ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວວ່າ ການກໍ່ສ້າງ ເຂື່ອນໄຊຍະບູລີ ຈະດໍາເນີນໄປ ຢ່າງໂປ່ງໃສ


ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງຂອງລາວ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງຂອງລາວ

ລັດຖະມົນຕີລາວຢືນຢັນວ່າ ການປະຕິບັດຕາມແຜນການກໍ່ສ້າງເຂື່ອນໄຊຍະບູລີ ເທິງແນວ ແມ່ນໍ້າຂອງໃນລາວ ຈະດໍາເນີນໄປຢ່າງໂປ່ງໃສ ໂດຍທີ່ຜ່ານມາ ກໍ່ໄດ້ປະຕິບັດຕາມຂໍ້ຕົກລົງຂອງ MRC ຢ່າງຄົບຖ້ວນແລ້ວ.

ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງງານ ແລະບໍ່ແຮ່ຂອງ
ລາວ ໃຫ້ການຢືນຢັນວ່າ ທາງການລາວ ໄດ້ປະຕິບັດເງື່ອນໄຂຕາມຂໍ້ຕົກລົງວ່າດ້ວຍ
ການໃຊ້ຜົນປະໂຫຍດຈາກແມ່ນໍ້າຂອງ ຊຶ່ງເປັນຂໍ້ຕົກລົງຮ່ວມກັນລະຫວ່າງລັດຖະບານ
ລາວ, ໄທ, ກໍາປູເຈຍ ແລະຫວຽດນາມ ຫລືຄະນະກໍາມາທິການແມ່ນໍ້າຂອງ (MRC) ຢ່າງຄົບຖ້ວນແລ້ວ.

ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່ເມືອງສຽມຣຽບໃນພາກຕາເວັນອອກສຽງເໜືອຂອງ ກໍາປູເຈຍ ໃນເດືອນທັນວາ ປີ 2011 ທີ່ຜ່ານມານີ້
ກອງປະຊຸມຄະນະມົນຕີຂອງຄະນະກໍາມາທິການແມ່ນໍ້າຂອງ (MRC) ຄັ້ງທີ 18 ທີ່ເມືອງສຽມຣຽບໃນພາກຕາເວັນອອກສຽງເໜືອຂອງ ກໍາປູເຈຍ ໃນເດືອນທັນວາ ປີ 2011 ທີ່ຜ່ານມານີ້

ຊຶ່ງກໍ່ຄືການປຶກສາຫາລື
ຮ່ວມກັບປະເທດພາຄີໃນ
MRC ເປັນເວລາບໍ່ໜ້ອຍ
ກວ່າ 6 ເດືອນກ່ອນຈະ
ລົງມື ກໍ່ສ້າງເຂື່ອນໄຊຍະ
ບູລີ ໂດຍທາງການລາວ
ກໍ່ໄດ້ປັດຕິບັດຕາມເງື່ອນ
ໄຂດັ່ງກ່າວຢ່າງຄົບຖ້ວນ
ນັບຕັ້ງແຕ່ ເດືອນເມສາ
2011 ເປັນຕົ້ນມາແລ້ວ
ຫາກແຕ່ວ່າ ດ້ວຍເຫດ
ທີ່ປະເທດພາຄີໃນ MRC
ດ້ວຍກັນ ຍັງຄົງມີຄວາມກັງວົນໃຈກ່ຽວກັບບັນຫາຜົນກະທົບ ທີ່ຈະເກີດຂຶ້ນຈາກການ
ກໍ່ສ້າງເຂື່ອນໄຊຍະບູລີເທິງລໍາແມ່ນໍ້າຂອງດັ່ງກ່າວ ຈຶ່ງເຮັດໃຫ້ທາງການລາວໄດ້ວ່າຈ້າງ
ຊ່ຽວຊານ ທັງຈາກສະວິດເຊີແລນ ແລະຝຣັ່ງເສດ ເພື່ອໃຫ້ທໍາການສຶກສາປ້ອງກັນຜົນ
ກະທົບຕໍ່ສະພາບແວດລ້ອມທໍາມະຊາດຢ່າງຮອບດ້ານ ບົນພື້ນຖານຂອງການດໍາເນີນ
ງານໃນທຸກຂັ້ນຕອນຢ່າງໂປ່ງໃສ ດັ່ງທີ່ ທ່ານວິລະພົນ ໄດ້ຢືນຢັນວ່າ:

