ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາວຈະຄວບຄຸມໜີ້ສິນ ຂອງປະເທດ ບໍ່ໃຫ້ເກີນ 45%​ ຂອງຜະລິດຕະພັນ ລວມພາຍໃນ


ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ນາຍົກລັດຖະມົນຕີລາວ​ຮັບປາກ​ວ່າຈະ​ຈໍາກັດ ແລະ​ຄວບ​ຄຸມ​ມູນ​
ຄ່າ​ໜີ້​ລວມ ຂອງ​ປະ​ເທດ​ໃຫ້​ຢູ່​ໃນ​ສັດສ່ວນ ທີ່​ບ່ໍ່ເກີນ 45% ຂອງ​
ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ ຫຼື GDP ຂອງ​ທັງ​ປະ​ເທດ.

ລິງໂດຍກົງ

ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາ​ຍົກ​ລັດຖະມົນຕີ ​ໄດ້​ຖະ​ແຫຼ​ງຍອມຮັບ​ຕໍ່​ກອງ​ປະຊຸມ​ສາມັນ ຄັ້ງ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ​ລາວ​ຊຸດ​ທີ 7 ວ່າ ພາຍ​ໃຕ້​ສະພາບ​ການ​ ທີ່​ລັດຖະບານ​ລາວ​ມີ​ລາຍ​ຈ່າຍ​ເພີ່ມ​ຂຶ້ນ ​ໃນ​ຂະນະ​ທີ່​ແຫຼ່ງລາຍ​ຮັບ​ງົບປະມານ​ຍັງ​ມີ​ຢູ່​ຢ່າງ​ຈໍາກັດ​ນັ້ນ ​ໄດ້​ເຮັດ​ໃຫ້​ ລັດຖະບານ​ລາວ​ຕ້ອງ​ເພິ່ງ​ພາ​ການ​ກູ້​ຢືມ​ຈາກ​ທັງ​ສະຖາ​ບັນ​ການ​ເງິນ​ພາ​ຍ​ໃນ ​ແລະ​ຕ່າງປະເທດ​ຫຼາຍ​ຂຶ້ນນັ້ນ ກໍ​ໄດ້​ເປັນ​ຜົນເຮັດ​ໃຫ້​ພາລະ​ໜີ້​ສິນ​ຂອງ​ລັດຖະບານ​ລາວ​ມີ​ມູນ​ຄ່າ​ເພີ່ມ​ສູງ ຂຶ້ນນັບ​ມື້​ເຊັ່ນ​ດຽວ​ກັນ.

ທັງ​ນີ້​ໂດຍສາ​ເຫດ​ສໍາຄັນ ທີ່​ເຮັດ​ໃຫ້​ໜີ້​ສິນ​ ຂອງ​ລັດຖະບານ​ລາວ ​ເພີ່ມ​ຂຶ້ນນັ້ນ ກໍ​ຍ້ອນ​ວ່າ​ພາກສ່ວນ​ຕ່າງໆ​ຂອງ​ລັດຖະບານ​ໄດ້​ກູ້​ມາ​ນໍາ​ໃຊ້​ໃນໂຄງການ​ພັດທະນາ​ຕ່າງໆ ​ໂດຍ​ບໍ່ ຄິດ​ເຖິງ​ແຫຼ່ງລາຍ​ຮັບ​ທີ່​ຈະ​ນໍາ​ມາ​ໃຊ້​ຄືນ​ໜີ້​ເງິນ​ກູ້​ດັ່ງກ່າວ ທັງ​ກໍ​ຍັງ​ປາກົດ​ວ່າ​ມີ​ຫຼາຍໆ​ໂຄງການ​ທີ່ ບໍ່​ໄດ້​ຜ່ານ​ການ​ອະນຸມັດ​ຈາກ​ສະ​ພາ​ແຫ່ງ​ຊາດ​ ​ແລະ​ບໍ່​ໄດ້​ຈັດ​ໃຫ້​ມີ​ການ​ປະ ມູນ​ໂຄງການ​ຢ່າງ​ຖືກຕ້ອງ​ອີ​ກດ້ວຍ​. ​

