ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະຊາຊົນລາວໄດ້ຮັບ ຄວາມເສຍຫາຍ ຈາກໄພພິບັດ ຫລາຍຂຶ້ນທຸກປີ


ປ່າໄມ້ແຫ່ງນຶ່ງທີ່ໄດ້ຖືກທໍາລາຍຍ້ອນການຕັດໄມ້ ຊຶ່ງເປັນສາເຫດ
ພາໃຫ້ເກີດໄພແຫ້ງແລ້ງ ແລະນໍ້າຖ້ວມເພີ້ມຫລາຍຂຶ້ນທຸກປີໃນລາວ
ປ່າໄມ້ແຫ່ງນຶ່ງທີ່ໄດ້ຖືກທໍາລາຍຍ້ອນການຕັດໄມ້ ຊຶ່ງເປັນສາເຫດ ພາໃຫ້ເກີດໄພແຫ້ງແລ້ງ ແລະນໍ້າຖ້ວມເພີ້ມຫລາຍຂຶ້ນທຸກປີໃນລາວ

ເຈົ້າໜ້າທີ່​ຂັ້ນ​ສູງ​ຂອງ​ລາວ​ຍອມຮັບວ່າ ​ປະຊາຊົນ​ລາວ​ໄດ້​ຮັບຄວາມ​ເສຍ​ຫາຍຫລາຍ​ຂຶ້ນ​ ຈາກ​ການ​ທີ່​ຈະ​ຕ້ອງ​ປະ​ເຊີນ​ກັບ​ໄພພິບັດ​ທາງ​ທໍາ​ມະ​ຊາດ​ທັງ​ໄພ​ແຫ້ງ​ແລ້ງ ​ແລະ​ໄພ​ນໍ້າ​ຖ້ວມ ​ຢ່າງໜັກ​ເປັນ​ປະ​ຈໍາ ​ໃນ​ທຸກ​ປີ.

ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ​ກະຊວງ​ກະສິກໍາ-ປ່າ​ໄມ້​ລາວໃຫ້ການ​ຍອມຮັບວ່າ​ ປະຊາຊົນ​ລາວ​ໄດ້ຮັບຜົນເສຍ​ຫາຍ​ຈາກ​ໄພພິບັດ​ທໍາ​ມະ​ຊາດຫຼາຍ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ໄລຍະ 10 ປີ​ມາ​ນີ້​. ໂດຍສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ປະຊາຊົນ​ລາວ​ຕ້ອງ​ສູນ​ເສຍ​ຫລາຍ​ທີ່​ສຸດ​ນັ້ນ​ກໍຄື: ​ໄພ​ນໍ້າ​ຖ້ວມ, ​ໄພ​ແຫ້ງ​ແລ້ງ ​ແລະ​ໄພ​ຈາກ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຕິດ​ຕໍ່ທັງ​ໃນ​ຄົນ ​ແລະສັດ.

ຜົນກະທົບຂອງໄພຄວາມແຫ້ງແລ້ງທີ່ພາໃຫ້ບໍ່ມີນໍ້າ ເພື່ອເຮັດນາໃນລາວ
ຜົນກະທົບຂອງໄພຄວາມແຫ້ງແລ້ງທີ່ພາໃຫ້ບໍ່ມີນໍ້າ ເພື່ອເຮັດນາໃນລາວ

