ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວພັດທະນາແຫລ່ງທ່ອງທ່ຽວ ເພື່ອກະກຽມໃສ່ ປີທ່ອງທ່ຽວລາວ 2012


ກອງປະຊຸມສົນທະນາເລື້ອງການສົ່ງເສີມການທ່ອງທ່ຽວ ໃນເຂດລຸ່ມແມ່ນໍ້າຂອງ ທີ່ຈັດຂຶ້ນໃນແຂວງຈໍາປາສັກ ເມື່ອເດືອນພຶດສະພາ ປີນີ້.
ກອງປະຊຸມສົນທະນາເລື້ອງການສົ່ງເສີມການທ່ອງທ່ຽວ ໃນເຂດລຸ່ມແມ່ນໍ້າຂອງ ທີ່ຈັດຂຶ້ນໃນແຂວງຈໍາປາສັກ ເມື່ອເດືອນພຶດສະພາ ປີນີ້.

ທາງການລາວເລັ່ງພັດທະນາແຫຼ່ງທ່ອງທ່ຽວ ເພື່ອຮອງຮັບປີການທ່ອງທ່ຽວລາວ ທີ່ຈະຈັດ ຂຶ້ນໃນປີ 2012 ໂດຍໄດ້ວາງເປົ້າໝາຍທີ່ຈະດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ໃຫ້ໄດ້ ເຖິງ 2.6 ລ້ານຄົນ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວຂອງລາວ ໄດ້ໃຫ້
ການຢືນຢັນວ່າ ວຽກງານບຸລິມະສິດໃນດ້ານການທ່ອງທ່ຽວ ທີ່ທາງການລາວກໍາລັງເລັ່ງ
ດໍາເນີນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ຢູ່ໃນເວລານີ້ ກໍຄືການພັດທະນາແຫຼ່ງທ່ອງທ່ຽວ
ແຫ່ງຕ່າງໆ ໃຫ້ໄດ້ຫຼາຍຂຶ້ນເພື່ອຮອງຮັບປີການທ່ອງທ່ຽວລາວ ທີ່ກໍານົດຈະມີຂຶ້ນ ຢ່າງ
ເປັນທາງການພາຍໃນປີ 2012.

ນໍ້າຕົກຄອນພະເພັງໃນແຂວງຈໍາປາສັກ ທີ່ກໍາລັງໄດ້ຮັບການ ສໍາຫລວດ ເພື່ອສ້າງເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ ໃນພາກໃຕ້ຂອງລາວ.
ນໍ້າຕົກຄອນພະເພັງໃນແຂວງຈໍາປາສັກ ທີ່ກໍາລັງໄດ້ຮັບການ ສໍາຫລວດ ເພື່ອສ້າງເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ ໃນພາກໃຕ້ຂອງລາວ.

ໂດຍຫລ້າສຸດ ທາງການແຂວງ
ຈໍາປາສັກ ກໍໄດ້ດໍາເນີນການສໍາ
ຫຼວດພື້ນທີ່ກວ້າງກວ່າ 7,700
ເຮັກຕາ ຢູ່ໃນເຂດດອນໂຂງ-
ຄອນພະເພັງ ໃນຂັ້ນເບື້ອງຕົ້ນ
ສໍາເລັດຮຽບຮ້ອຍແລ້ວ ແລະໃນ
ໝໍ່ໆນີ້ ກໍຈະນໍາຂໍ້ມູນທີ່ເກັບກໍາ
ໄດ້ທັງໝົດ ມາໃຊ້ປະກອບການ
ພິຈາລະນາ ເພື່ອກໍານົດເຂດພັດ
ທະນາຕ່າງໆ ຢ່າງລະອຽດເຊັ່ນ
ເຂດທີ່ຈະພັດທະນາໃຫ້ເປັນເຂດ
ທ່ອງທ່ຽວທາງທໍາມະຊາດ ເຂດ
ທີ່ຈະພັດທະນາໃຫ້ເປັນສູນການ
ຄ້າ ແລະສະຖານບັນເທິງຕ່າງໆ
ຢ່າງຄົບວົງຈອນ, ເຂດທີ່ຈະກໍ່ສ້າງໂຮງແຮມ-ຣີສອດ ແລະບ້ານພັກຕາກອາກາດເປັນຕົ້ນ.

