ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວສັ່ງການ ໃຫ້ກວດສອບ ໂຄງການສໍາປະທານ ທົ່ວປະເທດ


ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ນາຍົກລັດຖະມົນຕີລາວສັ່ງ​ການ​ໃຫ້​ກະຊວງ​ແຜນການ​ແລະ​ການ​
ລົງທຶນ​ດໍາ​ເນີນ​ການກວດ​ສອບ​ບັນດາ​ໂຄງການ​ສໍາ​ປະທານ​ທີ່​ດິນ
​ແລະ​ໂຄງການ​ຂຸດ​ຄົ້ນ​ແຮ່​ທາດ​ ໃນ​ທົ່ວ​ປະ​ເທດ​ ໃຫ້ສໍາ​ເລັດ​ ໃນ​
ທ້າຍ​ປີ​ນີ້.


ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງແຜນການ​ແລະ​
ການ​ລົງທຶນ ຖະ​ແຫຼ​ງ ວ່າ ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາ​ຍົກ​ລັດຖະ
ມົນຕີ​ລາວ ​ໄດ້​ສັ່ງ​ການ​ໃຫ້​ກະຊວງ​ແຜນການ​ແລະ ການ​ລົງທຶນ
ດໍາ​ເນີນ​ການກວດ​ສອບ​ບັນດາ​ໂຄງການ​ສໍາ​ປະທານທີ່​ດິນ ​ເພື່ອ
​ກາ​ນປູກ​ພືດ​ຊະນິດ​ຕ່າງໆແລະ​ໂຄງການ​ສໍາ​ຫຼວດ ​ແລະ​ຂຸດ​ຄົ້ນແຮ່​ທາດ​ໃນ​ທົ່ວ​ປະ​ເທດລາວ ​
ໃຫ້​ສໍາ​ເລັດ​ພາຍ ​ໃນ​ທ້າຍ​ປີ 2013 ນີ້​.

ໂດຍ​ການກວດ​ສອບ​ດັ່ງກ່າວ ​ໄດ້​ເລີ່​ມດໍາ​ເນີນ​ການ​ນັບ​ຕັ້ງ​ແຕ່​ປີ 2012 ​ເປັນຕົ້ນ​ມາພາຍໃຕ້
​ເປົ້າໝາຍ​ທີ່​ຈະ​ເຮັດ​ໃຫ້​ຮູ້​ວ່າ​ໂຄງການ​ຕ່າງໆ​ທີ່​ໄດ້​ອະນຸຍາດ​ສໍາປະທານ​ໃຫ້​ກັບພາກເອກ
​ກະຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ​ນັ້ນ ​ໄດ້​ສົ່ງ​ຜົນ​ກະທົບ​ແນວ​ໃດແດ່ ຕໍ່​ສັງຄົມ​ແລະສະພາບ
​ແວດ​ລ້ອມ​ທໍາ​ມະ​ຊາດ​ຂອງ​ລາວ ດັ່ງ​ທີ່​ທ່ານ​ສົມ​ດີ ​ໄດ້​ຖະ​ແຫຼ​ງຊີ້​ແຈງ​ວ່າ:

“​ໂຄງການ​ບໍ່​ແຮ່ ​ໂຄງການ​ສໍາ​ປະທານ​ຢາງພາຣາ ຫຼື​ປູກ​ໄມ້​ນີ້ ທີ່​ຜ່ານ​ມາ​ໄດ້​ອະນຸ​
ມັດ​ແລ້ວ​ນັ້ນ ​ໃຫ້​ໄປ​ກວດ​ກາເບິ່ງ​ໝົດ​ວ່າ​ໂຄງການ​ໄດ້​ປະຕິບັດ​ໄດ້​ດີ ​ໂຄງການ​ໃດ​
ທີ່ຍັງ​ປະຕິບັດ​ໄປ​ຕາມ​ສັນຍາ​ແລ້ວ​ບໍ່ ຫຼື​ວ່າ​ຜົນ​ປະ​ໂຫຍ​ດຂອງ​ລັດຖະບານ​ຫັ້ນມັນ​
ຍັງ​ບໍ່​ດີ ຫຼື​ວ່າ​ມັນ​ກະທົບ​ເຖິງ​ສິ່ງ​ແວດລ້ອມ ​ເຮັດ​ໃຫ້​ປະຊາຊົນ​ເສຍ​ຜົນ​ປະ​ໂຫຍ​ດ
ຫຼື​ວ່າ​ເລື່ອງການ​ເວນ​ຄືນ​ດິນ​ດອນ​ຕອນ​ຫຍ້າ​ອື່ນໆ ຂອງ​ພວກ​ເຂົາ​ເຈົ້າຫັ້ນ
.”

