ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວ​ເນ້ນຄວາມ​ສໍາຄັນ ​ຂອງ​ການ​ເປັນ​ຄູ່​ ຮ່ວມ​ຍຸ​ດທະ​ສາດ ​ການ​ພັດທະນາ​ ຮອບດ້ານ​ກັບ​ຈີນ


ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ (ຊ້າຍ) ແລະທ່ານ Xi Jinping ປະທານປະເທດຈີນ ເວລາທ່ານຈູມມາລີ ໄປຢ້ຽມຢາມຈີນ ເມື່ອທ້າຍເດືອນກັນຍາຜ່ານມານີ້.
ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ (ຊ້າຍ) ແລະທ່ານ Xi Jinping ປະທານປະເທດຈີນ ເວລາທ່ານຈູມມາລີ ໄປຢ້ຽມຢາມຈີນ ເມື່ອທ້າຍເດືອນກັນຍາຜ່ານມານີ້.
ປະທານ​ປະ​ເທດ​ລາວ​ເນັ້ນ​ຢໍ້າ ​ເຖິງ​ຄວາມ​ສໍາຄັນ​ຂອງ​ການ​ເປັນ
​ຄູ່​ຮ່ວມ​ຍຸ​ດທະ​ສາດ​ການ​ພັດທະນາ​ຢ່າງຮອບດ້ານ​ກັບ​ຈີນ ທີ່​ແນ
​ໃສ່ພັດທະນາ​ຄວາມ​ຮ່ວມ​ມື ​ລະຫວ່າງ​ກັນ​ໃນ 10 ຂົງ​ເຂດ​ໃຫຍ່.

please wait

No media source currently available

0:00 0:04:19 0:00
ລິງໂດຍກົງ

ທ່າ​ນຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ ​ແລະ​ເລຂາທິການ​
ໃຫຍ່​ພັກ​ປະຊາຊົນ​ປະຕິ​ວັດລາວ ​ໄດ້​ຖະ​ແຫຼ​ງຢືນຢັນ​ ພາຍຫຼັງ​
ສິ້ນ​ສຸດ​ການເດີນທາງ​ຢ້ຽມຢາມສັນທະ​ວະ​ໄມຕີ ທີ່ສາທາລະນະ
​ລັດ​ປະຊາຊົນ​ຈີນ​ຢ່າງ​ເປັນ​ທາງ​ການ​ ໃນ​ລະຫວ່າງ​ວັນ​ທີ 26-30 ກັນຍາ​ ທີ່​ຜ່ານມາ​ນີ້​ວ່າ
ການ​ເປັນ​ຄູ່​ຮ່ວມ​ຍຸ​ດທະ​ສາດ​ໃນ​ການ​ພັດທະນາ​ຢ່າງຮອບດ້ານ​ ລະຫວ່າງ​ລາວກັບ​ຈີນ ທີ່​
ໄດ້​ເລີ່​ມດໍ​າ​ເນີນການ​ປະຕິບັດ​ ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ ​ໄດ້​ເສີມ​ສ້າງ​ຄວາມ​ເປັນ​ເອກ​
ກະພາບ​ ລະຫວ່າງ​ລາວ-ຈີນ​ຫຼາຍ​ຂຶ້ນ​ ໃນ​ທຸກໆ​ດ້ານ.