ນອກຈາກນັ້ນ, ທາງການລາວກໍຍັງຈະເລັ່ງດໍາເນີນການພັດທະນາເຂດທົ່ງໄຫຫີນໃນແຂວງ
ຊຽງຂວາງ, ເຂດເມືອງວຽງໄຊ ແຂວງຫົວພັນ ແລະເຂດເສດຖະກິດພິເສດຕ່າງໆ ທັງທີ່ຢູ່
ໃນເຂດ ແຂວງສະຫວັນນະເຂດ, ແຂວງຄໍາມ່ວນ, ແຂວງຈໍາປາສັກ, ແຂວງບໍ່ແກ້ວ, ແຂວງ
ຫຼວງນໍ້າທາ ແລະທີ່ດົງໂພສີ ໃນນະຄອນຫຼວງວຽງຈັນ ເພື່ອຮັບຮອງນັກທ່ອງທ່ຽວຄົນຕ່າງ
ປະເທດໃຫ້ໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ທັງນີ້ໂດຍທາງການລາວ ກໍໄດ້ວາງເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຕ່າງປະເທດໃຫ້
ໄດ້ບໍ່ໜ້ອຍກວ່າ 2.6 ລ້ານຄົນໃນຕະຫຼອດປີ 2012 ແລະຍັງໄດ້ແນໃສ່ການກະກຽມຄວາມ
ພ້ອມໃນດ້ານໂຮງແຮມ, ຮ້ານອາຫານ ແລະສະຖານບໍລິການຕ່າງໆ ສໍາລັບຮອງຮັບປີທ່ອງ
ທ່ຽວລາວ ໃຫ້ໄດ້ຢ່າງມີປະສິດທິພາບ ແລະໃຫ້ເປັນທີ່ປະທັບໃຈຂອງນັກທ່ອງທ່ຽວຕ່າງປະ
ເທດອີກດ້ວຍ.

ບຸນຊ່ວງເຮືອທີ່ນະຄອນວຽງຈັນ, ບຸນປະເພນີປະຈໍາປີຂອງລາວ ທີ່ຈັດຂຶ້ນໃນທຸກເດືອນຕຸລາ ຊຶ່ງໄດ້ດຶງດູດເອົານັກທ່ອງທ່ຽວໄປຊົມ ຢ່າງຫລວງຫລາຍ
ບຸນຊ່ວງເຮືອທີ່ນະຄອນວຽງຈັນ, ບຸນປະເພນີປະຈໍາປີຂອງລາວ ທີ່ຈັດຂຶ້ນໃນທຸກເດືອນຕຸລາ ຊຶ່ງໄດ້ດຶງດູດເອົານັກທ່ອງທ່ຽວໄປຊົມ ຢ່າງຫລວງຫລາຍ

ແຕ່ຢ່າງໃດກໍຕາມ ທາງການກໍ​
ຍອມຮັບ​ວ່າ ການ​ທີ່​ທາງ​ການ
ລາວ​ຈະ​ສາມາດ​ຈັດກຽມຄວາມ
ພ້ອມໃນ​ດ້ານ​ຕ່າງໆ ​ເພື່ອ​ຮອງ
ຮັບ​ປີ​ທ່ອງ​ທ່ຽວລາວ​ໃຫ້​ໄດ້​ຢ່າງ
ແທ້​ຈິງ​ນັ້ນ ກໍ​ຈໍາເປັນຢ່າງ​ຍິ່ງ​ທີ່
ຈະ​ຕ້ອງ​ໄດ້​ຮັບ​ການ​ປະກອບສ່ວນ
ຈາກທາງ​ພາກ​ເອກະ​ຊົນ ທັງ​ໃນ
ດ້ານ​ເງິນ​ການລົງທຶນ ​ແລະ​ບຸກ
ຄະລາກອນ ​ດ້ານ​ການທ່ອງທ່ຽວ
ອີກດ້ວຍ ດັ່ງ​ທີ່ເຈົ້າໜ້າທີ່ຂັ້ນສູງ
ໃນກະຊວງຖະແຫລງຂ່າວ ແລະວັດທະນະທໍາໄດ້ໃຫ້ການຊີ້ແຈງ​ວ່າ:

