ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຂື່ອນນໍ້າງື່ມ 2 ຜະລິດໄຟຟ້າ ສົ່ງອອກແລ້ວ


ພາກສ່ວນນຶ່ງຂອງການກໍ່ສ້າງຢູ່ເຂື່ອນນໍ້າງື່ມ 2 ທີ່ໄດ້ເລີ້ມຜະລິດໄຟຟ້າ ສົ່ງອອກໃຫ້ໄທແລ້ວ ຕັ້ງແຕ່ເດືອນ ກັນຍາ 2010 ເປັນຕົ້ນມາ.
ພາກສ່ວນນຶ່ງຂອງການກໍ່ສ້າງຢູ່ເຂື່ອນນໍ້າງື່ມ 2 ທີ່ໄດ້ເລີ້ມຜະລິດໄຟຟ້າ ສົ່ງອອກໃຫ້ໄທແລ້ວ ຕັ້ງແຕ່ເດືອນ ກັນຍາ 2010 ເປັນຕົ້ນມາ.

ໂຄງການ​ເຂື່ອນນໍ້າ​ງື່ມ 2 ​ໄດ້​ເລີ່​ມ​ການ​ຜະລິດ​ກະ​ແສ​ໄຟຟ້າ​ບາງ​ສ່ວນ​ເພື່ອ​ສົ່ງ​ອອກ​ໄປ​ໄທ​ແລ້ວ ສ່ວນ​ໂຄງການເຂື່ອນນໍ້າ​ງື່ມ 3 ຈະ​ເລີ່​ມລົງມື​ດໍາ​ເນີນ​ການ​ກໍ່ສ້າງ​ໃນ​ປີໜ້າ​ເຊັ່ນ​ດຽວ​ກັນ​ກັບ​ໂຄງການ​ ຫົງ​ສາລິກ​ໄນ​ຕ໌ ​ແລະ​ໂຄງການ​ເຂື່ອນ​ເຊ​ປຽນ-​ເຊ​ນ້ອຍ.

ທ່ານ​ຈະຕຸ​ພອນ ​ໂສພາ​ລັກ ຜູ້​ອໍານວຍ​ການ​ຝ່າຍ​ບໍລິຫານ​ຂອງ​ພະລັງງານ​ໄຟຟ້າ​ຣາດຊະບຸຣີ
ປະ​ຈໍາ​ລາວ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ​ໂຄງການເຂື່ອນນໍ້າ​ງື່ມ 2 ​ໃນ​ແຂວງ​ວຽງ​ຈັນ​ໄດ້​ດໍາ​ເນີນ
ການ​ກໍ່ສ້າງ​ສຳເລັດ​ແລ້ວ ​ໂດຍ​ໃນ​ປັດຈຸບັນ​ນີ້​ ກໍ​ໄດ້​ສໍາ​ເລັດ​ການ​ທົດ​ລອງ​ຜະລິດ​ກະ​ແສ​ໄຟ
ຟ້າ​ສໍາ​ລັບ​ເຄຶ່ອງຈັກໜ່ວຍ​ທີ່ 1 ​ແລະ​ກໍ​ໄດ້ເລີ້ມສົ່ງ​ອອກ ກະ​ແສ​ໄຟຟ້າ​ທີ່​ຜະລິດ​ໄດ້​ບາງ​ສ່ວນ ​
ໄປ​ຂາຍ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ ຫລື EGAT ​ແລ້ວ​ ນັບ​ຈາກ​ເດືອນ​ກັນ
ຍາ​ເປັນ​ຕົ້ນ​ມາ.

ແຕ່​ຢ່າງ​ໃດ​ກໍ​ຕາມ ສໍາລັບ​ການ​ສົ່ງ​ອອກ​ກະ​ແສ​ໄຟຟ້າ​ຈາກ​ໂຄງການ​ເຂຶ່ອນນໍ້າ​ງື່ມ 2 ​ໄປ​ຂາຍ​
ໃຫ້​ກັບ EGAT ຂອງ​ໄທ​ໄດ້​ຢ່າງ​ຄົບ​ຖ້ວນ​ຕາມ​ຄວາມ​ອາດ​ສາມາດ​ທັງ​ໝົດ​ຂອງ​ໂຄງການ​ ກໍ​
ຄື 615 MW ນັ້ນ ​ກໍ​ຈະ​ຕ້ອງ​ມີ​ການທົດ​ລອງ​ເດີນ​ເຄຶ່ອງຈັກ​ຜະລິດ​ກະ​ແສ​ໄຟຟ້າ​ໜ່ວຍ​ທີ່ 2 ​
ແລະ​ ໜ່ວຍ​ທີ່​ 3 ​ໃນ​ເດືອນ​ຕຸລາ​ແລະ​ເດືອນ​ພະຈິກ​ນີ້ ຕາມ​ລໍາດັບ ຊຶ່ງ​ຖ້າ​ຫາກ​ວ່າການ​ທົດ
ລອງ​ເປັນ​ໄປ​ດ້ວຍ​ດີ ກໍ​ຈະ​ເຮັດ​ໃຫ້​ສາມາດ​ເລີ່​ມສົ່ງ​ກະ​ແສ​ໄຟຟ້າ​ໃຫ້​ກັບ EGAT ຂອງ​ໄທ​ໄດ້ ​
ຢ່າງ​ຄົບ​ຖ້ວນ​ ນັບ​ຈາກ​ທ້າຍ​ເດືອນ​ທັນວາ​ປີ​ນີ້​ເປັນ​ຕົ້ນ​ໄປ ​ເປັນ​ລະຍະ​ເວລາ​ 25 ປີ​ນັ້ນ​ເອງ.
ນອກ​ນີ້​ ບໍ​ລິ​ສັດ​ພະລັງງານ​ໄຟຟ້າ​ຣາດຊະບຸລີ​ ກໍ​ຍັງ​ຈະ​ສາມາດ​ເລີ່​ມລົງມື​ດໍາ​ເນີນ​ການ​ກໍ່ສ້າງ​
ໂຄງການເຂື່ອນນໍ້າ​ງື່ມ ທີ່ຢູ່​ເໜືອ​ໂຄງການ​ເຂຶ່ອນນໍ້າ​ງື່ມ 2 ຂຶ້ນ​ໄປ​ໄດ້ ​ພາຍ​ໃນ​ປີ 2011
ອີກ​ດ້ວຍ ດັ່ງ​ທີ່ທ່ານຈະຕຸ​ພອນ ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ:

ທ່ານ ຈະຕຸພອນ ໂສພາຣັກ ຜູ້ອໍານວຍການຝ່າຍ ບໍລິຫານຂອງບໍລິສັດ ພະລັງງານໄຟຟ້າຣາດຊະບຸຣີ ປະຈໍາລາວ ທີ່ສ້າງເຂື່ອນນໍ້າງື່ມ 2 ຢູ່ລາວ.
ທ່ານ ຈະຕຸພອນ ໂສພາຣັກ ຜູ້ອໍານວຍການຝ່າຍ ບໍລິຫານຂອງບໍລິສັດ ພະລັງງານໄຟຟ້າຣາດຊະບຸຣີ ປະຈໍາລາວ ທີ່ສ້າງເຂື່ອນນໍ້າງື່ມ 2 ຢູ່ລາວ.

“​ເຂຶ່ອນ​ໄຟຟ້າ​ນໍ້າ​ງື່ມ 2 ​ໄດ້​ທໍາ​ການ​ເດີນ​ເຄຶ່ອງຈັກ​ໜ່ວຍ​ທີ່ 1 ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ແລະ​ກໍ​ເປັນ​ທີ່​ໜ້າ​ດີ​ໃຈ​ວ່າ​ຜົນ​ຈາກ​ການ​ທົດ​ສອບ​ຕ່າງໆ​ນັ້ນ​ຜ່ານໄປ​ດ້ວຍ​ດີ​ບໍ່​ມີ​ບັນຫາ ​ໂດຍໃນ​ປັດຈຸບັນ​ເຮົາ​ກໍ​ສາມາດ​ສົ່ງ​ກະ​ແສ​ໄຟຟ້າ​ບາງ ສ່ວນ​ໄປ​ຂາຍ​ໃຫ້​ກັບປະ​ເທດ​ໄທ​ໄດ້​ແລ້ວ ​ແລະ​ໃນ​ປັດຈຸບັນ​ສໍາລັບ​ໃນ​ສ່ວນ​ເຂື່ອນ​ໄຟຟ້າ​ນໍ້າ​ງື່ມ 3 ນັ້ນ ກໍ​ຢູ່​ໃນ​ລະຫວ່າງ​ການ​ຊອກ​ຫາ​ຜູ້​ຮັບ​ເໝົາ​ເພື່ອ​ທີ່​ວ່າ​ຈະ​ໄດ້​ເລີ່​ມດໍາ​ເນີນ​ການ​ກໍ່ສ້າງ​ໄດ້​ພາຍ​ໃນ​ປີໜ້າ”

ບໍລິສັດພະລັງງານ​ໄຟຟ້າ​ຣາດຊະບຸລີ ຈາກ​ປະ​ເທດ​ໄທ ມີ​ສັດສ່ວນ​ການ​ຮ່ວມ​ລົງທຶນ​ໃນ​ໂຄງ ການ​ເຂື່ອນ​ແມ່​ນໍ້າ​ງື່ມ 2 ​ແລະ 3, ​ໂຄງການ​ລະ 25% ພ້ອມ​ກັນ​ນີ້​ ກໍ​ຍັງ​ມີ​ສັດສ່ວນ​ການ​ຮ່ວມ​ລົງທຶນ​ໃນ​ໂຄງການ​ຫົງ​ສາລິກ​ໄນ​ຕ໌ ຢູ່​ແຂວງໄຊ​ຍະ​ບຸລີ ​ແລະ​ໂຄງການ​ເຂື່ອນ​ເຊ​ປຽນ-​ເຊ​ນໍ້າ​ນ້ອຍ​ ຢູ່​ທີ່​ແຂວງຈໍາ​ປາ​ສັກ​ແລະ​ອັດ​ຕະປື​ ໃນ​ສັດສ່ວນ 40% ​ແລະ 25% ຕາມ​ລໍາ ດັບ ​ໂດຍ​ຖ້າ​ຫາກ​ວ່າ ການ​ກໍ່​ສ້າງ​ສໍາ​ເລັດ​ທັງ 4 ​ໂຄງການ​ພາຍໃນ​ປີ 2017 ​ເປັນ​ຢ່າງ​ຊ້າ​ນັ້ນ ກໍຈະ​ເຮັດ​ໃຫ້​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ ເພື່ອ​ສົ່ງ​ຂາຍ​ໃຫ້​ກັບ EGAT ຂອງ​ໄທ​ໄດ້ ​ໃນ​ປະລິມານ​ລວມຫລາຍ​ກວ່າ 3,000 MW.

XS
SM
MD
LG