ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕຳຫຼວດລາວ ສາມາດຈັບກຸມແກ່ງຄ້າຢາ ເສບຕິດໄດ້ 3,528 ຄົນ ໃນ 2,414 ກໍລະນີ


ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະບັນດາ ຜູ້ຕາງໜ້າ ອົງການສາກົນ ແລະລັດຖະບານ ຕ່າງປະເທດໃນລາວ ໄດ້ເຂົ້າຮ່ວມ ເປັນສັກຂີ ພະຍານ ໃນພິທີການເຜົາທຳລາຍ ຢາເສບຕິດ ໃນໂອກາດການສະເຫຼີມສະຫຼອງວັນສາກົນ ຕ້ານຢາເສບຕິດ ຄົບຮອບ 29 ປີ ເມື່ອວັນທີ 26 ມິຖຸນາ 2016 ທີ່ຜ່ານມາ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະບັນດາ ຜູ້ຕາງໜ້າ ອົງການສາກົນ ແລະລັດຖະບານ ຕ່າງປະເທດໃນລາວ ໄດ້ເຂົ້າຮ່ວມ ເປັນສັກຂີ ພະຍານ ໃນພິທີການເຜົາທຳລາຍ ຢາເສບຕິດ ໃນໂອກາດການສະເຫຼີມສະຫຼອງວັນສາກົນ ຕ້ານຢາເສບຕິດ ຄົບຮອບ 29 ປີ ເມື່ອວັນທີ 26 ມິຖຸນາ 2016 ທີ່ຜ່ານມາ.

ທາງການຕຳຫຼວດລາວ ສາມາດຈັບກຸມແກ່ງຄ້າຢາເສບຕິດໄດ້ 2,414 ກໍລະນີ ແລະ ມີຜູູ້ຕ້ອງຫາຈຳນວນ ເຖິງ 3,528 ຄົນ ທີ່ຖືກຄວບຄຸມຕົວ ທັງຍັງສາມາດ ຢຶດຢາເສບຕິດໄດ້ຢ່າງຫລວງຫຼາຍອີກດ້ວຍ.

ທ່ານກຸ ຈັນສີນາ ປະທານຄະນະກຳມະການຄວບຄຸມ ແລະກວດກາຢາເສບຕິດ ແຫ່ງຊາດ ຖະແຫລງລາຍງານວ່າ ໃນຮອບ 1 ປີທີ່ຜ່ານມາ ທາງການຕຳຫຼວດ ລາວ ສາມາດຈັບກຸມແກ່ງຄ້າຢາເສບຕິດໄດ້ເຖິງ 2,414 ກໍລະນີ ແລະ ຈັບກຸມ ຜູ້ຕ້ອງຫາໄດ້ 3,528 ຄົນ ໂດຍໃນນີ້ຮວມເຖິງຜູ້ຕ້ອງຫາເພດຍິງ 534 ຄົນ ແລະຊາວຕ່າງຊາດ 77 ຄົນ ທັງຍັງເປັນການຈັບກຸມນັກຄ້າຢາເສດຕິດໄດ້ເພີ່ມ ຂຶ້ນຫຼາຍກວ່າ 700 ກໍລະນີອີກດ້ວຍ ເມື່ອທຽບກັບຮອບປີ ກ່ອນໜ້ານີ້.

ເຈົ້າໜ້າທີ່ຕຳຫຼວດລາວ ສາມາດຈັບກຸມນັກຄ້າຢາເສບຕິດໄດ້ ພ້ອມດ້ວຍຂອງການ ຢູ່ໃນນະຄອນຫຼວງວຽງຈັນ.
ເຈົ້າໜ້າທີ່ຕຳຫຼວດລາວ ສາມາດຈັບກຸມນັກຄ້າຢາເສບຕິດໄດ້ ພ້ອມດ້ວຍຂອງການ ຢູ່ໃນນະຄອນຫຼວງວຽງຈັນ.

