ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ​ລາວ ​ບໍ່​ເຊື່ອ​ໝັ້ນ​ ໃນ​ຄ່າ​ເງິນ​ກີບ ​ແລ້ວ​ພາກັນ​ຖື ​ຄອງເງິນ​ສະກຸນ​ ຕ່າງປະ​ເທດຫຼາຍຂຶ້ນ


ທຸລະກິດຕ່າງໆໃນລາວ ໄດ້ພາກັນຫັນໄປຖືຄອງເງິນ ສະກຸນຕ່າງປະເທດໄວ້ ເປັນສ່ວນໃຫຍ່ ເພາະບໍ່ເຊື່ອໝັ້ນ
ສະຖຽນລະພາບ ຂອງຄ່າເງິນກີບ.
ທຸລະກິດຕ່າງໆໃນລາວ ໄດ້ພາກັນຫັນໄປຖືຄອງເງິນ ສະກຸນຕ່າງປະເທດໄວ້ ເປັນສ່ວນໃຫຍ່ ເພາະບໍ່ເຊື່ອໝັ້ນ ສະຖຽນລະພາບ ຂອງຄ່າເງິນກີບ.

ປະຊາຊົນ​ລາວ​ບໍ່​ເຊື່ອ​ໝັ້ນ​ໃນ​ຄ່າ​ເງິນ​ກີບ ​ແລະ​ໄດ້​ພາກັນ​ຖື​ຄອງ​
ເງິນ​ສະກຸນ​ຕ່າງປະ​ເທດຫຼາຍຂຶ້ນໂດຍ​ມີ​ສາ​ເຫດມາ​ຈາກ​ການ​ຂາດ
​ດຸນ​ການ​ຄ້າ​ ທີ່​ເຮັດ​ໃຫ້​ທຶນ​ສຳ​ຮອງ​ເງິນ​ຕ່າງປະ​ເທດ​ລົດ​ລົງ​ນັບ​ມື້.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນເປີດເຜີຍວ່າ ລະດັບທຶນສຳຮອງເງິນຕາຕ່າງ
ປະເທດ ຂອງລັດຖະບານລາວ ຍັງຄົງປັບຕົວລົດລົງ ຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເດືອນ
ຕຸລາ 2013 ເປັນຕົ້ນມາ ຈົນເຖິງຂະນະນີ້ ໂດຍມີສາເຫດມາຈາກ ການຂາດດຸນການຄ້າ
ຕ່າງປະເທດ ທີ່ມີມູນຄ່າ ສະສົມຫຼາຍກວ່າ 3,000 ລ້ານດອນລາ ຊຶ່ງເກີນກວ່າແຜນການ
ທີ່ວາງເອົາໄວ້ເຖິງ 5 ເທົ້າແລ້ວ ໃນປັດຈຸບັນນີ້.

ໂດຍຈາກສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ບັນດາຜູ້ປະກອບ ທຸລະກິດຕ່າງໆໃນລາວ
ໄດ້ພາກັນຫັນໄປຖືຄອງເງິນ ສະກຸນຕ່າງປະເທດໄວ້ ເປັນສ່ວນໃຫຍ່ ເພາະບໍ່ເຊື່ອໝັ້ນ
ສະຖຽນລະພາບ ຂອງຄ່າເງິນກີບ ໃນລະຍະຍາວ ແລະຜົນທີ່ຕາມມາກໍຄືອັດຕາເງິນເຟີ້
ໃນລາວຍັງສູງກວ່າທຸກປະເທດ ໃນກຸ່ມອາຊ່ຽນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນ
ກະຊວງການເງິນ ໄດ້ໃຫ້ການຢືນຢັນວ່າ:

“ອັດຕາເງິນເຟີ້ຂອງພວກເຮົາ ຖ້າທຽບໃສ່ຫຼາຍປະເທດແລ້ວ ກໍຖືວ່າ ຍັງສູງຢູ່
ເສດຖະກິດມະຫາພາກນີ້ ຍັງບໍ່ໜັກແໜ້ນ ປະຊາຊົນກະຍັງ ເຊື່ອຖືເງິນຕາ
ຕ່າງປະເທດຫັ້ນ ເປັນສະກຸນທີວາມີຄາ ແລະການ ປະຕິບັດ ມາດຕະການຕໍ່
ຜູ້ລະເມີດນີ້ ກໍຍັງບໍ່ທັນເຂັ້ມງວດ.”

ແມ່ຄ້າ ຂາຍສິນຄ້າຜົນລະປູກຕ່າງໆ ຢູ່ທີ່ຕະຫລາດແຫ່ງນຶ່ງ ໃນລາວ.
ແມ່ຄ້າ ຂາຍສິນຄ້າຜົນລະປູກຕ່າງໆ ຢູ່ທີ່ຕະຫລາດແຫ່ງນຶ່ງ ໃນລາວ.

