ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກທ່ອງທ່ຽວ ເຂົ້າມາທ່ຽວ ໃນລາວ ເກີນຄາດໝາຍ ໃນປີ 2013


ຊ້າງ ບໍລິການພວກນັກທ່ອງທ່ຽວ ຊົມ ແຫຼ່ງທ່ອງທ່ຽວ ທໍາມະຊາດແຫ່ງນຶ່ງ ໃນລາວ
ຊ້າງ ບໍລິການພວກນັກທ່ອງທ່ຽວ ຊົມ ແຫຼ່ງທ່ອງທ່ຽວ ທໍາມະຊາດແຫ່ງນຶ່ງ ໃນລາວ
ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ຫຼາຍ​ກວ່າ 3.7 ລ້ານ​ຄົນ ​ເດີນທາງ​
ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ ​ໃນ​ປີ 2013 ທີ່​ຜ່ານ​ມາ ທັງ​ຍັງ​ຖືເປັນ​
ຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ເກີນ​ກວ່າ​ລະດັບຄາດໝາຍ ​ໃນ​ປີ 2015
ອີກ​ດ້ວຍ.


ກະຊວງ​ຖະ​ແຫຼ​ງຂ່າວ ວັດທະນະ​ທໍາ​ແລະ​ທ່ອງ​ທ່ຽວ​ຂອງ​ລາວ ລາຍ​ງານ​ວ່າໃນ​ຕະຫຼອດ​ປີ 2013 ທີ່​ຜ່ານ​ມາ ມີ​ຊາວ​ຕ່າງ​ຊາດ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ຈໍານວນ​ທັງ​ໝົດ 3,779,490 ຄົນ ​ໂດຍ​ບໍ່​ພຽງ​ແຕ່​ຈະ​ເປັນ​ຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່ມ​ຂຶ້ນຈາກ 3 ລ້ານ 3 ​ແສນ​ກວ່າ​ຄົນ ​ໃນ​ປີ 2012 ​ເທົ່າ​ນັ້ນ ຫາກ​ແຕ່​ກໍ​ຍັງ​ຖື​ເປັນ​ຈໍານວນ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ ທາງ​ເຂົ້າມາ​ໃນ​ລາວ​ເກີນ​ກວ່າ​ແຜນການ​ປີ 2013 ​ແລະ​ເກີນກວ່າ ລະດັບ​ຄາດໝາຍ​ສໍາ ລັບ​ປີ 2015 ທີ່​ວາງ​ໄວ້ ທີ່​ຈໍານວນ​ 3,750,000 ຄົນ​ອີກ​ດ້ວຍ.

​ໂດຍ​ໃນ​ຈໍານວນ​ນັກ​ທ່ອງ​ທ່ຽວ​ທັງໝົດດັ່ງກ່າວ ກໍ​ແບ່ງ​ເປັນ​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາ​ຊ່ຽນ​ດ້ວຍ​ກັນ 3 ລ້ານ 4 ໝື່ນ​ກວ່າ​ຄົນ ຊຶ່ງ​ເພີ່ມ​ຂຶ້ນຈາກ 2 ລ້ານ 7 ​ແສນ​ກວ່າ​ຄົນ​ໃນ​ປີ 2012 ທັງ​ຍັງ​ຄິດ​ເປັນ​ສັດສ່ວນ​ທີ່​ເພີ່ມ​ຂຶນ​ເກີນ​ກວ່າ 3 ​ເທົ່າ​ຕົວ​ເມື່ອ​ທຽບ ກັບ​ປີ 2006 ທີ່​ມີ​ນັກ​ທ່ອງ​ທ່ຽວ​ຈາກ​ອາ​ຊ່ຽນ​ດ້ວຍ​ກັນ​ພຽງ​ແຕ່ 9 ​ແສນ​ກວ່າ​ຄົນ​ເທົ່າ​ນັ້ນ​ ທີ່ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ ​ໃນ​ປີ 2006 ດັ່ງກ່າວ.