ອີງ​ຕາມ​ຂໍ້​ມູນ​ຂອງ​ກະຊວງ​ກະສິ
ກໍາ-ປ່າ​ໄມ້​ລາວໄດ້​ລະບຸ​ວ່າ ​ສະ
ເພາະ​ໄພ​ນໍ້າ​ຖ້ວມ ​ແລະ​ໄພ​ແຫ້ງ
ແລ້ງ​ນັ້ນ​ໄດ້​ເຮັດ​ໃຫ້​ກະສິກອນ​
ລາວ​ຕ້ອງ​ສູນ​ເສຍ​ຜົນ​ຜະລິດ
ເຂົ້າ​ໄປ​ໃນ​ປະລິມານ​ສະ​ເລ່ຍ​ເຖິງ
30,000 ​ໂຕນ​ໃນ​ແຕ່ລະ​ປີ.
ສ່ວນ​ການ​ແຜ່​ລະບາດ​ຂອງ​ພະ
ຍາດ​ຕິດ​ຕໍ່​ຕ່າງໆນັ້ນ ​ກໍຍັງ​ເຮັດ
ໃຫ້​ເກີດ​ບັນຫາ​ຂາດ​ແຄນ​ຊີ້ນ​ສັດ
ຈົນ​ຕ້ອງ​ນໍາ​ເຂົ້າ​ຈາກ​ຕ່າງປະ
ເທດ​ເພື່ອ​ຕອບ​ສະໜອງຄວາມ​ຕ້ອງການ​ບໍລິ​ໂພ​ກພາຍ​ໃນ​ປະ​ເທດ​ໃຫ້​ໄດ້​ຢ່າງ​ພຽງພໍ.

ຍິ່ງໄປ​ກວ່າ​ນັ້ນ, ​ໄພ​ພິບັດ​ທໍາ​ມະ​ຊາດ​ຍັງ​ໄດ້​ສົ່ງ​ຜົນ​ກະທົບຕໍ່​ເນື່ອງ​ເຮັດ​ໃຫ້​ເກີດ​ໂຣກ​ຕິດ​ຕໍ່​ໃນ​ຄົນ​ລາ​ວຢ່າງ​ກວ້າງຂວາງ, ​ທັງ​ຍັງ​ຍາກ​ຕໍ່​ການ​ຟື້ນ​ຟູ​ໃຫ້​ກັບ​ຄືນ​ສູ່​ສະພາວະ​ປົກກະຕິ​ອີກ​ດ້ວຍ​ເຊັ່ນ: ກໍລະນີ​ພາຍຸ​ໂຊນຮ້ອນ​ເກດສະໜາທີ່​ເກີດ​ຂຶ້ນ​ໃນ​ເຂດ​ແຂວງ​ພາກ​ໃຕ້​ຂອງ​ລາວ​ ເມື່ອ​ເກືອບ 3 ປີ​ ກ່ອນ​ນັ້ນ. ​ມາ​ເຖິງ​ປະຈຸ​ບັນ​ນີ້​ ກໍຍັງບໍ່​ສາມາດ​ຟື້ນ​ຟູ​ໃຫ້​ກັບ​ຄືນ​ສູ່​ສະພາວະ​ປົກກະຕິ​ໄດ້​ເລີຍ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນ​ສູງ​ຄົນ​ດັ່ງກ່າວ​ໄດ້​ຊີ້​ແຈງ​ວ່າ:

“ສະພາບການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດ ກໍ​ຄື​ໄພພິບັດ​ໄດ້​ເກີດ ຂຶ້ນ ນັບ​ມື້​ນັບ​ຖີ່ ຂຶ້ນ ປີຜ່ານມາ​ນີ້​ຢູ່ ສປປ ລາວ​ ເຮົາກໍ​ໄດ້​ມີ​ນໍ້າຖ້ວມ,​ ແຫ້ງ​ແລ້ງ, ດິນ​ຊຸດ ​ແລະ ເຮັດ​ໃຫ້​ມີ​ດິນ​ເຊາະ​ເຈື່ອນ ແລ້ວ​ພະຍາດ​ລະ​ບາດ​ເຮັດ​ໃຫ້​ມີ​ການສູນ​ເສຍ​ທັງ​ຊີວິດ, ຊັບ​ສິນ​ຫລາຍ​ພໍ​ສົມຄວນ. ການ​ສືບ​ຕໍ່​ຊ່ວຍ​ເຫລືອ​ຟື້ນ​ຟູ​ຜູ້​ຖືກ​ເຄາະຮ້າຍຈາກ​ພະຍຸ​ເກດສະໜາຍັງດໍາ​ເນີນ​ຕໍ່​ໄປ​ຢູ່ ​ເພາະວ່າ​ຫລັງ​ຈາກ​ໄພ​ນໍ້າ​ຖ້ວມແລ້ວ​ຈາກ​ນັ້ນ ​ກໍ​ມພະຍາດ​ລະ​ບາດ ​ແລະກໍ​ແຫ້ງ​ແລ້ງ​ຕື່ມ​ອີກ.