“ເຮົານີ້ຖືວ່າໄດ້ປະຕິບັດຕາມສັນຍາ 1995 ຄົບຖ້ວນແລ້ວ ແຕ່ເນື່ອງຈາກວ່າ
ມັນມີຄວາມຄິດ ຄວາມເຫັນຫຼາຍຢ່າງຈາກປະເທດສະມາຊິກວ່າ ຢາກໃຫ້ປັບ
ປຸງເລື່ອງປາ, ເລື່ອງດິນຕົກຕະກອນຕ່າງໆນີ້ ລາວກໍ່ຮັບເອົາມາພິຈາລະນາ
ເພື່ອເຮັດໃຫ້ເຂື່ອນນີ້ມີຄວາມໂປ່ງໃສ.”

ແຕ່ຢ່າງໃດກໍຕາມ ບັນຫາໂຄງການເຂື່ອນໄຊຍະບູລີ ໃນເວລານີ້ກໍບໍ່ໄດ້ມີພຽງແຕ່ບັນຫາ
ກັງວົນໃຈຂອງປະເທດພາຄີ ໃນ MRC ເທົ່ານັ້ນ ຫາກຍັງຕ້ອງປະເຊີນກັບການຖືກຄັດ
ຄ້ານ ຈາກອົງການອານຸລັກສະພາບແວດລ້ອມ​ທຳ​ມະຊາດ ອີກດ້ວຍ. ໂດຍຫລ້າສຸດ
ເຄືອຂ່າຍປະຊາຊົນໄທ​ເພື່ອ​ການ​ອານຸລັກຊັບພະຍາກອນ​ທຳ​ມະ​ຊາດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າ
ຂອງ ໄດ້ລວມຕົວກັນຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງທະນາຄານໄທພານິດ ແລະສໍານັກ
ງານໃຫຍ່ຂອງກຸ່ມບໍລິສັດ ຊ. ການຊ່າງ ຢູ່ໃນບາງກອກເພື່ອຍື່ນຈົດໝາຍທີ່ສະແດງເຖິງ
ການຄັດຄ້ານຕໍ່ແຜນການກໍ່ສ້າງເຂື່ອນໄຊຍະບູລີ ເທິງແມ່ນໍ້າຂອງໃນເຂດປະເທດລາວ.

ເຄືອຂ່າຍປະຊາຊົນໄທ ທໍາການຂັດຄ້ານ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທຕໍ່ການສ້າງເຂື່ອນໄຊຍະບູລີ ໃນເດືອນເມສາ, 2011
ເຄືອຂ່າຍປະຊາຊົນໄທ ທໍາການຂັດຄ້ານ ຢູ່ຕໍ່ໜ້າສະຖານທູດລາວ ປະຈຳປະເທດໄທຕໍ່ການສ້າງເຂື່ອນໄຊຍະບູລີ ໃນເດືອນເມສາ, 2011

ໃນໂອກາດດຽວກັນເຄືອ
ຂ່າຍປະຊາຊົນໄທ ກໍຍັງ
ຖະແຫລງການຢືນຢັນອີກ
ດ້ວຍວ່າ ຈະດໍາເນີນການ
ຟ້ອງຮ້ອງຕໍ່ສານປົກຄອງ
ຂອງໄທ ຖ້າຫາກວ່າກຸ່ມ
ບໍລິສັດ ຊໍ ການຊ່າງຍັງ
ຢືນຢັນ ທີ່ຈະທໍາການກໍ່
ສ້າງເຂື່ອນໄຊຍະບຸລີຕໍ່ໄປ
ລວມທັງຍັງຈະຟ້ອງທະ
ນາຄານໄທພານິດອີກດ້ວຍ
ຖ້າຫາກວ່າທະນາຄານ
ພານິດດັ່ງກ່າວ ໄດ້ຕົກລົງອະນຸມັດເງິນກູ້ໃຫ້ແກ່ກຸ່ມບໍລິສັດ ຊໍ ການຊ່າງ.