ສ່ວນຢາເສບຕິດຂອງກາງທີ່ຢຶດໄດ້ຈາກການຈັບກຸມດັ່ງກ່າວນີ້ ກໍປະກອບດ້ວຍ ຢາບ້າ ຫຼາຍກວ່າ 3,185,830 ເມັດ ເຮໂຣອິນ 231.93 ກິໂລກຣາມ ກັນຊາແຫ້ງ 2,893 ກິໂລກຣາມ ຢາໄອ້ສ໌ 150 ກິໂລກຣາມ ຝິ່ນດິບ 38.95 ກິໂລກຣາມ ສານເຄມີ ແລະ ສ່ວນປະສົມຂອງຢາເສບຕິດອີກ 8,242 ກິໂລກຣາມ ໂດຍພື້ນທີ່ໆມີການຈັບກຸມ ແລະ ຢຶດຢາເສບຕິດໄດ້ຫຼາຍທີ່ສຸດ ກໍຄືເຂດນະຄອນຫຼວງວຽງຈັນ.

ທ່ານກຸ ໄດ້ຖະແຫລງດັ່ງກ່າວ ໃນໂອກາດການສະເຫຼີມສະຫຼອງວັນສາກົນ ຕ້ານຢາເສບຕິດ ຄົບຮອບ 29 ປີ ເມື່ອວັນທີ 26 ມິຖຸນາ ທີ່ຜ່ານມາ ໂດຍມີ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະບັນດາຜູ້ຕາງໜ້າ ອົງການ ສາກົນ ແລະລັດຖະບານຕ່າງປະເທດໃນລາວ ໄດ້ເຂົ້າຮ່ວມເປັນສັກຂີ ພະຍານໃນພິທີການເຜົາທຳລາຍ ຢາເສບຕິດ ປະເພດຢາບ້າ 5,671,731 ເມັດ ກັນຊາແຫ້ງ 3,673 ກິໂລກຣາມ ຢາໄອ້ສ໌ 72.53 ກິໂລກຣາມ ເຮໂຣອິນ 83.32 ກິໂລກຣາມ ຝິ່ນດິບ 14.89 ກິໂລກຣາມ ສາເຄມີ ແລະແປ້ງຝຸ່ນ ສຳລັບ ຜະລິດຢາເສບຕິດ ຫຼາຍກວ່າ 2,880 ລິດ ແລະ 747 ກິໂລກຣາມຕາມລຳດັບ.

ຜູ້ຕ້ອງຫາ ລັກລອບຄ້າຢາເສບຕິດ ທີ່ທາງການລາວ ຈັບໄດ້ ພ້ອມດ້ວຍຂອງກາງ ຈຳນວນຫຼວງຫຼາຍ.
ຜູ້ຕ້ອງຫາ ລັກລອບຄ້າຢາເສບຕິດ ທີ່ທາງການລາວ ຈັບໄດ້ ພ້ອມດ້ວຍຂອງກາງ ຈຳນວນຫຼວງຫຼາຍ.

ນອກຈາກນີ້ ການຮ່ວມມືຢູ່ເຂດຊາຍແດນ ລະຫວ່າງທາງການຕຳຫຼວດລາວ ກັບຫວຽດນາມ ໃນປີຜ່ານມາ ກໍຍັງສາມາດຈັບກຸມສະມາຊິກແກ່ງຄ້າຢາ ເສບຕິດໄດ້ 11 ຄົນ ໂດຍຍຶດກັນຊາແຫ້ງໄດ້ເຖິງ 1,998 ຫໍ່ ສານເຄມີ ທີ່ເປັນ ສ່ວນປະສົມຂອງຢາບ້າ 2,220 ລິດ ແລະ ຈັກສຳລັບອົບແຫ້ງກັນຊາ ສ່ວນ ຕຳຫຼວດຢູ່ແຂວງອຸດົມໄຊ ກໍສາມາດຈັບກຸມນັກຄ້າຢາເສບຕິດລາຍໃຫຍ່ 2 ຄົນ ແລະ ຢຶດເຮໂຣອິນ ໄດ້ 200 ແທ່ງ ນ້ຳໜັກລວມເຖິງ 77.6 ກິໂລກຣາມ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນໜ່ວຍປາບປາມຢາເສບຕິດໃນລາວ ຍອມຮັບ ວ່າ ມີເຈົ້າໜ້າທີ່ຂັ້ນສູງຈຳນວນບໍ່ນ້ອຍ ທັງໃນວົງການທະຫານ ຕຳຫຼວດ ແລະ ລັດຖະບານ ທີ່ໄດ້ເຂົ້າໄປພົວພັນ ແລະ ກ່ຽວຂ້ອງກັບການຄ້າຢາເສບຕິດ ໂດຍສະເພາະການເຂົ້າໄປມີຜົນປະໂຫຍດ ໃນການຄ້າຢາບ້ານັ້ນ ກໍຍັງຖືເປັນ ສາເຫດສຳຄັນ ທີ່ເຮັດໃຫ້ການລັກລອບຂົນສົ່ງ ແລະການຄ້າຢາບ້າໃນລາວ ໄດ້ມີການຈັດຕັ້ງເປັນຂະບວນ ທີ່ມີເຄືອຂ່າຍຢ່າງກວ້າງຂວາງ ທັງໃນລາວ ແລະ ປະເທດເພື່ອນບ້ານອີກດ້ວຍ.

