ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການລົງທຶນໂດຍກົງ ຂອງຕ່າງປະເທດ ໃນລາວ ເພີ້ມຂຶ້ນ 713 ໂຄງການ ໃນ 9 ເດືອນຕົ້ນ ປີນີ້


ໂຄງການກໍ່ສ້າງອາຄານ ສຳນັກງານຕ່າງໆ ໂດຍທົ່ວໄປນັ້ນ ແມ່ນສ່ວນໜຶ່ງ ຂອງການ​ລົງທຶນ​ ຈາກ​ຕ່າງປະ​ເທດ​ໃນ​ລາວ.
ໂຄງການກໍ່ສ້າງອາຄານ ສຳນັກງານຕ່າງໆ ໂດຍທົ່ວໄປນັ້ນ ແມ່ນສ່ວນໜຶ່ງ ຂອງການ​ລົງທຶນ​ ຈາກ​ຕ່າງປະ​ເທດ​ໃນ​ລາວ.

ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ລາວເພີ້ມຂຶ້ນເຖິງ 713 ໂຄງການໂດຍຄິດເປັນມູນຄ່າລວມຫຼາຍກວ່າ 24,458 ຕື້ກີບ
ຫຼື ປະມານ 3,060 ລ້ານດອນລາ ໃນລະຍະ 9 ເດືອນ ຂອງ
ແຜນການປີ 2013-2014 ນີ້.

ທ່ານສົມດີ ດວງດີ ລັດຖະມົນຕີວ່າການ ກະຊວງແຜນການແລະການລົງທຶນ ຖະແຫລງວ່າ
ໃນລະຍະ 9 ເດືອນ ທີ່ຜ່ານມາຂອງແຜນການປີ 2013-2014 ນີ້ ໄດ້ມີການລົງທຶນຂອງ
ຕ່າງປະເທດເຂົ້າມາໃນລາວ ຈຳນວນເຖິງ 713 ໂຄງການ ໂດຍມີມູນຄ່າການລົງທຶນ ລວມ
ກັນເກີນກວ່າ 24,458 ຕື້ກີບ ຫຼື້ປະມານ 3,060 ລ້ານດອນລາ ແລະສ່ວນໃຫຍ່ເປັນການ
ລົງທຶນ ໃນພາກທຸລະກິດທົ່ວໄປ ກັບພາກພະລັງງານໄຟຟ້າ ດັ່ງທີ່ທ່ານໄດ້ກ່າວວ່າ:

“ຂະແໜງການທີ່ມີການລົງທຶນຫຼາຍ ກໍແມ່ນຂະແໜງການລົງທຶນທົ່ວໄປ ທີ່ມີ
686 ໂຄງການ ມູນຄ່າ 2,600 ລ້ານດອນລາ ຕໍ່ລົງມາແມ່ນ ຂະແໜງການ
ພະລັງໄຟຟ້າ ຂະແໜງບໍ່ແຮ່ ໂຄງການທີ່ພົ້ນເດັ່ນ ກໍມີຫຼາຍໂຄງການ ເປັນຕົ້ນ
ໂຄງການ ເຂື່ອນໄຟຟ້ານ້ຳໄຜ່ ມີມູນຄ່າ 218 ລ້ານດອນລາ.”

ໂດຍການລົງທຶນ ຂອງຕ່າງປະເທດໃນລາວດັ່ງກ່າວນີ້ ເຖິງແມ່ນວ່າ ຈະມີມູນຄ່າລວມ
ຫລາຍກວ່າແຜນການປີ ເຖິງ 45 ເປີເຊັນ ແລ້ວກໍຕາມ ຫາກແຕ່ວ່າການນຳເງິນທຶນຕົວຈິງ
ເຂົ້າມາໃນລາວນັ້ນ ຍັງມີມູນຄ່າລວມພຽງ 396 ລ້ານດອນລາ ຫຼືປະມານ 3,648 ຕື້ກີບ
ຊຶ່ງຄິດເປັນພຽງບໍ່ເຖິງ 13 ເປີເຊັນ ຂອງມູນຄ່າລົງທຶນທັງໝົດເທົ່ານັ້ນ.