​ໂດຍສ​ະ​ເພາະ​ແມ່ນ​ຄວາມ​ເຊື່ອ​ໝັ້ນ​ກັນ​ໃນ​ລະດັບສູງ ​ແລະ​ການ​ຊ່ວຍ​ເຫຼືອ​ເພື່ອ​ອໍາ​ນວຍ​
ຜົນ​ປະ​ໂຫຍ​ດຕໍ່​ກັນ​ນັ້ນ ທັງ​ສອງ​ຝ່າຍ​ໄດ້​ເປັນ​ເອກ​ກະພາບ​ກັນ​ຕາມ​ທິດ​ທາງ​ນໍາ​ ທີ່​ວ່າ
“ໝັ້ນຄົງ​ຍາວ​ນານ ​ເພື່ອນ​ບ້ານ​ທີ່​ເປັນ​ມິດ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຮ່ວມ​ມື​ຮອບດ້ານ ​ແລະ​
ຈິດ​ໃຈ​ແຫ່ງ​ບ້ານ​ໃກ້ ​ເຮືອນ​ຄຽງ​ທີ່​ດີ ​ເພື່ອນ​ມິດ​ທີ່​ດີ ສະຫາຍ​ທີ່​ດີ ​ແລະ​ຄູ່​ຮ່ວມ​ມື​ທີ່​ດີ”

ທັງ​ເປັນ​ຜົນ​ດີ​ຕໍ່​ການ​ພັດທະນາສັງຄົມ​ນິຍົມ ​ແລະ​ການ​ເສີມ​ສ້າງສັນ​ຕິ​ພາບ​ສາກົນ​ອີກດ້ວຍ
ດັ່ງ​ທີ່​ທ່ານ ຈູມ​ມາລີ ​ໄດ້​ຖະ​ແຫຼ​ງ ຢືນຢັນ​ວ່າ:

“​ແຜນການ​ປະຕິບັດ​ດັ່ງກ່າວ ບໍ່​ພຽງ​ແຕ່ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​
ຂອງ​ທັງ​ສອງ​ປະເທດ​ລາວ​ກັບ​ຈີນ​ເທົ່າ​ນັ້ນ ​ແຕ່​ຍັງ​ມີ​ຜົນ​ຕໍ່​ສັນຕິພາບ ສະຖຽນ
​ລະ​ພາບ ​ແລະ​ຄວາມ​ວັດທະນາ​ຖາວອນ​ ຂອງ​ພາກ​ພື້ນ​ອີກ​ດ້ວຍ.”


ໃນການຢ້ຽມຢາມ​ສັນທະ​ວະ​ໄມຕີ ທີ່ປະເທດ​ຈີນ​ໃນ​ຄັ້ງ​ລ່າສຸດ​ນີ້ ທ່ານ ຈູມ​ມາລີ ​ໄດ້​ອອກ​
ຖະ​ແຫຼ​ງການ​ຮ່ວມ​ກັນ​ກັບ​ທ່ານ ສີ ຈິນຜິ​ງ ປະທານາທິບໍ​ດີ ​ແລະປະທານ​ພັກ​ຄອມ​ມີ​ວນີສ
ຈີນ​ໃນ 9 ຫົວ​ຂໍ້​ໃຫຍ່​ທີ່​ສໍາຄັນດ້ວຍ​ກັນ ​ໂດຍ​ທັງ​ສອງ​ຝ່າຍ​ໄດ້​ເນັ້ນ​ຢໍ້າ​ເຖິງ​ຄວາມ​ສໍາຄັນ​ທີ່​
ຈະ​ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ ໃນ​ການ​ເປັນ​ຄູ່ຮ່ວມ​ຍຸທະ​ສາດການ​ພັດທະນາ​ຢ່າງ​
ຮອບດ້ານ ຮ່ວມ​ກັນ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຍັ້ງ ທັງ​ນີ້​ໂດຍ​ການ​ປະຕິບັດ​ຕາມ​ແຜ ການ​ທີ່​ສໍາຄັນ 2
ສະບັບ ກໍ​ຄື ​ ​ແຜນການປະຕິບັດ​ງານ​ວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ​ສາຍ​ພົວພັນ​ຄູ່​ຮ່ວມ​ຍຸດ​
ທະ​ສາດ​ຮອບດ້ານ ລາວ-ຈີນ ກັບແຜນ​ແມ່​ບົດ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ​ເທັກນິກ ລາວ-ຈີນ.