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທອງ​ສິງ ​ກໍ​ໄດ້​ໃຫ້ການ​ຢືນຢັນ​ວ່າ ຈະ​ພະ​ຍາຍາມ​ດໍາ​ເນີນ​ມາດ ຕະການ​ໃນ​ທຸກ​ທາງ​ ​ເພື່ອ​ຈໍາກັດ​ແລະ​ຄວບ​ຄຸມ​ມູນ​ຄ່າ​ໜີ້​ລວມຂອງ​ລັດຖະບານ​ໃຫ້​ຢູ່​ໃນ​ສັດສ່ວນ​ທີ່​ບໍ່​ເກີນ 45% ຂອງ​ຍອດ​ຜະລິດ​ຕະພັນ​ລວມພາຍ​ໃນ ຫຼື​ມູນ​ຄ່າ GDP ທັງ​ໝົດຂອງ​ປະ​ເທດ​ໃນ​ແຕ່ລະ​ປີ ດັ່ງ​ທີ່​ທ່ານ​ໄດ້​ຖະ​ແຫຼ​ງວ່າ:

“ຄາດໝາຍ​ໃນ​ການ​ແກ້​ໄຂ​ໜີ້ສິນ​ໃນ​ຕໍ່ໜ້າ​ນີ້ ພວກ​ເຮົາ​ຈະ​ເອົາ​ໃຈໃສ່​ຈໍາກັດໃຫ້​ຕົວ​ເລກ​ໜີ້​ສິນ ​ໂດຍ​ລວມບໍ່​ໃຫ້​ເກີນ 45% ຂອງ GDP ​ແລ​ະຈະ​ພະຍາ ຍາມ​ແກ້​ໄຂ​ໜີ້​ສິນ​ໃຫ້​ຫຼຸດ​ຜ່ອນ​ລົງ​ ຕາມຄາດໝາຍ ທີ່​ສະພາ​ແຫ່ງ​ຊາດ​ ໄດ້​ກໍາໜົດ​ເອົາ​ໄວ້າ ​ແລະ​ຈະ​ພະຍາຍາມ​ເຂັ້ມ​ງວດ​ໃນການ​ປະຕິບັດ​ວິ​ໄນ​ແຜນການ ​ແລະ​ການ​ເງິນ ອັນ​ໃດ​ບໍ່​ຈໍາ​ເປັນ​ແມ່ນ​ບໍ່​ສ້າງ​ໜີ້​ໃໝ່.”

​ໂດ​ຍ ອິງ​ຕາມ​ລາຍ​ງານ​ຂອງ​ທະນາຄານ​ແຫ່ງ​ຊາດ​ລາວ ກໍ​ໄດ້​ລະບຸ​ວ່າ ຈົນ​ເຖິງ​ທ້າຍ​ປີ 2012 ລັດຖະບານ​ລາວ​ມີ​ໜີ້​ຕ່າງປະ​ເທດ​ຄິດ​ເປັນ​ມູນ​ຄ່າ​ລວມ​ເກີນ​ກວ່າ 3,000 ລ້ານ​ໂດ​ລ່າ ຊຶ່ງ​ຄິດ​ເປັນ 33.43% ຂອງ​ມູນ​ຄ່າ GDP ຫຼື​ເພີ່ມ​ຂຶ້ນຈາກ​ປີ 2011 ​ໃນ​ອັດຕາ​ ສ​ະ​ເລ່ຍ 3.15% ​ແລະ​ໃນ​ນີ້ ກໍ​ຄິດ​ເປັນ​ໜີ້​ເງິນ​ກູ້​ລະຍະ​ຍາວ​ທີ່​ມີ​ເວລາ​ຊໍາລະ​ຄືນ​ຕັ້ງ​ແຕ່ 25 ປີ​ຂຶ້ນ​ໄປນັ້ນ ​ເຖິງ 64.28% ຂອງ​ມູນ​ຄ່າ​ໜີ້​ຕ່າງປະ​ເທດ​ທັງ​ໝົດ​ດັ່ງກ່າວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກອງ​ທຶນ​ການ​ເງິນ​ສາກົນ IMF ກັບ​ລາຍ​ງານ​ວ່າ ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ​ໄດ້​ເພີ່ມ​ຂຶ້ນ​ເປັນ 47.4% ຂອງ GDP ​ໃນ​ປີ 2013 ນີ້ ທັງຍັງ​ມີ ທ່າ​ອຽງ​ທີ່​ຈະ​ເພີ່ມ​ຂຶ້ນ​ເປັນ​ບໍ່​ຕໍ່າ​ກວ່າ 49.1% ຂອງ GDP ​ໃນ​ປີ 2014 ອີກ​ດ້ວຍ ຊຶ່ງ​ກໍ ໝາຍ​ຄວາມ​ວ່າ ໜີ້​ສິນ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ​ໄ​ດ້ກ້າວ​ໄປ​ສູ່ວິ​ກິດ​ການ​ດ້ານ​ງົບປະມານ​ແລ້ວ ​ເນື່ອງ​ຈາກ​ລັດຖະບານ​ລາວ​ບໍ່​ສາມາດ​ທີ່​ຈະ​ຄວບ​ຄຸມ​ໜີ້​ສິນ​ຕ່າງ​ປະ​ເທດ​ໃຫ້​ຢູ່​ໃນ​ອັດຕາ​ສະ​ເລ່ຍທີ່​່​ບໍ່​ເກີນ 45%​ ຂອງ GDP ​ໄດ້​ນັ້ນ​ເອງ.

