ລິ້ງ ສຳຫລັບເຂົ້າຫາ

ເຂຶ່ອນດອນສະໂຮງ ຂອງ ສປປ ລາວ ເປັນບັນຫາຂັດແຍ້ງ ກັບເພື່ອນບ້ານ ແລະໃນລະຫວ່າງ ຊາວລາວເອງ.


ລັດຖະບານ​ລາວ ​ໄດ້​ຖືກ​ຕຳ​ນິຕິ​ຕຽນ​ຢ່າງ​ແຮງ ຈາກ​ບັນດາ​ລັດ
ຖະບານຢູ່​ໃນ​ຂົງ​ເຂດ ​ແລະ​ພວກປົກ​ປ້ອງສິ່ງ​ແວດ​ລ້ອມ ທີ່​ບໍ່
ເອົາຫົວໃສ່​ໃຈ​ຊາກັບຄວາມ​ເປັນ​ຫ່ວງ​ຂອງ​ເຂົາ​ເຈົ້າ ​ແລະດຳ
ເນີີນການ​ໄປ​ໜ້າ​ກັບ​ແຜນ​ກໍ່​ສ້າງ​ເຂື່ອນ ໃສ່ແມ່​ນຳ້ຂອງ. Luke
Hunt ລາຍ​ງານ​ຈາກ ດອນ​ເດັດ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ
ລາ​ວ ທີ່​ບັນດາ​ປະຊາ​ຄົມ​ທ້ອງ​ຖິ່ນ ​ມີຄວາມ​ເປັນ​ຫ່ວງນຳກັນ
ກ່ຽວກັບຫຼາຍໆບັນຫາ ​ແຕ່​ບໍ່ແມ່ນໝົດທຸກໆຄົນຕໍ່ຕ້ານການ​
ສ້າງ​ເຂື່ອນດອນ​ສະ​ໂຮງ ທີ່ຢູ່​ໃກ້ໆ​ນັ້ນ ຊຶ່ງ ກິ່ງ​ສະຫວັນ ຈະ​
ນຳເອົາເລື້ອງ​ນີ້ ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່ໃນ​ບັນດາປະຊາ​ຄົມ​ທີ່ສອກຫລີກ ຫ່າງໄກຂອງສີ່​ພັນ​ດອນ ​ຊຶ່ງ
ຢັ່ງຢາຍກັນ​ຢູ່​ຕາມລຳແມ່​ນຳ້ຂອງ ທາງ​ພາ​ກໃຕ້​ຂອງປະ​ເທດ​ລາວ ​ເວົ້າ​ເຖິງການສ້າງເຂື່ອນ
ມູນ​ຄ່າ 600 ລ້ານ​ໂດ​ລາ​ ຕັນຮູດອນ​ສະ​ໂຮງນັ້ນ ໄດ້ກໍ່ໃຫ້​ເກີດ​ມີຄວາມ​ສົນ​ໃຈ ຢູ່​ໝູ່​ດອນທີ່​ໂດດດ່ຽວຫ່າງໄກ ຊຶ່ງຕາມປົກກະຕິ​ແລ້ວ ແມ່ນ​ພົວພັນ​ກັບການທ່ອງທ່ຽວແບບ​ຜະ​ຈົນ​ໄພ​ນັ້ນ.

ແຜນການຂອງລັດຖະບານ ​ທີ່​ຈະ​ສ້າງ​ເຂື່ອນ​ຕັນຮູນ້ຳ ທີ່ສຳຄັນ​ໃນລຳແມ່​ນຳ້ ແລະ​ສ້າງໂຮງ
ໄຟຟ້າພະລັງນ້ຳທີ່ມີຄວາມແຮງ 260 ​ເມກາ​ວັດ ​ໄດ້​ເຮັດ​ໃຫ້​ເກີດມີ​ການ​ຖົກ​ຖຽງ​ກັນກ່ຽວກັບ
​ການ​ພັດທະນາ​ໃໝ່ທີ່​ ກາງຕໍ່ອາໄສ​ກະ​ແສ​ໄຟຟ້າຢ່າງສະໝຳ່ສະ​ເໝີ ແລະ​ປັບປຸງການ​ໄຫລ
ຂອງ​ນໍ້າ. ລາຄາ​ທີ່​ດິນ ​ໄດ້ສູງຂື້ນ​ເກືອບ​ເປັນສອງ​ເທົ່າ​ ຫວ່າງ​ບໍ່​ເທົ່າ​ໃດປີ​ທີ່​ຜ່ານມາ​ນີ້​ໃນຂະ
ນະ​ທີ່ພວກເກັງກຳໄລເຂົ້າມາເປັນເຈົ້າການ.

