ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກໍ່ສ້າງ ເຂື່ອນໄຊຍະບຸລີ ສໍາເລັດໄປແລ້ວ 21%


ບ່ອນກໍ່ສ້າງ ເຂື່ອນໄຊຍະບຸລີ ເທິງແນວແມ່ນໍ້າຂອງ
ບ່ອນກໍ່ສ້າງ ເຂື່ອນໄຊຍະບຸລີ ເທິງແນວແມ່ນໍ້າຂອງ
ການ​ກໍ່​ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ ​ເທິງ​ແມ່​ນໍ້າຂອງ​ໃນ​ລາວ​ໄດ້​ຄືບ​
ໜ້າ​ໄປ​ແລ້ວ 21% ຂ​ອງ​ແຜນການ​ທີ່​ວາງ​ໄວ້ໂດຍ​ຜູ້​ບໍລິຫານ​
ໃນ​ໂຄງການ​ຢືນຢັນ​ວ່າ ການ​ດໍາ​ເນີນ​ງານ​ເປັນ​ໄປ​ຕາມ​ແຜນ
ການ​ທີ່​ວາງ​ໄວ້​ໃນ​ທຸກດ້ານ.


ທ່ານ ​ເຣວັດ ສຸວັນນະ​ກິດ​ຕິ ຮອງ​ຜູ້​ຈັດການ​ດ້ານ​ເທ​ກນິກຂອງ​ບໍລິສັດ​ໄຊ​ຍະ​ບຸລີ​ ພາວ​ເວີ ຈໍາກັດ ຊຶ່ງ​ເປັນ​ບໍລິສັດ​ຜູ້​ລົງທຶນ​ໃນ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີເທິງ​ແນວ​ແມ່​ນໍ້າຂອງ​ ໃນ​ລາວ ​ໄດ້ຖະ​ແຫຼ​ງຢືນຢັນ​ວ່າ ການ​ດໍາ​ເນີນ​ງານ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ ​ໄດ້​ຄືບ​ໜ້າ​ໄປ​ແລ້ວ​ຄິດ​ເປັນ​ສັດສ່ວນ 21% ຂອງ​ແຜນການ​ທີ່​ວາງ​ໄວ້​ທັງ​ໝົດ​ໃນ​ປັດຈຸບັນ​ນີ້. ​

ໂດຍ​ເຖິງ​ແມ່ນ​ວ່າ ການດໍາ​ເນີນ​ງານ​ຕ້ອງ​ຢຸດ​ຊະ​ງັກ​ໃນ​ຊ່ວງ​ເດືອນ​ມັງກອນ​ທີ່​ຜ່ານ​ມາ ​ເນື່ອງ​ຈາກ​ວ່າ​ລະດັບ​ນໍ້າ​ໃນ​ແມ່ນໍ້າຂອງ​ໄດ້​ສູງ​ຂຶ້ນຢ່າງ​ກະທັນ​ຫັນ​ກໍ​ຕາມ ​ແຕ່​ວ່າ​ຫຼັງ​ຈາກ​ລະດັບ​ນໍ້າ​ໄດ້​ລົດ​ລົງ​ສູ່​ລະດັບ​ປົກກະຕິ ​ແລ້ວນັ້ນ ການ​ກໍ່ສ້າງ​ກໍ​ສາມາດ​ດໍາ​ເນີນ​ການ​ໄດ້​ຕາມ​ປົກກະຕິ​ດ້ວຍ​ເຊັ່ນ​ກັນ ດັ່ງ​ນັ້ນ ຈຶ່ງເຊື່ອ​ວ່າ ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ ຈະ​ສໍາ​ເລັດ​ຕາມ​ແຜນການ​ທີ່​ວາງ​ໄວ້​ທຸ​ກດ້ານ ດັ່ງ​ທີ່​ທ່ານ​ເຣວັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ການ​ກໍ່ສ້າງ​ເຖິງ​ປັດຈຸບັນ​ນີ້ ​ໄປ​ໄດ້​ປະມານ 21% ທຸກ​ຢ່າງ​ເປັນ​ໄປ​ຕາມ​ແຜນ ​ເຖິງ​ແມ່ນ​ວ່າ​ເມື່ອ​ເດືອນ​ທີ່​ແລ້ວ ຈະ​ມີ​ລະດັບນໍ້າຂອງ​ຂຶ້ນມາ​ຢ່າງ​ວ່ອງ​ໄວ​ເຖິງ 6 ​ແມັດ ​ເຮັດ​ໃຫ້​ຖ້ວມ​ເຂົ້າມາ​ໃນ​ພື້ນ​ທີ່ ​ແຕ່​ວ່າ​ທາງ​ຜູ້​ຮັບ​ເໝົາຂອງ​ເຮົາ​ກໍ​ມີ​ປະສິດ ທິພາບ ທີ່​ຈະ​ຟື້ນ​ຟູ​ພື້ນ​ທີ່​ກໍ່ສ້າງ​ໄດ້​ຢ່າງ​ວ່ອງ​ໄວ.”