ພິທີລົງນາມ ຮັບການຊ່ວຍເຫຼືອລ້າ ຈາກ ຕ່າງປະເທດ
ພິທີລົງນາມ ຮັບການຊ່ວຍເຫຼືອລ້າ ຈາກ ຕ່າງປະເທດ

ຍິ່ງ​ໄປ​ກວ່າ​ນັ້ນ ການ​ທີ່​ລັດຖະບານ​ລາວ​ມີ​ໜີ້​ສິນ​ໃນ​ອັດຕາ​ທີ່​ສູງ​
ດັ່ງກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ລັດຖະບານ​ລາວ​ຈະ​ຕ້ອງ​ເພິ່ງພາ​ການ​
ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດ​ ຫຼາຍ​ຂຶ້ນອີກ​ດ້ວຍ ທັງ​ນີ້​ ໂດຍ​ກະ
ຊວງ​ແຜນການ​ແລະການ​ລົງທຶນ ລາຍ​ງານ​ວ່າການ​ຈັດ​ຕັ້ງ​ປະຕິ
ບັດ​ແຜນການ​ ພັດທະນາ​ ເສດຖະກິດ-ສັງຄົມ​ແຫ່ງ​ຊາດ ຈາກ​
ປັດຈຸບັນ ​ໄປ​ເຖິງ​ ປີ 2015 ລັດຖະບານ​ລາວ​ ຕ້ອງການ​ ທີ່​ຈະ​
ໄດ້​ຮັບ​ ການ​ຊ່ວຍ​ເຫຼືອ​ ຈາກ​ຕ່າງປ​ະ​ເທດ​ ໃນ​ມູນ​ຄ່າ​ລວມ​ເຖິງ
1,620 ລ້ານ​ໂດ​ລ່າ​ນີ້ ​ແບ່ງ​ເປັນ 795 ລ້ານ​ໂດ​ລ່າ ​ແລະ 825
ລ້ານ​ໂດ​ລ່າ ​ເພື່ອ​ນໍາ​ໃຊ້​ເຂົ້າ​ໃນ​ໂຄງການ​ພັດທະນາຕ່າງໆ​ຂອງ​
ລັດຖະບານລາວໃນ​ແຜນການ​ປີ 2013-2014 ​ແລະ​ແຜນການ​
ປີ 2014-2015 ຕາມ​ລໍາດັບ.

​ໂດຍ​ຕາມ​ແຜນການ​ດັ່ງກ່າວ ຖືເປັນຄວາມ​ຕ້ອງການ​ ທີ່​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ ​ເທດ ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ກໍ​ຄື​ເພີ່ມ​ຈາກ 630 ລ້ານ​ໂດ​ລ່າ ​ໃນ​ແຜນການ​ປີ 2010-2011 ​ເປັນ 704 ລ້ານ​ໂດ​ລ່າ ​ແລະ​ຫຼາຍ​ກວ່າ 777 ລ້ານ​ໂດ​ລ່າ​ໃນ​ແຜນການ​ປີ 2011-2012 ​ແລະ​ແຜນການ​ປີ 2012-2013 ຕາມ​ລໍາດັບ ທັງ​ຍັງ​ເພີ່ມ​ຂຶ້ນ​ເກີນ​ກວ່າ 30% ​ໃນ​ແຜນການ​ປີ 2014-2015 ທຽບ​ກັບ​ແຜນການ​ປີ 2010-2011 ອີກ​ດ້ວຍ.
XS
SM
MD
LG