ສ່ວນ​ນັກ​ທ່ອງ​ທ່ຽວ​ຈາກ​ພູມິ​ພາກ ອື່ນ ກໍ​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ​ເຊັ່ນ​ດຽວກັນ ຊຶ່ງ​ໃນ​ນີ້​ກໍ​ລວມ ​ເຖິງ​ນັກ​ທ່ອງ​ທ່ຽວ​ຈາກ​ຢູ​ໂຣບ ທີ່​ເພີ່ມ​ຂຶ້ນຈາກ 185,000 ກວ່າ​ຄົນ ​ໃນ​ປີ 2012 ​ເປັນ​ຫຼາຍ​ກວ່າ 212,000 ຄົນ​ໃນ​ປີ 2013 ​ໃນ​ຂະນະ​ທີ່​ນັກ​ທ່ອງ​ທ່ຽວ ຈາກ​ສະຫະລັດ​ອາ​ເມຣິກາ​ກໍ​ເພີ່ມ​ຂຶ້ນຈາກ​ຫຼາຍ 75,800 ຄົນ ​ເປັນ 85,900 ກວ່າ​ຄົນ ​ແຕ່​ທີ່ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ຫຼາຍ​ທີ່​ສຸດໃນ​ຊ່ວງ​ດຽວ​ກັນ​ນີ້ກໍ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ໄທ ທີ່ມີ​ຈໍານວນ​ຫຼາຍ​ກວ່າ 1.9 ລ້ານ​ຄົນ​ນັ້ນ​ເອງ.

ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງ ຂ່າວ ວັດທະນະ​ທໍາ ​ແລ​ະທ່ອງ​ທ່ຽວ​
ທ່ານ ບໍ່​ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງ ຂ່າວ ວັດທະນະ​ທໍາ ​ແລ​ະທ່ອງ​ທ່ຽວ​

ສໍ​າລັບ​ສາ​ເຫດ​ສໍາຄັນ ທີ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເດີນທາງ​ເຂົ້າມາ​
ໃນ​ລາວ​ເພີ່ມ​ຂຶ້ນດັ່ງກ່າວ ກໍ​ໄດ້​ຮັບ​ການ​ອະທິບາຍ​ຈາກ​ທ່ານ ບໍ່​
ແສງ​ຄໍາ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ວັດທະ
ນະ​ທໍາ ​ແລ​ະທ່ອງ​ທ່ຽວ​ ວ່າ​ເປັນ​ຍ້ອນ​ການ​ພັດທະນາ​ພາກ​ບໍລິ
ການ​ແລະ​ທ່ອງ​ທ່ຽວ​ໃນ​ລາວ ທີ່​ກ້າວ​ໄປ​ສູ່​ລະດັບ​ມາດຕະຖານ​
ສາກົນ​ຫຼາຍ​ຂຶ້ນ​ເລື້ອຍໆ ​ໂດຍ​ຈະ​ເຫັນ​ໄດ້ຈາກ​ການ​ທີ່​ລາວຮັບ
ລາງວັນ​ລະດັບ​ໂລກ ​ໃນ​ຖານະ​ປະ​ເທດ​ ທີ່​ເປັນ​ຈຸດໝາຍ​ປາຍ
ທາງ​ຍອດ​ນິຍົມ​ ຂອງ​ບັນດາ​ນັກ ທ່ອງ​ທ່ຽວ​ ຈາ​ກທົ່ວ​ໂລກ​ ມາ​
ຢ່າງ​ຕໍ່​ເນື່ອງ.

ທັງ​ນີ້ ​ໂດ​ຍ​ເລີ່​ມຈາກ​ປີ 2008 ທີ່​ວາລະສານ New York Times ​ໄດ້​ຈັດ​ໃຫ້​ລາວ​ເປັນ 1 ​ໃນ 53 ປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ໃນ​ໂລກ ຕິດຕາມ​ດ້ວຍ​ໂຄງການ​ທ່ອງ​ທ່ຽງ​ທໍາ​ມະ​ຊາດ​ໂດຍ​ປະຊາຊົນ​ມີ​ສ່ວນ​ຮ່ວມ​ຢູ່​ເຂດ​ປ່າ​ສະຫງວນ ​ແຫ່ງ​ຊາດ​ນໍ້າຫາ ​ໃນ​ແຂວງ​ຫຼວງ​ນໍ້າ​ທາ ກໍ​ໄດ້​ຮັບ​ລາງວັນ​ດີ​ເດັ່ນ ​ໃນ​ຖານະ​ໂຄງການ​ທີ່​ປະກອບສ່ວນ​ເຂົ້າ​ໃນ​ການລົບ​ລ້າງ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ ຈາກ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ (UNDP)

