ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດລາວ ຈັດຖະແຫຼງຂ່າວ ຄັ້ງທີ 3 ກ່ຽວກັບ ການຫາຍຕົວ ຂອງທ່ານສົມບັດ


ການປຸກລະດົມຮຽກຮ້ອງໃຫ້ທາງການລາວ ຊອກຫາທ່ານສົມບັດ ສົມພອນ ຂອງເຄືອຂ່າຍເຍົາວະຊົນອາຊ່ຽນ ຈັດຂຶ້ນທີ່ປະເທດໄທ
ການປຸກລະດົມຮຽກຮ້ອງໃຫ້ທາງການລາວ ຊອກຫາທ່ານສົມບັດ ສົມພອນ ຂອງເຄືອຂ່າຍເຍົາວະຊົນອາຊ່ຽນ ຈັດຂຶ້ນທີ່ປະເທດໄທ
ທາງການຕໍາຫຼວດລາວຈັດຖະແຫຼງຂ່າວຢ່າງເປັນທາງການຄັ້ງ
ທີ3 ກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານສົມບັດ ສົມພອນ ສ່ວນເຄືອຂ່າຍເຍົາວະຊົນອາຊ່ຽນ ກໍຍັງສືບຕໍ່ເຄື່ອນໄຫວກົດດັນ
ລັດຖະບານລາວ.

ພັນເອກ ເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາ
ຫຼວດກະຊວງປ້ອງກັນ ຄວາມສະຫງົບພາຍໃນລາວ ໄດ້ໃຫ້
ການຢືນຢັນໃນໂອກາດການຈັດຖະແຫຼງຂ່າວຢ່າງ ເປັນທາງ
ການເປັນຄັ້ງທີ 3 ກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານ
ສົມບັດ ສົມພອນ ນັກພັດທະນາທາງສັງຄົມຜູ້ທີ່ດີເດັ່ນຂອງລາວ
ແລະເອເຊຍວ່າທາງ ການຕໍາຫຼວດລາວ ຍັງດໍາເນີນການສືບ
ສວນ-ສອບສວນ ເພື່ອຄົ້ນຫາຄວາມຈິງກ່ຽວກັບກໍລະນີດັ່ງກ່າວ
ນີ້ຢູ່ເລື້ອຍມາ.

ທັງນີ້ ໄດ້ລົງໄປປະສານງານສົມທົບກັບອໍານາດການປົກຄອງບ້ານຊໍາເກດ ເມືອງສີໂຄດ
ຕະບອງກັບບ້ານຊ່າງຫົວບໍ່ ເມືອງໄຊທານີ ເພື່ອເກັບກໍາຂໍ້ມູນແລະ ສາຍພົວພັນຕ່າງໆ ຂອງທ່ານສົມບັດ ຢູ່ທີ່ສູນປັນຍານິເວດ ແລະສູນຮຽນຮູ້ສວນໄມ້ລາວ. ນອກນັ້ນ ກໍໄດ້ລົງ
ໄປເກັບກໍາຂໍ້ມູນຢູ່ບ້ານນາຄໍາ ເມືອງສີໂຄດຕະບອງ ກັບບ້ານໂຄກນິນ ເມືອງສີສັດຕະນາກ
ແລະຈຸດອື່ນໆອີກຈໍານວນນຶ່ງ ເພື່ອເປັນບ່ອນອິງ ໃນການຊອກຫາຕົວທ່ານສົມບັດຕໍ່ໄປ.

