ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວສາມາດຫຼຸດຜ່ອນ ຄວາມທຸກຈົນໄດ້ ໃນ 10 ເມືອງ ຈາກຈໍານວນ 47 ເມືອງ


ນຶ່ງໃນຄອບຄົວຊາວລາວ ທີ່ທຸກຈົນ ໃນຊົນນະບົດ
ນຶ່ງໃນຄອບຄົວຊາວລາວ ທີ່ທຸກຈົນ ໃນຊົນນະບົດ
ການ​ປະຕິບັດ​ແຜນການ​ຫຼຸດ​ຜ່ອນ​ບັນຫາ​ຄວາມ​ຍາກຈົນ​ຂອງ
​ປະຊາຊົນ​ລາວ​ປະສົບ​ຜົນ​ສໍາ​ເລັດ ຢູ່​ໃນ​ເຂດ 10 ​ເມືອງ​ຈາກ​
ທັງ​ໝົດ 47 ​ເມືອງ​ທີ່​ຍາກຈົນທີ່​ສຸດ​ໃນ​ທົ່ວ​ປະ​ເທດ​ລາວ.


ຄະນະ​ກໍາມະການ​ລະດັບ​ຊາດ​ເພື່ອ​ການ​ຊີ້​ນໍາ​ການ​ພັດທະນາ
​ຊົນນະບົດ ​ແລະ​ລົບ​ລ້າງ ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ
ລາຍ​ງານ​ວ່າ​ ການ​ປະຕິບັດ​ແຜນການ​ລາວ​ ໃນ​ລະ​ຍະ​ນັບ​ຕັ້ງ​
ແຕ່​ປີ 2011 ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດຈຸບັນ​ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ບັນຫາ​ຄວາມ​ຍາກຈົນ​ຂອງ​
ປະຊາຊົນ​ລາວ​ຫຼຸດ​ລົງ​ຢ່າງ​ຕໍ່ເນື່ອງ ​ໂດຍ​ສາມາດ​ຫຼຸດ​ຈໍາ​ນວນ​ເມືອງ ​ທີ່​ທຸກ​ຍາກ​ລົງໄດ້
ຈາກ 47 ​ເມືອງ​ໃນ​ປີ 2010 ມາ​ເປັນ 37 ​ເມືອງ​ໃນ​ເວລາ​ນີ້​.

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະກໍາມະການ​ຊຸດ​ດັ່ງກ່າວ​ນີ້ ກໍ​ຍອມຮັບ​ວ່າການ​ຂາດ​ແຄນ​ງົບປະ
ມານ​ຂອງ​ລັດຖະບານລາວ ຍັງ​ຖື​ເປັນ​ປັດ​ໄຈ​ສໍາຄັນ ທີ່​ຈະ​ວັດ​ແທກ​ໄດ້​ວ່າການ​ລົບ​ລ້າງ​
ບັນຫາ​ຄວາ​ມຍາກຈົນ​ຂອງ​ປະຊາຊົນ​ລາວ​ນັ້ນ​ຈະ​ສາມາດ​ປະຕິ​ບັດ​ໄດ້​ຕາມ​ເປົ້າໝາຍ​ທີ່​
ວາງ ​ໄວ້ຫຼື​ບໍ່ ຊຶ່ງ​ກໍ​ຄື​ການ​ລົດ​ບັນຫາ​ທຸກ​ຍາກ​ຂອງ​ປະຊາຊົນ​ລາວ​ລົງໃຫ້​ຢູ່​ໃນ​ອັດຕາ​ສະ​
ເລ່ຍ ບໍ່​ເກີນ 10% ຂອງ​ຈໍານວນ​ຄົວ​ເຮືອນທັງ​ໝົດ​ໃນ​ປີ 2015.

ກ່ອນ​ໜ້າ​ນີ້ ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່​ພັກ​ປະຊາຊົນ​ປະຕິວັດ​ລາວ​
ແລະປະ​ທານ​ປະ​ເທດ​ລາວ ກໍໄດ້​ໃຫ້ການ​ຢືນຢັນ​ວ່າ ​ເປົ້າໝາຍ​ສໍາຄັນ​ທີ່​ສຸດ​ຂອງ​ການ​
ພັດທະນາລາວ​ ຈົນ​ເຖິງ​ປີ 2015 ກໍ​ຄື​ການ​ແກ້​ໄຂ​ບັນຫາ​ຍາກຈົນ​ຂອງ​ປະຊາຊົນ ຕາມ​
ມະຕິ​ຕົກລົງ​ຂອງ ຄະນະ​ກໍາມະການ​ກົມ​ການ​ເມືອງ ສູນ​ກາງ​ພັກ ​ທີ່​ເອີ້ນ​ວ່າ ​ແຜນການ​
ສາມ​ສ້າງ​ ດັ່ງ​ທີ່​ທ່ານ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ
ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດລາວ

“ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ໄດ້​ຕິດ​ພັນ
​ກັບ​ການ​ປະຕິ​ບັດ​ ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ກ່ຽວ
​ກັບ​ການ​ສາມ​ສ້າງ ສ້າງ​ແຂວງ​ໃຫ້​ເປັນ​ຫົວ ໜ່ວຍຍຸດ​
ທະ​ສາດສ້າງ​ເມືອງ​ ໃຫ້​ເປັນ​ຫົວໜ່ວຍ​ເຂັ້ມ​ແຂງ​ຮອບ
ດ້ານ ສ້າ​ງບ້ານ​ໃຫ້​ເປັນ​ຫົວໜ່ວຍພັດທະນາສູ້​ຊົນ ບັນ
ລຸ​ເປົ້າໝາຍ​ ເຮັດ​ໃຫ້​ຄອບຄົວ​ທຸກ​ຍາກ​ທົ່ວ​ປະ​ເທດ​ໃຫ້
​ຍັງ​ເຫຼືອ ​ບໍ່​ເກີນ​ສິບ​ສ່ວນ​ຮ້ອຍ ​ໃນ​ປີ 2015.”