ແຕ່ຢ່າງໃດກໍຕາມ ຖ້າຫາກນັບແຕ່ປີ 1986 ເປັນຕົ້ນມາຈົນເຖິງປັດຈຸບັນ ກໍປະກົດວ່າ
ຕ່າງປະເທດໄດ້ເຂົ້າມາລົງທຶນໃນລາວ ຄິດເປັນມູນຄ່າລວມຫຼາຍກວ່າ 24,000 ລ້ານ
ດອນລາແລ້ວ ໂດຍພາກສ່ວນທີ່ມີການລົງທຶນຫຼາຍທີ່ສຸດ ກໍແມ່ນບັນດາບໍລິສັດຈາກຈີນ
ທີ່ມີມູນຄ່າການລົງທຶນລວມຫຼາຍກວ່າ 5,200 ລ້ານດອນລາ ຕິດຕາມດ້ວຍຫວຽດນາມ
ກັບໄທ ທີ່ມີມູນຄ່າລົງທຶນໃນລາວເກີນກວ່າ 4,700 ລ້ານດອນລາ ແລະ 4,600 ລ້ານ
ດອນລາ ຕາມລຳດັບ.

ພິທີວາງສີລາລຶກ ການກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1 ຊຶ່ງເປັນການລົງທຶນຂອງບໍລິສັດຈາກຈີນ.
ພິທີວາງສີລາລຶກ ການກໍ່ສ້າງ ໂຄງການເຂື່ອນໄຟຟ້ານ້ຳຕົກ ນ້ຳທາ 1 ຊຶ່ງເປັນການລົງທຶນຂອງບໍລິສັດຈາກຈີນ.

ສຳຫລັບພາກທຸລະກິດທີ່ບັນດາບໍລິສັດເອກະຊົນຕ່າງຊາດ
ໄດ້ພາກັນລົງທຶນຫຼາຍທີ່ສຸດ ກໍແມ່ນພາກພະລັງງານໄຟຟ້າ
ການສຳຫລວດ ແລະຂຸດຄົ້ນແຮ່ທາດ ພາກກະສິກຳ ໂຮງແຮມ
ແລະ ບໍລິການ ອຸດສາຫະກຳ ແລະຫັດທະກຳ ຊຶ່ງໄດ້ປະກອບ
ສ່ວນຢ່າງສຳຄັນ ເຮັດໃຫ້ເສດຖະກິດລາວ ຂະຫຍາຍຕົວເພີ້ມ
ຂຶ້ນໃນອັດຕາສະເລ່ຍເຖິງ 7.5 ເປີເຊັນຕໍ່ປີ ໃນຕະຫລອດລະຍະ
ກວ່າ 10 ປີມານີ້.

ນອກຈາກບັນດາບໍລິສັດຈີນ ຫວຽດນາມ ແລະ ໄທ ດັ່ງກ່າວແລ້ວ
ບັນດາບໍລິສັດຍີ່ປຸ່ນ ກໍເປັນອີກພາກສ່ວນໜຶ່ງ ທີ່ມີການເພີ້ມມູນຄ່າ
ລົງທຶນ ໃນລາວຫຼາຍຂຶ້ນ ຢ່າງຕໍ່ເນື່ອງ ໂດຍຜູ້ຊ່ຽວຊານທາງເສດ
ຖະກິດ ຊາວຍີ່ປຸ່ນປະເມີນວ່າ ການລົງທຶນຂອງບັນດາ ບໍລິສັດຍີ່ປຸ່ນໃນລາວ ຈະເພີ້ມຂຶ້ນ
ຢ່າງວ່ອງໄວ ໃນລະຍະ 2 ປີຕໍ່ໄປນີ້ ຊຶ່ງຈະເຮັດໃຫ້ບັນດາບໍລິສັດຍີ່ປຸ່ນ ກາຍເປັນຜູ້ລົງທຶນ
ລາຍໃຫຍ່ອັນດັບທີ 4 ຮອງຈາກຈີນ ຫວຽດນາມ ແລະ ໄທ ພາຍໃນປີ 2015 ອັນເປັນປີທີ
10 ປະເທດ ສະມາຊິກໃນກຸ່ມອາຊ່ຽນ ຈະກາຍເປັນປະຊາຄົມໜຶ່ງດຽວກັນ.

ຍິ່ງໄປກວ່ານັ້ນ ຜູ້ຊ່ຽວຊານທາງເສດຖະກິດຊາວຍີ່ປຸ່ນ ກໍຍັງໄດ້ໃຫ້ການຢືນຢັນດ້ວຍວ່າ
ການລົງທຶນຂອງບັນດາ ບໍລິສັດຍີ່ປຸ່ນໃນລາວຈະເນັ້ນໜັກ ໃນພາກອຸດສາຫະກຳແປຮູບ ສິນຄ້າກະສິກຳ ແລະໃນພາກບໍລິການ ທີ່ສາມາດຈະສ້າງວຽກເຮັດງານທຳ ໃຫ້ແກ່ຄົນ
ລາວໄດ້ຫຼາຍກວ່າ ການລົງທຶນໃນດ້ານອື່ນໆ ໃນລາວ ທີ່ເນັ້ນໜັກໃນດ້ານການພັດທະນາ
ທີ່ດິນ ເຊັ່ນເດີ່ນກອຟທີ່ສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວໄດ້ຢ່າງຈຳກັດ ຊຶ່ງກໍນັບເປັນ ສາເຫດສຳຄັນປະການໜຶ່ງ ທີ່ເຮັດໃຫ້ຄົນລາວຕ້ອງພາກັນ ເດີນທາງໄປລັກລອບເຮັດວຽກ ຢູ່ໃນໄທຫຼາຍຂຶ້ນນັບມື້.

ກ່ອນໜ້ານີ້ ອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ ຫຼື JETRO ລາຍງານວ່າ ບໍລິສັດ ເອກະຊົນຍີ່ປຸ່ນ ຈະພາກັນຍ້າຍຖານການລົງທຶນ ຈາກຈີນ ແລະ ໄທ ເຂົ້າມາໃນລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ໂດຍມີສາເຫດ ມາຈາກຄ່າຈ້າງແຮງງານ ທີ່ປັບຕົວສູງຂຶ້ນຢ່າງ​ຕໍ່
​ເນື່ອງ ຢູ່​ໃນ​ປະ​ເທດ​ຈີນ ສ່ວນ​ຢູ່​ໃນ​ປະ​ເທດ​ໄທ​ນັ້ນ ກໍ​ເປັນ​ຍ້ອນ​ບັນຫາໄພ​ນ້ຳຖ້ວມ ​ແລະ
ຄວາມ​ຂັດ​ແຍ້​ງທາງ​ການ​ເມືອງ.

ເພື່ອເປັນການຮອງຮັບ ການເຂົ້າມາລົງທຶນໃນລາວ ຂອງບັນດາບໍລິສັດຍີ່ປຸ່ນດັ່ງກ່າວນີ້
ອົງການ JETRO ກໍໄດ້ເປີດສຳນັກງານ ຢູ່ນະຄອນຫລວງວຽງຈັນ ໃນທ້າຍເດືອນເມສາ
ປີນີ້ ອັນຖືເປັນສ່ວນໜຶ່ງ ຂອງການຕົກລົງຮ່ວມມື ໃນຫຼາຍໆດ້ານ ທີ່ໄດ້ມີຂຶ້ນ ໃນໂອກາດ
ທີ່ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ເດີນທາງມາຢຽມຢາມ ສປປ ລາວ
ຢ່າງເປັນທາງການໃນເດືອນພະຈິກ ປີກາຍ.

ໂດຍໃນປັດຈຸບັນ ຍີ່ປຸ່ນໄດ້ລົງທຶນໃນລາວ ຄິດເປັນມູນຄ່າລວມ 548 ລ້ານດອນລາ ໃນ
104 ໂຄງການ ແລະຈັດເປັນອັນດັບທີ 7 ຂອງທຶນຕ່າງຊາດໃນລາວ.

XS
SM
MD
LG