ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຍອມຮັບວ່າ ການລັກລອບຄ້າຢາເສບຕິດ ຢູ່ໃນປະເທດ ມີຫລາຍຂຶ້ນນັບມື້


ສິນຄ້າທີ່ຜະລິດດ້ວຍຢາຝິ່ນທີ່ມີຂາຍກັນຢູ່ລາວ
ສິນຄ້າທີ່ຜະລິດດ້ວຍຢາຝິ່ນທີ່ມີຂາຍກັນຢູ່ລາວ

ເຈົ້າໜ້າທີ່ຕໍາຫຼວດລາວຍອມຮັບວ່າ ການລັກລອບຄ້າຢາເສບຕິດໃນລາວ ເປັນບັນຫາທີ່ຮຸນ ແຮງຫຼາຍຂຶ້ນ ເນື່ອງຈາກວ່າໄດ້ມີການລັກລອບຂົນສົ່ງ ແລະຂາຍຢາເສບຕິດໃນປະລິມານ ທີ່ຫຼາຍຂຶ້ນນັບມື້.

ເຈົ້າໜ້າທີ່ຕໍາຫຼວດໃນຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຫ່ງຊາດ
ລາວ ຍອມຮັບວ່າການລັກລອບຂົນສົ່ງ ແລະການຄ້າຢາເສບຕິດໃນລາວ ໄດ້ກາຍເປັນ
ບັນຫາທີ່ມີລະດັບຄວາມຮຸນແຮງເພີ່ມຫຼາຍຂຶ້ນນັບມື້. ເນື່ອງຈາກວ່າບັນດາກຸ່ມແກ້ງຄ້າ
ຢາເສບຕິດໃນລາວ ບໍ່ພຽງແຕ່ຈະຂະຫຍາຍພຶ້ນທີ່ການຄ້າຢາເສບຕິດຂອງພວກຕົນຈາກ
ເຂດຕົວເມືອງ ໄປຍັງເຂດຊົນນະບົດຂອງລາວເທົ່ານັ້ນ ຫາກແຕ່ຍັງປະກົດວ່າກຸ່ມແກ້ງຄ້າ ຢາເສບຕິດໄດ້ເພີ່ມປະລິມານຢາເສບຕິດທັງທີ່ລັກລອບຂົນສົ່ງເພື່ອຂາຍພາຍໃນລາວ ແລະ ທີ່ສົ່ງອອກໄປຕ່າງປະເທດອີກດ້ວຍ.

ທັງນີ້ໂດຍເຈົ້າໜ້າທີ່ຕໍາຫຼວດລາວໄດ້ຍົກຕົວຢ່າງເຖິງກໍລະນີທີ່ທາງການລາວສາມາດຈັບ
ກຸມຜູ້ຕ້ອງຫາໄດ້ 4 ຄົນ ໃນຂະນະທີ່ກໍາລັງລັກລອບຂົນສົ່ງຢາບ້ານໍ້າໜັກລວມກວ່າ 2 ໂຕນຂ້າມນໍ້າຂອງໄປຕ່າງປະເທດເມື່ອກາງປີ 2010 ຊຶ່ງກໍນັບເປັນການລັກລອບຂົນສົ່ງ ຢາເສບຕິດທີ່ມີປະລິມານຫຼາຍທີ່ສຸດ ທີ່ທາງການລາວສາມາດຈັບກຸມໄດ້ອີກດ້ວຍ ແລະ ເຖິງແມ່ນວ່າຜູ້ຕ້ອງຫາທັງ 4 ດັ່ງກ່າວຈະຖືກສານປະຊາຊົນລາວໃນນະຄອນຫຼວງວຽງຈັນ
ຕັດສິນປະຫານຊີວິດ ໄປແລ້ວກໍຕາມຫາກແຕ່ວ່າຄະດີຄວາມກໍຍັງບໍ່ເຖິງທີ່ສຸດ ແຕ່ຢ່າງໃດ ເນື່ອງຈາກຜູ້ຕ້ອງຫາໄດ້ຍື່ນຄັດຄ້ານການຕັດສິນດັ່ງກ່າວຕໍ່ສານອຸທອນນັ້ນເອງ.

