ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເມືອງຈັນທະບູລີ ໃນນະຄອນຫລວງວຽງຈັນ ມີລາຍໄດ້ສູງສຸດ ໃນລາວ


ລົດຫລູຫລາ ລາຄາແພງ ນຳເຂົ້າຈາກຕ່າງປະເທດ ເພື່ອມາຂາຍໃຫ້ແກ່ ຊາວນະຄອນຫຼວງວຽງຈັນ.
ລົດຫລູຫລາ ລາຄາແພງ ນຳເຂົ້າຈາກຕ່າງປະເທດ ເພື່ອມາຂາຍໃຫ້ແກ່ ຊາວນະຄອນຫຼວງວຽງຈັນ.

ປະຊາຊົນ​ລາວ ທີ່​ອາ​ໄສ​ຢູ່ ໃນ​ເຂດ​ເມືອງ​ຈັນທະ​ບູລີ​ ຂອງ​ນະຄອນ
ຫລວງ​ວຽງ​ຈັນ ຖື​ເປັນ​ກຸ່ມ​ປະຊາກອນ​ທີ່​ມີ​ລາຍ​ໄດ້​ສະ​ເລ່ຍສູງ​ສຸດ​
ໃນ​ລາວ ກໍ​ຄືຫຼາຍກວ່າ 4,850 ດອນ​ລາ​ຕໍ່​ຄົນ ​ໃນ​ແຜນການ​ປີ
2013-2014 ນີ້.

ທ່ານ​ນາງ​ບົວ​ລອນ ວົງ​ດາລາ​ແສນ ​ເຈົ້າ​ເມືອງໆຈັນທະ​ບູລີ ​ໄດ້​
ລາຍ​ງານ​ຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 6 ຂອງ​ຄະນະ​ພັກ​ເມືອງຈັນທະ
​ບູລີ ​ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ​ເປົ້າໝາຍ​ສຳຄັນ​ຂອງ​ການຈັດຕັ້ງປະຕິ
ບັດ​ແຜນການ ​ພັດທະນາປະຈຳປີ 2013-2014 ກໍ​ຄື​ການ​ຊຸກຍູ້​
ໃຫ້ຍອດ​ຜະລິດ​ຕະພັນ​ລວມ (GDP) ​ໃນ​ເຂ​ອ​ເມືອງ​ຈັນທະ​ບູລີ
​ໃຫ້​ມີ​ມູນ​ຄ່າ​ເພີ້​ມຂຶ້ນ​ເປັນ 3,865 ຕື້​ກວ່າ​ກີບ​ ທີ່​ສາມາດ​ຖົວ​ສະ​ເລ່ຍ
​ເປັນ​ລາຍ​ຮັບ​ຂອງ​ປະຊາຊົນ​ລາວ ​ທີ່​ພັກ​ອາ​ໄສຢູ່​ໃນ​ເຂດ​ເມືອງ​ຈັນ
ທະ​ບູລີ ​ໄດ້​ເຖິງ 4,855 ດອນ​ລາ​ຕໍ່​ຄົນ​ຕໍ່ປີ.

ຄອບຄົວຂອງຊາວໄຮ່ຊາວນາ ໃນເຂດຊົນນະບົດ ທີ່ທຸກຍາກ.
ຄອບຄົວຂອງຊາວໄຮ່ຊາວນາ ໃນເຂດຊົນນະບົດ ທີ່ທຸກຍາກ.

​ໂດຍ​ລາຍ​ໄດ້​ສະ​ເລ່ຍຂອງ​ປະຊາຊົນ​ລາວໃນ​ເຂດ​ເມືອງ​ຈັນທະ​ບູລີ
​ໃນ​ລະດັບ​ດັ່ງ​ກ່າວນີ້ ກໍ​ຍັງ​ຖືເປັນ​ລາຍ​ໄດ້​ສະ​ເລ່ຍທີ່​ສູງ​ທີ່​ສຸດ​ທັງ​ໃນ
​ເຂ​ດນະຄອນຫລວງ​ວຽງ​ຈັນ ​ແລະ ​ໃນ​ປະ​ເທດ​ລາວ​ດ້ວຍ ນອກ
ຈາກ​ນີ້ ອຳນາດ​ການ​ປົກຄອງ​ ໃນ​ເຂດ​ເມືອງ​ຈັນທະ​ບູລີ ກໍ​ຍັງ​ຈະ​
ຮັບປະກັນ​ໃນ​ການ​ເຮັດ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ເພີ້​ມຂຶ້ນຢ່າງ
​ໝັ້ນທ່ຽງ​ຕໍ່​ໄປ ທັງ​ຍັງ​ຈະ​ດຳ​ເນີນ​ມາດ​ຕະການໃນ​ທຸກທາງ ​ເພື່ອ​ຮັກ
ສາ​ຄວາມ​ສະຫງົບ​ຮຽບຮ້ອຍ ພາຍ​ໃນ​ສັງຄົມໃຫ້​ໄດ້ ຢ່າງ​ມີ​ປະສິດ
ທິພາບ ດັ່ງ​ທີ່​ທ່ານນາງ ບົວ​ລອນ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“​ເສດຖະກິດ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ລວມຍອດ​ຜະລິດ​ຕະພັນ GDP ​ໃຫ້​ບັນລຸ
3,865 ຕື້​ກວ່າ​ກີບ​ສະ​ເລ່ຍລາຍ​ໄດ້​ຕໍ່​ຄົນ​ຕໍ່​ປີ​ໃຫ້​ໄດ້ 4,855 ດອນ​ລາ ພັດທະນາ​
ຊັບພະຍາກອນ​ມະນຸດ​ ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ​ເພີ້​ມທະວີ​ບົດບາດ ການ​
ນຳພາ​ຂອງ​ອົງຄະ​ນະ​ພັກ ​ເພື່ອ​ຍົກ​ລະດັບ​ການ​ບໍລິການ​ຮັບ​ໃຊ້​ປະຊາຊົນ ການ​ຄຸ້ມ​
ຄອງ​ສັງຄົມ​ດ້ວຍ​ກົດໝາຍ ຂອງ​ການ​ປົກຄອງ​ທຸກຂັ້ນ​ໃຫ້​ມີ​ຄວາມ​ສັກສິດ​ຂຶ້ນ
ດີຂຶ້ນກວ່າເກົ່າ.”

ກ່ອນ​ໜ້າ​ນີ້ ທ່ານ​ສົມ​ວັນ​ດີ ນາ​ຖາ​ວົງ ຮັກສາ​ການ​ເຈົ້າຄອງ​ນະຄອນຫລວງ​ວຽງຈັນ
ຖະ​ແຫລ​ງວ່າ GDP ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ມີ​ມູນ​ຄ່າ​ລວມ​ເຖິງ 15,853 ຕື້​ກີບ
​ໃນ​ຊ່ວງ 6 ​ເດືອນ​ທຳ​ອິດ​ຂອງ​ແຜນການ​ປີ 2013-2014 ນີ້ ຊຶ່ງ​ນອກຈາກ​ຈະ​ຄິດ​ເປັນ
53 ​ເປີ​ເຊັນ ຂອງ​ແຜນການ​ປີ​ແລ້ວ ກໍ​ຍັງ​ສາມ​າດຈະ​ຄາດໝາຍ​ໄດ້​ວ່າ ​ເສດຖະກິດ​ໃນ​
ເຂດ​ນະຄອນຫລວງ​ວຽງ​ຈັນ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນຕາມ​ແຜນການ​ທີ່​ວາງ​ໄວ້ ຄື​ບໍ່​
ຫລຸດ 12.7 ​ເປີ​ເຊັນ​ເມື່ອ​ທ້ຽບ​ໃສ່​ກັບ​ແຜນການ​ປີ 2012-2013 ທີ່​ຜ່ານ​ມາ.

​ໂດຍ​ການ​ຂະ​ຫຍາ​ຍຕົວ​ທາງ​ເສດຖະກິດ ​ໃນ​ອັດຕາ​ສະ​ເລ່ຍດັ່ງກ່າວ​ຈະ​ເຮັດ​ໃຫ້ GDP
​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ​ມີ​ມູນ​ຄ່າ​ລວມ​ເຖິງ 29,912 ຕື້​ກີບ​ ໃນຕະຫລອດ​ແຜນ
ການ​ປີ 2013-2014 ທີ່​ຈະ​ສິ້ນສຸດ​ລົງ​ໃນ​ເດືອນ​ກັນຍາ​ປີ​ນີ້ ​ແ​ລະ​ຈະ​ສາມາດ​ຖົວ​ສະ​ເລ່ຍ
​ເປັນ​ລາຍ​ໄດ້ ຂອງ​ປ​ະຊາ​ຊົນ​ລາວ ​ໃນ​ເຂດ​ນະຄອນ​ຫລວງ​ວຽງ​ຈັນ​ ໄດ້​ເຖິງ 30 ລ້ານ​ກີ​ບ
ຫຼືປະມານ 3,800 ດອນ​ລາ​ຕໍ່​ຄົນ​ຕໍ່​ປີ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ພັດທະນາ​ເສດຖະກິດ ​ໃນ​ເຂດ​ນະຄອນຫລວງ​ວຽງ​ຈັນ ທີ່
ຂະຫຍາຍຕົວ​ເພີ້ມຂຶ້ນດັ່ງ​ກ່າວ​ນີ້ ກໍ​ເຮັດ​ໃຫ້​ລະດັບ​ລາຍ​ໄດ້​ ແລະ​ ສະພາບ​ຊີວິດ​ການ
​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ ທີ່ຢູ່​ໃນ​ເຂດ​ນະຄອນ​ຫລວງວຽງ​ຈັນ ​ແລະ ​ເຂ​ດຕົວ​ເມືອງ
​ກັບ​ເຂດ​ຊົນນະ​ບົດ​ ມີ​ຄວາມ​ແຕກ​ໂຕນ​ກັນຫຼາຍນັບ​ມື້​ດ້ວຍ​ເຊັ່ນ​ກັນ.

