະຍະ​
ສິ້ນສຸດ​ແຜນການ​ປີ 2013-2014 ນີ້ ດັ່ງ​ທີ່ ທ່ານ​ສົມ​ພາວ ​ໄດ້​
ຢືນຢັນ​ວ່າ:

“ທະນາຄານ​ແຫ່ງ ສປປ.ລາວ ຈະ​ສືບ​ຕໍ່​ຄຸ້ມ​ຄອງ​ກະ​ແສ​
ເງິນຕາ​ເຂົ້າອອກປະ​ເທດ ພ້ອມ​ທັງ ສື​ບຕໍ່​ສົ່ງ​ເສີ​ມການ​
ນຳ​ໃຊ້​ເງີ​ນກີບ ຮັກສາ​ລະບົບການ​ແລກປ່ຽນ​ເງິນ​ກີບ​ ກັບ​
ເງິນ​ສະກຸນ​ອື່ນ ຕາມ​ກົນ​ໄກ​ຕະຫລາດ ບໍ່​ເຮັດ​ໃຫ້​ມີ​ຄວາມ​
ແຕກ​ຕ່າງ​ດ້ານ​ອັດຕາ​ແລກປ່ຽນ​ລະຫວ່າງ​ທະນາຄານ​ກັບຕະຫລາດ ສູ້​ຊົນ​ຮັກສາ​ລະດັບຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໃຫ້​ໄດ້​ຕາມ​ແຜນການ​ທີ່​ກຳນົດ​ເອົາ​ໄວ້ ຄື

ຫຼາຍກວ່າ​ຫ້າ​ເດືອນ.”

ທາງ​ດ້ານ​ເຈົ້າໜ້າ​ທີ່​ຂັ້ນສູງ​ໃນ​ກະຊວງ​ການ​ເງິນ ​ໄດ້​ເປີດ​ເຜີຍ​ວ່າ​ທຶນ​ສຳຮອງ​ເງິນຕາ​ຕ່າງ
ປະ​ເທດ​ຂອງ​ລັດຖະບານ​ລາວ ​ໄດ້​ມີ​ມູນ​ຄ່າ​ລົດ​ລົງ​ຢ່າງ​ຕໍ່​ເນື່ອງນັບ​ແຕ່​ເດືອນ​ຕຸລາ 2013
​ເປັນຕົ້ນມາ​ໂດຍ​ມີ​ສາ​ເຫດ​ມາ​ຈາກ ການ​ຂາດ​ດຸນ​ການ​ຄ້າ​ຕ່າງປະ​ເທດ​ ໃນ​ມູນ​ຄ່າຫຼາຍ
ກວ່າ 1,000 ລ້ານດອນ​ລາ ຊຶ່ງເກີນກວ່າແຜນການທີ່ວາງເອົາໄວ້ຕະຫລອດປີ ເຖິງ 2 ເທົ່າ
ໃນເວລານີ້ ແລະ ສະພາບການດັ່ງກ່າວ ກໍຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າ ລາວ
ຈະຂາດດຸນການຄ້າສະສົມເກີນກວ່າ 2,000 ລ້ານດອນລາ ໃນຕະຫລອດແຜນການ ປີ 2013-2014 ນີ້.

ສິນຄ້າຕ່າງໆ ຈາກຕ່າງປະເທດ ທີ່ນຳເຂົ້າມາໃນປະເທດລາວ ເພີ້ມຂຶ້ນຢ່າງຕໍ່ເນືອງ.
ສິນຄ້າຕ່າງໆ ຈາກຕ່າງປະເທດ ທີ່ນຳເຂົ້າມາໃນປະເທດລາວ ເພີ້ມຂຶ້ນຢ່າງຕໍ່ເນືອງ.

ຍິ່ງໄປກວ່ານັ້ນ ການຂາດດຸນການຄ້າຕ່າງປະເທດ ກໍຍັງ
ເຮັດໃຫ້ບັນດາຜູ້ ປະກອບການ ທຸລະກິດຕ່າງໆ ໃນລາວ
ໄດ້ພາກັນຫັນໄປຖືຄອງ ເງິນສະກຸນຕ່າງປະເທດໄວ້ ເປັນ
ສ່ວນໃຫຍ່ອີກດ້ວຍ ເນື່ອງຈາກວ່າ ບໍ່ເຊື່ອໝັ້ນສະຖຽນ
ລະພາບຂອງຄ່າເງິນກີບໃນລະຍະຍາວ ແລະ ຜົນທີ່ຕິດ
ຕາມມາກໍຄືອັດຕາເງິນເຟີ້ໃນລາວ ທີ່ສູງກວ່າທຸກປະເທດ
ໃນກຸ່ມອາຊ່ຽນດ້ວຍກັນ.

ໂດຍໃນລະຍະ 6 ເດືອນທຳອິດ ຂອງແຜນການປີ 2013
-2014 ອັດຕາເງິນເຟີ້ໃນລາວ ໄດ້ປັບຕົວສູງຂຶ້ນເປັນ 6.27
ເປີເຊັນ ສ່ວນບັນຫາສິນຄ້າແພງ ກໍຍັງໄດ້ເຮັດໃຫ້ ດັດຊະນີ
ລາຄາ ຜູ້ບໍລິໂພກ ເພີ້ມຂຶ້ນເປັນ 122.5 ເປີເຊັນ ໃນຂະນະທີ່ ທຶນສຳຮອງເງິນຕາຕ່າງ ປະເທດ ຍັງເຫຼືອເທົ່າກັບ ການນຳເຂົ້າສິນຄ້າ ຈາກຕ່າງປະເທດ ໄດ້ພຽງບໍ່ເຖິງ 2 ເດືອນ.

ທາງດ້ານກະຊວງອຸດສາຫະກຳແລະການຄ້າ ລາຍງານວ່າ ລັດຖະບານລາວ ໄດ້ວາງ
ແຜນການ ທີ່ຈະສົ່ງສິນຄ້າອອກໄປຕ່າງປະເທດໃຫ້ໄດ້ໃນມູນຄ່າລວມ 2,178 ລ້ານ
ດອນລາ ໃນແຜນການປີ 2013-2014 ນີ້ ແລະໃນຂະນະດຽວກັນ ກໍຈະຄວບຄຸມການ
ນຳເຂົ້າ ສິນຄ້າໃຫ້ບໍ່ເກີນ 2,730 ລ້ານດອນລາ ຊຶ່ງກໍຈະເຮັດໃຫ້ ສາມາດຄວບຄຸມການ
ຂາດດຸນ ການຄ້າໃຫ້ມີມູນຄ່າລວມ ບໍ່ເກີນ 552 ລ້ານດອນລາ ໃນຕະຫລອດແຜນການ.

ຫາກແຕ່ວ່າໃນສະພາບການທີ່ເປັນຈິງນັ້ນ ຄົງຈະເປັນການຍາກທີ່ ລັດຖະບານລາວ ຈະສາມາດປະຕິບັດໄດ້ຕາມແຜນການດັ່ງກ່າວ ເພາະໃນແຜນການປີ 2013-2014 ນີ້ ຄາດໝາຍວ່າ ລາວຈະນຳເຂົ້າສິນຄ້າຈາກຕ່າງປະເທດ ຄິດເປັນມູນຄ່າລວມ 3,720 ລ້ານດອນລາ ເນື່ອງຈາກວ່າການລົງທຶນ ຂອງຕ່າງຊາດທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງນັ້ນ ເຮັດໃຫ້ລາວ ຕ້ອງມີການນຳເຂົ້າ ເຄື່ອງຈັກນ້ຳມັນເຊື້ອໄຟ ແລະອຸປະກອນຕ່າງໆເພີ້ມ
ຂຶ້ນ ສ່ວນການສົ່ງອອກ ກໍຍັງອີງໃສ່ ການຂຸດຄົ້ນຊັບພະຍາກອນທຳມະຊາດເປັນຫຼັກ ຈຶ່ງຄາດວ່າ ລາວຈະຂາດດຸນການຄ້າຕ່າງປະເທດຫຼາຍກວ່າ 1,550 ລ້ານດອນລາ.

XS
SM
MD
LG