ຍິ່ງໄປກວ່ານັ້ນ ພັນເອກ ເພັງສະຫວັນ ຍັງໄດ້ຢືນຢັນວ່າ ທາງການຕໍາຫຼວດລາວໄດ້ປະ
ສານງານກັບອົງການຕໍາຫຼວດສາກົນອີກດ້ວຍ ໂດຍທາງການລາວກໍໄດ້ເຮັດໜັງສືສະເໜີ
ໄປເຖິງອົງການຕໍາຫຼວດສາກົນ ເພື່ອຂໍໃຫ້ອອກໃບແຈ້ງຄົນຫາຍສາບສູນ ຊຶ່ງອົງການ
ຕໍາຫຼວດສາກົນ ກໍໄດ້ອອກເອກກະສານເປັນໃບແຈ້ງການວ່າ ທ່ານ ສົມບັດ ສົມພອນ
ເປັນຄົນສູນຫາຍຢ່າງເປັນທາງການແລ້ວ.

ໃນວັນທີ 23 ເມສາທີ່ຜ່ານມາ ແລະໃນໄລຍະດຽວກັນນັ້ນ ທາງການລາວກໍໄດ້ສົ່ງໜັງສື
ໄປເຖິງທາງການຕໍາຫຼວດສາກົນຂອງສະຫະລັດອະເມຣິກາ ອິນເດຍ ເກົາຫຼີໃຕ້ ຍີ່ປຸ່ນ
ຝຣັ່ງ ແລະ ສະເປນ ເພື່ອຂໍໃຫ້ຊ່ວຍຊອກຫາຂໍ້ມູນ ແລະຕົວທ່ານສົມບັດ ອີກດ້ວຍ.

ທ່ານສົມບັດ ສົມພອນ ແລະພັນລະຍາຂອງທ່ານ
ທ່ານສົມບັດ ສົມພອນ ແລະພັນລະຍາຂອງທ່ານ

ການດໍາເນີນການດັ່ງກ່າວນີ້ ພັນເອກເພັງສະຫວັນ ໄດ້ຢືນ
ຢັນວ່າ ເປັນການສະແດງເຖິງຄວາມຈິງໃຈຂອງທາງການ
ລາວ ທີ່ມີຕໍ່ກໍລະນີການຫາຍຕົວໄປຂອງ ທ່ານສົມບັດ ທັງ
ຍັງໄດ້ປະສານງານຮ່ວມກັບທ່ານນາງ Ng Shui Meng
ພັນລະຍາຂອງທ່ານສົມບັດ ຢ່າງສະໝໍ່າສະເໝີອີກດ້ວຍ.

ແຕ່ຢ່າງໃດກໍຕາມ ພາຍຫຼັງຈາກທີ່ທ່ານນາງ Ng Shui
Meng ໄດ້ພົບປະກັບເຈົ້າໜ້າທີ່ຕໍາຫຼວດລາວຄັ້ງຫລ້າສຸດ
ເມື່ອວັນທີ 24 ເມສາທີ່ຜ່ານມາ ກໍມີລາຍງານວ່າ ທ່ານນາງ
ໄດ້ເດີນທາງໄປຫຼາຍແຫ່ງ ເພື່ອພົບປະກັບບັນດາອົງການເຄື່ອນໄຫວເພື່ອຄຸ້ມຄອງສິດທິ
ມະນຸດໃນທົ່ວອາຊ່ຽນ ທັງຍັງໄດ້ມີການພົວພັນກັບບັນດາທູດຂອງອາຊ່ຽນ ແລະບັນດາ
ປະເທດທີ່ມີສະຖານທູດຕັ້ງຢູ່ໃນອາຊ່ຽນ ເພື່ອຮຽກຮ້ອງໃຫ້ຊ່ວຍກົດດັນທາງການລາວ
ໃຫ້ເລັ່ງດໍາເນີນການສືບສວນ-ສອບສວນຢ່າງຈິງຈັງອີກດ້ວຍ.