ໂດຍໃນລະຍະ 6 ເດືອນທ້າຍປີ 2014 ອັດຕາເງິນເຟີ້ໃນລາວ
ໄດ້ປັບຕົວສູງຂຶ້ນເກີນກວ່າ 7 ເປີເຊັນ ແລະໃນຂະນະດຽວກັນ
ບັນຫາສິນຄ້າລາຄາແພງ ກໍຍັງເຮັດໃຫ້ດັດຊະນີລາຄາຜູ້ບໍລິໂພກ
ເພີ້ມຂຶ້ນເປັນ 125.5 ເປີເຊັນ ສ່ວນການຂາດດຸນການຄ້າຕ່າງ
ປະເທດ ກໍເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດ ຂອງລັດຖະ
ບານລາວ ໃນປັດຈຸບັນຍັງເຫຼືອ ໃນມູນຄ່າເທົ່າກັບການນຳເຂົ້າ
ສິນຄ້າຈາກຕ່າງປະເທດໄດ້ພຽງ 2 ເດືອນເທົ່ານັ້ນ ໃນຂະນະທີ່
ມາດຕະຖານຂັ້ນຕ່ຳ ຂອງສາກົນນັ້ນ ທຶນສຳຮອງເງິນຕາຕ່າງ
ປະເທດ ຈະຕ້ອງມີມູນຄ່າ ບໍ່ນ້ອຍກວ່າ 7 ເດືອນ ຂອງການນຳ
ເຂົ້າສິນຄ້າຈາກຕ່າງປະເທດ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງອຸດສາຫະກຳ ແລະການຄ້າ ກໍໄດ້ຍອມຮັບວ່າ
ລາຄາສິນຄ້າອຸບປະໂພກ ແລະບໍລິໂພກໄດ້ປັບຕົວ ສູງຂຶ້ນຢ່າງຕໍ່ເນື່ອງ ໂດຍນັບຈາກ
ກາງເດືອນພະຈິກ 2014 ເປັນຕົ້ນ ມານັ້ນ ປາກົດວ່າ ລາຄາສິນຄ້າໄດ້ປັບຕົວສູງຂຶ້ນເກີນ
ກວ່າ 50 ເປີເຊັນ ແລ້ວໂດຍສະເພາະແມ່ນເຂດນະຄອນຫຼວງວຽງຈັນນັ້ນ ຖືເປັນເຂດທີ່
ສິນຄ້າໄດ້ປັບລາຄາສູງຂຶ້ນກວ່າເຂດອື່ນໆ ຕົວຢ່າງເຊັ່ນ ຜັກຫອມບົ່ວ ລາຄາເພີ້ມຂຶ້ນ
ຈາກ 10,000 ກີບເປັນ 15,000 ກີບຕໍ່ກິໂລກຣາມ ແລະໝາກເຜັດເພີ້ມຈາກ 14,000 ກີບ ຂຶ້ນເປັນ 20,000 ກີບຕໍ່ກິໂລກຣາມ.

ສ່ວນລາຄາຊີ້ນສັດນັ້ນ ກໍແພງກວ່າຢູ່ໃນປະເທດໄທເກີນກວ່າ 50 ເປີເຊັນ ຊີ້ນງົວກິໂລ
ກຣາມລະ 75,000 ກີບ ຫຼື 300 ບາດ ແລະ ຊີ້ນໝູ-ເປັດ-ໄກ່ ລາຄາ 40,000 ກີບ ຫຼື
160 ບາດຕໍ່ກິໂລກຣາມ ແຕ່ຢູ່ໃນໄທຈະຂາຍບໍ່ເກີນ 220 ບາດ ແລະ 110 ບາດ ຕໍ່ກິໂລ
ກຣາມ ຕາມລຳດັບ ໂດຍທາງການລາວກໍບໍ່ສາມາດ ທີ່ຈະຄວບຄຸມລາຄາ ໄດ້ເລີຍ ດັ່ງ
ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຍອມຮັບວ່າ:

“ເລື້ອງອັນສິນຄ້າ ແຕ່ລະຕະຫລາດມີການຫລຸດໂຕນກັນຫຼາຍນັ້ນ ໂດຍສະເພາະ
ແລ້ວ ຕາມກົດເກນລາຄາ ລະແມ່ນການສະໜອງກັບ ຄວາມຕ້ອງການມັນບໍ່
ດຸ່ນດ່ຽງກັນ ບ່ອນມີຫຼາຍ ບ່ອນມີນ້ອຍ ສະນັ້ນ ມັນກະເປັນທຳມະດາ ແຕ່ວ່າເຮົາ
ກໍຕ້ອງໄດ້ມີການດັດສົມ ບັດນີ້ມາດຕະການດັດສົມ ເຮັດແນວໃດ ຕິດລາຄາໃຫ້ ຄືກັນເພື່ອໃຫ້ສັງຄົມນີ້ ຊ່ວຍຄຸ້ມຄອງ ແລະກວດກາ ກະຄືດຽວນີ້ແຫລະ ເຂົ້າເຈົ້າ
ເຫັນມັນຜິດ ປົກກະຕິ ເຂົາກໍເອີ້ນພວກເຮົາ ກະພາກລັດມາແກ້ໄຂໃຫ້.”

ໂດຍສະພາບການດດັ່ງກ່າວນີ້ ກໍໄດ້ສົ່ງຜົນກະທົບຕໍ່ ປະຊາຊົນລາວ ຢ່າງກວ້າງຂວາງ
ເນື່ອງຈາກລາຍໄດ້ຍັງຄົງເດີມ ແຕ່ກັບຕ້ອງແບກຮັບ ສະພາວະການຄອງຊີບ ທີ່ເພີ້ມສູງ
ຂຶ້ນຈາກເດີມເກີນກວ່າ 50 ເປີເຊັນ ທັງນີ້ ໂດຍສະເພາະແມ່ນບັນດາ ກຳມະກອນຜູ້ອອກ
ແຮງງານ ທີ່ມີລາຍໄດ້ຕ່ຳ ແລະປະຊາຊົນລາວ ທີ່ຢູ່ເຂດຊົນນະບົດນັ້ນ ຖືເປັນກຸ່ມປະຊາ ກອນທີ່ໄດ້ຮັບຜົນກະທົບ ຈາກສະພາວະດັ່ງກ່າວນີ້ ຢ່າງໜັກໜ່ວງທີ່ສຸດ ເນື່ອງຈາກເປັນ
ກຸ່ມປະຊາກອນ ທີ່ມີຖານະຍາກຈົນນັ້ນເອງ.

XS
SM
MD
LG