“ອັນ​ນຶ່ງອີກກໍ​ຄື ເຮັດ​ໃຫ້ພາກ​ສ່ວນເອກະ​ຊົນ​ເຂົ້າມາ​ມີ​ບົດບາດ​ສຳຄັນ​ໃນ​ການວາງ​
ແຜນການ​ພັດທະນາ​ໃນ​ໄລຍະ​ຕໍ່​ໄປ​ນີ້ ​ແລະ​ໃຫ້​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ
ຕ່າງປະ
ເທດ ມີ​ຄວາມ​ເຊື່ອໝັ້ນຕໍ່ນະໂຍບາຍ​ຂອງພວກ​ເຮົາ ​ແລ້ວ​ດຶງ​ດູດ​ນັກ​ລົງ
ທຶນ​ທັງ​ພາຍ​
ໃນ​ແລະ​ຕ່າງປະ​ເທດມາ​ລົງທຶນ​ໃຫ້​ຫລາຍ​ກວ່າ​ເກົ່າ ​ໃນ​ຂະ​ແໜງອຸດ
ສະຫະກໍາທ່ອງ​
ທ່ຽວຂອງ​ພວກ​ເຮົາ
.”

ຂະບວນລົດຄາຣາວານ ທີ່ນໍາເອົານັກທ່ອງທ່ຽວຈາກຈີນມາທ່ອງທ່ຽວ ແລະພັກທີ່ໂຮງແຮມ ດອນຈັນ ພາເລສ ໃນນະຄອນຫລວງວຽງຈັນ.
ຂະບວນລົດຄາຣາວານ ທີ່ນໍາເອົານັກທ່ອງທ່ຽວຈາກຈີນມາທ່ອງທ່ຽວ ແລະພັກທີ່ໂຮງແຮມ ດອນຈັນ ພາເລສ ໃນນະຄອນຫລວງວຽງຈັນ.

ປັດຈຸບັນ​ນີ້ ທົ່ວ​ປະ​ເທດ​ລາວ​ມີ​
ໂຮງ​ແຮມ 357 ​ແຫ່ງ, ບ້ານ
ພັກ 1,127 ​ແຫ່ງ, ຮ້ານອາ
ຫານ 1,246 ​ແຫ່ງ ​ແລະ​ສະ
ຖານທີ່​ທ່ອງ​ທ່ຽວທຳ​ມະ​ຊາດ
​ແລະວັດທະນະທຳ 1,493
ແຫ່ງ. ຫາກແຕ່ວ່າ​ໃນ​ຈຳນວນ
​ນີ້ ມີ​ພຽງ 456 ​ແຫ່ງ​ເທົ່າ​ນັ້ນ
ທີ່​ໄດ້​ຮັບ​ການ​ພັດທະນາໃຫ້​
ສາມາດ​ຮັບຮອງ​ນັກ​ທ່ອງ​ທ່ຽວ
​ໄດ້​ແລ້ວ ​ໃນ​ຂະນະ​ທີ່ໂຮງ​ແຮມ
​ແລະ​ບ້ານ​ພັກ​ໃນທົ່ວປະ​ເທດ​ນັ້ນ ກໍ​ສາມາດ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ໄດ້ ​ທັງໝົດ 37,500 ຄົນ​ຕໍ່ມື້.

ນອກຈາກນີ້ແລ້ວ ຖ້າຫາກໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງຈີນກັບລາວ
ແລ້ວເຊື່ອມຕໍ່ໄປຍັງປະເທດໄທ ມາເລເຊຍ ແລະສິງກະໂປ ທີ່ເອີ້ນວ່າໂຄງການເຊື່ອມຕໍ່ທາງ
ລົດໄຟອາເຊຍ-ຈີນນັ້ນ ສາມາດກໍ່ສ້າງໄດ້ສໍາເລັດຢ່າງແທ້ຈິງນັ້ນ ກໍ່ຈະສົ່ງຜົນດີຕໍ່ການພັດ
ທະນາ ໃນດ້ານການທ່ອງທ່ຽວຂອງລາວໃນອານາຄົດອີກດ້ວຍ. ໂດຍຄາດໝາຍວ່າຈະມີ
ນັກທ່ອງທ່ຽວຊາວຕ່າງຊາດຫຼາຍກວ່າ 2.8 ລ້ານຄົນ ທີ່ຈະເດີນທາງເຂົ້າໄປລາວ ໃນປີ
2015. ສ່ວນປີທີ່ຜ່ານມາ ກໍປາກົດວ່າມີນັກທ່ອງທ່ຽວຊາວຕ່າງຊາດເກືອບ 2.2 ລ້ານຄົນ
ທີ່ເດີນທາງ ເຂົ້າໄປໃນລາວ.

XS
SM
MD
LG