ປະຊາຊົນໃນເຂດທ້ອງ​ຖິ່ນ​ຈຳນວນ​ນຶ່ງ ​ພາກັນ​ຄັດ​ຄ້ານ​ຕໍ່ໂຄງການ​ສ້າງ​ເຂື່ອນ. ແຕ່ຄົນ
ອື່ນໆກ່າວ​ວ່າ ​ເຂື່ອນ​ອາດຈະ​ຊ່ວຍປັບປຸງ​ຊີວິດ​ການເປັນຢູ່ ຂອງເຂົາ​ເຈົ້າ​ໃຫ້​ດີ​ຂື້ນ ​ແລະ​ມີການໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ເຂົາເຈົ້າຈະ​ໄດ້​ຄ່າ​ຊົດເຊີຍ ຖ້າ​ຫາກ​ຖືກ​ຍົກຍ້າຍ.

​ເຖິງ​ຢ່າງ​ໃດ​ກໍ​ດີ ດັ່ງ​ນັກ​ຂຽນ​ກ່ຽວ​ກັບການທ່ອງທ່ຽວ Anna Fenton ​ໃຫ້​ຂໍ້​ສັງ​ເກດ ໃນ​ຂະ
ນະ​ໄປ​ຢ້ຽມຢາມ​ຢູ່ທີ່​ນັ້ນ​ວ່າ ອຸບປະສັກ​ໃຫຍ່ສຸດທີ່ຍັງຄ້າງ​ຄາຢູ່ກໍ​ຄື ການ​ຂາດ​ຂໍ້ມູນທີ່ເຊື່ອ
ຖືໄດ້ ກ່ຽວ​ກັບ​ເຂື່ອນ ​ແລະ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂື້ນ​ຕໍ່ໝູ່ປາ ​ແລະ​ສິ່ງແວດ​ລ້​ອມ ໃນບໍລິ
ເວນ​ອ້ອມ​ແອ້ມ​ນັ້ນ.

ທ່ານນາງ Fenton ກ່າວວ່າ “ສິ່ງ​ສຳຄັນ​ທີ່​ສຸດເບິ່ງ​ຄືວ່າ ປະຊາຊົນໃນ​ທ້ອງ​ຖິ່ນປາກົດ
​ວ່າ ​ບໍ່​ໄດ້ມີຄວາມຄິດ​ທີ່​ແຈ້ງຂາວວ່າ ​ເຂື່ອນນັ້ນ​ມີ​ຄວາມ​ໝາຍ​ຢ່າງ​ໃດ​. ຈຳນວນ​ນຶ່ງ​
ໄດ້​ບອກ​ ຂ້າພະ​ເຈົ້າ​ວ່າ ​ເຂົາ​ເຈົ້າ​ຄິດ​ວ່າ​ມັນ​ກວມແຕ່ບໍລິເວນນຳ້ຕົກ​ຄອນເ ທົ່ານັ້ນ
ຊຶ່ງ​ເປັນ​ຂອບເຂດທີ່ຈຳກັດ ແຕ່ ບາງ​ຄິດ​ວ່າ ມັນຈະກວມເອົາ​ທັງ​ໝົດ ຂອງ​ເຂດສີ່​
ພັນ​ດອນ ຊຶ່ງ​ເປັນ​ຈຸດ ທີ່ກວ້າງທີ່ສຸດຂອງແມ່​ນໍ້າຂອງ ​ແລະ​ຈົນ​ກວ່າ​ສິ່ງເຫຼົ່ານັ້ນ ໄດ້
ຮັບຄວາມກະຈ່າງ​ແຈ້ງ ມັນ​ຍາກ​ທີ່​ຈະ​ບອກ​ໃຫ້​ຮູ້​ວ່າ ​ເຂື່ອນມີ​ຄວາມ​ໝາຍ​ຢ່າງໃດ​
ກັນ​ແທ້.”

ການ​ນຳ​ເອົາ​ຂ່າວສານ​ອອກ​ໄປເຜີຍແຜ່ໃຫ້ທົ່ວ​ເຖິງນັ້ນ​ ມີ​ຄວາມລຳບາກ ຫລາຍ.

