ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ຢືນຢັນວ່າ ເຂື່ອນໄຊຍະບູລີ ຄືຕົວແບບ ໂຄງການ ພັດທະນາ ຢ່າງຍືນຍົງ


ພາບຈໍາລອງຂອງເຂື່ອນໄຊຍະບູລີທີ່ອອກແບບໃໝ່
ພາບຈໍາລອງຂອງເຂື່ອນໄຊຍະບູລີທີ່ອອກແບບໃໝ່
ລັດຖະມົນຕີລາວຢືນຢັນວ່າໂຄງການເຂື່ອນໄຊຍະບູລີ ເປັນຕົວ
ແບບຂອງໂຄງການພັດທະນາຢ່າງຍືນຍົງ ທີ່ບໍ່ສົ່ງຜົນກະທົບຕໍ່ ສະພາບແວດລ້ອມທໍາມະຊາດ ທັງຍັງສ້າງຜົນປະໂຫຍດໄດ້
ຢ່າງຄຸ້ມຄ່າອີກດ້ວຍ.

ທ່ານວີຣະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການກະຊວງພະລັງ
ງານ ແລະບໍ່ແຮ່ ໄດ້ໃຫ້ການຢືນຢັນວ່າ ໂຄງການເຂື່ອນໄຊຍະບູລີ ເທິງແນວແມ່ນໍ້າຂອງໃນເຂດປະເທດລາວ ນັບເປັນໂຄງການນຶ່ງ ທີ່ເປັນຕົວແບບຂອງການພັດທະນາຢ່າງຍືນຍົງ ເພາະໂຄງການ
ດັ່ງກ່າວນີ້ ນອກຈາກຈະສ້າງຜົນປະໂຫຍດທາງເສດຖະກິດຢ່າງ
ຄຸ້ມຄ່າແລ້ວ ຍັງເປັນໂຄງການທີ່ຈະບໍ່ສົ່ງຜົນກະທົບຕໍ່ສະພາບ
ແວດລ້ອມທໍາມະຊາດ ໃນເຂດຕອນລຸ່ມຂອງເຂື່ອນອີກດ້ວຍ
ເນື່ອງຈາກເປັນເຂື່ອນທີ່ມີລັກສະນະເປັນຝາຍນໍ້າລົ້ນ ທີ່ບໍ່ມີອ່າງ
ຂະໜາດໃຫຍ່ ເພື່ອກັກເກັບນໍ້າແຕ່ຢ່າງໃດ.

ພ້ອມກັນນີ້ ການທີ່ໂຄງການໄຊຍະບູລີເປັນເຂື່ອນທີ່ຜະລິດກະແສໄຟຟ້າຈາກພະລັງ ງານນໍ້າດ້ວຍນັ້ນ ຈຶ່ງຖືເປັນພະລັງງານທີ່ສະອາດ ແລະບໍ່ມີວັນໝົດອີກດ້ວຍ ດັ່ງທີ່ທ່ານ ວີຣະພົນ ໄດ້ໃຫ້ການຊີ້ແຈງວ່າ:

ຈຸດສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ຢູ່ທາງຝັ່ງລາວ
ຈຸດສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ຢູ່ທາງຝັ່ງລາວ
ໂຄງການໄຊຍະບູລີເຮົານີ້ ເປັນໂຄງການຕົວແບບ
ທັງໃນດ້ານທຸລະກິດ ເພາະມັນມີຜົນປະໂຫຍດທາງ
ດ້ານທຸລະກິດກຸ້ມຕົວມັນເອັງໄດ້ ອີກດ້ານນຶ່ງກໍເປັນ
ໂຄງການພັດທະນາໄປພ້ອມໆກັນ ສະນັ້ນ ມັນສໍາຄັນ
ກໍຄືເປັນເຂື່ອນໄຟຟ້າ ທີ່ນອກຈາກວ່າ ມັນຈະເປັນແຫຼ່ງ
ພະລັງງານສະອາດ ແລ້ວມັນກໍຍັງຍືນຍົງອີກ ໝາຍ
ຄວາມວ່າໃຊ້ໝົດບໍ່ເປັນ ຖ້າເຮົາອອກແບບໄດ້ຢ່າງ ຖືກຕ້ອງ ແລະການຄຸ້ມຄອງມັນຢ່າງຖືກຕ້ອງ”