ກອງປະຊຸມລັດຖະບານລາວ ເພື່ອພິດຈາລະນາ ການພັດທະນາຮອບດ້ານ ກັບຈີນ
ກອງປະຊຸມລັດຖະບານລາວ ເພື່ອພິດຈາລະນາ ການພັດທະນາຮອບດ້ານ ກັບຈີນ

​ໂດຍ​ການປະຕິບັດ​ຈັດ​ຕັ້ງ​ຕາມ​ແຜນການ​ທັງ 2 ສະບັບ​ດັ່ງກ່າວ
​ນີ້ ທາງ​ການຂອງ​ທັງ​ສອງ​ຝ່າຍ​ ໄດ້​ເນັ້ນ​ໜັກ​ໃຫ້​ຄວາມ​ສໍາຄັນ​
ເປັນ​ພິ​ເສດ ​ໃນ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ລະຫວ່າງ​ກັນ
​ໃນ 10 ​ຂົງ​ເຂດໃຫຍ່​ດ້ວຍ​ກັນ ຊຶ່ງປະກອບ​ດ້ວຍ​ການ​ພັດທະ
ນາພື້ນຖານໂຄງ​ຮ່າງ ​ກະສິກໍາ​ຂຸດ​ຄົ້ນ ແລະ​ປຸງ​ແຕ່ງ​ຊັບພະຍາ
ກອນ​ທໍ​າມະ​ຊາດ ​ພາກ​ພະລັງງານການທ່ອງທ່ຽວ ການ​ແກ້​ໄຂ​
ຄວາມທຸກ​ຍາກ ການ​ພັດທະນາ​ຊັບພະຍາກອນ​ມະ​ນຸດ ການ​
ພັດທະນາ​ລະບົບ​ໂທລະ​ຄົມມະນາຄົມ ວິທະຍຸ​ກະຈາຍສຽງ
​ແລະ​ໂທ​ລະ​ພາບ ການ​ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ​
ແລະ​ນ້ອຍ ການ​ນໍາ​ໃຊ້​ປະ​ໂຫຍດ​ ຈາກ​ຊັບພະຍາກອນ​ນໍ້າ ​
ແລະ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ຄູ່​ກັນໄປ. ​

ແຕ່​ກໍ​ເປັນ​ທີ່​ໜ້າ​ສັງ​ເກດ​ວ່າ ​ໃນ​ຖະ​ແຫຼ​ງການ​ຮ່ວມ​ດັ່ງ​ກ່າວ​ນີ້ ກໍ​ບໍ່​ໄດ້ມີ​ການ​ລະບຸ​ເຖິງ​ໂຄງ
ການ​ກໍ່ສ້າງ​ທາ​ງລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ລາວແຕ່​ຢ່າງ​ໃດ ຫາກ​ແຕ່​ກໍ​ເຂົ້າ​ກັນໃຈ​ວ່າ​ ທາງ​
ການ​ຂອງສອງ​ຝ່າຍ​ໄດ້​ຖື​ສໍາຄັນ​ວ່າ ​ໂຄງການ​ດັ່ງກ່າວ​ນີ້ເປັນ​ສ່ວນ​ນຶ່ງ​ໃນ​ການ​ຮ່ວມ​ມື​ດ້ານ​
ພື້ນຖານ​ໂຄງ​ລ່າງ ຢູ່​ແລ້ວ​ນັ້ນ​ເອງ.

