ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວວ່າ ການຝ່າຝືນລະບຽບກົດໝາຍ ເປັນສາເຫດ ພາໃຫ້ປິດ ກາສິໂນທີ່ບໍ່ເຕັນ


ບ່ອນກາສິໂນ King Roman Casino ທີ່ທີ່ຕັ້ງຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ເປັນບ່ອນກາສິໂນ
ຂະໜາດໃຫຍ່ໃນລາວ ທີ່ໄດ້ມາດຕະຖານສາກົນ .
ບ່ອນກາສິໂນ King Roman Casino ທີ່ທີ່ຕັ້ງຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ທີ່ເປັນບ່ອນກາສິໂນ ຂະໜາດໃຫຍ່ໃນລາວ ທີ່ໄດ້ມາດຕະຖານສາກົນ .

ເຈົ້າໜ້າທີ່ລາວຍອມຮັບວ່າ ສາເຫດສໍາຄັນປະການນຶ່ງທີ່ເຮັດໃຫ້ທາງການລາວ ຕ້ອງມີ ຄໍາສັ່ງປິດບ່ອນການພະນັນຢູ່ດ່ານບໍ່ເຕັນ ກໍຄືການຝ່າຝືນລະບຽບກົດໝາຍ ທີ່ນໍາໄປສູ່ ການກໍ່ອາດຊະຍາກໍາ.

ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງຖະແຫລງຂ່າວ-ວັດທະນາທໍາ ແລະທ່ອງທ່ຽວ ໄດ້ໃຫ້
ການຍອມຮັບວ່າ ການທີ່ຄະນະລັດຖະບານລາວ ມີຄໍາສັ່ງໃຫ້ປິດບ່ອນການພະນັນ
ຂອງນັກທຸລະກິດຈີນ ທີ່ລົງທຶນຢູ່ເຂດເສດຖະກິດພິເສດ ບໍ່ເຕັນແດນຄໍາ ໃນແຂວງ
ຫລວງນໍ້າທາ ຫວ່າງໝໍ່ໆມານີ້ ກໍຍ້ອນວ່າ ການດໍາເນີນກິດຈະກໍາຂອງບ່ອນການ
ພະນັນດັ່ງກ່າວ ໄດ້ກໍ່ໃຫ້ເກີດບັນຫາຫຍໍ້ທໍ້ທາງສັງຄົມ ໃນພື້ນທີ່ຫລາຍຂຶ້ນນັບມື້.

ໂດຍສະເພາະແມ່ນການທີ່ນັກທຸລະກິດຈີນ ໄດ້ຝ່າຝືນລະບຽບກົດໝາຍຂອງລາວ ດ້ວຍການອານຸຍາດໃຫ້ຄົນລາວ ໄປຫລິ້ນການພະນັນ ຢູ່ໃນບ່ອນໄດ້ທັ້ງໆທີ່ວ່າຕາມ
ລະບຽບກົດໝາຍຂອງລາວ ຈະບໍ່ອານຸຍາດໃຫ້ຄົນລາວ ເຂົ້າໄປຫລິ້ນການພະນັນ
ຢູ່ໃນບ່ອນຢ່າງເດັດຂາດ ໂດຍຈະອານຸຍາດສະເພາະຄົນຕ່າງຊາດ ເທົ່ານັ້ນ ດັ່ງທີ່ເຈົ້າ
ໜ້າທີ່ລາວຄົນດັ່ງກ່າວນີ້ ໄດ້ໃຫ້ການຊີ້ແຈງວ່າ:

ບ່ອນການພະນັນຢູ່ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ທີ່ຖືກສັ່ງປິດກິດຈະການໃນໝໍ່ໆມານີ້
ບ່ອນການພະນັນຢູ່ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ທີ່ຖືກສັ່ງປິດກິດຈະການໃນໝໍ່ໆມານີ້

