ລິ້ງ ສຳຫລັບເຂົ້າຫາ

ຊາວລາວໃນຊົນນະບົດ ຂໍໃຫ້ ລັດຖະບານເພີ້ມງົບປະມານ ສ້າງທາງຫລາຍຂຶ້ນ

  • ຊົງຣິດ ໂພນເງິນ

ເສັ້ນທາງແຫ່ງນຶ່ງໃນເຂດຊົນນະບົດທີ່ຖືກເປ່ເພ ແຕ່ບໍ່ໄດ້ຮັບການສ້ອມແປງຍ້ອນຂາດງົບປະມານ

ປະຊາຊົນໃນເຂດຊົນນະບົດຕ້ອງການໃຫ້ລັດຖະບານລາວ ຈັດສັນງົບປະມານເພື່ອການ ພັດທະນາເສັ້ນທາງຄົມມະນາຄົມ-ຂົນສົ່ງທາງບົກໃຫ້ຫຼາຍຂຶ້ນ ເພາະການເດີນທາງສັນ ຈອນໄປມາເປັນໄປຢ່າງຍາກລໍາບາກ.

ເຈົ້າໜ້າທີ່ຂັ້ນສູງໃນຄະນະຊີ້ນໍາພັດທະນາຊົນນະບົດ ແລະລົບລ້າງຄວາມທຸກຍາກແຫ່ງ
ຊາດລາວ ຢືນຢັນວ່າ ໃນປັດຈຸບັນນີ້ ຍັງຄົງມີປະຊາຊົນລາວເກືອບ 2 ແສນຄອບຄົວ ຫຼື
ຄິດເປັນ 18% ຂອງຈໍານວນຄອບຄົວທັງໝົດ ໃນລາວທີ່ມີສະພາບຊີວິດການເປັນຢູ່ ທີ່
ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ສະເລ່ຍຕໍ່າກວ່າ 1 ໂດລາຕໍ່ຄົນຕໍ່ວັນ ຫຼືບໍ່ເຖິງ 365 ໂດລາ
ຕໍ່ຄົນ ຕໍ່ປີ.

ສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ປະຊາຊົນລາວເຫຼົ່ານີ້ຍັງມີລາຍໄດ້ສະເລ່ຍທີ່ຕໍ່າຫຼາຍ
ນັ້ນກໍເພາະວ່າ ພວກເຂົາເຈົ້າບໍ່ສາມາດສົ່ງຜົນຜະລິດໄປຂາຍທີ່ຕະຫຼາດໃນຕົວເມືອງ
ຕ່າງໆໄດ້ ຊຶ່ງກໍເປັນຍ້ອນວ່າ ບໍ່ມີເສັ້ນທາງຄົມມະນາຄົມ-ຂົນສົ່ງ ຫຼືວ່າການຄົມມະນາ ຄົມ-ຂົນສົ່ງເປັນໄປໄດ້ຢ່າງຍາກລໍາບາກ ເນື່ອງຈາກບໍ່ມີງົບປະມານທີ່ຈະນໍາໃຊ້ເຂົ້າໃນ
ການພັດທະນາເສັ້ນທາງ ໃຫ້ໃຊ້ການໄດ້ຢ່າງສະດວກວ່ອງໄວນັ້ນເອງ.

ການຕັດທາງໃໝ່ໃນເຂດຊົນນະບົດແຫ່ງນຶ່ງຂອງ ລາວ

ການຕັດທາງໃໝ່ໃນເຂດຊົນນະບົດແຫ່ງນຶ່ງຂອງ ລາວ

ຍິ່ງໄປກວ່ານັ້ນ ການພັດທະນາປັບປຸງ
ເສັ້ນທາງຄົມມະນາຄົມ-ຂົນສົ່ງສ່ວນ
ໃຫຍ່ໃນເຂດຊົນນະບົດ ໃນໄລຍະທີ່
ຜ່ານມານັ້ນ ກໍ່ຍັງຕົກເປັນພາລະຂອງ
ປະຊາຊົນລາວ ທີ່ຈະຕ້ອງປະກອບ
ສ່ວນ ຫຼືສົມທົບທຶນເຂົ້າໃນການພັດ
ທະນາປັບປຸງເສັ້ນທາງຄົມມະນາຄົມ
-ຂົນສົ່ງ ໃນທ້ອງຖິ່ນຂອງພວກເຂົາເຈົ້າ
ເອງອີກດ້ວຍ ທັງນີ້ກໍ່ເນື່ອງຈາກວ່າໄດ້
ຮັບການຕອບສະໜອງງົບປະມານຈາກລັດຖະບານລາວຢ່າງຈໍາກັດ ດັ່ງທີ່ເຈົ້າໜ້າທີ່ຄົນ
ດັ່ງກ່າວນີ້ໄດ້ໃຫ້ການຢືນຢັນວ່າ:

“ການກໍ່ສ້າງເສັ້ນທາງຊົນນະບົດ ພວກເຮົາກໍມີອຸປະສັກຫຍຸ້ງຍາກ ອັນນຶ່ງນີ້
ດ້ານທຶນຮອນ ງົບປະມານຂອງລັດສະໜອງໃຫ້ບໍ່ພຽງພໍ ບໍ່ສາມາດຕອບສະ
ໜອງໄດ້ຕາມຄວາມຕ້ອງການ ສ່ວນໃຫຍ່ແມ່ນອາໄສແຕ່ຮ່ວງທຶນຮອນຈາກ
ພໍ່ແມ່ປະຊາຊົນບາງເສັ້ນທາງ ກໍນໍາໃຊ້ເງິນທຶນຂອງປະຊາຊົນເອງ 100% ອັນນີ້
ວິຊີການແກ້ໄຂນີ້ຕໍ່ ກັບບັນຫາດັ່ງກ່າວນີ້ ກໍຄືວ່າ ພວກເຮົາແມ່ນຈະຕ້ອງໄດ້
ຕອບສະໜອງທາງດ້ານ ງົບປະມານໃຫ້ສູງຂຶ້ນຫັ້ນແລ້ວ.”