ພິທີເຊັນສັນຍາໃຫ້ການຊ່ວຍເຫລືອຂອງອົງການ ສະຫະປະຊາຊາດແກ່ລາວເພື່ອຕ້ານແລະປາບປາມ ຢາເສບຕິດ
ພິທີເຊັນສັນຍາໃຫ້ການຊ່ວຍເຫລືອຂອງອົງການ ສະຫະປະຊາຊາດແກ່ລາວເພື່ອຕ້ານແລະປາບປາມ ຢາເສບຕິດ

ການຍອມຮັບດັ່ງກ່າວນີ້ຂອງເຈົ້າໜ້າທີ່
ຕໍາຫຼວດລາວຍັງຖືວ່າສອດຄ່ອງກັນ
ກັບການລາຍງານຂອງທ່ານ Leik
Boonwaat ຜູ້ຕາງໜ້າຂອງອົງການ
ຄວບຄຸມຢາເສບຕິດ ແລະອາດຊະຍາ
ກໍາແຫ່ງສະຫະປະຊາຊາດ (UNODC)
ປະຈໍາປະເທດລາວ ຊຶ່ງໄດ້ລະບຸວ່າ ທາງ
ການລາວສາມາດຈັບກຸມ ແລະຍຶດຢາ
ເສບຕິດໄດ້ຫຼາຍຂຶ້ນຢ່າງຕໍ່ເນື່ອງໃນ
ຕະຫຼອດໄລຍະ 3 ປີ ທີ່ຜ່ານມາ ໂດຍ
ຈະເຫັນໄດ້ຈາກການຍຶດເຮໂຣອິນໄດ້ເພີ່ມຂຶ້ນຈາກ 17.5 ກິໂລກຼາມໃນປີ 2008 ເປັນ
84.34 ກິໂລກຼາມໃນປີ 2010 ຫຼືເພີ່ມຂຶ້ນເກືອບ 4 ເທົ່າ.

ສ່ວນຢາບ້ານັ້ນກໍຖືເປັນຢາເສບຕິດທີ່ເພີ່ມຂຶ້ນໄວທີ່ສຸດເມື່ອປະກົດວ່າໃນໄລຍະ 3 ປີທີ່ຜ່ານ
ມານີ້ ທາງການລາວສາມາດຍຶດຢາບ້າໄດ້ເພີ່ມຂຶ້ນຈາກ 1.23 ລ້ານເມັດໃນປີ 2008 ເປັນ
ຫຼາຍກວ່າ 24.5 ລ້ານເມັດໃນປີ 2010 ຫຼືເພີ່ມຂຶ້ນຫຼາຍກວ່າ 18ເທົ່າ ແລະ ທີ່ໜ້າເປັນຫ່ວງ
ຍິ່ງໄປກວ່ານັ້ນກໍຄື ຢາເສບຕິດທີ່ທາງການລາວສາມາດຍຶດໄດ້ດັ່ງກ່າວຍັງຄິດໄລ່ເປັນພຽງ
10% ເທົ່ານັ້ນຂອງປະລິມານຢາເສບຕິດທັງໝົດທີ່ມີຢູ່ລາວ ແລະທີ່ໄດ້ມີການລັກລອບຂົນ ສົ່ງໄປຍັງຕ່າງປະເທດໃນແຕ່ລະປີອີກດ້ວຍ.

