ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂຄງການ​ກໍ່ສ້າງ ​ທາງ​ລົດ​ໄຟ​ ໃນລາວ ບໍ່​ມີ​ທ່າ​ທີ ທີ່​ຊັດ​ເຈນ​


ໂຄງການ​ກໍ່ສ້າງ​ ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ​ລາວ​ ກັບ ​ຈີນ
ໂຄງການ​ກໍ່ສ້າງ​ ທາງ​ລົດ​ໄຟ​ເຊື່ອມ​ຕໍ່ ​ລາວ​ ກັບ ​ຈີນ

ປະທານ​ປະ​ເທດ​ລາວ ​ເນັ້ນຢ້ຳກັບ​ປະທານ​ປະ​ເທດ​ຈີນ ​ເຖິງ​
ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລາວ​ກັບ​ຈີນ ຫາກ​ແຕ່​ວ່າ
ກໍ​ຍັງ​ຄົງ​ບໍ່​ມີ​ທ່າ​ທີ ທີ່​ຊັດ​ເຈນ​ ຈາກ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນ ​ໃນ​
ໂຄງການ​ນີ້​ແຕ່​ຢ່າງ​ໃດ.

ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ​ໄດ້​ສະ​ແດງ​ອອກ​ເຖິງ​ການ​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ ທີ່​ທາງ​ການ​ລາວ​ມີ​ຕໍ່​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ​ເພື່ອ​ເຊື່ອມ​ຕໍ່​ລາວ​ກັບ​ຈີນ ​ໃນ​ໂອກາດ​ທີ່​ທ່ານ​ເດີນທາງ​ໄປ​ຮ່ວມ​ເປັນ​ກຽດ​ໃນ​ພິທີການ​ສະ​ເຫຼີມສະຫຼອງ​ໄຊຊະນະ ​ໃນ​ສົງຄາມ​ໂລກ​ຄັ້ງທີ 2 ຄົບຮອບ 70 ປີ ຢູ່​ກຸງ​ປັກ​ກິ່ງ ສາທາລະນະ​ລັດ​ປະຊາຊົນ​ຈີນ ​ເມື່ອ​ຕົ້ນ​ເດືອນ​ກັນຍາ ທີ່​ຜ່ານ​ມາ​ນີ້.

​ໂດຍ​ການ​ໃຫ້​ຄວາມ​ສຳຄັນ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ໃນ​ໂອກາດ​ທີ່​ທ່ານ​ຈູມ​ມະລີ ​ໄດ້​ພົບ​ປະ​ເຈລະຈາ​ຮ່ວມ​ກັນ​ກັບ ທ່ານ​ສີ ຈິ້ນຜິ​ງ ປະທານ​ປະ​ເທດ ​ແລະ ປະທານ​ພັກ​ຄອມ​ມິ​ວນິສຈີນ ຊຶ່ງ​ຕໍ່​ເນື່ອງ​ຈາ​ກການ​ພົບ​ປະ​ເຈລະຈາ​ຮ່ວມ​ກັນ​ກັບ​ທ່ານ​ຫລີ ​ເຄີ້ຈຽງ ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ຫລິວ ຫຍຸນ​ຊານ ກຳມະການ​ຖາ​ວອນ​ຂອງ​ຄະນະ​ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມິ​ວນິສຈີນ ຈຶ່ງ​ນັບ​ເປັນ​ການສະ​ແດງ​ອອກ​ເຖິງ​ການ​ໃຫ້​ຄວາມ​ສຳຄັນ​ຢ່າງ​ຍິ່ງ ທີ່​ທາງ​ການ​ລາວ​ມີ​ຕໍ່​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມ​ຕໍ່​ລາວ​ ກັບ​ຈີນ ​ໃຫ້​ໄດ້​ຢ່າງ​ເປັນ​ຮູບປະ​ທຳ.

ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານ​ປະ​ເທດ ​ແລະ ປະທານ​ພັກ​ຄອມ​ມິ​ວນິສຈີນ
ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານ​ປະ​ເທດ ​ແລະ ປະທານ​ພັກ​ຄອມ​ມິ​ວນິສຈີນ

ຊຶ່ງ​ກ່ອນໜ້າ​ນີ້ ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກ
ລັດຖະມົນຕີ ຜູ້​ຊີ້​ນຳ​ຂົງ​ເຂດ​ເສດຖະກິດ ການ​ຜະລິດ ​ແລະ
ຈະລາຈອນ​ຂອງ​ລັດຖະບານ​ລາວ ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ
ລັດຖະບານລາວ​ຍັງ​ຈະ​ເດີນ​ໜ້າ​ຕາມ​ແຜນການ​ກໍ່ສ້າງ​ທາງ​
ລົດ​ໄຟ​ເຊື່ອມ​ຕໍ່​ລາວ​ກັບ​ຈີນ ​ແລະ ​ໄທ​ຕໍ່​ໄປ ​ເຖິງ​ແມ່ນ​ວ່າ ຈະ
​ຍັງ​ກຳນົດ​ບໍ່​ທັນ​ໄດ້​ວ່າ ຈະ​ສາມາດ​ລົງມື​ ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ
ໄດ້​ເມື່ອ​ໃດ​ແທ້ ກໍ​ຕາມ ​ເພາະວ່າ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ
​ດັ່ງກ່າວ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດທາງ​ເສດຖະກິດ​ຢ່າງ​ຫຼວງຫຼາຍ
​ໃຫ້​ແກ່​ລາວ​ໃນ​ລະຍະ​ຍາວ​ນັ້ນ​ເອງ.