ເຂື່ອນ ໄຊຍະບຸລີ ທີ່ກໍາລັງຢູ່ພາຍໃຕ້ການກໍ່ສ້າງ
ເຂື່ອນ ໄຊຍະບຸລີ ທີ່ກໍາລັງຢູ່ພາຍໃຕ້ການກໍ່ສ້າງ

ທາງ​ດ້ານ​ ທ່ານ ວີລະ​ພົນ ວີລະ​ວົງ ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ກໍ​ໄດ້​ໃຫ້ການ​ຢືນຢັນ​ໃນ​
ໂອກາດ​ທີ່​ໄດ້​ນໍາພາ​ຄະນະ​ນັກ​ຂ່າວ​ຂອງ BBC ຈາກ​ປະ​ເທດ​
ອັງກິດ​ໄປ​ຖ່າຍ​ທໍາ​ສາລະ​ຄະດີ​ກ່ຽວ​ກັບ​ໂຄງການ​ເຂື່ອນ​ໄຊ​ຍະ​
ບຸລີ ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າການ​ກ່ໍສ້າງ​ ເຂື່ອນ​ໄຊ​ຍະ​ບຸລີ ​ໄດ້​ດໍາ​
ເນີນ​ໄປ​ໂດຍ​ການປຶກສາ​ຢ່າງ​ໃກ້ຊິດ​ກັບ​ຄະນະ​ນັກ​ວິດ​ສະ​ວະ​
ກອນ​ ທີ່​ມີ​ຄວາມຊ່ຽວຊານ​ ໃນ​ລະດັບ​ສາກົນ ຊຶ່ງ​ປະກອບ​
ດ້ວຍ​ນັກວິດ​ສະ​ວະ​ກອນ​ຂອງ​ບໍລິສັດ POYRY ​ແລະບໍລິສັດ
AF-Consult ຈາກ​ປະ​ເທດ​ສະ​ວິດ​ເຊີແລນ​ດ໌ ກັບ​ບໍ​ລິ​ສັດ
CNR ຈາກ​ຝຣັ່ງ ​ແລະ​ບໍລິ ສັດ TEAM Group ຈາກ​ປະ​ເທດ
ໄທ ຈຶ່ງ​ສາມາດ​ຮັບປະກັນ​ໄດ້​ວ່າ​ໂຄງການ​ກໍ່ສ້າງ​ເຂື່ອນ​ໄຊຍະ​ບຸລີຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນ​ເຂດ​ຕອນ​ລຸ່ມແມ່​ນໍ້າຂອງຢ່າງ​ແນ່ນອນ.

ທັງ​ນີ້​ໂດຍ​ທ່ານ ວີລະ​ພົນ ​ໄດ້​ໃຫ້ການ​ອະທິບາຍ​ວ່າການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບຸລີ​ໄດ້​ມີ​ການ​ນໍາ​ໃຊ້​ເທ​ກ​ໂນ​ໂລ​ຈີ່​ທີ່​ທັນ​ສະ​ໄໝ​ໃນ​ຂັ້ນ​ສຸດ​ຍອດ​ຂອງ​ໂລກ​ ທັງ​ໃນ​ສ່ວນ​ທີ່​ເປັນ​ເຄື່ອງກໍາເນີ​ດ​ໄຟຟ້າ ລະບົບ​ສົ່ງ​ໄຟຟ້າ ​ແລະ​ລະບົບ​ຄວບ​ຄຸມ​ໄຟຟ້າ ທັງ​ກໍ​ຍັງ​ໄດ້​ມີ​ການ​ນໍາ​ໃຊ້​ອຸບປະກອນ​ທີ່​ເປັນ​ມິດ ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ອີກ​ດ້ວຍ ຕົວຢ່າງ ກໍ​ຄື​ລະບົບ​ປະຕູ​ນໍ້າ ​ແລະ​ລະບົບ​ກັງ​ຫັນ​ທີ່​ບໍ່​ເປັນ ອັນຕະລາຍ​ຕໍ່​ສັດ​ນໍ້າ​ເປັນ​ຕົ້ນ.