ຢູ່​ໃນ​ປະ​ເທດ​ລາວ ແມ່ນບໍ່​ມີ​ການໂຍະຍານຜ່ອນຜັນກ່ຽວກັບການຕຳໜິ​ຕິຕຽນ ຕໍ່​ພັກຄອມ
​ມິ​ວນິສທີ່ປົກຄອງປະເທດ. ພວກ​ຄັດ​ຄ້ານ​ການ​ສ້າງ​ເຂື່ອນກ່າວ​ວ່່າ ການ​ສະແດງຄວາມບໍ່
ເຫັນ​ພ້ອມ​ໄດ້​ຖືກ​ກົດ​ດັນ​ເມື່ອ​ສອງ​ປີກ່ອນ ​ເວ​ລານັກ​ເຄື່ອ​ນ​ໄຫວດ້ານສິດທິ​ທີ່​ດິນຄົນສຳຄັນ
ທ່ານ​ສົມບັດ ສົມ​ພອນ ​ໄດ້​ຫາ​ຍ​ໂຕ​ໄປ ໂດຍປາດ​ສະ​ຈາກ​ຮ່ອງ​ຮອຍ ຫລັງ​ຈາກ​ບັນທຶກພາບ
ກ້ອງວົງ​ຈອນ​ປິດສະແດງວ່າ ຜູ້ກ່ຽວຢຸດຢູ່ບ່ອນກວດຂອງຕຳ ຫລວດ​.

​ປະ​ເທດ​ຕາ​ເວັນ​ຕົກກຸ່ມນຶ່ງ ​ແລະ​ບັນດາ​ນັກປົກ​ປ້ອງ​ກັນ​ສິ່ງ​ແວດ​ລ້ອມທີ່​ ຮູ້​ກັນ​ໃນນາມ
ເພື່ອນມິດຂອງແມ່​ນຳ້ຂອງ ​ໄດ້​ຮຽກຮ້ອງ​ໃຫ້ລັດຖະບານ ​ລາວ ເລື່ອນ​ການ​ຕັດສິນ​ໃຈ​ກ່ຽວ
ກັບການ​ກໍ່ສ້າງເຂື່ອນອອກໄປຈົນ​ກ​ວ່າ ການ​ສຶກສາ​ເພີ້ິມ​ເຕີມ​ໄດ້​ເສັດສິ້ນລົງ. ຢູ່​ກອງ​ປະຊຸມ​ຫວ່າງ​ມໍ່ໆ​ມາ​ນີ້ ​ທີ່ມີຂຶ້ນທີ່ເມືອງ​ປາກ​ເຊ ໃກ້ໆກັບດອນເດດນັ້ນ ກຸ່ມ​ດັ່ງກ່າວເວົ້າວ່າ ການ​
ປືກສາ​ຫາລື​ເປັນ​ເວລາ​ຫົກ​ເດືອນ​ທີ່​ຫາກໍ່​ສຳ​ເລັດ​ລົງ​ນັ້ນ ບໍ່​ເປັນ​ທີ່​ພຽງພໍ.

ທ່ານ Tek Vannara ຈາກອົງການ​ທີ່​ບໍ່ຂື້ນ​ກັບລັດຖະບານ ​ໃນ​ປະ​ເທດກຳປູ​ເຈຍ ກ່າວ​ວ່າ
ການ​ຂາດ​ການ​ປຶກສາ​ຫາລື​ດັ່ງກ່າວ ຄວນຈະເປັນທີ່ຄາດກັນຢູ່ແລ້ວ ຈາກປະເທດ​ຄອມ​ມິ​ວ
ນິສທີ່​ມີພັກ​ດຽວ. ​ແຕ່​ເມື່ອ ​ຜົນກະທົບໃນຂອບເຂດທີ່​ກວ້າງຂວາງ​ຂອງເຂຶ່ອນແລ້ວ ​ລັດຖະ
ບານກຳ ປູ​ເຈຍ ຫວຽດນາມ ​ແລະ​ບັນ​ດາ​ກຸ່ມສັງຄົມ​ພົນລະ​ເຮືອນ​ ​ຕະຫຼອດທັງ​ຊາວລາວທີ່
ຢູ່​ຕ່າງປະ​ເທດ ​ແມ່ນເປັນສຽງດຽວກັນໃນການ​ຮຽກຮ້ອງໃຫ້ ​ມີ​ການ​ສຶກສາ​ຢ່າງ​ລະອຽດເພີ້ມ
ຕື່ມ ກ່ອນຈະ​ລົງ​ມື​ສ້າງ.