ດັ່ງກ່ອນ​ໜ້ານີ້ ທ່ານ​ທອງ​ສິງ ​ໄດ້​ຖະ​ແຫຼ​ງຍອມຮັບ​ວ່າການ​ພັດທະນາ​ເສດຖະກິດ ທີ່ສາມາດ ​
ເຮັດ​ໃຫ້​ຜະລິດ​ຕະພັນພາຍ​ໃນ (GDP) ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍ​ເຖິງ
8.2% ຕໍ່ ປີ ​ແລະ​ສາມາດ​ສະ​ເລ່ຍ​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ລາວ​ໄດ້​ ປະມານ 1,500 ​ໂດ​ລ່າ​ຕໍ່​ຄົນ​ໃນ ປັດຈຸບັນ ກໍ​ເປັນ​ຍ້ອນ​ການ​ຂະ​ຫຍາ​ຍຕົວ​ຂອງ​ການ​ຜະລິດ​ໃນ​ພາກ​ອຸດສາ
ຫະກໍາ​ການ​ຂຸດ​ຄົ້ນ​ແຮ່ທາດ​ ​ແລະ​ການ​ຜະລິດ​ໃນ​ພາກ​ພະລັງງານ ໝາຍ​ຄວາມ​ວ່າ ການ​
ພັດທະນາ​ໃນ​ລາວ​ໄດ້ມີ​ການຂຸດ​ຄົ້ນ ​ແລະ​ທໍາລາຍ​ຊັບພະຍາກອນ​ທໍາ​ມະ​ຊາດ​ໄປ​ຢ່າງ​ຫຼວງ​ຫຼາຍ​ນັ້ນ​ເອງ.

ທາງ​ການ​ກະຊວງພະລັງງານ ​ແລະ​ບໍ່​ແຮ່ ລາຍ​ງານ​ວ່າ ​ໃນ​ປີ 2012 ທີ່​ຜ່ານ​ມາ ການ​ສົ່ງ​
ອອກ​ຜະລິດ​ຕະພັນ​ໃນ​ພາກ​ອຸດສາຫະກໍາ​ຂຸດ​ຄົ້ນ​ແຮ່​ທາດ​ຂອງ​ລາວ ມີ​ມູນ​ຄ່າ​ລວມຫຼາຍ​
ກວ່າ 1,630 ລ້ານ​ໂດ​ລ່າ ​ໂດຍ​ຄິດ​ເປັນ​ສັດສ່ວນ​ເຖິງ 65% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ທັງ​
ໝົດ​ຂອງລາວ ​ໃນ​ປີ​ດັ່ງກ່າວ ທັງ​ຍັງ​ຄິດ​ເປັນ​ອັດ​ຕາ​ທີ່​ເພີ່​ມຂຶ້ນຈາກ​ປີ 2011 ​ໃນ​ລະດັບ​ທີ່​
ຫຼາຍ​ກ່ວາ 15% ​ແລະ​ຈາກ​ທ່າ​ອຽງດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ທາ​ງການ​ລາວ​ເຊື່ອ​ໝັ້ນ​ວ່າ
ການ​ສົ່ງ​ອອກ​ແຮ່​ທາດ​ໃນ ປີ 2013 ນີ້ ກໍ​ຍັງ​ຈະ​ມີ​ມູນ​ຄ່າ​ເພີ່ມ​ຂຶ້ນ​ ເປັນ​ບໍ່​ໜ້ອຍ​ກວ່າ 2,000 ລ້ານ​ໂດ​ລ່າ​ອີກ​ດ້ວຍ.

ທີ່ດິນ ສໍາປະທານແຫ່ງນຶ່ງ ໃນຫຼາຍໆແຫ່ງ ໃນລາວ
ທີ່ດິນ ສໍາປະທານແຫ່ງນຶ່ງ ໃນຫຼາຍໆແຫ່ງ ໃນລາວ

ຊຶ່ງ​ດ້ວຍ​ສະພາບ​ການ​ດັ່ງກ່າວ​ ກໍ​ເຮັດ​ໃຫ້​ທະນາຄາ​ໂລກ​ໄດ້
​ສະ​ແດງ​ການ​ຄາດໝາຍ​ກ່ຽວ​ກັບ ການ​ພັດທະນາ​ທາງ​ເສດ
ຖະກິດ​ຂອງລາວ​ໃນປີ 2013 ນີ້ວ່າ ​ພາກ​ອຸດສາຫະກໍາ​ຂຸດ​ຄົ້ນ
​ແຮ່​ທາດ​ຍັງ​ຈະ​ມີ​ສ່ວນ​ຢ່າງ​ສໍາຄັນ ​ຕໍ່​ການ​ຊຸກຍູ້​ໃຫ້ເສດຖະກິດ
​ຂອງ​ລາວ​ ຂະຫຍາຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍທີ່​ສູງ​ເຊັ່ນ
​ດຽວ​ກັນ​ກັບ​ໃນ​ປີ 2012 ທີ່​ຜ່ານ​ມາ.