ໂດຍ​ລັດຖະບານ​ລາວ​ ໄດ້​ວາງ​ເປົ້າໝາຍ​ ທີ່​ຈະ​ລົບ​ລ້າງ​ບັນຫາ​ຄວາມ​ຍາກຈົນ ຂອງ​
ປະ​ຊາ​ຊົນ​ບັນດາ​ເຜົ່າ ​ໃຫ້​ໄດ້​ໂດຍ​ພື້ນ​ຖານ​ພາຍ​ໃນ​ປີ 2015 ກໍ​ຄື​ການ​ຫລຸດ​ບັນຫາ​
ຄວາມ​ຍາກຈົນ​ ຂອງ​ປະຊາຊົນ​ລາວ ​ລົງ​ສູ່​ລະດັບ​ບໍ່​ເກີນ 10 ​ເປີ​ເຊັນ ຂອງ​ຈຳນວນ​
ຄອບ​ຄົວ​ທັງ​ໝົດ​ໃນ​ປີ 2015 ທັງ​ນີ້​ກໍ​ເພື່ອ​ໃຫ້​ເປັນ​ພື້ນຖານ ​ຮອງ​ຮັບ​ເປົ້າໝາຍ ​ທີ່​
ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ ລັດຖະບານ​ລາວ ຈະ​ນຳພາ​ປະ​ເທດ​ຊາດ​ ໄປ​ສູ່
ການ​ຫລຸດ​ພົ້ນຈາກ​ສະພາບ​ ດ້ອຍ​ພັດທະນາໃຫ້​ໄດ້​ພາຍ​ໃນ​ປີ 2020 ຕໍ່​ໄປ ຊຶ່ງ​ໃນ​
ສະພາ​ບການ​ຕົວ​ຈິງ ກໍ​ຄົງ​ຈະ​ເປັນ​ໄປ​ໄດ້​ຍາກ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ບັນຫາ ທີ່​ກ່ຽງວກັບຄວາມ​ແຕກ​ໂຕນ​ກັນ ​ໃນ​ລະດັບ​ຂອງ​ການ​ພັດທະນາ​ດັ່ງກ່າວ.

ທັງ​ນີ້​ໂດຍຈະ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ ຈາກ​ກໍລະນີ​ຂອງ​ເຂດ​ນະຄອນຫລວງ​ວຽງ​ຈັນ ທີ່​
ປະຊາຊົນ​ມີ​ລາຍ​ໄດ້​ສະ​ເລ່ຍ​ເຖິງ 27 ລ້ານ​ກີບ ຫຼືປະມານ 3,346 ດອນ​ລາ​ຕໍ່​ຄົນ​ ໃນ​
ປັດຈຸບັນ​ນີ້ ຫາກ​ແຕ່​ວ່າ​ສຳ​ລັບ​ປະຊາຊົນ ​ໃນແ​ຂວງ​ຜົ້ງສາລີ ກັບ​ຍັງ​ຄົງ​ມີ​ລາຍ​ໄດ້​ສະເລ່ຍ
ພຽງ 6 ລ້ານກີບ ຫຼື 745 ດອນ​ລາ​ຕໍ່​ຄົນ​ເທົ່າ​ນັ້ນ ​ໃນ​ຂະນະ​ທີ່​ອັດຕາ​ຄວາມ​ຍາກຈົນຂອງ​ ປະຊາຊົນ​ລາວ ​ໃນແຂວງ​ດັ່ງກ່າວ​ກໍ​ຍັງ​ສູງ​ກວ່າ 45 ​ເປີ​ເຊັນ ຂອງ​ປະຊາ​ກອນ​ທັງ​ໝົດ ​ໃນ​
ເວລາ​ນີ້ ​ເພາະສະນັ້ນ ຈຶ່ງ​ເປັນ​ການ​ຍາກ​ຢ່າງ​ຍິ່ງ​ ທີ່​ແຂວງ​ຜົ້ງສາລີ ຈະ​ສາມາດ​ລົບ​ລ້າງບັນ
ຫາ​ຄວາ​ມຍາກຈົນ​ໄດ້ ຕາມ​ເປົ້າໝາຍ​ທີ່​ລັດຖະບານ​ລາວ ​ໄດ້​ກຳນົດ​ໄວ້​ໃນ​ປີ 2015 ດັ່ງກ່າວ.

XS
SM
MD
LG