ທ່ານ Vannara ກ່າວວ່າ “ສຳລັບ​ປະຊາຊົນ​ຢູ່​ເມືອງ​ລາວ ເມື່ອເວົ້າສະ ​ພາບ​ທາງ​
ດ້ານການ​ເມືອງ​ແລ້ວ ​ເຂົາ​ເຈົ້າ​ບໍ່​ມີ​ສິດ​ປາກ​ເວົ້າ ​ເພື່ອ​ສະແດງ ຄວາມ​ເປັນ​ຫ່ວງ
ຂອງ​ເຂົາ​ເຈົ້າ ​ແຕ່​ວ່າ ສຳ​ລັບ​ຕ່າງປະ​ເທດ​ແລ້ວ ພວກ​ເຮົາ​ຍັງ​ຕິດ​ຕໍ່​ກັບ​ປະຊາຊົນ​

ລາວ​ທີ່ຢູ່​ນອກ​ປະ​ເທດ ​ແລະ​ສ່ວນ​ໃຫຍ່​ບໍ່​ເຫັນ ​ດີກັບ​ການ​ສ້າງ​ເຂື່ອນດອນ​ສະ​ໂຮງ.”

ທ່ານ Vannara ຍັງ​ກ່າວ​ວ່າ ພົນລະ​ເມືອງ 60 ລ້ານ​ຄົນ​ທີ່ກາງຕໍ່​ໂດຍ​ ກົງ​ນຳແມ່​ນຳ້ຂອງ ​ແລະ​ອີກ 300 ລ້ານ​ຄົນ ທີ່ຢູ່ໃນເຂດອ້ອມແອ້ມນັ້ນ ມິ​ສິດທິ​ທຸກ​ຢ່າ​ງ​ໃນ​ຄວາມ​ເປັນ​ຫ່ວງກ່ຽວ​
ກັບເລື້ອງ​ໝູ່ປາ ​ແລະ​ໂອກາດທີ່ ​ບ່ອນເພາະພັນ ​ແລະ​ເສັ້ນທາງທີ່ຂຶ້ນລ່ອງໄປມາຂອງໝູ່ປາ
ຈະຖືກຍົກ ຍ້າຍ.

​ເໝືອຈາກ​ນີ້ຂຶ້ນ​ໄປບໍ່ໄກປານໃດ ​ແມ່​ນຳ້ຂອງໄດ້ແບ່ງ​ແຍກ​ອອກ​ເປັນ​ຫລາ​ຍສາຍສຳຄັນ
​ແລະ​ໝູ່​ເກາະ​ໝູ່ດອນຕ່າງໆ. ຮູນ້ຳທີ່ແຍກ​ດອນ​ສະ​ໂຮງອອກຈາກດອນສະດຳ ເປັນບ່ອນ
ທີ່ຈະ​ມີການສ້າງເຂື່ອນໃສ່ ແລະບາງ​ທີອາດ​ຈະ​ເປັນ​ບ່ອນ​ເລິກ​ທີ່​ສຸດ. ແລະນັກວິທະຍາ
ສາດກ່າວ​ວ່າ ຮູນີ້ເປັນ​ບ່ອນຂຶ້ນລົງພິເສດຂອງໝູ່ປາ ທີ່ອົບພະຍົບໄປມາໃນລະຫລ່າງລະ
ດູແລ້ງ. ທ່ານ Vannara ກ່າວ​ວ່າ ນອກນັ້ນຍັງ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ ​ກັບປາ​ຂ່າ ຫລື​ປາ
dolphin ນຳ້ຈືດ ທີ່​ໃກ້ຈະສູນພັນ.

ທ່ານ Vannara ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ​ເຂື່ອນທີ່ສ້າງໃສ່ລຳນ້ຳຂອງ ຈະ​ມີ​ຜົນ
​ກະທົບ​ຕໍ່ປາ​ຂ່າ ​ໂດຍສ​ະ​ເພາະປາ​ຂ່າ ຢູ່​ທີ່​ແຂວງ Stung Treng ຂອງ​ກຳປູ​ເຈຍ
​ແລະ​ເຂດຊາຍ​ແດນລາວ ​ແລະ​ຍັງ​ມີ ປາ​ຂ່າ ຢູ່​ໃນ​ແຂວງ Kratie ​ເພາະວ່າຄຸນ​ນະ​
ພາບ​ຂອງ​ນຳ້ໃນ​ລະ ຫວ່າງ​ທີ່​ມີ​ການ​ກໍ່ສ້າງ ​ແລະ​ໃນ​ອານາ​ຄົດ ລະດັບນ້ຳທີ່ຂຶ້ນໆ
ລົງໆ ຈະ​ເປັນ​ຜົນ​ກະທົບ​ໂດຍ​ກົງ​ຕໍ່ປາ​ຂ່າ.”