ແຕ່​ຢ່າງໃດ​ກໍ​ຕາມ ທາງ​ທະນາຄານ​ໂລກ ກໍ​ໄດ້​ເຕືອນ​ວ່າ ການ​ພັດ
ທະນາ​ທາງ​ເສດຖະກິດ​ໃນ​ລາວ ທີ່​ມີ​ການ​ຂຸດ​ຄົ້ນ​ຊັບພະຍາກອນ​
ທໍາ​ມະ​ຊາດ​ຢ່າງ​ຫຼວງ​ຫຼາຍນັ້ນ ກໍ​ຈະ​ບໍ່​ສົ່ງ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ລະຍະຍາວ ​
ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ ຊັບ​ພະຍາກອນ​ທໍາ​ມະ​ຊາດ​ຕ້ອງຫຼຸດນ້ອຍ​ຖອຍ​ລົງ​ໄປ​ເລື້ອຍໆ​ເທົ່ານັ້ນ ຫາກ​ແຕ່​ກໍ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​ໃນລາວ​ອີກດ້ວຍ ​
ໂດຍ​ສະ​ເພາະ​ແມ່ນ​ການ​ຕັດ​ໄມ້​ທໍາລາຍ​ປ່າ ​ແລະ​ການ​ຂຸດ​ຄົ້ນ​ແຮ່​ທາດ​ນັ້ນ.

ໃນ​ປັດຈຸບັນ​ ລັດຖະບານ​ລາວ​ໄດ້​ອະນຸມັດ​ສໍາ​ປະທານ​ການ​ສໍາ​ຫຼວດ​ແລະ​ຂຸດ​ຄົ້ນ​ບໍ່​ແຮ່​ໃນ​
ລາວ​ໃຫ້​ກັບ​ບັນດາ​ບໍລິສັດ​ເອກ​ກະ​ຊົນລສາວ ​ແລະ​ຕ່າງ​ຊາດ​ໄປ​ແລ້ວ​ເຖິງ 200 ບໍລິສັດ ​
ໃນ 300 ກວ່າ​ໂຄງການ​ໃນ​ທົ່ວ​ປະ​ເທດ ​ໂດຍ​ໃນ​ນີ້​ກໍ​ມີ​ຢູ່​ເຖິງ 99 ​ໂຄງການ​ທີ່​ໄດ້​ຂຸດ​ຄົ້ນ ​
ແລະ​ສົ່ງ​ອອກ ​ແຮ່​ທາດໄປ​ຕ່າງປະ​ເທດ​ແລ້ວ ​ແລະ​ການ​ອະນຸຍາດ​ສໍາ​ປະທານ​ທັງ​ໝົດ​ດັ່ງ
ກ່າວ ກໍ​ຄິດ​ເປັນ​ພື້ນທີ່​ລວມກັນ​ເຖິງ 1 ​ໃນ 4 ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ປະ​ເທດ​ລາວ.

ສ່ວນ​ກ່ຽວ​ກັບ​ໂຄງການ​ສໍາປະທານທີ່​ດິນ ​ເພື່ອ​ປູກ​ພືດ​ເສດຖະກິດ​ນັ້ນ ​ໂດຍ​ອິງ​ຕາມ​ຂໍ້​ມູນ​ກະຊວງ ກະສິກໍາ-ປ່າ​ໄມ້​ລາວ ຈົນ​ເຖິງ​ປີ 2012 ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ​ລັດຖະບາ​ນ ​ແລ​ະ ອໍານາດ​ການປົກຄອງ​ໃນ​ລະດັບ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ລາວ ກໍ​ໄດ້​ອະນຸຍາດ​ສໍາ​ປະທານ​ທີ່​ດິນ​ໃຫ້​ແກ່​ພາກເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ໄປແລ້ວ ຄິດ​ເປັນ​ພື້ນ​ທີ່​ລວມກັນ​ກວ້າງ​ກວ່າ 4 ​ແສນ​ເຮັກ​ຕ້າ.
XS
SM
MD
LG