ກ່ອນ​ໜ້າ​ນີ້ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ​ລັດຖະມົນຕີ ຜູ້​ຊີ້​ນໍາ​ວຽກ​ງານ​
ດ້ານ​ເສດຖະກິດ​ຂອງ​ລັດຖະບານ​ລາວ ກໍ​ໄດ້​ໃຫ້ການ​ຢືນຢັນ​ກັບ VOA ຢູ່​ນະຄອນ​ວຽງ​
ຈັນ​ວ່າ ທາງການ​ຈີນ​ຍັງ​ຢືນຢັນ​ທີ່​ຈະ​ໃຫ້ການ​ສະໜັບສະໜຸນ​ໂຄງການ​ກໍ່ສ້າງ​ທາງ​ລົດ​
ໄຟໃນ​ລາວ​ຕໍ່​ໄປ ​ໂດຍ​ການ​ຢືນຢັນ​ດັ່ງກ່າວ​ມີຂຶ້ນ​ ໃນ​ໂອກາດ​ທີ່​ທ່ານ ຫຼີ ​ເຄີ​ສຽງ ນາຍົກ
ລັດຖະມົນຕີຈີນ ພົບ​ປະ​ເຈລະຈາກັນ​ ກັບ​ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ
ລາວ ຢູ່​ທີ່​ເມືອງ​ໜານ​ໜິງ ປະ​ເທດ​ຈີນ ​ເມື່ອ​ເດືອນ​ສິງຫາ​ທີ່ຜ່ານ​ມາ. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ຢືນຢັນ​ດັ່ງກ່າວ​ຂອງ​ນາຍົກລັດຖະມົນຕີຈີນ ກໍ​ບໍ່​ໄດ້​ໃຫ້​ຄວາມ​ຊັດ​
ເຈນ​ວ່າ ລັດຖະບານ​ຈີນ​ນັ້ນ ຈະ​ພິ​ຈາລະ​ນາ​ເພື່ອ​ອະນຸມັດ​ເງິນ​ທຶນ​ກູ້​ຢືມ​ໃນ​ມູນ​ຄ່າ 7,000
ລ້ານ​ໂດ​ລ່າໃຫ້​ລັດຖະບານ​ລາວ​ເມື່ອ​ໃດ ​ເນື່ອງ​ຈາກ​ວ່າ​ໃນ​ລະຍະ​ນີ້ ທາງການ​ລັດຖະບານ
​ຈີນ​ກໍາລັງ​ດໍາ​ເນີນ​ການ ​ຮວມ​ເອົາກະຊວງ​ລົດ​ໄຟ​ເຂົ້າກັບ​ກະຊວງ​ຄົມມະນາຄົມ ​ແລະ​ຫຼັງ​
ຈາກ​ນັ້ນ ຈຶ່ງ​ຈະ​ມີ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ໃນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ ຂອງ​
ໂຄງການ​ອີກ​ເທື່ອ​ໃໝ່.

ທັງ​ນີ້ ກໍ​ເນື່ອງ​ຈາກ​ທາງ​ການ​ຈີນ​ເຫັນ​ວ່າ​ ລົດ​ໄຟ​ຄວາມ​ໄວສູງ​ອາດ​ຈະ​ບໍ່​ສອດຄ່ອງເໝາະ​
ສົມ​ກັບ ສະພາບພູມິ​ປະ​ເທດ​ໃນ​ລາວ​ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ກັບ​ທັງ​ຍັງ​ອາດ​ບໍ່​ສອດ
ຄ່ອງ​ກັບ​ການ​ພັດ​ທະນາທາງ​ເສດຖະກິດ​ຂອງ​ລາວ​ອີກ​ດ້າຍ; ​ເພາະສະ​ນັ້ນ ​ແນວທາງ​ນຶ່ງ
​ທີ່​ທາງ​ການ​ຈີນ​ໄດ້​ນໍາ​ສະ​ເໜີ​ຕໍ່​ທາງ​ການ​ລາວ ກໍ​ຄື​ການ​ປັບ​ປ່ຽນ​ຈາກ​ລົດ​ໄຟ​ຄວາມ​ສູງ​
ເປັນລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບລາງ​ຄູ່ ທີ່ແຍກ​ກັນ​ລະຫວ່າງ​ຂະ​ບວນ​ໂດຍສານ​
ກັບ​ຂະ​ບວນຂົນ​ສົ່ງ​ສິນຄ້າ ນັ້ນ​ເອງ.
XS
SM
MD
LG