ທັງນີ້ ໂດຍເຂດທີ່ຂະບວນການຄ້າຢາເສບຕິດ ໄດ້ສວຍໃຊ້ເປັນເສັ້ນທາງ ລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫລ່ຽມຄຳໄປຕ່າງປະເທດຫຼາຍຂຶ້ນ ນັບມື້ ຄືຊາຍແດນລາວກັບຫວຽດນາມ ໂດຍເສັ້ນທາງທີ່ແກ່ງຄ້າຢາເສບຕິດ ນຳໃຊ້ຫຼາຍທີ່ສຸດດໃນລາວ ກໍຄືຖະໜົນເລກ 13 ຈາກພາກເໜືອຕໍ່ມາຍັງ ຖະໜົນເລກ 9 ໃນແຂວງສະຫວັນນະເຂດຕໍ່ໄປຍັງຫວຽດນາມ ແລະ ປະເທດ ທີ 3 ຕາມລຳດັບ ຊຶ່ງເຮັດໃຫ້ຕ້ອງເສີມຂະຫຍາຍການຮ່ວມມື ກັບປະເທດ ເພື່ອນບ້ານ ເຂົ້າໃນການປາບປາມການຄ້າຢາເສບຕິດ ຂ້າມຊາດ ໃຫ້ມີ ປະສິດທິຜົນ ຫຼາຍຂຶ້ນດ້ວຍ ດັ່ງທີ່ ເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມ ຢາເສບຕິດ ຢືນຢັນວ່າ:

“ເຈົ້າໜ້າທີ່ຕຳຫຼວດ ໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂັ້ນຕ່າງໆ ເພື່ອ ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສຳລັບ ກັບບັນດາ ປະເທດເພື່ອນບ້ານໃກ້ຄຽງນັ້ນ ພວກເຮົາໄດ້ມີກອງປະຊຸມສອງຝ່າຍ ຫຼາຍຝ່າຍ ໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ນອກຈາກນັນ ພວກເຮົາ ກໍຍັງໄດ້ສ້າງຕັ້ງ ໜ່ວຍປະສານງານ ກວດກາແລະຄວບຄຸມ ຢາເສບຕິດ ຕາມຊາດແດນ ໃຫ້ສາມາດປະຕິບັດວຽກງານໄດ້ຢ່າງມີປະສິດທິຜົນ.”

ຍິ່ງໄປກວ່ານັ້ນ ກາານທີ່ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ຫັນມາ ໃຊ້ລາວເປັນເສັ້ນທາງລັກລອບຂົນສົ່ງຢາເສບຕິດຫຼາຍຂຶ້ນດັ່ງກ່າວນີ້ ກໍຍັງ ເປັນປັດໄຈສຳຄັນທີ່ຊຸກຍູ້ໃຫ້ເຍົາວະຊົນລາວ ພາກັນຫັນໄປຊົມໃຊ້ຢາ ເສບຕິດ ເພີ່ມຂຶ້ນນັບມື້ອີ່ກດ້ວຍ ໂດຍການສຳຫຼວດຫລ້າສຸດ ພົບວ່າ ມີເຍົາວະຊົນ ລາວກວ່າ 4 ແສນຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດ ໃນປັດຈຸບັນນີ້.

XS
SM
MD
LG