ລິ້ງ ສຳຫລັບເຂົ້າຫາ

ການຜະລິດ ສະບຽງອາຫານ ທາດໂປຣຕີນ ໃນລາວ ເພີ້ມຂຶ້ນ 5 ເປີເຊັນ ຕໍ່ປີ


ປະຊາຊົນລາວ ຫັນໄປລ້ຽງງົວ ຫຼາຍຂຶ້ນ ຍ້ອນວ່າລາຄາຊີ້ນສັດ ຢູ່ໃນລາວ ກໍຍັງແພງກວ່າ ຢູ່ໃນປະເທດໄທອີກດ້ວຍ ເຊັ່ນຊີ້ນງົວ ໄດ້ປັບລາຄາສູງຂຶ້ນ ຈາກກິໂລ
ກຣາມລະ 75,000 ກີບເປັນ 85,000 ກີບ.

ປະຊາຊົນລາວ ຫັນໄປລ້ຽງງົວ ຫຼາຍຂຶ້ນ ຍ້ອນວ່າລາຄາຊີ້ນສັດ ຢູ່ໃນລາວ ກໍຍັງແພງກວ່າ ຢູ່ໃນປະເທດໄທອີກດ້ວຍ ເຊັ່ນຊີ້ນງົວ ໄດ້ປັບລາຄາສູງຂຶ້ນ ຈາກກິໂລ ກຣາມລະ 75,000 ກີບເປັນ 85,000 ກີບ.

ການຜະລິດສະບຽງອາຫານປະເພດທາດໂປຣຕີນໃນລາວ ເພີ້ມ
ຂຶ້ນ ສະເລ່ຍ 5 ເປີເຊັນ ຕໍ່ປີ ເຮັດໃຫ້ສາມາດຕອບສະໜອງການ
ບໍລິໂພກ ໄດ້ເພີ້ມຂຶ້ນຈາກ 47 ກິໂລກຣາມ ເປັນ 53 ກິໂລກຣາມ
ຕໍ່ຄົນ ໃນປີ 2011 ແລະ ປີ 2015.

ກະຊວງກະສິກຳ ແລະປ່າໄມ້ ລາຍງານວ່າ ການຜະລິດສະບຽງອາຫານ ປະເພດທາດໂປຣ
ຕີນ ຫຼື ຊີ້ນສັດ ແລະ ປາ ໄດ້ມີການຂະຫຍາຍຕົວເພີ້ມຂຶ້ນ ໃນອັນຕາສະເລ່ຍ 5 ເປີເຊັນຕໍ່ປີ
ໃນຊ່ວງປີ 2011-2015 ແລະ ກໍໄດ້ເປັນຜົນເຮັດໃຫ້ ສາມາດຕອບສະໜອງ ໃຫ້ແກ່ການ
ບໍລິໂພກ ຂອງປະຊາຊົນລາວ ໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ກໍຄືຈາກ 47 ກິໂລກຣາມຕໍ່ຄົນ ໃນປີ
2011 ເປັນ 53 ກິໂລກຣາມຕໍ່ຄົນ ໃນປີ 2015 ສ່ວນການຜະລິດເຂົ້າ ກໍເພີ້ມຂຶ້ນ ຈາກ 3 ລ້ານ
6 ໝື່ນໂຕນໃນປີ 2011 ເປັນ 4 ລ້ານກວ່າໂຕນ ໃນປີ 2015 ຊຶ່ງພຽງພໍກັບ ການບໍລິໂພກ
ພາຍໃນປະເທດ ທັງຍັງມີສ່ວນທີ່ແຮ່ໄວ້ ເພື່ອສົ່ງໄປຂາຍ ຕ່າງປະເທດອີກດ້ວຍ.

ການຜະລິດເຂົ້າ ຂອງກະເສດຕະກອນລາວ ກໍເພີ້ມຂຶ້ນ ຈາກ 3 ລ້ານ 6 ໝື່ນໂຕນໃນປີ 2011 ເປັນ 4 ລ້ານກວ່າໂຕນ ໃນປີ 2015.

ການຜະລິດເຂົ້າ ຂອງກະເສດຕະກອນລາວ ກໍເພີ້ມຂຶ້ນ ຈາກ 3 ລ້ານ 6 ໝື່ນໂຕນໃນປີ 2011 ເປັນ 4 ລ້ານກວ່າໂຕນ ໃນປີ 2015.

ແຕ່ຢ່າງໃດກໍຕາມ ເຈົ້າໜ້າທີ່ຂັ້ນສູງໃນກະຊວງອຸດສາຫະກຳ
ແລະການຄ້າ ກໍຍອມຮັບວ່າ ລາຄາສິນຄ້າອຸປະໂພກ-ບໍລິໂພກ
ໄດ້ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງ ໂດຍນັບແຕ່ເດືອນຕຸລາ 2015
ເປັນຕົ້ນມາ ກໍປາກົດວ່າ ລາຄາສິນຄ້າໄດ້ປັບຕົວສູງຂຶ້ນເກີນ
ກວ່າ 30 ເປີເຊັນແລ້ວ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນ
ນັ້ນ ຖືເປັນເຂດ ທີ່ສິນຄ້າໄດ້ປັບລາຄາ ສູງຂຶ້ນກວ່າ ເຂດອື່ນໆ
ໃນທົ່ວປະເທດລາວ.

ຍິ່ງໄປກວ່ານັ້ນ ລາຄາຊີ້ນສັດຢູ່ໃນລາວ ກໍຍັງແພງກວ່າຢູ່ໃນປະ
ເທດໄທອີກດ້ວຍ ເຊັ່ນຊີ້ນງົວ ໄດ້ປັບລາຄາສູງຂຶ້ນ ຈາກກິໂລ
ກຣາມລະ 75,000 ກີບເປັນ 85,000 ກີບ ສ່ວນຊີ້ນໝູ-ເປັດ-ໄກ່ນັ້ນ ກໍປັບລາຄາຂຶ້ນຈາກ
35,000 ກີບ ເປັນ 40,000 ກີບຕໍ່ກິໂລກຣາມ ໂດຍທີ່ທາງການລາວບໍ່ສາມາດທີ່ຈະຄວບຄຸມ
ລາຄາໄດ້ເລີຍ ທັງຍັງຖືກສົມທົບດ້ວຍບັນຫາເງິນເຟີ້ ແລະ ການທີ່ຄົນລາວບໍ່ເຊື່ອໝັ້ນໃນເງິນ
ກີບນຳອີກ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຍອມຮັບວ່າ:

“ອັດຕາເງິນເຟີ້ຂອງພວກເຮົາ ຖ້າທຽບໃສ່ຫຼາຍປະເທດແລ້ວ ກໍຖືວ່າ ຍັງສູງຢູ່ ເສດຖະ
ກິດມະຫາພາກນີ້ ຍັງບໍ່ໜັກແໜ້ນ ປະຊາຊົນກໍຍັງເຊື່ອຖື ເງິນຕາຕ່າງປະເທດຫັ້ນ ເປັນ
ສະກຸນທີ່ວ່າມີຄ່າ ການປະຕິບັດ ມາດຕະການຕໍ່ຜູ້ລະເມີດນີ້ ກໍຍັງບໍ່ທັນເຂັ້ມງວດ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງການເງິນ ບອກວ່າ ອັດຕາເງິນເຟີ້ ຢູ່ທີ່ລະດັບ ສະເລ່ຍ
1.3 ເປີເຊັນ ເທົ່ານັ້ນ ໃນລະຍະ 9 ເດືອນຂອງປີ 2015 ນີ້ ໂດຍລົດລົງຈາກອັດຕາສະເລ່ຍ
4.62 ເປີເຊັນ ໃນຊ່ວງດຽວກັນ ຂອງປີ 2014 ສ່ວນເງິນກີບກໍແຂງຄ່າຂຶ້ນອີກດ້ວຍ ເມື່ອທຽບ
ໃສ່ຄ່າເງິນບາດ ແລະເງິນດອນລາ ສະຫະລັດ ຫາກແຕ່ກໍບໍ່ເຮັດໃຫ້ລາຄາສິນຄ້າຖືກລົງ ເພາະລາວຍັງຕ້ອງເພິ່ງພາການນຳເຂົ້າສິນຄ້າ ເປັນຫລັກນັ້ນເອງ.

ໂດຍສະພາບການດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ຢ່າງກວ້າງຂວາງ ເນື່ອງ
ຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກຮັບ ສະພາວະການຄອງຊີບ ທີ່ເພີ້ມສູງຂຶ້ນ ຈາກ
ເດີມ ເກີນກວ່າ 30 ເປີເຊັນ ໂດຍສະເພາະແມ່ນຜູ້ອອກແຮງງານ ທີ່ມີລາຍໄດ້ຕ່ຳ ແລະປະຊາ ຊົນທີ່ຢູ່ເຂດຊົນນະບົດນັ້ນ ຖືເປັນກຸ່ມທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດ.

ທັງນີ້ ກໍເນື່ອງຈາກວ່າ ການພັດທະນາທາງເສດຖະກິດໃນລາວ ໃນລະຍະທີ່ຜ່ານມານັ້ນ ເຮັດ
ໃຫ້ເກີດບັນຫາ ກ່ຽວກັບຄວາມແຕກໂຕນກັນ ໃນລະດັບການພັດທະນາ ທາງເສດຖະກິດ
ລະຫວ່າງເຂດເມືອງ ກັບເຂດຊົນນະບົດ ເພີ້ມຂຶ້ນນັບມື້ ໂດຍຈະເຫັນໄດ້ຈາກການພັດທະນາ
ທາງເສດຖະກິດ ຢູ່ໃນເຂດນະຄອນຫຼວງວຽງຈັນ ທີ່ມີຍອດຜະລິດຕະພັນລວມພາຍໃນ
(GDP) ເຖິງ 124,900 ຕື້ກີບ ໃນຊ່ວງປີ 2011-2015 ໂດຍຖົວສະເລ່ຍເປັນລາຍໄດ້ ຂອງ
ປະຊາຊົນໃນເຂດນະຄອນຫຼວງວຽງຈັນ ໄດ້ເຖິງ 35 ລ້ານກີບ ຫຼື 4,390 ໂດລາ ຕໍ່ຄົນຕໍ່ປີ.

ຫາກແຕ່ສຳລັບປະຊາຊົນລາວ ທີ່ແຂວງຜົ້ງສາລີ ກັບຍັງມີລາຍໄດ້ສະເລ່ຍ 7 ລ້ານ 8 ແສນ
ກີບ ຫຼື 980 ໂດລາ ຕໍ່ຄົນຕໍ່ປີເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນ ຂອງປະຊາຊົນລາວ
ໃນແຂວງດັ່ງກ່າວ ກໍຍັງສູງເກີນກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດ ຈຶ່ງເປັນການຍາກ
ຢ່າງຍິ່ງ ທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງບັນຫາຄວາມຍາກຈົນໄດ້ ຕາມເປົ້າໝາຍ ທີ່
ລັດຖະບານລາວໄດ້ວາງໄວ້ໃນປີ 2015 ນັ້ນເອງ.

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG