ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຈະໄດ້ຮັບ ຜົນກະທົບ ຈາກລາຄານໍ້າມັນແພງ ຫລາຍຂຶ້ນອີກ


ການສັນຈອນຄັບຄັ່ງອັ່ງອໍ ຢູ່ໃນນະຄອນຫລວງວຽງຈັນ ຍ້ອນການນໍາເຂົ້າຍານພະຫະນະ ເພີ້ມຂຶ້ນຫລາຍ ຊຶ່ງພາໃຫ້ມີການນໍາເຂົ້ານໍ້າມັນຢ່າງຫລວງຫລາຍ ໃນຂະນະທີ່ລາຄານໍ້າມັນໃນຕະຫລາດໂລກແພງຂຶ້ນນັບມື້.
ການສັນຈອນຄັບຄັ່ງອັ່ງອໍ ຢູ່ໃນນະຄອນຫລວງວຽງຈັນ ຍ້ອນການນໍາເຂົ້າຍານພະຫະນະ ເພີ້ມຂຶ້ນຫລາຍ ຊຶ່ງພາໃຫ້ມີການນໍາເຂົ້ານໍ້າມັນຢ່າງຫລວງຫລາຍ ໃນຂະນະທີ່ລາຄານໍ້າມັນໃນຕະຫລາດໂລກແພງຂຶ້ນນັບມື້.

ຜູ້ບໍລິຫານລັດສະວິສະຫະກິດນໍ້າມັນເຊື້ອໄຟລາວ ຢືນຢັນວ່າ ປະຊາຊົນລາວ ຈະໄດ້ຮັບ ຜົນກະທົບຈາກລາຄາ ນໍ້າມັນແພງຫລາຍຂຶ້ນອີກ ໂດຍເປັນຜົນມາຈາກຄວາມຂັດແຍ້ງ ລະຫວ່າງບັນດາປະເທດມະຫາອໍານາດ ກັບອີຣ່ານ.

ທ່ານໄພບູນ ພົມມະພິທັກ ຮອງຜູ້ອໍານວຍການຝ່າຍທຸລະກິດ ລັດວິສະຫະກິດນໍ້າມັນ
ເຊື້ອໄຟລາວ ຍອມຮັບວ່າ ປະເຊີນກັບບັນຫານໍ້າມັນແພງຕື່ມຂຶ້ນອີກດ້ວຍ ໂດຍເງື່ອນໄຂ
ສໍາຄັນ ທີ່ສຸດໃນເວລານີ້ ທີ່ເຮັດໃຫ້ນໍ້າມັນໃນຕະຫລາດໂລກມີລາຄາສູງ ແລະກໍໄດ້ສົ່ງ
ຜົນ ກພທົບຕໍ່ລາວໂດຍຕົງນັ້ນ ກໍຄືຄວາມຂັດແຍ້ງລະຫວ່າງບັນດາປະເທດມະຫາອໍາ
ນາດ ກັບປະເທດອີ່ຣ່ານ ຊຶ່ງເປັນຜູ້ສົ່ງອອກນໍ້າມັນລາຍສໍາຄັນປະເທດນຶ່ງຂອງໂລກ.

ກະຊວງນໍ້າມັນເຊື້ອໄຟຂອງອິຣ່ານ ທີ່ຖືກປະເທດມະຫາອໍານາດ ຂວໍ້າບາດທາງເສດຖະກິດ ຫ້າມນໍາເຂົ້ານໍ້າມັນຈາກອິຣ່ານ.
ກະຊວງນໍ້າມັນເຊື້ອໄຟຂອງອິຣ່ານ ທີ່ຖືກປະເທດມະຫາອໍານາດ ຂວໍ້າບາດທາງເສດຖະກິດ ຫ້າມນໍາເຂົ້ານໍ້າມັນຈາກອິຣ່ານ.

ເພາະສະນັ້ນ ໃນເມື່ອວ່າ
ອີ່ຣ່ານຕ້ອງມາຖືກປິດ
ລ້ອມທາງເສດຖະກິດ
ໂດຍປະເທດມະຫາອໍາ
ນາດອີກດ້ວຍການຖືກ
ຈໍາກັດການສົ່ງອອກ
ນໍ້າມັນໄປຕ່າງປະເທດ
ໃນຂະນະທີ່ຄວາມຕ້ອງ
ການນໍ້າມັນໃນໂລກ ກໍຍັງ
ຄົງສູງຂຶ້ນຢ່າງຕໍ່ເນື່ອງ
ດ້ວຍແລ້ວ ຈຶ່ງເຮັດໃຫ້ນໍ້າ
ມັນໃນຕະຫລາດໂລກ ມີລາຄາແພງຂຶ້ນນັບມື້ ຢ່າງຫລີກລ້ຽງບໍ່ໄດ້ ຊຶ່ງກໍເຊ່ນດຽວກັນ
ກັບໃນລາວ ທີ່ຈະຕອ້ງນໍາເຂົ້ານໍ້າມັນຈາກຕ່າງປະເທດທັງ 100% ຂອງຄວາມຕ້ອງ
ການ ທັງໝົດນັ້ນ ກໍຈະຕ້ອງມີການປັບຂຶ້ນລາຄານໍ້າມັນພາຍໃນປະເທດຢູ່ຕະຫລອດ
ເວລາດ້ວຍເຊ່ນກັນ ດັ່ງທີ່ ທ່ານໄພບູນ ໄດ້ໃຫ້ການຊີ້ແຈງວ່າ:

“ລາຄານໍ້າມັນທີ່ແພງຂຶ້ນໃນລະຍະນີ້ ກະແມ່ນຊາດຕະເວັນຕົກ ກໍາລັງຂວໍ້າບາດ
ຕໍ່ປະເທດອີ່ຣ່ານ ເພື່ອບັງຄັບໃຫ້ອີ່ຣ່ານ ຍົກເລີກໂຄງການນີວເຄລຍ. ນອກນັ້ນ
ກະຍັງມີປັດໃຈອື່ນໆ ເຊ່ນຄ່າເງິນດອນລາທີ່ອ່ອນຕົວ ແລະການເກັງກໍາໄລຂອງ
ປະເທດຜູ້ຄ້ານໍ້າມັນ ແຕ່ຖ້າສະຖານະການລາຄາການນໍ້າມັນ ໂລກຍັງຈະສູງຂຶ້ນ
ຕໍ່ໄປອີກ ລາຄານໍ້າມັນພາຍໃນປະເທດກໍອາດຈະຕ້ອງໄດ້ປັບຂຶ້ນອີກ.”

ຍິ່ງໄປກວ່ານັ້ນ ທ່ານໄພບູນ ພົມມະພິທັກ ຮອງຜູ້ອໍານວຍການຝ່າຍທຸລະກິດລັດວິສະ
ຫະກິດນໍ້າມັນເຊື້ອໄຟລາວຍອມຮັບວ່າ ການແຂ່ງຂັນໃນທຸລະກິດການຄ້ານໍ້າມັນເຊື້ອ​
ໄຟລາວ ໄດ້ປະເຊີນກັບບັນຫາຫຍຸ້ງຍາກຫລາຍຂຶ້ນນັບມື້ ໂດຍສະເພາະແມ່ນ ນັບແຕ່
ທ້າຍປີ 2011 ເປັນຕົ້ນມາ ຊຶ່ງປະກົດວ່າ ມີຜູ້ປະກອບການຄ້ານໍ້າມັນ​ຈໍານວນນຶ່ງ ທີ່
ໄດ້ພາກັນສວຍໂອກາດສ້າງຜົນປະໂຫຍດ ໃຫ້ແກ່ພວກຕົນຈາກສະພາບການນໍ້າມັນ
ແພງດ້ວຍການບໍ່ປະຕິບັດຕາມລະບຽບກົດໝາຍ ທີ່ລັດຖະບານລາວກໍານົດ ເຊ່ນ
ການເຮັດໃຫ້ນໍ້າມັນຂາດຕະຫລາດດ້ວຍການຈໍາໜ່າຍນໍ້າມັນໃຫ້ສະເພາະຜູ້ຄ້າຍ່ອຍ
ຊຶ່ງເປັນການບີບບັງຄັບໃຫ້ປະຊາຊົນຕ້ອງ​ຊື້ນໍ້າມັນໃນລາຄາແພງກວ່າປົກກະຕິ ຈາກ
ບັນດາຜູ້ຄ້ານໍ້າມັນລາຍຍ່ອຍເທົ່ານັ້ນ.