ລັດຖະບານສະຫະລັດ ບໍລິຈາກເຂົ້າໃຫ້ແກ່ລາວ ເພື່ອຊ່ວຍ ຟື້ນຟູຊີວິດການເປັນຢູ່ຂອງພວກທີ່ ໄດ້ຮັບເຄາະຮ້າຍຈາກໄພພິບັດ ໃນທ້າຍປີ 2010.
ລັດຖະບານສະຫະລັດ ບໍລິຈາກເຂົ້າໃຫ້ແກ່ລາວ ເພື່ອຊ່ວຍ ຟື້ນຟູຊີວິດການເປັນຢູ່ຂອງພວກທີ່ ໄດ້ຮັບເຄາະຮ້າຍຈາກໄພພິບັດ ໃນທ້າຍປີ 2010.

ເຈົ້າໜ້າທີ່​ຂັ້ນ​ສູງ​ຂອງ​ລາວ​ຍັງ​ໄດ້​ໃຫ້ການ​ຍອມຮັບອີກດ້ວຍ​ວ່າ​ ສາ​ເຫດ​ສໍາຄັນ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ປະ​ເຊີນກັບ​ບັນຫາ​ໄພພິບັດ​ທໍາ​ມະ​ຊາດ​ຫລາຍ​ຂຶ້ນ​ນັ້ນ​ກໍ​ຄື​: ການ​ຕັດ​ໄມ້​ທໍາລາຍ​ປ່າ​ທີ່ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ​ໃນ​ທົ່ວປະ​ເທດ​
ລາວ ​ເຊິ່ງກໍ​ຈະ​ເຫັນ​ໄດ້​ຈາກລະ
ດັບ​ຄວາມໜາ​ແໜ້ນຂອງ​ປ່າ​ໄມ້
ໃນ​ລາວ​ທີ່​ຫລຸດ​ລົງຈາກ​ 47%
ໃນ​ປີ 1992 ມາ​ເປັນ​ບໍ່​ເຖິງ
40% ຂອງ​ພື້ນ​ທີ່​ທັງໝົດຂອງ
ປະ​ເທດ​ລາວ​ໃນ​ປັດຈຸ​ບັນ​ນີ້.

ສ່ວນ​ກ່ຽວກັບ​ມາດ​ຕະການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນນີ້ ທາງ​ກະຊວງ​ກະສິກຳ​-ປ່າ​ໄມ້ລາວ ກໍ​ໄດ້​ປະກາດ​ເປົ້າໝາຍທີ່​ຈະ​ປູກ​ຕົ້ນ​ໄມ້ ​ເພື່ອ​ເພີ້ມລະດັບ​ຄວາມໜາ​ແໜ້ນຂອງ​ປ່າ​ໄມ້​ໃຫ້​ໄດ້​ເຖິງ 52% ​ໃນ​ປີ 2015 ​ແລະ​ເພີ້ມຂຶ້ນ​ເປັນ 70% ຂອງ​ພື້ນທີ່​ທັງ ໝົດ​ໃນ​ປີ 2020. ພ້ອມ​ກັນ ນັ້ນ ກໍ​ຈະ​ດໍາ​ເນີນ ​ແລະ​ກໍ່ສ້າງ​ຄອງ​ຊົນລະປະທານ ​ເພື່ອ​ຕອບ​ ສະໜອງນໍ້າ ​ໃຫ້​ແກ່​ພື້ນທີ່ ການ​ກະ​ເສດ​ໃຫ້​ໄດ້​ເພີ້ມຂຶ້ນຈາກ 178 ພັນ​ເຮັກຕາ​ໃນ​ປັດຈຸບັນ ​ເປັນ 450 ພັນ​ເຮັກຕາ ​ໃນ​ປີ 2015 ​ແລະ​ໃນ​ນີ້ ​ເປັນ​ນາ​ປູກເຂົ້າບໍ່ໜ້ອຍກວ່າ 3 ​ແສນ​ເຮັກຕາ.


ທ່ານນາງ Karen Steward ເອກອັກຄະລາດຖະທູດ ສະຫະລັດ ປະຈໍາລາວ ມອບອາຫານຊ່ວຍເຫລືອ ແກ່ບັນດາຄູອາຈານ ແລະນັກ ຮຽນຊັ້ນປະຖົມ ໃນແຂວງຄໍາມ່ວນ
ທ່ານນາງ Karen Steward ເອກອັກຄະລາດຖະທູດ ສະຫະລັດ ປະຈໍາລາວ ມອບອາຫານຊ່ວຍເຫລືອ ແກ່ບັນດາຄູອາຈານ ແລະນັກ ຮຽນຊັ້ນປະຖົມ ໃນແຂວງຄໍາມ່ວນ

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນື່ອງ​ຈາກ​ວ່າການ​ຟື້ນ​ຟູ ​ແລະກໍ່ສ້າງ​ຄອງ​ຊົນລະປະທານ​ຕາມ​ແຜນການ​ດັ່ງກ່າວນີ້​ຈະ​ຕ້ອງ​ໃຊ້​ງົບປະມານ​ຢ່າງຫລວງຫລາຍ, ​ໃນ​ຂະ​ນະ​ທີ່​ລັດຖະບານ​ລາວ​ກໍ​ມີ​ງົບປະມານ​ຢ່າງ​ຈໍາກັດ​ດ້ວຍ​ແລ້ວ ຈຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ຈໍາ​ເປັນ​ຕ້ອງ​ເພິ່ງ​ພາ​ການ​ຊ່ວຍ​ເຫລືອ​ຈາກ​ຕ່າງປະ​ເທດ​ເປັນ​ດ້ານ​ຫລັກ ​ເຊິ່ງ​ໃນ​ນີ້ກໍ​ລວມ​ເຖິງ​ການ​ຄາດ​ຫວັງ​ວ່າ​ຈະ​ໄດ້ຮັບການ​ຊ່ວຍ​ເຫລືອ​ຈາກ​ສະຫະລັດ​ຫລາຍ​ຂຶ້ນ​ດ້ວຍ ​ເຊິ່ງຕໍ່​ກໍລະນີ​ດັ່ງກ່າວ​ນີ້ ກໍ​ມີ​ລາຍ​ງານ​ຈາກ​ສະຖານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ນະ​ຄອນ​ຫລວງ​ວຽງຈັນ​ວ່າ ທາງ​ການ​ສະຫະລັດ​ໂດຍ​ກອງ​ບັນຊາ​ການ​ກອງທັບ​ປະ​ຈໍາ​ພາກ​ພື້ນ​ປາຊີ​ຟິກ​ໄດ້​ໃຫ້ການ​ຊ່ວຍ​ເຫລື​ອ​ແກ່​ລາວ​ໃນ​ດ້ານ​ມະນຸດສະ​ທໍາ​ສໍາລັບ​ແຜນການ​ປີ 2010- 2011 ນີ້ ​ຄິດ​ເປັນມູນ​ຄ່າ​ຫລາຍ​ກວ່າ 2.1ລ້ານ​ໂດ​ລາ. ນອກຈາກ​ນັ້ນ ທາງ​ການ​ສະຫະລັດ ​ກໍ​ຍັງ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ໃນ​ການ​ກໍ່ສ້າງໂຮງຮຽນປະຖົມ​ຢູ່​ທີ່​ເມືອງ​ແສນ​ໄຊ ​ແຂວງ​ອັດ​ຕະ ປື ​ເຊິ່ງ​ເປັນ​ພື້ນ​ທີ່ນຶ່ງທີ່​ໄດ້ຮັບຜົນ​ກະທົບ​ຢ່າງໜັັກຈາກ​ພະຍຸ​ເກດສະໜາອີກ​ດ້ວຍ​.

XS
SM
MD
LG