ແຕ່ຢ່າງໃດກໍຕາມ ທ່ານສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍທາທິການແລະ
ຂົນສົ່ງຂອງລາວ ຖະແຫຼງຢືນຢັນກ່ອນໜ້ານີ້ວ່າ ການພັດທະນາເສັ້ນທາງຄົມມະນາຄົມ-ຂົນ
ສົ່ງໃນລາວ ໄດ້ມີຄວາມຄືບໜ້າເພີ້ມຂຶ້ນຢ່າງຕໍ່ເນື່ອງ. ນັບແຕ່ປີ 1997 ເປັນຕົ້ນມາ ຈົນເຖິງ
ປັດຈຸບັນນີ້ ກໍປະກົດວ່າ ໃນທົ່ວປະເທດລາວມີຕາໜ່າງທາງບົກຄິດເປັນໄລຍະທາງຍາວລວມ
ກັນເກືອບເຖິງ 4 ໝື່ນກິໂລແມັດໃນທົ່ວປະເທດ ຊຶ່ງກໍ່ເຮັດໃຫ້ສາມາດຮອງຮັບການຂົນສົ່ງ
ແລະໂດຍສານໄດ້ເຖິງ 80% ຂອງການຂົນສົ່ງ ແລະໂດຍສານທັງໝົດຂອງປະເທດ ແລະ
ການພັດທະນາກໍໄດ້ມີ ການຂະຫຍາຍຕາໜ່າງເພີ່ມຂຶ້ນເກີນກວ່າ 7% ໃນແຕ່ລະປີອີກດ້ວຍ.

ຕະຫລາດຊົນນະບົດທີ່ລາວ

ຕະຫລາດຊົນນະບົດທີ່ລາວ

ຍິ່ງໄປກວ່ານັ້ນ ການພັດທະນາເສັ້ນທາງຄົມນະຄົມ-ຂົນ
ສົ່ງທາງບົກໃນລາວຈົນເຖິງປັດຈຸບັນນີ້ ກໍຍັງເຮັດໃຫ້ສາ
ມາດ ເຊື່ອມຕໍ່ໄປຍັງເມືອງທຸກຍາກໄດ້ຫຼາຍຂຶ້ນອີກດ້ວຍ
ໂດຍສະເພາະແມ່ນເສັ້ນທາງປູຢາງ ກໍ່ສາມາດເຊື່ອມຕໍ່
93 ເມືອງເຂົ້າດ້ວຍກັນໄດ້ຕະຫຼອດປີ ໃນຂະນະທີ່ 42
ເມືອງສາມາດເຊື່ອມຕໍ່ກັນໄດ້ 2 ລະດູ ຈຶ່ງຍັງຄົງເຫຼືອພຽງ
12 ເມືອງເທົ່ານັ້ນ ທີ່ສາມາດເຊື່ອມຕໍ່ກັນໄດ້ລະດູດຽວ.

ແຕ່ຢ່າງໃດກໍ່ຕາມ ເສັ້ນທາງປູຢາງໃນລາວໃນປັດຈຸບັນນີ້ ກໍຄິດເປັນສັດສ່ວນພຽງແຕ່ 14% ຂອງເສັ້ນທາງບົກທັງໝົດເທົ່ານັ້ນ ສ່ວນທີ່ເຫຼືອ ກໍເປັນເສັ້ນທາງດິນແດງ ແລະເສັ້ນທາງດິນ
ທໍາມະຊາດ ຄິດເປັນສັດ ສ່ວນ 35% ແລະ 51% ຕາມລໍາດັບ ຊຶ່ງກໍໝາຍຄວາມວ່າ ຫຼາຍໆ
ພື້ນທີ່ໃນລາວ ຍັງບໍ່ມີຖະໜົນເຂົ້າໄປເຖິງໄດ້ເລີຍ ຈຶ່ງຕ້ອງເດີນທາງໂດຍທາງນໍ້າ ແລະທາງ
ອາກາດເທົ່ານັ້ນ.

ສໍາລັບການຄົມມະນາຄົມ-ຂົນສົ່ງທາງນໍ້າໃນລາວ ໃນປັດຈຸບັນນີ້ ກໍປາກົດວ່າມີລະບົບທ່າ
ເຮືອຫຼາຍກວ່າ 20 ແຫ່ງ ໃນລໍາແມ່ນໍ້າຂອງທີ່ຮອງຮັບການຂົນສົ່ງ ແລະໂດຍສານໃນອັດຕາ
ສະເລ່ຍ 18% ຂອງການຂົນສົ່ງ ແລະໂດຍສານທັງໝົດ. ສ່ວນການຂົນສົ່ງ ແລະໂດຍສານ
ທາງອາກາດນັ້ນ ເຖິງແມ່ນວ່າ ໃນລາວຈະມີສະໜາມບິນເຖິງ 11 ແຫ່ງກໍຕາມ ຫາກແຕ່ກໍ່ ສາມາດຮອງຮັບການຂົນສົ່ງ ແລະໂດຍສານໄດ້ພຽງ 2% ເທົ່ານັ້ນ.

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG