ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກົດໝາຍໃໝ່ ກຳນົດ ໃຫ້ປະທານປະເທດລາວ ຢູ່ໃນ ຕຳແໜ່ງໄດ້ ບໍ່ເກີນ 2 ສະໄໝຕິດຕໍ່ກັນ


ກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ມີກຳນົດ ການດຳເນີນກອງປະຊຸມ ໃນລະຫວ່າງ ວັນທີ 7-25 ທັນວາ 2015 ທີ່ຜ່ານມາ ໄດ້ມີມະຕິຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015.
ກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ມີກຳນົດ ການດຳເນີນກອງປະຊຸມ ໃນລະຫວ່າງ ວັນທີ 7-25 ທັນວາ 2015 ທີ່ຜ່ານມາ ໄດ້ມີມະຕິຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງໃໝ່ປີ 2015.

ລັດຖະທຳມະນູນ ສະບັບປັບປຸງປີ 2015 ກຳນົດໃຫ້ປະທານ
ປະເທດລາວ ສາມາດຢູ່ໃນຕຳແໜ່ງໄດ້ບໍ່ເກີນ 2 ສະໄໝຕິດ
ຕໍ່ກັນ ສ່ວນຕຳແໜ່ງນາຍົກລັດຖະມົນຕີ ບໍ່ມີຂໍ້ກຳນົດດັ່ງກ່າວນີ້
ແຕ່ຢ່າງໃດ.

ທ່ານດາວອນ ຫວ່າງວິຈິດ ປະທານຄະນະກຳມາທິການກົດໝາຍສະພາແຫ່ງຊາດລາວ
ຊຸດທີ 7 ໃຫ້ການຢືນຢັນວ່າ ລັດຖະທຳມະນູນ ສະບັບປັບປຸງປີ 2015 ໄດ້ກຳນົດກ່ຽວກັບ
ອຳນາດຂອງສະພາແຫ່ງຊາດ ແລະຜູ້ນຳທາງການເມືອງໄວ້ໃນຫຼາຍດ້ານດ້ວຍກັນ ໂດຍ
ທີ່ສຳຄັນ ກໍຄືການກຳນົດໃຫ້ປະທານປະເທດລາວ ສາມາດທີ່ຈະຢູ່ໃນຕຳແໜ່ງໄດ້ບໍ່ເກີນ
2 ສະໄໝ ຫຼື 10 ປີຕິດຕໍ່ກັນ ໃນຂະນະທີ່ສະພາແຫ່ງຊາດ ກໍເປັນອົງການ ທີ່ມີອຳນາດໃນ
ການລົງມະຕິຮັບຮອງການແຕ່ງຕັ້ງ ຫຼືປົດຕຳແໜ່ງປະທານປະເທດ ກັບຮອງປະທານ
ປະເທດໄດ້ ຕາມການນຳສະເໜີຂອງຄະນະປະຈຳສະພາແຫ່ງຊາດ.

ບັນດາສະມາຊິກ ຄະນະກຳມາທິການ ປະຈຳສະພາແຫ່ງຊາດລາວ ພວມເຂົ້າຮ່ວມ ກອງປະຊຸມ.
ບັນດາສະມາຊິກ ຄະນະກຳມາທິການ ປະຈຳສະພາແຫ່ງຊາດລາວ ພວມເຂົ້າຮ່ວມ ກອງປະຊຸມ.

