ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

UNESCO ເປີດໂອກາດໃຫ້ ລາວຂໍສະຖານະພາບ ການເປັນມໍລະດົກໂລກ ໃຫ້ທົ່ງໄຫຫີນ


ທົ່ງໄຫຫີນ
ທົ່ງໄຫຫີນ
ທາງການລາວຈະຕ້ອງມີແຜນແມ່ບົດເພື່ອການພັດທະນາແລະ
ຄຸ້ມຄອງທົ່ງໄຫຫີນທີ່ໄດ້ມາດຕະຖານສາກົນເສຍກ່ອນ ຈຶ່ງຈະ
ສາມາດສະເໜີຂໍສະຖານະມໍລະດົກໂລກ ໃຫ້ແກ່ເຂດທົ່ງໄຫ
ຫີນໄດ້ຢ່າງເປັນທາງການ.

ລິງໂດຍກົງ

ຄະນະຜູ້ຊ່ຽວຊານຂອງອົງການ UNESCO ທີ່ໄດ້ເດີນທາງ
ໄປກວດເບິ່ງເຂດທົ່ງໄຫຫີນ ແລະປຶກສາຫາລືຮ່ວມກັນກັບຄະນະເຈົ້າໜ້າທີ່ຂອງລັດຖະ
ບານລາວ ຢູ່ທີ່ແຂວງຊຽງຂວາງ ເມື່ອບໍ່ດົນມານີ້ ໄດ້ໃຫ້ການຢືນຢັນວ່າ ທາງການລາວ
ຈະສາມາດຍື່ນເອກກະສານ ເພື່ອຂໍສະຖານະພາບການເປັນມໍລະດົກໂລກ ໃຫ້ກັບທົ່ງ
ໄຫຫີນຈາກອົງການ UNESCO ໄດ້ເມື່ອໃດນັ້ນ ກໍຂຶ້ນຢູ່ກັບທາງການລາວເອງວ່າ ໄດ້ມີ
ການປະຕິບັດຕາມເງື່ອນໄຂ ທີ່ທາງອົງການ UNESCO ກໍານົດໄວ້ຢ່າງຄົບຖ້ວນ ຫຼືຍັງ.

ຊຶ່ງກໍຄືການຈັດທໍາແຜນແມ່ບົດເພື່ອການພັດທະນາແລະຄຸ້ມຄອງເຂດທົ່ງໄຫຫີນ ທີ່ໄດ້
ມາດຕະຖານຕາມທີ່ອົງການ UNESCO ໄດ້ກໍານົດໄວ້ ໂດຍສະເພາະແມ່ນການສຶກ
ສາໃນລາຍລະອຽດແລະລົງເລິກກ່ຽວກັບຄວາມສໍາຄັນທົ່ງໄຫຫີນ ທັງໃນດ້ານປະຫວັດ
ສາດ ໂບຮານຄະດີ ສັງຄົມວັດທະນະທໍາ ແລະສິ່ງແວດລ້ອມຕ່າງໆທີ່ມີຄວາມກ່ຽວພັນ ກັບທົ່ງໄຫຫີນ.

ຍິ່ງໄປກວ່ານັ້ນ ທາງການລາວຍັງຈະຕ້ອງຈັດທໍາແຜນການອະນຸລັກ ແລະຄຸ້ມຄອງເຂດ
ທົ່ງໄຫຫີນ ຢ່າງເປັນຮູບປະທໍາ ແລະສາມາດຈັດຕັ້ງປະຕິບັດໄດ້ຈິງ ຊຶ່ງລວມເຖິງການກໍາ
ນົດເຂດຄຸ້ມຄອງຢ່າງຄັກແນ່ ແລະການຈັດທໍາບັນຊີໄຫຫີນຢ່າງຄົບຖ້ວນ ທັງນີ້ກໍເນື່ອງ
ຈາກວ່າການຂາດການເບິ່ງແຍງ ນັບຕັ້ງແຕ່ປາງສົງຄາມອິນໂດຈີນ ເປັນຕົ້ນມາ ໄດ້ເຮັດ ໃຫ້ກອງທຶນເພື່ອມໍລະດົກໂລກໄດ້ຈັດໃຫ້ທົ່ງໄຫຫິນເປັນ 1 ໃນ 10 ໂບຮານສະຖານ ໃນເອເຊຍ ທີ່ຕົກຢູ່ໃນສະພາບທີ່ຊຸດໂຊມຢ່າງໜັກນັ້ນເອງ. ແຕ່ຢ່າງໃດກໍຕາມ ທາງການ
ລາວກໍຄາດຫວັງວ່າ ດ້ວຍການຊ່ວຍເຫຼືອຈາກຕ່າງປະເທດ ແລະອົງການສາກົນໃນໄລ
ຍະຕໍ່ໄປນີ້ ຈະເຮັດໃຫ້ສາມາດປະຕິບັດຕາມເງື່ອນໄຂຂອງອົງການ UNESCO ໄດ້
ຢ່າງຄົບຖ້ວນ ແລະກໍຈະເປັນຜົນເຮັດໃຫ້ທົ່ງໄຫຫີນໄດ້ຮັບສະຖານະພາບເປັນມໍລະດົກ
ໂລກ ແຫ່ງ ທີ 3 ໃນລາວຕໍ່ຈາກເມືອງຫຼວງພະບາງ ແລະປາສາດວັດພູ ໂດຍທີ່ຜ່ານມາ
ທາງການຝຣັ່ງ ແລະອອສເຕຣເລຍ ກໍໄດ້ສະແດງທ່າທີໃຫ້ການສະໜັບສະໜຸນຢ່າງຊັດເຈນ.