ກ່ອນໜ້ານີ້ ຜູ້ແທນຂອງ 125 ອົງການເຄື່ອນໄຫວ ເພື່ອຄຸ້ມຄອງສິດທິມະນຸດໃນອາຊ່ຽນ
ກໍໄດ້ໃຫ້ການຢືນຢັນວ່າ ການເຄື່ອນໄຫວເພື່ອຄົ້ນຫາຄວາມຈິງ ແລະ ຮຽກຮ້ອງຂໍຄວາມ
ຍຸຕິທໍາໃຫ້ກັບທ່ານສົມບັດທີ່ຫາຍຕົວໄປໃນລາວ ນັບຕັ້ງແຕ່ວັນທີ 5 ທັນວາ 2012 ເປັນ
ຕົ້ນມາຈົນເຖິງທຸກມື້ນີ້ ຈະຍັງຄົງດໍາເນີນການເຄື່ອນໄຫວຕໍ່ໄປຢ່າງບໍ່ຢຸດຢັ້ງ ຫຼືຈົນກວ່າ
ຈະໄດ້ຮັບຮູ້ເຖິງຄວາມຈິງທີ່ວ່າ ສາເຫດໃດແທ້ທີ່ເຮັດໃຫ້ ທ່ານສົມບັດຖືກລັກພາຕົວໄປ
ແລະເປັນການກະທໍາຂອງກຸ່ມບຸກຄົນໃດ ດັ່ງທີ່ຜູ້ແທນຂອງເຄືອຂ່າຍເຍົາວະຊົນໃນອາຊ່ຽນ
ໄດ້ຖະແຫຼງການວ່າ:

ການລັກພາຕົວທ່ານສົມບັດ ຄືອາດຊະຍາກໍາຕໍ່ສັນຕິພາບ ແລະຄວາມໝັ້ນ
ຄົງຂອງພູມິພາກແມ່ນໍ້າຂອງ ແລະອາຊ່ຽນ ເປັນສິ່ງຂັດຂວາງການພັດທະ
ນາຂອງພູມິພາກນີ້ ອີກທັງລະເມີດຫຼັກການສິດທິມະນຸດຂັ້ນພື້ນຖານ ທັງນີ້
ເປັນເຫດການຂັ້ນຮຸນແຮງ ທີ່ຈະຕ້ອງໄດ້ຮັບການແກ້ໄຂໃຫ້ດີຂຶ້ນ ດ້ວຍ
ຄວາມເຫັນພ້ອງຕ້ອງກັນຂອງທັງພູມິພາກໃນລະດັບລະຫວ່າງປະເທດ.”


ທັງນີ້ ບັນດາອົງການສິດທິມະນຸດ ເຊື່ອວ່າກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ເປັນການກະທໍາຂອງເຈົ້າໜ້າທີ່ຂອງລັດຖະບານລາວ ໂດຍມີພາບທີ່ບັນ ທຶກໄວ້ດ້ວຍ
ກ້ອງວົງຈອນປິດຂອງທາງການລາວເອງ ເປັນພະຍານຫຼັກຖານ ຫາກ ແຕ່ທາງການລາວ
ກັບບໍ່ໄດ້ໃຊ້ພະຍານຫຼັກຖານດັ່ງກ່າວເປັນປະໂຫຍດຕໍ່ການສືບສວນ-ສອບສວນຫາ
ຄວາມຈິງແຕ່ຢ່າງໃດ.

ຍີ່ງໄປກວ່ານັ້ນ ທາງການລາວຍັງໄດ້ປະຕິເສດ ຕໍ່ການສະເໜີຂອງທາງການສະຫະລັດ
ອະເມຣິກາ ແລະສະຫະພາບຢູໂຣບ ທີ່ຈະໃຫ້ການຊ່ວຍເຫຼືອໃນດ້ານເທັກນິກສະໄໝ
ໃໝ່ ສໍາລັບການກວດສອບພາບທີ່ບັນທຶກໄວ້ ດ້ວຍກ້ອງວົງຈອນປິດດັ່ງກ່າວອີກດ້ວຍ
ໂດຍໃຫ້ເຫດຜົນກ່ຽວກັບຄວາມໝັ້ນຄົງຂອງຊາດເປັນສໍາຄັນ.
XS
SM
MD
LG