ຍິ່ງໄປກວ່ານັ້ນ ສະພາແຫ່ງຊາດລາວ ກໍຍັງມີອຳນາດລົງມະຕິ
ແຕ່ງຕັ້ງ ຫຼືປົດຕຳແໜ່ງນາຍົກລັດຖະມົນຕີ ປະທານສານປະຊາ
ຊົນສູງສູດ ປະທານໄອຍະການປະຊາຊົນສູງສູດ ແລະປະທານ
ອົງການກວດກາແຫ່ງລັດໄດ້ຕາມການນຳສະເໜີຂອງປະທານ
ປະເທດ ສ່ວນປະທານປະເທດນັ້ນ ກໍມີອຳນາດປະກາດບັງຄັບ
ໃຊ້ລັດຖະທຳມະນູນ ແລະກົດໝາຍ ລວມເຖິງການແຕ່ງຕັ້ງ ຫຼື
ປົດຮອງນາຍົກລັດຖະມົນຕີ ແລະບັນດາສະມາຊິກ ໃນຄະນະ
ລັດຖະບານ ທັງກໍຍັງມີອຳນາດໃນການເລື່ອນຊັ້ນ ແລະໂຍກ
ຍ້າຍນາຍທະຫານ ທີ່ມີຍົດຕັ້ງແຕ່ພົນຈັດຕະວາຂຶ້ນໄປ ໄດ້
ອີກດ້ວຍ.

ສ່ວນຕຳແໜ່ງນາຍົກລັດຖະມົນຕີນັ້ນ ລັດຖະທຳມະນູນ ສະບັບປັບປຸງໃໝ່ບໍ່ໄດ້ມີການ
ກຳນົດ ຈຳນວນຄັ້ງຂອງການຢູ່ໃນຕຳແໜ່ງຄືກັບປະທານປະເທດແຕ່ຢ່າງໃດ ແຕ່ວ່າ
ນາຍົກລັດຖະມົນຕີ ກໍມີອຳນາດໃນການແຕ່ງຕັ້ງ ຫຼືປົດຕຳແໜ່ງເຈົ້າຄອງນະຄອນຫຼວງ
ວຽງຈັນ ແລະ ເຈົ້າແຂວງ ພາຍຫຼັງຈາກທີ່ໄດ້ຜ່ານມະຕິ ຮັບຮອງຂອງສະພາປະຊາຊົນ
ຂັ້ນແຂວງແລ້ວນັ້ນ.

ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ໄດ້ອອກລັດຖະດຳລັດ ວ່າດ້ວຍການ
ປະກາດບັງຄັບໃຊ້ ລັດຖະທຳມະນູນແຫ່ງ ສປປ. ລາວ ສະບັບປັບປຸງ ປີ 2015 ເລກທີ
214/ປປທ ໃນວັນທີ 15 ທັນວາ 2015 ນີ້ ໂດຍການປະກາດດັ່ງກ່າວ ແມ່ນອີງຕາມລັດ
ຖະທຳມະນູນ ສະບັບປັບປຸງປີ 2003 ໝວດທີ 6 ມາດຕາ 67 ແລະ ອີງຕາມມະຕິກອງ
ປະຊຸມສະພາແຫ່ງຊາດ ສະບັບເລກທີ 012/ສພຊ ລົງວັນທີ 8 ທັນວາ 2015 ທີ່ວ່າດ້ວຍ
ການຮັບຮອງເອົາລັດຖະທຳມະນູນແຫ່ງ ສປປ. ລາວ ສະບັບປັບປຸງ ປີ 2015 ຊຶ່ງກໍເປັນ
ຜົນໃຫ້ລັດຖະທຳມະນູນ ສະບັບດັ່ງກ່າວນີ້ ມີຜົນບັງຄັບໃຊ້ນັບແຕ່ວັນທີ 15 ທັນວາ 2015
ເປັນຕົ້ນໄປ.

ໂດຍລັດຖະທຳມະນູນ ສະບັບປັບປຸງໃໝ່ນີ້ ປະກອບມີ 14 ໝວດ 119 ມາດຕາ ແລະໃນ
ນີ້ມີ 3 ໝວດ 21 ມາດຕາໃໝ່ທີ່ເພີ້ມຂຶ້ນຈາກເດີມ ກໍຄື ໝວດທີ່ວ່າດ້ວຍສະພາປະຊາຊົນ
ທ້ອງຖິ່ນ ອົງການກວດສອບແຫ່ງລັດ ແລະຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມ
ທັງຍັງໄດ້ປັບປຸງຄຳນຳກັບບົດບັນຍັດໃນໝວດທີ່ວ່າດ້ວຍ ສະພາແຫ່ງຊາດ ປະທານປະ
ເທດ ກັບລັດຖະບານ ການປົກຄອງທ້ອງຖິ່ນ ສານປະຊາຊົນ ແລະອົງການໄອຍະການ
ປະຊາຊົນ.