ບັນດາ​ນັກວິ​ທະຍາ​ສາດອິດສະຫຼະຍັງຢາກຮູ້ຈັກ​ລາຍ​ລະອຽດ​ຢູ່​ໃນ​ແຜນ ການທີ່ຈະເຈາະ
ຮູໃຫ້ເລິກຕື່ມອີກຢູ່​ໃກ້ໆ​ນັ້ນ​ເພື່ອ​ເປັນທາງ​ເລືອກໃນການ​ຂຶ້ນລົງຂອງປາ. ທ່ານ Peter
Degen ທີ່​ປຶກສາດ້ານເທັກ​ນິກ ລະຫວ່າງຊາດ ຂອງ​ຄະນະ​ກຳມະການ​ແມ່​ນຳ້ຂອງສາກົນ ກ່າວ​ວ່າ ການ​ຕັດສິນ​ໃຈ​ໃດໆ​ທີ່​ຈະ​ດຳ​ເນີນ​ຕໍ່ໄປກ່ຽວກັບການ​ສ້າງ​ເຂື່ອນ ແມ່ນເປັນ​ເລື້ອງ
​ການ​ເມືອງ ​ແລະ​ໜ້າ​ທີ່​ຂອງ​ທ່ານ​ກໍ​ມີພຽງ​ແຕ່​ ໃຫ້ການ​ສະໜັບສະໜູນ​ດ້ານ​ເທັກ​ນິກ. ​ແຕ່
ທ່ານ​ກ່າວ​ວ່າ ຜູ້​ພັດທະນາຈຳເປັນຕ້ອງ ໄດ້ສະໜອງຂໍ້ມູນລາຍ​ລະອຽດ​ເພີ້​ມ​ເຕີມ ກ່ຽວ​ກັບ​ໂຄງການດັ່ງກ່າວ.

ທ່ານ Degen ກ່າວວ່າ “ມີ​ການ​ຊັ່ງ​ຊາ​ກ່ຽວກັບ​ສິ່ງ​ແວດ​ລ້ອມ ​ແລະ​ການ​ຊັ່ງ​ຊາ​ເບິ່ງ
ຜົນ​ກະທົບ​ຕໍ່​ສັງຄົມ ນອກ​ນັ້ນ​ຍັງ​ມີ​ຊ່ອງ​ຫວ່າງ​ທີ່​ຈະຕ້ອງໄດ້ຮັບການແກ້ໄຂ ​ເພື່ອ​
ໃຫ້ປັບ​ປຸງການ​ອອກ​ແບບ ​ໃ​ນກໍລະນີ​ທີ່​ເຂົາ​ເຈົ້າ​ອາດ​ຈະລົງມືກໍ່ສ້າງ​.”

ລັດຖະບານ​ລາວ ຍັງ​ບໍ່​ທັນ​ໃຫ້ຄຳຕອບເທື່ອກ່ຽວກັບການຮຽກຮ້ອງເທື່ອ​ຫລ້າ​ສຸດເພື່ອໃຫ້
ເລື່ອນເວລາອອກໄປຕື່ມອີກ. ​ແຕ່​ລາວຢືນຢັດ​ວ່າ ຕົນ ມີສິດທີ່ຈະສືບຕໍ່ການສ້າງເຂື່ອນ
ດອນ​ສະ​ໂຮງ ຫລັງ​ຈາກເສັດ​ສິ້ນ​ຂັ້ນ ຕອນການ​ປຶກສາ​ຫາລື​ເປັນ​ເວລາ​ຫົກ​ເດືອນ ​ແລະ​ນັ້ນ
ເປັນ​ທີ່​ພໍ​ໃຈ​ດ້ວຍ ການ​ຄຳ້ປະກັນ ຈາກ​ຜູ້​ພັດທະນາ ຄືບໍລິສັດ First Corporation
Berhad Malaysia.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG