ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກລາວ ສັ່ງໂຈະ ການກໍ່ສ້າງຕຶກ ສໍານັກງານ ຂອງ ລັດຖະບານ ທົ່ວປະເທດ


ພິທີວາງສິລາເລິກ ໂຄງການກໍ່ສ້າງ ອາຄານ ສໍານັກງານ ຂອງລັດຖະ
ບານລາວ
ພິທີວາງສິລາເລິກ ໂຄງການກໍ່ສ້າງ ອາຄານ ສໍານັກງານ ຂອງລັດຖະ ບານລາວ
ນາຍົກລັດຖະມົນຕີລາວ ມີ​ຄໍາ​ສັ່ງ​ໃຫ້​ໂຈະ​ບັນດາ​ໂຄງການ​ກໍ່ສ້າງ​
ອາຄານ​ສໍານັກງານ​ຂອງ ລັດຖະບານ​ໃນ​ທົ່ວ​ໄປ​ເທດ ​ເນື່ອງ​ຈາກ​
ລັດຖະບານ​ກໍາລັງ​ປະ​ເຊີນ​ບັນຫາ​ຂາດ​ແຄນ​ງົບປະມານ​ຢ່າງ​ໜັກ
ໜ່ວງ.


ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ​ກະຊວງ​ແຜນການແລະ​ການ​ລົງທຶນ ​ໄດ້ຖະ​ແຫຼ​ງ ຢືນຢັນ​ວ່າ ທ່ານທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ມີ​ຄໍາ​ສັ່ງ​ໄປທຸກໆ​ໜ່ວຍ​ງານ​ຂອງ​ລັດຖະບານ​ໃນ​ທົ່ວ​ປະ​ເທດ ​ເພື່ອ​ໃຫ້​ໂຈະ​ຫຼື​ຢຸດ​ເຊົາ​ການ​ດໍາ​ເນີນ​ໂຄງ ການ​ກໍ່ສ້າງ​ອາຄານ​ສໍານັກງານ​ແລະ​ສິ່ງ​ປຸກ​ສ້າງ​ທຸກ​ໂຄງການ​ທີ່ຢູ່​ພາຍ​ໃຕ້​ແຜນການ​ແປງ​ຊັບ​ສິນ​ເປັນ​ທຶນ​ຢ່າງ​ເປັນ​ທາງ​ການ​ແລ້ວ​ໃນ​ຂະນະ​ນີ້.

​ໂດຍສາ​ເຫດ​ສໍາຄັນ ທີ່​ເຮັດ​ໃຫ້​ນາຍົກລັດຖະມົນຕີລາວ​ຕ້ອງ​ອອກ​ຄໍາ​ສັ່ງ​ດັ່ງກ່າວ​ ກໍ​ຍ້ອນ​ວ່າ ລັດຖະບານ​ລາວ​ກໍາລັງ​ປະ​ເຊີ​ນກັບ​ບັນຫາ​ຂາດ​ແຄນ​ທາງ​ດ້ານ​ງົບປະມານ​ລາຍ​ຈ່າຍ​ຢ່າງ​ໜັກ ໜ່ວງ ຊຶ່ງ​ກໍ​ເປັນ​ຜົນ​ທີ່​ສືບ​ເນື່ອງ​ມາ​ຈາກ​ການຈັດ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​ເປົ້າ ໝາຍ​ທີ່​ວາງ​ໄວ້ ​ໃນ​ຂະນະ​ທີ່​ໃນ​ດ້ານ​ລາຍ​ຈ່າຍ​ກັບ​ເພີ່ມ​ຂຶ້ນນັບ​ມື້ ​ເພາະສະ​ນັ້ນ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເປັນ ບັນຫາ​ວິ​ກິດ​ການ​ ດ້ານ​ງົບປະມານໃນ​ລະຍະ​ຕໍ່​ໄປ ຈຶ່ງ​ຈໍາ​ເປັນ​ຕ້ອງ​ມີ​ການ​ປະຕິບັດ​ຕາມ​ຄໍາ​ສັ່ງ ດັ່ງກ່າວ​ຢ່າງ​ເຂັ້ມ​ງວດ ດັ່ງ​ທີ່​ທ່ານ​ສົມ​ດີ ດວງ​ດີ ​ໄດ້​ໃຫ້ ການ​ຊີ້​ແຈງ​ວ່າ:

“​ໂຄງການ​ໃດ​ທີ່​ບໍ່​ທັນ​ໄດ້​ຕົກລົງ ທີ່​ບໍ່​ທັນ​ໄດ້​ດໍາ​ເນີນ​ການ ຊຶ່ງ​ຕາມ​ລະບຽບ​ການ​ນີ້ ກະ​ຍັງ​ບໍ່​ທັນ​ໄດ້​ເຮັດ ​ແລ້ວກະກາ​ນສ້າງ​ເທດສະບານ​ນີ້​ ກະ​ຕ້ອງ​ໄດ້​ສ້າງ ​ແຕ່​ວ່າ​ກະ​ຕ້ອງ​ໄດ້​ອິງ​ໃສ່​ຄວາມ​ສາມາດ​ທາງດ້ານ​ທຶນຮອນ​ຂອງ​ພວກ​ເຮົາ ວ່າ​ມີ​ຄວາມ​ສາມາດ​ສໍ່າ​ໃດ ອິງ​ໃສ່​ວ່າ​ທຶນ ຮອນ​ຂອງ​ລັດ​ເຮົາ​ນີ້ ມັນ​ກະ​ບໍ່ຫຼວງ​ຫຼາຍ ​ເຮົາ​ສິສ້າງ​ໄປ​ຫຼາຍ​ນີ້ ກະລັດຖະບານ ກະ​ຍັງ​ມີ ພັນທະ​ໃນ​ການ​ໃຊ້​ຈ່າຍແນວ​ອື່ນໆ​ອີກ ບໍ່​ແມ່ນ​ພຽງ​ແຕ່​ການ​ລົງທຶນ​ເທົ່າ​ນັ້ນ.”

ກ່ອນ​ໜ້ານີ້ ທ່ານທອງ​ສິງ ກໍ​ໄດ້​ເນັ້ນ​ຢໍ້າຕໍ່​ກອງ​ປະຊຸມ​ວ່າ​ດ້ວຍ​ແຜນການ​ພັດທະນາ​ເສດ ຖະກິດ ​ແລະ​ສັງຄົມ ​ໃນ​ສົກ​ປີ 2013-2014 ທີ່​ມີ​ບັນດາ​ລັດຖະມົນຕີ ​ແລະ​ເຈົ້າໜ້າ​ທີ່ຂັ້ນ​ສູງ​ຂອງ​ລັດຖະບານ​ທົ່ວ​ປະ​ເທດ​ເຂົ້າຮ່ວມ​ໃນ​ກອງ​ປະຊຸມ ​ເມື່ອ​ບໍ່​ດົນ​ມາ​ນີ້ ວ່າ​ທຸກ​ພາກ ສ່ວນ​ຈະ​ຕ້ອງ​ຮ່ວມ​ກັນ​ດໍາ​ເນີນ​ມາດ​ຕະການ​ຄວບ​ຄຸມ​ການ​ໃຊ້​ຈ່າຍ​ງົບປະມານ​ຢ່າງ​ເຂັ້ມ​ງວດ ທັງ​ຍັງ​ຈະ​ຕ້ອງ​ໃຊ້​ຈ່າຍ​ງົບປະມານ​ຢ່າງ​ມີ​ປະສິດທິ​ຜົນ​ຕາມ​ແຜນການ​ເປົ້າໝາຍ​ທີ່​ວາງ​ເອົາ​ໄວ້ ອີກ​ດ້ວຍ.

ຮູບຈໍາລອງ ຂອງຕຶກສໍານັກງານແຫ່ງນຶ່ງຂອງລັດຖະບານລາວ
ຮູບຈໍາລອງ ຂອງຕຶກສໍານັກງານແຫ່ງນຶ່ງຂອງລັດຖະບານລາວ

ທັງ​ນີ້ ກໍ​ເນື່ອງ​ຈາກ​ວ່າການ​ໃຊ້​ຈ່າຍ​ງົບ​ປະ​ມານ​ທີ່​ບໍ່​ເປັນ​ໄປ​ຕາມ​
ແຜນການ​ທີ່ວາງ​ໄວ້​ໃນ​ລະຍະ​ທີ່​ຜ່ານ​ມາ​ນັ້ນ ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​
ພາລະ​ໜີ້​ສິນ​ຂອງ​ລັດຖະບານ​ລາ​ວ​ເພີ່ມ​ຂຶ້ນຢ່າງຕໍ່​ເນື່ອງແລ​ະ​ໃນ​
ຂະນະ​ດຽວ​ກັນ ກໍ​ຍັງ​ປາກົດ​ວ່າການຈັດ​ເກັບ​ລາຍ​ຮັບ​ເຂົ້າງົບປະ
ມານ​ກໍ​ບໍ່​ເປັນ ​ໄປ​ຕາມເປົ້າໝາຍ​ ທີ່​ວາງ​ໄວ້​ດ້ວຍ​ນັ້ນ ກໍ​ເຮັດ​ໃຫ້​
ລັດຖະບານ​ລາ​ວມີ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ ທີ່​ຈະຕ້ອງ​ປະ​ເຊີນ​ກັບ​ວິ​
ກິດ​ການ​ດ້ານ​ງົບປະມານ​ໄດ້​ທຸກ​ເມື່ອ ຖ້າ​ຫາກ​ວ່າ​ທຸກ​ພາກສ່ວນ​
ຂອງ​ລັດຖະບານ​ ບໍ່​ເຂັ້ມ​ງວດ​ ໃນ​ການ​ໃຊ້​ຈ່າຍ​ງົບປະມານ​ ຢ່າງ​
ຈິງ​ຈັງ. ​

ໂດຍ​ສໍາລັບ​ມາດ​ຕະການ​ທີ່​ນາຍົກລັດຖະມົນຕີ​ລາວ​ໄດ້​ເນັ້ນ​ຢໍ້າ​ເປັນ​ພິ​ເສດ​ທີ່​ທຸກ​ພາກ ສ່ວນ​ຂອງ​ລັດຖະບານ​ຈະ​ຕ້ອງ​ປະຕິບັດ​ຢ່າງ​ເຂັ້ມງວດ​ໃນ​ລະຍະ​ຕໍ່​ໄປ​ນີ້ ກໍ​ຄື​ການ​ບໍ່​ສ້າງ​ໜີ້​ສິນໃໝ່ ​ແລະ​ໂຈະ​ການ​ຊໍາລະ​ໜີ້​ ທີ່ເກີດ​ຈາກ​ໂຄງການ​ພັດທະນາ​ຕ່າງໆ ທີ່​ພາກ​ເອກ​ກະ​ຊົນ​ລົງທຶນ​ໃຫ້​ກ່ອນ​ເປັນ​ການ​ຊົ່ວ​ຄາວ ​ແລະ​ພ້ອມ​ກັນ​ນັ້ນ ທຸກ​ພາ​ກສ່ວນ​ຂອງ​ລັດຖະ ບານ​ກໍ​ຍັງ​ຈະ​ຕ້ອງ ​ເລັ່ງການຈັດ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ແຜນ​ການອີກ​ດ້ວຍ. ​

ໂດຍ​ໃນ​ແຜນການ​ປີ 2013-2014 ນີ້ ລັດຖະບານ​ລາ​ວ​ໄດ້​ວາງ​ເປົ້າໝາຍ​ຈະ​ຊຸກຍູ້​ໃຫ້​ເສດ​ຖະກິດ​ແຫ່ງ​ຊາດ​ຂະຫຍາຍຕົວ ​ເພີ່ມ​ຂຶ້ນ​ໃນ​ອັດຕາ​ສະ​ເລ່ຍບໍ່​ຕໍ່າ​ກວ່າ 8.3% ທຽບ​ກັບ​ແຜນ ການ​ປີ 2012-2013 ​ແຕ່​ວ່າການ​ທີ່​ຈະບັນລຸ​ເປົ້າໝາຍ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​ຈໍາ​ເປັນ ຈະ​ຕ້ອງ​ລະດົມ​ການ​ລົງທຶນ​ໃຫ້ໄດ້​ໃນ​ມູນ​ຄ່າ​ລວມບໍ່​ໜ້ອຍ​ກວ່າ 30,100 ຕື້​ກີບ ຫຼື​ປະມານ 3,760 ລ້ານ​ໂດ​ລ່າ.

ຫາກ​ແຕ່​ລັດຖະບານ​ລາວ​ກໍ​ຄາດ​ວ່າ​ຈະ​ສາມາດ​ປະກອບສ່ວນ​ໄດ້​ພຽງ 10.9% ຂອງ​ເງິນ​ທຶນ​ທັງ​ໝົດດັ່ງກ່າ​ວ​ເທົ່າ​ນັ້ນ ໝາຍ​ຄວາມ​ວ່າ​ໃນ​ສ່ວນ​ທີ່​ເຫຼືອ​ເຖິງ 89.1% ນັ້ນ ກໍ​ຈະ​ຕ້ອງລະດົມ ຈາກ​ພາກ​ເອກ​ກະ​ຊົນ ທັງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ​ເປັນ​ຫຼັກ ຊຶ່ງ​ກໍ​ລວມ​ເຖິງ​ການ​ຂໍການ​ຊ່ວຍ​ເຫຼືອລ້າ​ຈາກ​ຕ່າງປະ​ເທດ​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່ 60​0 ລ້ານ​ໂດ​ລ່າ ດ້ວຍ.
XS
SM
MD
LG