ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຄາດໝາຍວ່າ ຈະສ້າງຕັ້ງ ເຂດເສດຖະກິດສະເພາະ ເພີ້ມຂຶ້ນອີກຫຼາຍແຫ່ງ


ເຂດເສດຖະກິດພິເສດ ທີ່ສ້າງໂດຍບໍລິສັດຈີນ ໃນເຂດສາມຫລ່ຽມທອງຄໍາ.
ເຂດເສດຖະກິດພິເສດ ທີ່ສ້າງໂດຍບໍລິສັດຈີນ ໃນເຂດສາມຫລ່ຽມທອງຄໍາ.

ລັດຖະມົນຕີລາວຢືນຢັນວ່າ ການພັດທະນາເຂດເສດຖະກິດພິເສດ ມີຄວາມຄືບໜ້າຫຼາຍຂຶ້ນ ຢ່າງຕໍ່ເນື່ອງ ແລະຄຽງຄູ່ກັນນັ້ນ ກໍຍັງຈະສ້າງຕັ້ງເຂດເສດຖະກິດສະເພາະຂຶ້ນ ໃນຫຼາຍພຶ້ນ ທີ່ອີກດ້ວຍ.

ຄະນະກໍາມະການເພື່ອການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດເສດຖະກິດສະເພາະ
ແຫ່ງຊາດລາວ ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ
ຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານໃນດ້ານເສດຖະກິດຂອງລັດຖະບານລາວ ຊຶ່ງໄດ້ດໍາເນີນ
ກອງປະຊຸມປະຈໍາປີ 2011 ຢ່າງເປັນທາງການເມື່ອບໍ່ນານມານີ້ໄດ້ປະເມີນຜົນວ່າ ການພັດ ທະນາເຂດເສດຖະກິດພິເສດໃນລາວ ໃນໄລຍະທີ່ຜ່ານມານັ້ນໄດ້ມີຄວາມຄືບໜ້າຫຼາຍຂຶ້ນ
ຢ່າງຕໍ່ເນື່ອງ.

ເຖິງແມ່ນວ່າໃນປັດຈຸບັນນີ້ ໃນທົ່ວປະເທດລາວ ຈະມີເຂດເສດຖະກິດພິເສດທີ່ໄດ້ຮັບການ
ພັດທະນາ ແລະສາມາດຮັບຮອງການລົງທຶນຂອງເອກະຊົນລາວ ແລະຕ່າງຊາດໄດ້ ຢ່າງ
ເປັນຮູບປະທໍາພຽງແຕ່ 3 ແຫ່ງຄື ເຂດເສດຖະກິດພິເສດສະຫວັນ-ເຊໂນ ໃນແຂວງສະຫວັນ
ນະເຂດ, ເຂດເສດຖະກິດພິເສດບໍ່ເຕັນແດນຄໍາ ທີ່ແຂວງຫຼວງນໍ້າທາ ແລະເຂດເສດຖະກິດ ພິເສດສາມຫຼ່ຽມທອງຄໍາ ຢູ່ແຂວງບໍ່ແກ້ວເທົ່ານັ້ນກໍຕາມ ຫາກແຕ່ວ່າ ການພັດທະນາເຂດ
ເສດຖະກິດພິເສດທັງ 3 ແຫ່ງດັ່ງກ່າວນີ້ ກໍໄດ້ສ້າງຜົນປະໂຫຍດໃຫ້ກັບລາວໄດ້ເປັນຢ່າງດີ
ດັ່ງທີ່ ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີໄດ້
ຢືນຢັນວ່າ:

ໂຮງງານຜະລິດສິນຄ້າແຫ່ງນຶ່ງ ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ
ໂຮງງານຜະລິດສິນຄ້າແຫ່ງນຶ່ງ ໃນເຂດເສດຖະກິດພິເສດ ສະຫວັນ-ເຊໂນ

ການພັດທະນາເຂດພິເສດແມ່ນໄດ້
ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ
ພັດທະນາພຶ້ນຖານໂຄງລ່າງຢູ່ເຂດຫ່າງ
ໄກສອກຫຼີກ, ເຂດທຸລະກັນດານ ໂດຍ
ສະເພາະແມ່ນເຂດຢູ່ສາມຫຼ່ຽມທອງ
ຄໍາ,
ບໍ່ເຕັນແດນ
ຄໍາ ກໍໄດ້ມີອາຄານສະຖານ
ທີ່, ມີຖະໜົນຫົນທາງເກີດຂຶ້ນຢ່າງ
ຫຼວງຫຼາຍ ແລະມີຄວາມສະດວກໃຫ້
ແກ່ການໄປມາຂອງປະຊາຊົນ.