ສ່ວນ​ເມືອງ​ມໍລະດົກ​ໂລກຫຼວງ​ພະ​ບາງ ກໍ​ໄດ້​ຮັບ​ຫຼຽນ​ຄໍາ​ໃນ​ຖານະ​ທີ່​ເປັນ​ເມືອງ​ທ່ອງ​ທ່ຽວ​ອັນ​ດັບ 1 ຂອງ​ໂລກ ຈາກ​ວາລະສານ Wonderous ຂອງ​ອັງກິດ ​ເຖິງ 6 ປີຕິ​ດຕໍ່​ກັນ ​ແລະ​ປີ 2013 ສະພາ​ການທ່ອງທ່ຽວ​ແລະ​ການ​ຄ້າ​ແຫ່ງ​ສະຫະພາບ​ຢູ​ໂຣບ ກໍ​ໄດ້​ຍົກຍ້ອງ​ໃຫ້​ລາວ​ເປັນປະ​ເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ດັ່ງ​ທີ່​ ທ່ານ​ບໍ່​ແສງຄໍາ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ລະຍະ​ເວລາ ທີ່​ຜ່ານ​ມາ ຍ້ອນ​ຄວາມ​ພະຍາຍາມ​ເອົາ​ໃຈ​ໃສ່​ຢ່າງ​ຕັ້ງໜ້າ ​ແລະ​ໄດ້​ມີ​ຜົນ​ສໍາ​ເລັດ​ຢ່າງ​ຕໍ່​ເນື່ອງ ຂອງ​ຂະ​ແໜງ​ການທ່ອງທ່ຽວ ຈຶ່ງ​ໄດ້​ເຮັດ​ໃຫ້ ສປປ.ລາວ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຍົກຍ້ອງ​ສັນລະ​ເສີນ ​ແລະ​ໄດ້​ຮັບ​ລາງວັນ ທີ່​ເປັນ​ກຽດ​ຫຼາຍ​ຄັ້ງ ​ແລະ​ລ່າ​ສຸດ ດັ່ງ​ທີ່​ພວກ​ເຮົາ​ໄດ້​ຮັບ​ຊາບ​ນໍາກັນ​ແລ້ວວ່າ ​ໃນ​ຕົ້ນ​ປີ 2013 ປະ​ເທດ​ລາວ​ເຮົາ​ກໍ​ໄດ້​ຮັບ​ລາງວັນ​ອັນ​ດັບ 1 ຈາກ​ສະພາ​ການ ທ່ອງທ່ຽວ ​ແລະ​ການ​ຄ້າ​ຢູ​ໂຣບ ​ເປັນ​ປະ​ເທດ​ທີ່​ໜ້າ​ທ່ຽວ​ທີ່​ສຸດ​ໃນ​ໂລກ.”

ທັງ​ນີ້​ໂດຍທາງ​ການ​ກະຊວງຖະ​ແຫຼງຂ່າວ ວັດທະນະ​ທໍາ ​ແລະ​ທ່ອງ​ທ່ຽວ ​ລາຍ​ງານວ່າ ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ​ໄດ້​ເດີນທາງ​ເຂົ້າມາ​ທ່ອງ​ທ່ຽວ​ໃນ​ລາວ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ນັບ​ແຕ່​ປີ 1993 ​ເປັນ​ຕົ້ນ​ມາ ຊຶ່ງ​ໃນ​ປີ 2013 ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ ພາກ​ບໍລິການ​ໃນ​ລາວ​ມີ​ລາຍ​ຮັບ ຈາກ​ການທ່ອງທ່ຽວ​ຫຼາຍ​ກວ່າ 513 ລ້ານ​ໂດ​ລ່າ ສ່ວນ​ປີ 2014 ກໍຄາດໝາຍ​ວ່າ​ຈະ​ມີ​ນັກ​ທ່ອງ ທ່ຽວ​ຕ່າງ​ຊາດ​ຫຼາຍ​ກວ່າ 3.8 ລ້ານ​ຄົນ ທີ່​ຈະ​ເດີນທາງ​ເຂົ້າມາ​ໃນ​ລາວ ​ແລະ​ພາກ​ບໍລິການ​ໃນ ລາວ​ກໍ​ຈະ​ມີ​ລາຍ​ຮັບ​ເກີ​ນກວ່າ 550 ລ້ານ​ໂດ​ລ່າ.
XS
SM
MD
LG