“ກະຊວງຖະແຫລງຂ່າວ-
ວັດທະນາທໍາ ແມ່ນໄດ້ມີ
ນິຕິກໍາທີ່ຈໍາເປັນ ເພື່ອ
ເຮັດໃຫ້ການຄຸ້ມຄອງ
ບັນດາແຫລ່ງບັນເທິງ
ແລະການພະນັນເຫລົ່າ
ນັ້ນ ໂດຍທົ່ວໄປແລ້ວ
ແມ່ນເພື່ອບໍ່ໃຫ້ເກີດ
ຜົນກະທົບໃນທາງລົບ
ເຊ່ນວ່າ ຜູ້ທີ່ບໍ່ເຖິງອາ
ຍຸກະສຽນ ຊາວໜຸ່ມຫັ້ນ
ກະບໍ່ໃຫ້ເຂົ້າ ຫລືວ່າ
ຢູ່ຕາມຮ້ານກາສິໂນທຸກໆຮ້ານ ແມ່ນໄດ້ມີປ້າຍ ຕິດໃສ່ວ່າບໍ່ໃຫ້ຄົນລາວເຂົ້າ
ໃຊ້ບໍລິການ ແຕ່ວ່າ ອັນທີ່ພາໃຫ້ເກີດຜົນໃນທາງລົບຂຶ້ນທາໄດ້ ກໍຍ້ອນວ່າ
ການລະເມີດນິຕິກໍາເຫລົ່ານັ້ນ.”

ຍິ່ງໄປກວ່ານັ້ນ ກໍມີລາຍງານວ່າ ບ່ອນການພະນັນ ຢູ່ບໍ່ເຕັນ ໄດ້ກໍ່ໃຫ້ເກີດບັນຫາອາດ
ຊະຍາກໍາ ຫລາຍຂຶ້ນນັບມື້ ໂດຍສະເພາະແມ່ນການກັກຂັງ ທໍາຮ້າຍຮ່າງກາຍ ບັນດາ
ນັກພະນັນຈາກຈີນ ທີ່​ບໍ່ມີເງິນສໍາລະໜີ້ ໃຫ້ແກ່ບ່ອນພະນັນ ດ້ວຍເຫດນີ້ ຈຶ່ງເຮັດໃຫ້
ທາງການລາວ ມີຄໍາສັ່ງໃຫ້ປິດບ່ອນການພະນັນດັ່ງກ່າວຢ່າງເປັນທາງການແລ້ວ ແລະ
ຈະບໍ່ອານຸຍາດ ໃຫ້ດໍາເນີນກິດຈະການ ບ່ອນການພະນັນອີກຕໍ່ໄປ ໂດຍຈະອະນຸຍາດ ໃຫ້ສະເພາະດ້ານທຸລະກິດການຄ້າ ແລະການທ່ອງທ່ຽວ ດ້ານວັດທະນາທໍາເທົ່ານັ້ນ.

ບ່ອນການພະນັນສະຫວັນເວກັສກາສິໂນ ຢູ່ສະຫວັນນະເຂດ
ບ່ອນການພະນັນສະຫວັນເວກັສກາສິໂນ ຢູ່ສະຫວັນນະເຂດ

ແຕ່ຢ່າງໃດກໍຕາມ ໃນລາວ
ຍັງມີບ່ອນການພະນັນ ທີ່
ທາງການລາວອານຸຍາດ
ໃຫ້ນັກທຸລະກິດຊາວຕ່າງ
ຊາດດໍາເນີນການຢູ່ອີກ 3
ແຫ່ງ ກໍຄືບ່ອນການພະນັນ
ທີ່ຕັ້ງຢູ່ເຂດເຂື່ອນນໍ້າງື່ມ
ແຂວງວຽງຈັນ ທີ່ດໍາເນີນ
ກິດຈະການ ໂດຍນັກທຸລະ
ກິດ ຈາກມາເລເຊຍທີ່ເອີ້ນ
ວ່າ ແດນສະຫວັນກາສິໂນ
ສ່ວນອີກ 2 ແຫ່ງນັ້ນ ເປັນ
ການລົງທຶນຂອງນັກທຸລະກິດຈາກຈີນ ຊຶ່ງຕັ້ງຢູ່ໃນແຂວງສະຫວັນນະເຂດ ທີ່ເອີ້ນວ່າ ສະ
ຫວັນເວກັສກາສິໂນ ແລະ ຢູ່ເຂດສາມຫລ່ຽມຄໍາ ໃນແຂວງບໍ່ແກ້ວ ຊຶ່ງເອີ້ນວ່າ King
Roman Casino ຕາມລໍາດັບ.