ຍິ່ງໄປກວ່ານັ້ນ ຄະນະລັດຖະບານລາວກໍຍັງໄດ້ມີມະຕິຮັບຮອງເອົາຮ່າງດໍາລັດນາຍົກ
ລັດຖະມົນຕີວ່າດ້ວຍການສ້າງຕັ້ງແລະການຄຸ້ມຄອງເຂດເສດຖະກິດພິເສດ ແລະເຂດ
ເສດຖະກິດສະເພາະຢ່າງເປັນທາງການແລ້ວ ຊຶ່ງກໍຖືເປັນການສົ່ງເສີມໃຫ້ມີການສ້າງ
ຕັ້ງເຂດເສດຖະກິດພິເສດຂຶ້ນ ໃນເຂດແຂວງຕ່າງໆຂອງລາວເປັນການສະເພາະ ໂດຍ
ມີເປົ້າໝາຍທີ່ຈະດໍາເນີນການສ້າງຕັ້ງເຂດເສດຖະກິດພິເສດໃຫ້ໄດ້ 10 ແຫ່ງພາຍໃນ
ປີ 2015 ຊຶ່ງໃນນີ້ກໍລວມເຖິງການສ້າງເຂດເສດຖະກິດພິເສດ ໃນເຂດທີ່ຕໍ່ເນື່ອງກັບ
ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງເມືອງທ່າແຂກ ແຂວງຄໍາມ່ວນ ກັບ
ຈັງຫວັດນະຄອນພະນົມຂອງໄທອີກດ້ວຍ.

ໃນປັດຈຸບັນ ພາກສ່ວນທີ່ຮັບຜິດຊອບໂຄງການເຂດເສດຖະກິດພິເສດຂອງແຂວງຄໍາ
ມ່ວນ ກໍຢູ່ໃນລະຫວ່າງການດໍາເນີນການສໍາຫຼວດພື້ນທີ່ ທີ່ຈະຖືກກະທົບຈາກໂຄງການ
ຊຶ່ງກໍພົບວ່າ ມີທີ່ດິນທໍາກິນຂອງປະຊາຊົນ ຄິດເປັນເນື້ອທີ່ລວມກັນປະມານ 1,053
ເຮັກຕາ ໃນເຂດ 9 ໝູ່ບ້ານ ທີ່ຈະຕ້ອງຖືກເວນຄືນໃຫ້ເປັນສ່ວນນຶ່ງຂອງເຂດເສດຖະກິດ
ພິເສດທ່າແຂກແດນຄໍາ.

ທາງເຂົ້າຂົວຂ້າມແມ່ນໍ້າຂອງ ລະຫວ່າງລາວ-ໄທ ແຫ່ງທີ 3 ທີ່ຈະເປີດຮັບໃຊ້ໃນໝໍ່ໆນີ້.
ທາງເຂົ້າຂົວຂ້າມແມ່ນໍ້າຂອງ ລະຫວ່າງລາວ-ໄທ ແຫ່ງທີ 3 ທີ່ຈະເປີດຮັບໃຊ້ໃນໝໍ່ໆນີ້.

ໂຄງການເຂດເສດຖະກິດພິເສດ
ທ່າແຂກແດນຄໍາດັ່ງກ່າວນີ້ ຈະມີ
ລັກສະນະຄືກັນກັບເຂດເສດຖະ
ກິດພິເສດບໍ່ເຕັນແດນຄໍາຢູ່ແຂວງ
ຫຼວງນໍ້າທາແລະເຂດເສດຖະກິດ
ພິເສດສາມຫຼ່ຽມທອງຄໍາ ຢູ່ທີ່
ແຂວງບໍ່ແກ້ວ ຊຶ່ງກໍຄືທາງການ
ລາວອະນຸຍາດໃຫ້ບໍລິສັດຕ່າງ
ຊາດເປັນຜູ້ບໍລິຫານ ແລະຜູ້ລົງ
ທຶນທັງໝົດ 100% ເຕັມ ໂດຍທີ່
ທາງການລາວນັ້ນກໍຈະໄດ້ຮັບຜົນຕອບແທນ ເປັນຄ່າສໍາປະທານຄ່າເຊົ່າທີ່ດິນໄລຍະ
ຍາວ, ພາສີ ແລະຄ່າທໍານຽມຕ່າງໆ ລວມທັງຍັງຈະເປັນການສ້າງວຽກເຮັດງານທໍາໃຫ້
ແກ່ຄົນລາວ ແລະຈະເປັນການເພີ່ມຜົນຜະລິດສິນຄ້າໃນລາວ ເພື່ອສົ່ງອອກໄປຕ່າງປະ
ເທດໄດ້ຫຼາຍຂຶ້ນອີກດ້ວຍ.

ສ່ວນທີ່ຈະສ້າງຕັ້ງເພີ່ມຂຶ້ນອີກ 6 ແຫ່ງນັ້ນກໍຄືຢູ່ ທີ່ແຂວງຊຽງຂວາງ, ຫົວພັນ, ເຊກອງ,
ອັດຕະປື, ຜົ້ງສາລີ ແລະຈໍາປາສັກ ຊຶ່ງແຕ່ລະເຂດກໍ່ຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບ
ສະພາບທາງພູມີສາດ ແລະທໍາມະຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ.

ສໍາລັບຢູ່ແຂວງຄໍາມ່ວນນີ້ ກໍຍັງມີກໍາໜົດທີ່ຈະເປີດຮັບການລົງທຶນຈາກຕ່າງປະເທດພ້ອມ
ກັນກັບການເປີດໃຊ້ຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ລະຫວ່າງລາວ-ໄທ ທີ່ກໍາໜົດຈະມີຂຶ້ນ
ຢ່າງເປັນທາງການ ໃນວັນທີ 11 ພະຈິກ 2011 ນີ້ອີກດ້ວຍ.

XS
SM
MD
LG