ທັງນີ້ກໍເນື່ອງຈາກວ່າ ເຄືອຂ່າຍປະຊາຊົນໄທເຊື່ອວ່າ ການກະທໍາດັ່ງກ່າວຂອງທັງ
ທະນາຄານໄທພານິດ ແລະກຸ່ມບໍລິສັດ ຊ. ການຊ່າງນັ້ນເປັນສິ່ງທີ່ຂັດຕໍ່ກົດໝາຍໄທ
ແລະກົດໝາຍລະຫວ່າງຊາດ ໂດຍສະເພາະແມ່ນການລົງນາມ ໃນສັນຍາຊື້ຂາຍພະລັງ
ງານໄຟຟ້າຈາກເຂື່ອນໄຊຍະບູລີລະຫວ່າງລາວກັບໄທນັ້ນ ໄດ້ມີການຈັດທໍາຂຶ້ນ ໂດຍ
ບໍ່ໄດ້ໃຫ້ຂໍ້ມູນ-ຂ່າວສານແກ່ປະຊາຊົນໄທໃນວົງກວ້າງ ຈຶ່ງເປັນສິ່ງທີ່ຂັດຕໍ່ກົດໝາຍລັດ
ຖະທໍາມະນູນການປົກຄອງຂອງໄທໂດຍກົງ. ສ່ວນທີ່ປາກົດວ່າ ຍັງຄົງມີການສືບຕໍ່
ດໍາເນີນໂຄງການໃນລາວ ຢູ່ເລື້ອຍມາ ກໍເປັນການຂັດຕໍ່ມະຕິຂອງຄະນະກໍາມາທິການ
ແມ່ນໍ້າຂອງ (MRC) ທີ່ກໍານົດໃຫ້ທໍາການສຶກສາເພື່ອປ້ອງກັນຜົນກະທົບຕໍ່ສັງຄົມ
ແລະສິ່ງແວດລ້ອມທໍາມະຊາດຢ່າງຄົບຖ້ວນເສຍກ່ອນອີກດ້ວຍ.

ຍິ່ງໄປກວ່ານັ້ນ ການທີ່ທາງການໄທໄດ້ຕົກລົງ ທີ່ຈະຊື້ພະລັງງານໄຟຟ້າຈາກລາວ ເຖິງ
7,000 MW ນັບຈາກ ປີ 2015 ເປັນຕົ້ນໄປນັ້ນ ນອກຈາກຈະເປັນການລະເມີດສິດທິຂັ້ນ
ພື້ນຖານຂອງຜູ້ບໍລິໂພກໃນໄທ ກ່ຽວກັບທາງເລືອກໃນການຊົມໃຊ້ພະລັງງານໄຟຟ້າແລ້ວ
ການຕົກລົງດັ່ງກ່າວນີ້ ກໍຍັງສູງກວ່າລະດັບຄວາມຕ້ອງການທີ່ເປັນຈິງໃນໄທອີກດ້ວຍ.

ນອກຈາກນັ້ນ ເຄືອຂ່າຍປະຊາຊົນໄທ ກໍ​ຍັງ​ໄດ້ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນແບບດຽວກັນ
ນີ້ຕໍ່ນາຍົກລັດຖະມົນຕີໄທ, ຄະ​ນະ​ກຳມາ​ທິການສິ່ງ​ແວດ​ລ້ອມ​ປະຈຳລັດຖະສະພາ​ໄທ​, ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະອີກ 15 ພາກສ່ວນທີ່ໄດ້ໃຫ້ການ ສະໜັບສະໜູນດ້ານເງິນທຶນ ແກ່ຄະນະ​ກຳມາທິການ​ແມ່​ນໍ້າຂອງ (MRC) ອີກດ້ວຍ.

XS
SM
MD
LG