ໂດຍສະເພາະແມ່ນ ບ່ອນກາສິໂນ King Roman Casino ທີ່ຢູ່ເຂດສາມຫລ່ຽມຄໍານັ້ນ
ນັບວ່າເປັນບ່ອນກາສິໂນຂະໜາດໃຫຍ່ ທີ່ໄດ້ມາດຕະຖານສາກົນ ທີ່ຕັ້ງຢູ່ເຂດເສດຖະ
ກິດພິເສດສາມຫລ່ຽມຄໍາ ອີກດ້ວຍ. ຫລ້າສຸດນີ້ ກະຊວງໂຍທາທິການ ແລະຂົນສົ່ງກໍໄດ້
ອານຸຍາດໃຫ້ ກຸ່ມລົງທຶນຈາກຈີນ ດໍາເນີນການກໍ່ສ້າງສະໜາມບິນນາໆ ຊາດຢູ່ເຂດພິ
ເສດດັ່ງກ່າວຢ່າງເປັນທາງການແລ້ວ ເມື່ອຕົ້ນອາທິດນີ້ຢູ່ນະຄອນຫຼວງວຽງຈັນ ຊຶ່ງຈະ
ເປັນຜົນເຮັດໃຫ້ ໂດຍທີ່ກຸ່ມທຸລະກິດຈາກຈີນ ມີພັນທະທີ່ຈະຕ້ອງເປັນຝ່າຍລົງທຶນ ແລະ
ດໍາເນີນການກໍ່ສ້າງສະໜາມບິນ ໃຫ້ກ່ອນ ສ່ວນລັດຖະບານລາວກໍມີພັນທະທີ່ຈະຕ້ອງ
ຊໍາລະຄືນທຶນ ແລະດອກເບ້ຍໃຫ້ກັບກຸ່ມທຸລະກິດຈາກຈີນໃນພາຍຫຼັງ.

ການໂຄສະນາຂອງແດນສະຫວັນກາສິໂນ ທີ່ລົງທຶນໂດຍໂດຍນັກທຸລະ ກິດມາເລເຊຍ ຢູ່ເຂດເຂື່ອນນໍ້າງື່ມ ແຂວງວຽງຈັນ
ການໂຄສະນາຂອງແດນສະຫວັນກາສິໂນ ທີ່ລົງທຶນໂດຍໂດຍນັກທຸລະ ກິດມາເລເຊຍ ຢູ່ເຂດເຂື່ອນນໍ້າງື່ມ ແຂວງວຽງຈັນ

ແຕ່ຢ່າງໃດກໍຕາມ ການກໍ່
ສ້າງສະໜາມບິນນາໆຊາດ
ຢູ່ເຂດສາມຫຼ່ຽມຄໍາດັ່ງກ່າວ
ນີ້ ຈະຕ້ອງໃຊ້ເງິນທຶນໃນ
ມູນຄ່າເທົ່າໃດນັ້ນ ກໍຍັງຄົງ
ບໍ່ມີການໃຫ້ລາຍລະອຽດ
ຈາກພາກສ່ວນທີ່ກ່ຽວຂ້ອງ
ທັງໃນຝ່າຍລັດຖະບານລາວ
ແລະກຸ່ມທຸລະກິດຈາກຈີນ
ເນື່ອງຈາກວ່າກຸ່ມທຸລະກິດ
ຈາກຈີນ ນັ້ນຍັງຈະຕ້ອງດໍາ
ເນີນການສຶກສາສໍາຫຼວດ
ເພື່ອອອກແບບການກໍ່ສ້າງ
ຢ່າງລະອຽດເສຍກ່ອນ
ຫາກແຕ່ກໍ່ເຊື່ອວ່າຈະຕ້ອງ
ໃຊ້ເງິນທຶນບໍ່ໜ້ອຍກວ່າ 500 ລ້ານໂດລາຢ່າງແນ່ນອນ.

ເຂດເສດຖະກິດພິເສດສາມຫຼ່ຽມຄໍາເປັນການລົງທຶນ ເຖິງ 100% ໂດຍກຸ່ມບໍລິສັດດອກ
ງິ້ວຄໍາຈາກຈີນນັບຕັ້ງແຕ່ປີ 2007 ເປັນຕົ້ນມາພາຍໃຕ້ເປົ້າໝາຍ ທີ່ຈະພັດທະນາໃຫ້ເປັນ
ເຂດທ່ອງທ່ຽວທີ່ທັນສະໄໝຄວບຄູ່ກັນໄປກັບ ການອະນຸລັກຊັບພະຍາກອນທໍາມະຊາດ
ໂດຍລັດຖະບານລາວໄດ້ອະນຸມັດ ໃຫ້ສໍາປະທານທີ່ດິນທີ່ກວ້າງເຖິງ 3,000 ເຮັກຕາ ເປັນ
ເວລາເຖິງ 99 ປີ.

XS
SM
MD
LG