ສໍາລັບ​ແຜນການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ ທີ່​ລັດຖະ
ບານ​ລາວ ກໍາລັງ​ປະຕິບັດ​ຈັດ​ຕັ້ງ​ ຢູ່​ໃນ​ປັດຈຸບັນ​ນີ້ ກໍ​ແມ່ນ​ສະບັບ​ທີ 7 ຊຶ່ງ​ໄດ້​ເລີ່​ມລົງມື​
ປະຕິບັດ​ ນັບ​ແຕ່​ປີ 2011 ​ເປັນ​ຕົ້ນມາ​ແລ້ວ ​ແລະ​ກໍ​ຍັງ​ຄົງ​ປະຕິບັດ​ຈັດ​ຕັ້ງຕໍ່​ໄປ​ ຈົນ​ເຖິງ
​ປີ 2015 ​ໂດຍ​ໃນ​ລະຍະ​ຂອງ​ການຈັດຕັ້ງ​ປະຕິບັດ​ທີ່​ຜ່ານ​ມາ ກໍ​ປາກົດ​ວ່າ​ເສດຖະກິດ
ຂອງ​ລາວ ​ໄດ້​ຂະຫຍາຍຕົວ ​ເພີ່ມ​ຂຶ້ນຈາກ 8.1% ​ໃນ​ແຜນການ​ປີ 2010-2011 ​ເປັນ
8.3% ​ໃນ​ປີ 2011-2012 ​ແລະ​ກໍ​ຍັງ​ຂະຫຍາ​ຍຕົວ​ເພີ່ມ​ຂຶ້ນ​ໃນ​ອັດ​ຕາສະ​ເລ່ຍ 8.3% ​
ໃນ​ແຜນການ​ປີ 2012-2013 ທີ່​ໄດ້​ສິ້ນ​ສຸດລົງ​ໃນ​ທ້າຍ​ເດືອນ​ກັນຍາ​ທີ່​ຜ່ານ​ມາ​ນີ້. ​

ການພັດທະນາ ໃນເຂດຊົນນະບົດລາວ
ການພັດທະນາ ໃນເຂດຊົນນະບົດລາວ

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ພັດທະນາ​ຊົນນະບົດ​ເພື່ອ​ລົບ​ລ້າງ​ບັນ
ຫາ​ຍາກຈົນ​ໃນ​ລາວ​ນັ້ນ ກໍ​ຕ້ອງການ​ທີ່​ຈະ​ໄດ້​ຮັບ​ການ​ຕອບ​ສະ
ໜອງ​ທາງດ້ານ​ງົບປະມານ​ຈາກ​ລັດຖະບານ​ລາວ ບໍ່​ໜ້ອຍ​ກວ່າ
500 ຕື້​ກີບໃນ​ແຕ່ລະ​ປີ ຫາກ​ແຕ່​ວ່າ ​ໃນ​ຄວາມ​ເປັນ​ຈິງ​ນັ້ນ ກັບ​
ປາກົດ​ວ່າ​ ລັດຖະບານ​ລາວ​ສາມາດ​ຕອບ​ສະໜອງ​ງົບປະມານ
​ໄດ້ ຢ່າງ​ບໍ່​ພຽງພໍ​ກັບ​ຄວາມ​ຕ້ອງການ​ດັ່ງກ່າວ.

​ໂດ​ຍຈະ​ເຫັນ​ໄດ້​ຈາກ​ການ​ທີ່​ລັດຖະບານ​ລາວ ​ໄດ້​ເລີ່​ມການ
ຈັດ​ຕັ້ງ​ປະຕິບັດ​ຕາມ​ແຜນການສາມ​ສ້າງ ນັບ​ແຕ່​ເດືອນ​ຕຸລາ
2012 ​ເປັນ​ຕົ້ນ​ມາ ຊຶ່ງ​ໃນ​ຮອບ 1 ປີ ທີ່​ຜ່ານ​ມາ​ນີ້ກໍ​ໄດ້​ຈັດຕັ້ງ​ປະຕິບັດ​ແຜນການ​ໃນ 109
ບ້ານ ທີ່​ໄດ້​ຄັດ​ເລືອກ​ຈາກ 51 ​ເມືອງ​ທັງ​ໃນ 17 ​ແຂວງ​ທົ່ວ​ປະ​ເທດ ​ແຕ່​ເນື່ອງ​ຈາກ​ວ່າ​
ລັດຖະບານ​ບາ​ວກໍ​ຍັງ​ຄົງ​ຕ້ອງ​ປະ​ເຊີນ​ກັບ​ບັນຫາ​ຂາດ​ແຄນ ງົບປະມານຢ່າງ​ຕໍ່​ເນື່ອງ ຈຶ່ງ​
ສາມາດ​ຕອບ​ສະໜອງ​ງົບປະມານ​ໃຫ້ກັບ​ຈາກ​ຈັດ​ຕັ້ງປະຕິບັດ ​ແຜນ​ການສາມສ້າງ​ໄດ້​
ພຽງ​ແຕ່ 83.3 ຕື້​ກີບ​ເທົ່າ​ນັ້ນ ສໍາລັບ 381 ​ໂຄງການ ຫຼື​ຄິດ​ສະເລ່ຍ ​ໄດ້​ໂຄງກາ​ນລະ 223
ລ້ານ​ກີບ​ເທົ່າ​ນັ້ນ.
XS
SM
MD
LG