ກ່ອນໜ້ານີ້ ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງ
ພະລັງງານແລະ ບໍ່ແຮ່ ໄດ້ເປີດເຜີຍໃຫ້ຮູ້ວ່າລັດຖະບານລາວຈະໄດ້ຮັບຜົນປະໂຫຍດ ຕອບແທນຈາກໂຄງການເຂື່ອນໄຊຍະບູລີ ຄິດເປັນມູນຄ່າລວມເກີນກວ່າ 3,900 ລ້ານ ໂດລາໃນຕະຫຼອດໄລຍະສໍາປະທານ 29 ປີ ຫຼືຄິດເປັນລາຍໄດ້ສະເລ່ຍບໍ່ຕໍ່າກວ່າ 135 ລ້ານໂດລາຕໍ່ປີ ທີ່ຈະໄດ້ຮັບຈາກຄ່າສໍາປະທານ ຄ່າພາສີອາກອນ ແລະເງິນປັນຜົນຈາກ ການຮ່ວມລົງທຶນໃນສັດສ່ວນ 20% ຂອງມູນຄ່າການລົງທຶນທັງໝົດໃນໂຄງການ.

ທ່ານສຸລິວົງ ດາລາວົງ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່
ທ່ານສຸລິວົງ ດາລາວົງ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່

ໂຄງການເຂື່ອນໄຊຍະບູລີ ມີກໍານົດການກໍ່ສ້າງໃຫ້ສໍາເລັດ
ແລະເລີ່ມສົ່ງພະລັງງານໄຟຟ້າຂາຍໃຫ້ການໄຟຟ້າຝ່າຍ
ຜະລິດແຫ່ງປະເທດໄທ (EGAT) ນັບແຕ່ປີ 2019 ເປັນຕົ້ນ
ໄປ ຊຶ່ງກໍຈະເຮັດໃຫ້ກຸ່ມການລົງທຶນໃນໂຄງການມີລາຍຮັບ
ຈາກການຂາຍພະລັງງານໄຟຟ້າສ່ວນໃຫຍ່ ທີ່ຜະລິດໄດ້ເຖິງ
1,285 ເມກາວັດນັ້ນ ຄິດເປັນມູນຄ່າສະເລ່ຍ 450 ລ້ານໂດລາ
ຕໍ່ປີ ຫຼືຫຼາຍກວ່າ 13,000 ລ້ານໂດລາ ໃນຕະຫຼອດໄລຍະສໍາ
ປະທານ 29 ປີ.

ທັງນີ້ ທາງການລາວແລະກຸ່ມລົງທຶນໃນໂຄງການໄດ້ທໍາພິທີ
ວາງສິລາເລີກ ເພື່ອລົງມືກໍ່ສ້າງເຂື່ອນຢ່າງເປັນທາງການເມື່ອວັນທີ 7 ພະຈິກທີ່ຜ່ານມາ
ໂດຍ
ການເປັນປະທານຂອງທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ວຽກງານດ້ານເສດຖະກິດຂອງລັດຖະບານລາວ ພ້ອມກັບບັນດາລັດຖະມົນຕີ ເຈົ້າແຂວງ
ເຈົ້າໜ້າທີ່ຂັ້ນສູງຂອງລາວ ຜູ້ຕາງໜ້າຂອງບໍລິສັດຜູ້ລົງທຶນໃນໂຄງການ ແລະທີ່ໜ້າສັງ ເກດກໍຄື ມີເອກອັກຄະລັດຖະທູດຫວຽດນາມ ແລະກໍາປູເຈຍ ເຂົ້າຮ່ວມໃນພິທີອີກດ້ວຍ ທັງໆ ທີ່ວ່າສອງປະເທດດັ່ງກ່າວນີ້ໄດ້ສະແດງການຄັດຄ້ານໂຄງການເຂື່ອນໄຊຍະບູລີໃນ ລາວມາໂດຍຕະຫຼອດ.
ຄະນະຮັບຜິດຊອບ ສ້າງເຂື່ອນໄຊຍະບູລີ ຮັບຕ້ອນການ ຢ້ຽມຢາມຂອງຄະນະຜູ້ແທນ ຈາກກໍາປູເຈຍ
ຄະນະຮັບຜິດຊອບ ສ້າງເຂື່ອນໄຊຍະບູລີ ຮັບຕ້ອນການ ຢ້ຽມຢາມຂອງຄະນະຜູ້ແທນ ຈາກກໍາປູເຈຍ
ແຕ່ຢ່າງໃດກໍຕາມ ໂດຍອິງຕາມການເດີນທາງໄປກວດຢ້ຽມ
ສະຖານທີ່ກໍ່ສ້າງເຂື່ອນ ໄຊຍະບູລີ ໂດຍຄະນະຜູ້ແທນຂອງລັດ
ຖະບານກໍາປູເຈຍໃນຕົ້ນເດືອນພະຈິກ ແລະ ການຖະແຫຼງ
ຂອງທ່ານ Luong Thanh Nghi ໂຄສົກກະຊວງການຕ່າງປະ
ເທດຂອງຫວຽດນາມ ທີ່ໄດ້ລະບຸວ່າ ທາງການຫວຽດນາມມີ
ຄວາມພຶງພໍໃຈຕໍ່ມາດຕະການປ້ອງກັນພັນປາ ແລະຜົນກະທົບ ຕໍ່ສະພາບແວດລ້ອມທໍາມະຊາດ ຈາກການກໍ່ສ້າງເຂື່ອນໄຊຍະ
ບູລີແລ້ວນັ້ນ ຈຶ່ງຖືວ່າເປັນການສະແດງອອກເຖິງການຢຸດເຊົາ ການຄັດຄ້ານຕໍ່ໂຄງການເຂື່ອນໄຊຍະບູລີໃນລາວຢ່າງຊັດເຈນ
ແລ້ວນັ້ນເອງ.

ທາງດ້ານ ທ່ານ ​ເຣວັດ ສຸວັນນະກິດຕິ ຮອງຜູ້ອໍານວຍການບໍລິສັດໄຟຟ້າໄຊຍະບູລີຈໍາກັດ ກໍ​ຖະແຫຼງ​ຢືນຢັນ​ວ່າ ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ຄັ້ງ​ໃໝ່​ນີ້ ​ໄດ້​ດໍາ​ເນີນ​ໄປ​ຢ່າງມີ​ຄວາມໂປ່​ງ​ໃສ​ ແລະ​ບໍ່​ສ້າງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສະພາບ​ແວດລ້ອມ​ທໍາ​ມະ​ຊາດ​ໃຫ້​ກັບ​ພື້ນ​ທີ່​ ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ.

ທັງ​ນີ້ ດ້ວຍ​ການກໍ່​ສ້າງ​ລະບົບ​ທາງ​ປາ​ຜ່ານ​ທີ່​ໃຊ້​ວິດ​ທະ​ຍາ​ການສະ​ໄໝ​ໃໝ່ ພ້ອມ​ດ້ວຍ
ການ​ສ້າງ​ອູ່​ຂອງ​ປາ ການ​ສ້າງປ່ອງ​ປາຂຶ້ນ-ລົງ ​ຢູ່ໃນ​ລະບົບ​ປະຕູ​ເດີນ​ເຮືອ ການ​ສ້າງ​ສະຖາ
ນີ​ປາ​ທີ່​ຕິດ​ຕັ້ງ​ດ້ວຍ​ລະບົບກັງ​ຫັນ​ນໍ້າ​ທີ່​ເປັນ​ມິດ​ກັບ​ສັດ​ນໍ້າ​ທຸກ​ຊະນິດ ​ແລະ​ການ​ກໍ່ສ້າງ​ປະ ຕູ​ລະບາຍ​ດິນ​ຕົກຕະກອນ​ທີ່​ເປັນ​ແຫຼ່ງອາຫານ​ຂອງ​ສັດ​ນໍ້າ ​ແລະ​ປຸ໋ຍຂອງພືດ​ພັນ​ຕ່າງໆ ຢ່າງ ຄົບຊຸດອີກດ້ວຍ.
XS
SM
MD
LG