ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາວວ່າ ຍັງບໍ່ພົບເຫັນຂໍ້ມູນ ຫຼັກຖານໃດໆ ກ່ຽວກັບທ່ານສົມບັດ ສົມພອນ


 ການປຸກລະດົມຮຽກຮ້ອງ ໃຫ້ທາງການລາວຊອກຫາ ທ່ານສົມບັດ ສົມພອນ ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລທໍາມະສາດ, ບາງກອກ, ປະເທດໄທ, ວັນທີ 5 ກຸມພາ 2013.
ການປຸກລະດົມຮຽກຮ້ອງ ໃຫ້ທາງການລາວຊອກຫາ ທ່ານສົມບັດ ສົມພອນ ທີ່ຈັດຂຶ້ນຢູ່ມະຫາວິທະຍາໄລທໍາມະສາດ, ບາງກອກ, ປະເທດໄທ, ວັນທີ 5 ກຸມພາ 2013.
ທາງການຕໍາຫຼວດລາວສືບສວນສອບສວນຫາຄວາມຈິງກ່ຽວ
ກັບການຫາຍຕົວໄປ ຂອງທ່ານສົມບັດ ສົມພອນ ແຕ່ກໍຍັງບໍ່ພົບ ພະຍານຫຼັກຖານແລະສາເຫດທີ່ເຮັດໃຫ້ ທ່ານສົມບັດຫາຍຕົວ
ໄປຈົນເຖິງຂະນະນີ້


ກົມໃຫຍ່ຕໍາຫຼວດ ໃນສັງກັດກະຊວງປ້ອງກັນຄວາມສະຫງົບ
ຮຽບຮ້ອຍພາຍໃນຂອງລາວລາຍງານຜົນການສືບສວນສອບ
ສວນເບື້ອງຕົ້ນ ກ່ຽວກັບກໍລະນີການຫາຍຕົວໄປຂອງທ່ານສົມ
ບັດ ສົມພອນ ນັກພັດທະນາທາງສັງຄົມຜູ້ດີເດັ່ນຂອງລາວວ່າ
ຈົນເຖິງ ປັດຈຸບັນນີ້ຍັງຄົງບໍ່ພົບພະຍານຫຼັກຖານແລະສາເຫດ
ເບື້ອງຫຼັງ ທີ່ເຮັດໃຫ້ ທ່ານສົມບັດ ຕ້ອງຫາຍຕົວໄປແຕ່ຢ່າງໃດ.

ເຖິງແມ່ນວ່າລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ ຈະໄດ້ມີຄໍາສັ່ງໄປເຖິງ ບັນດາໜ່ວຍງານໃນສັງກັດຂອງກະຊວງເພື່ອໃຫ້ສືບຫາຕົວທ່ານສົມບັດ ໃນທົ່ວປະເທດ ນັບຕັ້ງແຕ່ວັນທີ 20 ທັນວາປີຜ່ານມາເປັນຕົ້ນມາແລ້ວກໍຕາມ ຫາກແຕ່ກໍຍັງຄົງບໍ່ມີຄວາມ ຄືບໜ້າໃດໆເກີດຂຶ້ນ ກັບທັງຍັງບໍ່ມີວີ່ແວວວ່າຈະພົບເຫັນຕົວທ່ານສົມບັດອີກດ້ວຍ.

ພ້ອມກັນນີ້ ຖະແຫຼງການຂອງທາງການຕໍາຫຼວດລາວຍັງໄດ້ລະບຸອີກດ້ວຍວ່າບຸກຄົນທີ່
ປະກົດຢູ່ໃນພາບທີ່ຖືກບັນທຶກໄວ້ດ້ວຍກ້ອງວົງຈອນປິດຂອງທາງການລາວນັ້ນ ກໍບໍ່ສາ ມາດຢັ້ງຢືນໄດ້ວ່າແມ່ນທ່ານສົມບັດ ຫຼືບໍ່ ແລະຈາກການສອບສວນເຈົ້າໜ້າທີ່ຕໍາຫຼວດ
ຈະລາຈອນທີ່ປະຕິບັດໜ້າທີ່ຢູ່ທີ່ດ່ານກວດໃນວັນທີ່ເກີດເຫດດັ່ງກ່າວ ກໍຄື ໃນຕອນ
ແລງວັນທີ 15 ທັນວາ ປີຜ່ານມານັ້ນ ກໍບໍ່ປາກົດວ່າມີການຕໍ່ສູ້ ຫຼືການບັງຄັບໃຫ້ຂຶ້ນລົດ
ກະບະແຕ່ຢ່າງ ໃດ ສ່ວນບຸກຄົນທັງສອງທີ່ຂຶ້ນໄປນັ່ງໃນລົດກະບະນັ້ນ ກໍຍັງບໍ່ສາມາດ
ຢັ້ງຢືນໄດ້ວ່າ ແມ່ນທ່ານສົມບັດ ສົມພອນ ຫຼືບໍ່ເຊັ່ນກັນ.