ທາງດ້ານທ່ານສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ຖະແຫລງວ່າ ສະ
ມາຊິກສະພາແຫ່ງຊາດລາວ ໄດ້ມີມະຕິຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງໃໝ່
ປີ 2015 ດ້ວຍຄະແນນສຽງສ່ວນຫຼາຍໃນລະຫວ່າງກອງປະຊຸມສະໄໝສາມັນຄັ້ງທີ 10
ອັນຖືເປັນກອງປະຊຸມຄັ້ງສຸດທ້າຍ ຂອງສະພາແຫ່ງຊາດລາວ ຊຸດທີ 7 ທີ່ມີກຳນົດການ
ດຳເນີນກອງປະຊຸມໃນລະຫວ່າງ ວັນທີ 7-25 ທັນວາ 2015 ທີ່ຜ່ານມາ ໂດຍໃນໂອກາດ
ດຽວກັນນີ້ ກອງປະຊຸມຍັງໄດ້ຮັບຮອງເອົາກົດໝາຍ ຫຼາຍສະບັບດ້ວຍ ດັ່ງທີ່ທ່ານຖະແຫລງ
ວ່າ:

“ກົດໝາຍສ້າງໃໝ່ຈຳນວນ 4 ສະບັບ ຄືກົດໝາຍວ່າດ້ວຍ ສະພາປະຊາຊົນ
ຂັ້ນແຂວງ ກົດໝາຍວ່າດ້ວຍພະນັກງານລັດຖະກອນ ກົດໝາຍວ່າດ້ວຍຕ້ານ
ການຄ້າມະນຸດ ກົດໝາຍວ່າດ້ວຍການປ້ອງກັນຊາດ ກົດໝາຍປັບປຸງຈຳນວນ
7 ສະບັບ ຄືກົດໝາຍວ່າດ້ວຍສະພາແຫ່ງຊາດ ກົດໝາຍວ່າດ້ວຍການເລືອກ
ຕັ້ງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ
ກົດໝາຍວ່າດ້ວຍການລົງທຶນຂອງລັດ ກົດໝາຍວ່າດ້ວຍງົບປະມານ ກົດໝາຍ
ວ່າດ້ວຍສ່ວຍສາອາກອນ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະກົດ
ໝາຍວ່າດ້ວຍລັດຖະບານ.”

ໂດຍລັດຖະທຳມະນູນສະບັບປັບປຸງ ແລະບັນດາກົດໝາຍທີ່ຜ່ານການ ຮັບຮອງຂອງ
ສະພາແຫ່ງຊາດລາວ ດັ່ງກ່າວນີ້ ຖືເປັນສ່ວນປະກອບສຳຄັນ ໃນການປະຕິຮູບທາງດ້ານ
ການຄຸ້ມຄອງລັດ ດ້ວຍການກະຈາຍອຳນາດການບໍລິຫານໄປສູ່ລະດັບທ້ອງຖິ່ນໃຫ້ຫຼາຍ
ຂຶ້ນ ທີ່ເປັນຫລັກການສຳຄັນ ທີ່ລັດຖະບານລາວ ໄດ້ສັນຍາໄວ້ກັບນານາຊາດ ເພື່ອເປັນ
ການແລກກັບການຊ່ວຍເຫຼືອ ທີ່ຈະໄດ້ຮັບຈາກຕ່າງປະເທດຢ່າງຕໍ່ເນື່ອງ.

XS
SM
MD
LG