​ໂຄງການ​ເຂື່ອນ​ໄຊຍະ​ບຸລີ ມີ​ກໍານົດ​ການ​ກໍ່ສ້າງ​ສໍາ​ເລັດ​ພາຍ​ໃນ​ປີ 2019 ​ໂດຍ​ຈະ​ສາ ມາດ​ຜະລິດ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 1,280 MW ​ແລະ​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ຂາຍ​ໃຫ້​ໄທ​ເປັນ​ເວລາ 29 ປີ ກໍ​ຄື​ນັບ​ແຕ່​ປີ 2019-2048 ​ໂດຍ​ຫຼັງ​ຈາກ​ນັ້ນ ກໍ​ຄື​ໃນ​ປີ 2049 ​ໂຄງການ​ເຂື່ອນ ​ໄຊ​ຍະ​ບຸລີ ກໍ​ຈະ​ຖືກ​ໂອນ​ມາ​ເປັນ​ຂອງ​ລັດຖະບານ​ລາວ​ທັງ​ໝົດ.

ກ່ອນ​ໜ້າ​ນີ້ ທ່ານ​ສຸ​ລິ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານແລະ​ບໍ່​ແຮ່ ກໍ​ຖະ​ແຫຼ​ງ ຢືນ ຢັນ​ວ່າ ການ​ພັດທະນາ​ພະລັງ​ງານ​ໃນ​ລາວ​ທີ່​ສ່ວນ​ໃຫຍ່ ຈະ​ເປັນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກນັ້ນ ຖື​ເປັນ​ພະລັງງານ​ທາງ​ເລືອກ ​ແລະ​ພະລັງງານ​ທົດ​ແທນ​ທີ່​ສະອາດ ​ແລະ​ເປັນ​ມິດ​ຕໍ່​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ທັງ​ຍັງຈະ​ສົ່ງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສັງຄົມ​ໃນ​ລະດັບ​ທີ່​ຕໍ່າ​ຫຼາຍ​ອີກດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ນໍ້າຕົກ ກໍ​ຍັງ​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາທາງ​ເສດ ຖະກິດ ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ໃຫ້​ດີ​ຂຶ້ນ​ເທື່ອ​ລະກ້າວ ​ເນື່ອງ​ຈາກ​ລາວ​ສາມາດ​ທີ່​ຈະ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍ​ກະ​ແສ​ໄຟຟ້າ ​ແລະໃນ​ຂະນະດຽວ​ກັນ​ ການ​ຕອບ​ສະໜອງ​ກະ​ແສ​ໄຟຟ້າ​ໄປ​ໃຫ້​ປະຊາຊົນ​ລາວ​ໄດ້​ຊົມໃຊ້ ຢ່າງ​ກວ້າງຂວາງ ຫຼາຍ​ຂຶ້ນນັບ​ມື້​ນັ້ນ ກໍ​ຍັງ​ໄດ້​ປະກອບສ່ວນ​ຢ່າງສໍາຄັນ ​ເຂົ້າ​ໃນ​ການ​ພັດທະນາ​ພາກ​ການ​ຜະລິດ ຕ່າງໆ ​ໄດ້​ເປັນ​ຢ່າງ​ດີ​ອີ​ກດ້ວຍ.

ທັງ​ນີ້ ​ໂດຍ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່ ​ໄດ້​ວາງ​ແຜນການ​ທີ່​ຈະ​ເພີ່ມ​ລະດັບ​ຄວາມ​ອາດ​ສາມາດ​ໃນ​ການ​ຜະລິດ​ພະລັງງານໄຟຟ້າ​ຈາກ 3,200 MW ​ໃນ​ປັດຈຸບັນ ​ເປັນ​ບໍ່​ໜ້ອຍ​ກວ່າ 12,500 MW ​ໃນ​ປີ 2020 ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລັດຖະບານ​ລາວ​ ຈະ​ຕ້ອງ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ມາ​ໃນ​ພາກ​ພະລັງງານໃຫ້​ໄດ້​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ສໍາລັບ​ນັບ​ແຕ່​ປັດຈຸບັນ​ໄປ​ຈົນ ​ເຖິງ​ປີ 2020 ດັ່ງກ່າວ ກໍ​ຈະ​ຕ້ອງ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໃຫ້​ໄດ້ 13 ​ໂຄງ ການ ພ້ອມ​ກັບ​ໂຮງງານຜະລິດ​ໄຟຟ້າ​ຈາກ​ຖ່ານ​ລິກ​ໄນ້ ອີກ 1 ​ແຫ່ງ.
XS
SM
MD
LG