ແຕ່ຢ່າງໃດກໍຕາມ ທາງການລາວກໍຈະຍັງຄົງສືບຕໍ່ດໍາເນີນການສືບສວນສອບສວນຫາ ຄວາມຈິງຕໍ່ໄປຢ່າງຕັ້ງໜ້າ ເຖິງແມ່ນວ່າຈະບໍ່ແມ່ນເລຶ່ອງງ່າຍກໍຕາມ ດັ່ງທີ່ທ່ານສົມສະ
ຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີລາວໄດ້ໃຫ້ການຊີ້ແຈງວ່າ:

ລັດຖະບານເຮົາຫັ້ນບໍ່ຮ່ອນສິໄປເຮັດການກະທໍາທີ່ແນວບໍ່ສົມຄວນຫັ້ນໜ່ະ
ກະພວກທ່ານ ກໍຄືສິເຫັນແລ້ວອັນເຂົາອອກກ້ອງວົງຈອນປິດຫັ້ນໜ່ະ ແມ່ນ
ຜູ້ໃດສິໄປເຮັດ ກະເຮົາເອງເປັນເຈົ້າຂອງແຜ່ນດິນອັນນີ້ ຄັນເຮົາສິຢາກເອົາ
ເລຶ່ອງກັບມັນ ເຮົາກະສາມາດເຊີນມັນມາເປັນທາງການຫຼະຫວາ ສິຢ້ານອີ່ສັງ
ເລຶ່ອງນີ້ໜີພວກເຮົາກໍຍັງລໍ ຖ້າການດໍາເນີນການຂອງເຈົ້າໜ້າທີ່ ເພາະວ່າ
ມັນກໍບໍ່ແມ່ນເລຶ່ອງງ່າຍ.”


ທາງດ້ານເຄືອຂ່າຍສິດທິມະນຸດໃນອາຊ່ຽນທີ່ມີຄະນະທໍາງານໃນໄທ ກໍໄດ້ຈັດການປຸກ ລະດົມເພື່ອເຜີຍແຜ່ຂໍ້ມູນ ກ່ຽວກັບການຫາຍຕົວໄປຂອງທ່ານສົມບັດ ອອກໄປສູ່ການ
ຮັບຮູ້ຂອງປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງຫຼາຍຂຶ້ນ ໃນທົ່ວອາຊ່ຽນ ດັ່ງທີ່ຜູ້ປະສານ
ງານຂອງເຄືອຂ່າຍດັ່ງກ່າວນີ້ ໄດ້ໃຫ້ການຢືນຢັນກັບວີໂອເອ ໃນລະຫວ່າງການຈັດ
ງານປຸກລະດົມດັ່ງກ່າວຢູ່ທີ່ມະຫາວິທະຍາໄລທໍາມະສາດ ເມື່ອວັນທີ 5 ກຸມພາທີ່ຜ່ານ
ມານີ້ວ່າ:

ການປຸກລະດົມຮຽກຮ້ອງໃຫ້ທາງການລາວຊອກຫາທ່ານສົມບັດ ສົມພອນ ທີ່ຈັດຂຶ້ນໃນປະເທດໄທ
ການປຸກລະດົມຮຽກຮ້ອງໃຫ້ທາງການລາວຊອກຫາທ່ານສົມບັດ ສົມພອນ ທີ່ຈັດຂຶ້ນໃນປະເທດໄທ

“ສິ່ງທີ່ເຮົາກໍາລົງເຮັດຢູ່ໃນຂະນະນີ້ແລະຕໍ່ໄປໃນອະນາ
ຄົດ. ອັນນຶ່ງກໍຄືວ່າ ຢາກໃຫ້ ອ້າຍສົມບັດກັບບ້ານມາ
ຢ່າງປອດໄພ ແລ້ວກໍໄດ້ສ້າງຄຸນປະການໃຫ້ກັບປະເທດ
ຊາດ ໃຫ້ກັບພູມິພາກຕໍ່ໄປ ອັນທີສອງກໍຄືວ່າ ພວກເຮົາ
ບໍ່ຢາກໃຫ້ກໍລະນີຢ່າງນີ້ເກີດຂຶ້ນໃນປະເທດອື່ນໆອີກ
ບໍ່ສະເພາະແຕ່ປະເທດລາວ ແຕ່ໃນປະເທດໃນອາຊ່ຽນ
ເພາະເຮົາເບິ່ງວ່າ ປະເດັນນີ້ມັນ ເປັນການລະເມີດສິດ
ທິມະນຸດ.”


ກ່ອນໜ້ານີ້ທ່ານຢົງ ຈັນທະລັງສີ ເອກອັກຄະລັດຖະທູດລາວ
ຜູ້ຕາງໜ້າຖາວອນປະຈໍາສະຫະປະຊາຊາດ ຢູ່ທີ່ກຸງເຈນີວາ ປະເທດສະວິດເຊີແລນດ໌
ກໍໄດ້ສົ່ງຈົດໝາຍເຖິງສະພາສິດທິມະນຸດແຫ່ງສະຫະປະຊາຊາດຢ່າງເປັນທາງການ
ເມື່ອບໍ່ດົນມານີ້ ເພື່ອຢືນຢັນວ່າ ກໍລະນີທີ່ເກີດຂຶ້ນນີ້ ບໍ່ມີສ່ວນກ່ຽວຂ້ອງຫຍັງເລີຍກັບ
ທາງການລາວ ເພາະສະນັ້ນ ຈຶ່ງອາດຈະເປັນໄປໄດ້ວ່າ ເປັນກໍລະນີທີ່ເກີດຂຶ້ນຈາກ ບັນຫາສ່ວນຕົວ ຫຼືຂໍ້ຂັດແຍ້ງທາງທຸລະກິດຂອງຜູ້ກ່ຽວເອງ.
XS
SM
MD
LG