ທາງດ້ານທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ ກໍໄດ້ຖະແຫຼງຍອມຮັບວ່າ ບັນ ຫາຫຍໍ້ທໍ້ທາງດ້ານສັງຄົມຖືເປັນບັນຫາ ທີ່ມີລະດັບຄວາມຮຸນແຮງຫຼາຍຂຶ້ນຢ່າງໜ້າເປັນ
ຫວ່ງ ໂດຍນອກຈາກຈະມີສາເຫດມາຈາກປັດໃຈພາຍນອກປະເທດລາວແລ້ວ ປັດໃຈພາຍໃນ ຂອງລາວເອງກໍເປັນສາດເຫດທີ່ສໍາຄັນທີ່ບໍ່ດ້ອຍໄປກວ່າກັນເລີຍ ຊຶ່ງໃນນີ້ກໍລວມເຖິງ ຄວາມ
ດ້ອຍປະສິດທິພາບໃນການປະຕິບັດໜ້າທີ່ຂອງພະນັກງານລັດຖະບານລາວ ທີ່ມີຄວາມຮັບ
ຜິດຊອບໂດຍກົງດ້ວຍ ດັ່ງທີ່ທ່ານ ທອງສິງ ໄດ້ຖະແຫຼງຊີ້ແຈງວ່າ:

ຢາບ້າແມ່ນມີການລັກລອບຂາຍກັນ ຫລາຍຂຶ້ນນັບມື້ ໃນລາວ.
ຢາບ້າແມ່ນມີການລັກລອບຂາຍກັນ ຫລາຍຂຶ້ນນັບມື້ ໃນລາວ.

ຄວາມຮັບຜິດຊອບຂອງພະນັກງານ, ທະຫານ, ຕໍາ
ຫຼວດ ຈໍານວນໜຶ່ງບໍ່ທັນໄດ້ເປັນເຈົ້າການແກ້ໄຂປະ
ກົດການຫຍໍ້ທໍ້ນີ້ຢ່າງຈິງຈັງ, ຍິ່ງໄປກວ່ານັ້ນບາງພາກ
ສ່ວນຍັງປົກປິດການກະ
ທໍາຜິດ, ເຮັດຜິດເອງ ຫຼື
ເຈດຕະນາເຮັດຜິດ, ສວຍໃຊ້ຊ່ອງຫວ່າງຂອງລະບຽບ
ກົດໝາຍເພື່ອຫາຜົນປະໂຫຍດ ແລະສ້າງບັນຫາ
ໃຫ້ກັບສັງຄົມ
.”

ກ່ອນໜ້ານີ້ທ່ານ ກຸ ຈັນສີນະ ຮອງປະທານຄະນະກໍາມະການກວດກາ ແລະຄວບຄຸມຢາເສບ
ຕິດແຫ່ງຊາດລາວ ກໍໄດ້ຖະແຫຼງຍອມຮັບວ່າ ລາວບໍ່ພຽງແຕ່ຈະເປັນທາງຜ່ານຂອງການຂົນ
ສົ່ງຢາເສບຕິດໄປຍັງຕ່າງປະເທດເທົ່ານັ້ນ ຫາກແຕ່ຍັງໄດ້ກາຍເປັນຕະຫຼາດຮອງຮັບຢາເສບ
ຕິດອີກດ້ວຍໃນເວລາດຽວກັນ. ດັ່ງນັ້ນ ເພື່ອເຮັດໃຫ້ການດໍາເນີນມາດຕະການທັງໃນດ້ານ
ການລົດການຊົມໃຊ້ຢາເສບຕິດ ແລະການປາບປາມການຄ້າຢາເສບຕິດໃນລາວໃຫ້ມີປະສິດ
ທິພາບສູງຂຶ້ນຢ່າງເປັນຮູບປະທໍານັ້ນ ທາງການລາວຈຶ່ງໄດ້ຈັດການຝຶກອົບຮົມ ເພື່ອເພີ່ມລະ
ດັບຄວາມຮູ້-ຄວາມສາມາດ ລົດກ່ຽວກັບຢາເສບຕິດ ແລະການນໍາໃຊ້ກົດໝາຍໃຫ້ກັບບັນດາ ພະນັກງານຂອງລັດຖະບານ ທີ່ມີໜ້າທີ່ກ່ຽວຂ້ອງກັບບັນຫາຢາເສບຕິດເປັນການສະເພາະ ເມື່ອບໍ່ນານມານີ້.

XS
SM
MD
LG