ການສໍາຫລວດທົ່ງໄຫຫີນຂອງອົງການ UNESCO
ການສໍາຫລວດທົ່ງໄຫຫີນຂອງອົງການ UNESCO

ຊຶ່ງກໍເຊັ່ນດຽວກັນກັບສະພາການທ່ອງທ່ຽວ ແລະການຄ້າແຫ່ງ
ສະຫະພາບຢູໂຣບ ທີ່ໄດ້ມອບລາງວັນໃຫ້ກັບທາງການລາວ ໃນຖານະປະເທດທີ່ໄດ້ຮັບການຄັດເລືອກ ໃຫ້ເປັນປະເທດທີ່
ໜ້າທ່ອງທ່ຽວທີ່ສຸດຂອງໂລກ ໃນປີ 2013 ທີ່ໄດ້ຈັດຂຶ້ນຢ່າງ
ເປັນທາງການເມື່ອຕົ້ນເດືອນພຶດສະພາທີ່ຜ່ານມານັ້ນ ກໍໄດ້
ສະແດງຄວາມເຊື່ອໝັ້ນວ່າ ທາງການລາວຈະໄດ້ຮັບການສະ
ໜັບສະໜຸນຈາກນາໆຊາດຢ່າງກວ້າງຂວາງ ເນື່ອງຈາກມອງ
ວ່າລາວມີຈຸດເດັ່ນທີ່ຈະພັດທະນາໃຫ້ເປັນສູນກາງການທ່ອງ
ທ່ຽວ ດ້ານປະຫວັດສາດ ແລະວັດທະນະທໍາຂອງເອເຊຍຕາ
ເວັນອອກສຽງໃຕ້ໄດ້ເປັນຢ່າງດີ ດັ່ງທີ່ທ່ານ Anton Caragea ປະທານສະພາການ
ທ່ອງທ່ຽວແລະການຄ້າ ແຫ່ງສະຫະພາບຢູໂຣບ ໄດ້ໃຫ້ທັດສະນະວ່າ:

ສຽງພາສາອັງກິດ

ທາງດ້ານທ່ານ ບໍ່ແສງຄໍາ ວົງດາຣາ ລັດຖະມົນຕີກະຊວງຖະແຫຼງຂ່າວ-ວັດທະນະທໍາ ແລະ
ທ່ອງທ່ຽວ ໄດ້ສະແດງຄວາມໝັ້ນໃຈວ່າ ການໄດ້ຮັບລາງວັນລະດັບໂລກຈະສົ່ງຜົນດີຕໍ່
ການພັດທະນາການທ່ອງທ່ຽວຂອງລາວ ໂດຍສະເພາະແມ່ນຈະເຮັດໃຫ້ນັກທ່ອງທ່ຽວ
ຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວໃນລາວຫຼາຍຂຶ້ນນັບມື້ຊຶ່ງກໍຈະເຮັດໃຫ້ພາກ
ບໍລິການໃນລາວ ມີລາຍຮັບເປັນເງິນຕາຕ່າງປະເທດ ເພີ່ມຂຶ້ນອີກດ້ວຍ.

ໃນປີ 2012 ທີ່ຜ່ານມາ ກໍປາກົດວ່າພາກບໍລິການໃນລາວມີລາຍຮັບຈາກການທ່ອງທ່ຽວ
ຫຼາຍກວ່າ 500 ລ້ານໂດລາ ແລະຖ້າຫາກຄິດໄລ່ຈາກປີ 1993 ເຖິງປີ 2012 ກໍຈະວ່າ
ໄດ້ວ່າ ນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວເພີ່ມຂຶ້ນສູງກວ່າ 20% ຕໍ່ປີແລະ
ໃນປີ 2013 ນີ້ ກໍຄາດໝາຍວ່າຈະມີນັກທ່ອງທ່ຽວຕ່າງຊາດ ຫຼາຍກວ່າ 3.6 ລ້ານຄົນ ທີ່
ຈະເດີນທາງເຂົ້າມາໃນລາວ ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວມີລາຍຮັບເກີນກວ່າ
550 ລ້ານຢ່າງແນ່ນອນ.
XS
SM
MD
LG