ປໍ້ານໍ້າມັນແຫ່ງນຶ່ງ ທີ່ນະຄອນຫລວງວຽງຈັນ
ປໍ້ານໍ້າມັນແຫ່ງນຶ່ງ ທີ່ນະຄອນຫລວງວຽງຈັນ

ນອກຈາກນັ້ນ ເນື່ອງຈາກວ່າ ລາວຕ້ອງ
ນໍາເຂົ້ານໍ້າມັນຈາກຕ່າງປະເທດທັງ
100% ຂອງຄວາມຕ້ອງການທັງໝົດ
ພາຍໃນປະເທດ ຈຶ່ງເຮັດໃຫ້ລາຄານໍ້າ
ມັນໃນລາວມີການປັບຂຶ້ນ-ລົງ ຕາມ
ລາຄານໍ້າມັນຂອງຕະຫຼາດໂລກ ຢູ່
ຕະຫຼອດເວລາ. ສໍາລັບໃນປີ 2011
ທີ່ຜ່ານມາ ກໍປະກົດວ່າ ລັດວິສະຫະ
ກິດນໍ້າມັນເຊື້ອໄຟ ໄດ້ມີການປັບລາ
ຄາຈໍາໜ່າຍໄປເຖິງ 17 ຄັ້ງ ແລະສະ
ເພາະໃນໄລຍະບໍ່ເຖິງ 3 ເດືອນຂອງປີ 2012 ນີ້ ກໍໄດ້ມີການປັບຂຶ້ນລາຄາຈໍາໜ່າຍ
ນໍ້າມັນພາຍໃນປະເທດໄປແລ້ວອີກ 3 ຄັ້ງ.

ການປະກາດປັບຂຶ້ນລາຄາຈໍາໜ່າຍນໍ້າມັນໃນຄັ້ງຫລ້າສຸດ ເມື່ອອາທິດທີ່ຜ່ານມາ ກໍໄດ້
ເປັນຜົນເຮັດໃຫ້ລາຄາຈໍາໜ່າຍນໍ້າມັນແອັດຊັງທໍາມະດາ ມີລາຄາແພງຂຶ້ນເປັນ 11,000
ກີບ ຕໍ່ລິດ ສ່ວນນໍ້າມັນກາຊວນກໍແພງຂຶ້ນເປັນ 9,910 ກີບ ຕໍ່ລິດ ແລະນໍ້າມັນແອັດຊັງ
ພິເສດນັ້ນ ກໍໄດ້ປັບລາຄາຈໍາໜ່າຍສູງຂຶ້ນເປັນ 12,230 ກີບ ຕໍ່ລິດ ຊຶ່ງຖ້າຫາກທຽບ
ກັບທ້າຍປີກາຍ ກໍຈະເຫັນໄດ້ວ່າ ລາຄາຈໍາໜ່າຍນໍ້າມັນໃນປັດຈຸບັນນີ້ ໄດ້ປັບໂຕສູງຂຶ້ນ
ໂດຍສະເລ່ຍເຖິງ 19% ນັ້ນເອງ.

ຫາກແຕ່ວ່າລາຄານໍ້າມັນເຊື້ອໄຟດັ່ງກ່າວນີ້ ກໍເປັນລາຄາຈໍາໜ່າຍສະເພາະຢູ່ໃນເຂດນະ ຄອນຫຼວງວຽງຈັນເທົ່ານັ້ນ ສ່ວນທີ່ຢູ່ໃນເຂດແຂວງອື່ນໆນັ້ນ ກໍຈະມີລາຄາຈໍາໜ່າຍ
ທີ່ແພງກວ່າ ໃນເຂດນະຄອນຫຼວງວຽງຈັນອີກ.

ຍິ່ງໄປກວ່ານັ້ນ ການທີ່ຈໍານວນຍານພາຫະນະໃນລາວ ໄດ້ເພີ່ມຂຶ້ນເຖິງສອງເທົ່າໃນໄລຍະ
5 ປີທີ່ຜ່ານມານີ້ ເຊິ່ງກໍຄືໃນຂະນະທີ່ມີຈໍານວນຍານພາຫະນະ 641,080 ຄັນໃນປີ 2007
ນັ້ນ ເພີ້ມຂຶ້ນ ເປັນຫຼາຍກວ່າ 1.2 ລ້ານຄັນໃນທ້າຍປີ 2011 ແລະເຊື່ອວ່າ ຈໍານວນຍານພາ ຫະນະໃນລາວຈະເພີ່ມຂຶ້ນເປັນຫຼາຍກວ່າ 2.5 ລ້ານຄັນ ພາຍໃນປີ 2015 ດ້ວຍອີກ ໂດຍ
ຄາດວ່າໃນຕະຫລອດປີ 2012 ນີ້ ລາວຈະນໍາເຂົ້ານໍ້າມັນຈາກຕ່າງ ປະເທດເຖິງ 870
ລ້ານລິດ ຫລືເພີ້ມຂຶ້ນເກີນກວ່າ 10% ເມື່ອທຽບກັບປີ 2011.

XS
SM
MD
LG