ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ລາວວ່າ ເຂື່ອນນໍ້າເທີນ 2 ເປັນສັນຍາລັກຂອງການ ຮ່ວມມືຫລາຍຝ່າຍທີ່ດີງາມ


ນໍ້າເທີນ ແຖວບໍລິເວນເຂື່ອນນໍ້າເທີນ 2
ນໍ້າເທີນ ແຖວບໍລິເວນເຂື່ອນນໍ້າເທີນ 2

ປະທານປະເທດລາວເນັ້ນຍໍ້າວ່າ ໂຄງການເຂື່ອນນໍ້າເທີນ 2 ຈະມີສ່ວນຢ່າງສໍາຄັນໃນການ ປົກປັກຮັກສາສະພາບແວດລ້ອມທໍາມະຊາດ ແລະສ້າງຜົນປະໂຫຍດໃຫ້ກັບປະຊາຊົນລາວ ໄດ້ເປັນຢ່າງດີ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ພ້ອມ
ດ້ວຍທ່ານອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ
ໄດ້ໃຫ້ກຽດຮ່ວມກັນເປັນປະທານ ໃນພິທີເປີດການນໍາໃຊ້
ເຂື່ອນນໍ້າເທີນ 2 ຢ່າງເປັນທາງການ ເມື່ອວັນທີ່ 9 ທັນ
ວາທີ່ຜ່ານມານີ້ ຢູ່ທີ່ເມືອງນາກາຍ ແຂວງຄໍາມ່ວນ ໂດຍ
ມີບັນດາຕົວແທນຂອງພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກໍຄື
ທະນາຄານໂລກ ທະນາຄານພັດທະນາເອເຊຍ ລັດຖະ
ບານຝລັ່ງ ລັດຖະບານໄທ ລັດຖະບານລາວ ແລະບັນດາ
ຜູ້ຮ່ວມລົງທຶນໃນໂຄງການ ເຂົ້າຮ່ວມໃນພິທີຢ່າງພ້ອມໜ້າ.

ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ຮ່ວມກັບ ນາຍົກ ລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ ເປັນປະທານໃນພິທີ ເປີດເຂື່ອນຜະລິດໄຟຟ້າ ນໍ້າເທີນ 2, ວັນທີ 9 ທັນວາ 2010.
ປະທານປະເທດລາວ ທ່ານຈູມມະລີ ໄຊຍະສອນ ຮ່ວມກັບ ນາຍົກ ລັດຖະມົນຕີໄທ ທ່ານອະພິສິດ ເວດຊາຊີວະ ເປັນປະທານໃນພິທີ ເປີດເຂື່ອນຜະລິດໄຟຟ້າ ນໍ້າເທີນ 2, ວັນທີ 9 ທັນວາ 2010.

ໃນໂອກາດດັ່ງກ່າວນີ້ ທ່ານຈູມມະລີ ກໍໄດ້ຢືນຢັນວ່າໂຄງການເຂື່ອນນໍ້າເທີນ 2 ຄືສັນຍາ
ລັກຂອງການຮ່ວມມືຫລາຍຝ່າຍ ເຂົ້າໃນການພັດທະນາເພື່ອການລົບລ້າງບັນຫາຄວາມ
ຍາກຈົນຂອງປະຊາຊົນລາວ ດ້ວຍການນໍາໃຊ້ທ່າແຮງບົ່ມຊ້ອນຈາກທໍາມະຊາດ ຢູ່ໃນລາວ
ເປັນສໍາຄັນ ແລະພ້ອມກັນນີ້ ກໍເຊື່ອວ່າ ໂຄງການເຂື່ອນນໍ້າເທີນ 2 ຈະເປັນໂຄງການພັດ
ທະນາ ທີ່ເປັນມິດກັບສະພາບແວດລ້ອມທໍາມະຊາດໃນລາວດ້ວຍ ດັ່ງທີ່ທ່ານຈູມມະລີີ ໄດ້ ກ່າວເນັ້ນຍໍ້າໃນຕອນນຶ່ງວ່າ:

“ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ໂຄງການເຂື່ອນນໍ້າເທີນ 2 ຈະໄດ້ຮັບການ
ປົກປັກຮັກສາສິ່ງແວດລ້ອມ ທໍາມະຊາດ ແລະສັງຄົມເປັນຢ່າງດີ ຈະຜະລິດ
ໄຟຟ້າເພື່ອຮັບໃຊ້ການພັດທະນາ ແລະຊີວິດຄວາມເປັນ ຢູ່ທີ່ມີຂຶ້ນຂອງປະຊາ
ຊົນລາວແລະປະຊາຊົນໄທ ສືບຕໍ່ເປັນສັນຍະລັກແຫ່ງການຮ່ວມມືຫລາຍຝ່າຍ
ທີ່ດີງາມ ແລະມີປະສິດທິຜົນຍິ່ງຕະຫລອດໄປ ຂ້າພະເຈົ້າຂໍປະກາດການນໍາ
ໃຊ້ໂຄງການເຂື່ອນນໍ້າເທີນ 2 ນັບແຕ່ເວລານີ້ເປັນຕົ້ນໄປ.”

ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ
ທ່ານ ຄໍາ​ໃບ ດໍາລັດ ​ເຈົ້າ​ແຂວງໆ​ຄໍາ​ມ່ວນ

ທາງດ້ານທ່ານຄໍາໃບ ດໍາລັດ
ເຈົ້າແຂວງໆຄໍາມ່ວນ ກໍໄດ້
ຖະແຫລງຢືນຢັນວ່າໂຄງການ
ເຂື່ອນນໍ້າເທີນ 2 ໄດ້ສ້າງຜົນ
ປະໂຫຍດໃຫ້ກັບປະຊາຊົນໃນ
ແຂວງຄໍາມ່ວນແລະແຂວງໃກ້
ຄຽງຢ່າງຫລວງຫລາຍ ໂດຍ
ສະເພາະແມ່ນປະຊາຊົນ 6,300
ກວ່າຄົນ ທີ່ຖືກຍົກຍ້າຍຈາກ 16
ໝູ່ບ້ານໃນເຂດເມືອງນາກາຍ
ແລະເມືອງຍົມມະລາດ ທີ່ໄດ້ຮັບ
ຜົນກະທົບຈາກການກໍ່ສ້າງເຂື່ອນນັ້ນ ມາຮອດປັດຈຸບັນນີ້ກໍປາກົດວ່າ ມີຊີວິດຄວາມເປັນຢູ່ທີ່ດີ
ຂຶ້ນກວ່າເມື່ອກ່ອນໃນທຸກໆດ້ານ ໂດຍບໍ່ວ່າຈະເປັນການມີເຮືອນຢູ່ຢ່າງຖາວອນໃນເຂດຈັດສັນ
ໃໝ່ ການມີນໍ້າສະອາດ ແລະມີໄຟຟ້າໃຊ້ຢ່າງທົ່ວເຖິງ. ສ່ວນເດັກນ້ອຍໃນໄວຮຽນກໍໄດ້ເຂົ້າ
ຮຽນຢ່າງຄົບຖ້ວນ ແລະຍາມເຈັບປ່ວຍກໍມີໂຮງໝໍທີ່ພ້ອມຈະໃຫ້ການຮັກສາປິ່ນປົວຕະຫລອດ
ເວລາ. ສ່ວນປະຊາຊົນທີ່ຢູ່ເຂດໂດຍຮອບອ່າງເຂື່ອນກໍຍັງໄດ້ຮັບຜົນປະໂຍດຈາກການປະມົງ
ແລະປະຊາຊົນທີ່ຢູ່ເຂດຕອນລຸ່ມຂອງຕົວເຂື່ອນ ກໍໄດ້ໃຊ້ນໍ້າເພື່ອປະໂຫຍດໃນດ້ານກະສິກໍາ ອີກດ້ວຍ.

ອ່າງນໍ້າເທີນ 2
ອ່າງນໍ້າເທີນ 2

ສໍາລັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການນັ້ນ ກໍໄດ້
ຮັບການຈັດສັນທີ່ດິນທໍາກິນ 0.6 ເຮັກຕ້າຕໍ່ຄອບຄົວ. ນອກ
ຈາກນັ້ນ ກໍຍັງຈະມີການຈັດສັນພື້ນທີ່ 3 ເຮັກຕ່າສໍາລັບປູກ
ຕົ້ນໄມ້ກັບອີກ 5 ເຮັກຕ້າ ສໍາລັບລ້ຽງສັດໃຫ້ແຕ່ລະຄອບ
ຄົວ ລວມທັງຍັງຈະຂະຫຍາຍພື້ນທີ່ທີ່ຮອງຮັບນໍ້າຈາກຄອງ
ຊົນລະປະທານ ເພີ່ມຂຶ້ນອີກ 7,000 ເຮັກຕ້າ ຊຶ່ງກໍຈະເຮັດ
ໃຫ້ເຂດຈັດສັນດັງກ່າວມີພື້ນທີ່ ກວ້າງກວ່າ 24 ພັນເຮັກຕ້າ.

ໂຄງການເຂື່ອນນໍ້າເທີນ 2 ໄດ້ເລີ່ມຜະລິດກະແສໄຟຟ້າ ສົ່ງຂາຍໃຫ້ການໄຟຟ້າຝ່າຍຜະລິດ
ແຫ່ງປະເທດໄທ (EGAT) ນັບຕັ້ງແຕ່ເດືອນມີນາປີນີ້ເປັນຕົ້ນມາ ໂດຍມີສັນຍາ 25 ປີ ຊຶ່ງ
ກໍຈະເຮັດໃຫ້ລັດຖະບານລາວມີລາຍຮັບຈາກຄ່າສໍາປະທານແລະພາສີອາກອນຕ່າງໆລວມກັນ
ເຖິງ 2 ພັນລ້ານໂດລາ ທີ່ທາງການລາວໄດ້ປະກາດວ່າ ຈະນໍາໄປໃຊ້ເປັນງົບປະມານສໍາລັບ
ດໍາເນີນໂຄງການພັດທະນາຕ່າງໆເພື່ອແກ້ໄຂບັນຫາທຸກຈົນຂອງປະຊາຊົນລາວ ເປັນສໍາຄັນ.

ຫາກແຕ່ວ່າ ການທີ່ພະລັງງານໄຟຟ້າສ່ວນໃຫຍ່ທີ່ຜະລິດໄດ້ຈາກເຂື່ອນນໍ້າເທີນ 2 ໄດ້ສົ່ງ
ອອກໄປໄທ ເປັນດ້ານຫລັກ ໃນຂະນະທີ່ພາຍໃນລາວເອງ ກໍມີຄວາມຕ້ອງການຊົມໃຊ້ໄຟ
ຟ້າຫເພີ່ມຂຶ້ນທຸກໆປີ ຈຶ່ງເຮັດໃຫ້ລາວຕ້ອງຊື້ພະລັງງານໄຟຟ້າຄືນ ຈາກໄທເພີ່ມຂຶ້ນທຸກປີ ເຊັ່ນດຽວກັນ.

XS
SM
MD
LG