​ໂດຍ​ກ່ອນ​ໜ້າ​ນີ້ ທ່ານ​ສົມ​ສະຫວາດ ໄດ້​ໃຫ້ການ​ຄາດໝາຍ​ວ່າ ລັດຖະບານ​ລາວ​ກັບ​ຈີນ ຈະ​ບັນລຸ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການກໍ່ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລະຫວ່າງ​ລາວ​ກັບ​ຈີນ ​ໃນ​ເດືອນ​ມິຖຸນາ 2015 ​ແລະ ຕໍ່​ຈາກ​ນັ້ນ ລັດຖະບານ​ລາວ​ກໍ​ຈະ​ສະ​ເໜີ​ຂໍ້​ຕົກລົງດັ່ງກ່າວ ​ເພື່ອ​ຂໍ​ການ​ອະນຸມັດ​ຈາກ​ສະພາ​ແຫ່ງ​ຊາດ​ລາວ ​ໃນ​ລະຍະ​ທີ່​ຕໍ່​ເນື່ອງ​ກັນນັ້ນ ​ແຕ່​ຈົນ​ເຖິງ​ປັດຈຸບັນ ການ​ຄາດໝາຍ​ດັ່ງກ່າວ ກໍ​ຍັງ​ບໍ່​ເກີດ​ຂຶ້ນຢ່າງ​ແທ້​ຈິງ.

ທ່ານ​ສົມ​ສະຫວາດ ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ຮູບ​ແບບ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ​ກັບ​ຈີນ ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ດັ່ງກ່າວ​ນີ້ ຈະ​ເປັນ​ການ​ຮ່ວມ​ລົງທຶນ​ດ້ວຍ​ການ​ສ້າງຕັ້ງ
ບໍລິສັດ​ຂຶ້ນມາ​ເພື່ອ​ຮັບຜິດຊອບ ການ​ກໍ່ສ້າງ ​ແລະ ບໍລິຫານ​ໂຄງການ ຊຶ່ງ​ຄາດໝາຍ​ວ່າ ລັດຖະບານ​ລາວ​ກັບ​ຈີນ ຈະ​ລົງທຶນ​ຂັ້ນ​ເບື້ອງ​ຕົ້ນ​ໃນ​ມູນ​ຄ່າ 840 ລ້ານ​ໂດ​ລາຕໍ່ 1,260 ລ້ານ​ໂດ​ລາ ​ແລະ ຈະ​ກູ້​ຢືມ​ຈາກ​ທະນາຄານ​ຈີນ​ໃນ​ມູນ​ຄ່າ 5,000 ລ້ານ​ໂດ​ລາ.

ທາງ​ດ້ານ​ ທ່ານຫລີ ​ເຄີ້ຈຽງ ນາຍົກລັດຖະມົນຕີຈີນ ຢືນຢັນ​ວ່າ ຈະ​ມີ​ການ​ກຳນົດ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ມີ​ປະສິດ​ທິພາ​ບ ທີ່​ທຸກ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ​ແລະ ສອດ​ຄ້ອງ​ກັບ​ສະພາບ​ຕົວ​ຈິງ ​ໂດຍ​ທາງ​ການ​ຈີນ​ເຫັນ​ວ່າ ລົດ​ໄຟ​ຄວາມ​ໄວ​ສູງ​ອາດ​ບໍ່​ເມາະ​ສົມ​ກັບ​ສະພາບ​ພູມິ​ປະ​ເທດ​ໃນ​ລາວ ທີ່​ສ່ວນ​ໃຫຍ່​ເປັນ​ເຂດ​ພູດ​ອຍ ຈຶ່ງ​ສະ​ເໜີ​ໃຫ້​ປ່ຽນ​ເປັນ​ລົດ​ໄຟ​ຄວາມ​ໄວ​ປານ​ກາງ ລະບົບ​ລາງ​ຄູ່​ ທີ່ຂະ​ບວນ​ໂດຍສານ ​ແລະ ຂົນ​ສົ່ງ​ສິນຄ້າ​ມີ​ຄວາມ​ໄວ 160 ​ແລະ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ຕາມ​ລຳດັບ.

ຊຶ່ງ​ສອດ​ຄ້ອງ​ກັບ​ການ​ລົງ​ນາມ​ໃນ​ບັນທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ລະຫວ່າງ​ໄທ ​ແລະ ​ຈີນ ​ໃນ​ການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່​ຄວາມ​ໄວ​ປານ​ກາງ ​ເມື່ອ​ທ້າຍ​ປີ 2014 ຢູ່ບາງກອກ​ທີ່​ແນ​ໃສ່​ການ​ພັດທະນາ​ທາງ​ລົດ​ໄຟ​ເພື່ອ​ເຊື່ອມ​ຕໍ່​ກັນ​ໃຫ້​ໄດ້​ພາຍ​ໃນ​ປີ 2022 ດ້ວຍ​ການ​ຮ່ວມ​ລົງ​ທຸນ ​ເພື່ອ​ກໍ່ສ້າງ​ທາງລົດ​ໄຟ​ລາງ​ຄູ່​ລະດັບ​ຄວາມ​ໄວ​ປານ​ກາງ 2 ​ເສັ້ນທາງ​ໃນ​ໄທ ຄື​ໜອງ​ຄາຍ-​ແກ່ງ​ຄອຍ
-ມາບ​ຕາ​ພຸດ ​ແລະ ​ແກ່ງ​ຄອຍ-ບາງກອກ ​ເພື່ອ​ເປັນ​ພື້ນຖານ​ໃຫ້​ກັບ​ການ​ຂະຫຍາຍ​ການ​ເຊື່ອມ​ໂຍງ​ໄປ​ລາວ ​ແ​ລະ ຈີນ​ຕໍ່​ໄປ.

​ໂດຍ​ຄາດ​ວ່າ ທາງ​ການ​ຈີນ​ຈະ​ສະ​ເໜີ​ລາຍ​ງານ ການ​ສຳ​ຫລວດ​ອອກ​ແບບ​ກໍ່ສ້າງ​ທັງ 2 ​ເສັ້ນທາງ​ດັ່ງກ່າວ ຕໍ່​ທາງ​ການ​ໄທ​ພາຍ​ໃນ​ເດືອນ​ກັນຍາ​ປີ​ນີ້ ​ເພື່ອ​ທີ່​ວ່າ ຈະ​ໄດ້​ຈັດ​ທຳ​ສັນຍາ​ຮ່ວມ​ທຶນ ​ເພື່ອ​ກໍ່ສ້າງ​ໃນ​ພາກ​ຕົວ​ຈິງ​ຕໍ່​ໄປ ດັ່ງ​ທີ່​ທ່ານ​ອາຄົມ ​ເຕີມພິທະຍາ​ໄພສິດ ລັດຖະມົນຕີ​ວ່າການ​ກະຊວງ​ຄົມມະນາຄົມ​ຂອງ​ໄທ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“ຕາມ​ແຜນ​ທີ່​ເຮົາ​ກຳນົດ​ໄວ້ ກໍ​ຄື​ເດືອນ​ຕຸລາ​ນັ້ນ ​ເຮົາ​ຄວນຈະ​ເຫັນ​ໃນ​ການ​ເລີ້ມ​ຕົນ​ການ​ກໍ່ສ້າງ ຊຶ່ງ​ໃນເດືອນ​ໜ້າກໍ​ຈະ​ມີ​ການ​ປະຊຸມ​ກັບ​ທາງ​ຈີນ ​ເພາະວ່າ ທາງ​ຈີນ​ນັ້ນ ຈະ​ຕ້ອງ​ສົ່ງ​ລາຍ​ງານ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງການ ມາ​ໃຫ້​ເຮົາ​ເບິ່ງ ຖ້າ​ເປັນ​ໄປ​ຕາມ​ແຜນ ​ກໍ​ຈະ​ໃຊ້​ເດືອນ​ກັນຍາ ​ເປັນ​ຊ່ວງ​ຂອງ​ການ​ຂໍ​ອະນຸມັດ​ໂຄງການ.”

ລັດຖະບານ​ໄທ ​ໄດ້​ອະນຸມັດ​ແຜນການ​ກໍ່ສ້າງ​ທາງ​ລົດ​ໄຟ​ລາງ​ຄູ່​ຂະໜາດ​ກວ້າງ 1.435 ​ແມັດ ​ໃນ 3 ​ເສັ້ນທາງ​ ຄື ບາງກອກ-​ໂຄຣາດ-ໜອງ​ຄາຍ ກັບ​ເສັ້ນທາງ​ທ່າ​ເຮືອ​ມາບ​ຕາ​ພຸດ-​ໂຄຣາດ-ໜອງ​ຄາຍ ​ແລະ ​ເສັ້ນທາງ ຣະຍອງ-ບາງກອກ-​ໂຄຣາດ-ໜອງ​ຄາຍ ທີ່​ເຊື່ອມ​ຕໍ່​ລາ​ວກັບ​ຈີນ ​ໄປ​ເຖິງ​ມາ​ເລ​ເຊຍ ​ແລະ ສິງ​ກະ​ໂປ ​ໄດ້​ດ້ວຍ.

XS
SM
MD
LG