ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວວ່າ ການທ່ອງທ່ຽວ ໃນລາວໄດ້ ມາດຕະຖານ ສາກົນ ຫຼາຍຂຶ້ນ


ກອງປະຊຸມຂອງອົງການທ່ອງທ່ຽວລາວ
ກອງປະຊຸມຂອງອົງການທ່ອງທ່ຽວລາວ
ລັດຖະມົນຕີລາວ ຢືນຢັນວ່າການພັດທະນາພາກການທ່ອງ
ທ່ຽວຂອງລາວໄດ້ກ້າວ ສູ່ລະດັບມາດຕະຖານສາກົນ ຊຶ່ງກໍ
ເຮັດໃຫ້ລາວກາຍເປັນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ
ຊາວຕ່າງຊາດຫຼາຍຂຶ້ນນັບມື້.

ລິງໂດຍກົງ

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີວ່າການກະຊວງ
ຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ໄດ້ໃຫ້ການຢືນຢັນວ່າການພັດທະນາ ພາກ
ບໍລິການ ແລະການທ່ອງທ່ຽວໃນລາວ ໄດ້ກ້າວໄປສູ່ລະດັບມາດຕະຖານສາກົນ ຫຼາຍຂຶ້ນ
ເລື້ອຍໆ ໂດຍຈະເຫັນໄດ້ຈາກການທີ່ລາວໄດ້ຮັບລາງວັນລະດັບໂລກ ໃນຖານະປະເທດ
ທີ່ເປັນຈຸດໝາຍປາຍທາງຍອດນິຍົມຂອງບັນດານັກທ່ອງທ່ຽວຈາກທົ່ວໂລກມາຢ່າງຕໍ່ເນື່ອງ.

ທັງນີ້ໂດຍເລີ່ມຈາກປີ 2008 ທີ່ວາລະສານ New York Times ໄດ້ຈັດໃຫ້ລາວເປັນ 1 ໃນ
53 ປະເທດທີ່ໜ້າທ່ອງທ່ຽວຫຼາຍທີ່ສຸດໃນໂລກ ຕິດຕາມດ້ວຍໂຄງການທ່ອງທ່ຽວທໍາມະ
ຊາດ ໂດຍປະຊາຊົນມີສ່ວນລວມຢູ່ເຂດປ່າສະຫງວນແຫ່ງຊາດນໍ້າທາ ໃນແຂວງຫຼວງນໍ້າ
ທາ ກໍໄດ້ຮັບລາງວັນດີເດັ່ນ ໃນຖານະໂຄງການທີ່ປະກອບສ່ວນເຂົ້າໃນການລົບລ້າງຄວາມ
ຍາກຈົນຂອງປະຊາຊົນ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP).

ການມອບລາງວັນດີເດັ່ນ ດ້ານທ່ອງທຽວຂອງສະຫະພາບຢູໂຣບ ແກ່ລາວ
ການມອບລາງວັນດີເດັ່ນ ດ້ານທ່ອງທຽວຂອງສະຫະພາບຢູໂຣບ ແກ່ລາວ

ສ່ວນເມືອງມໍລະດົກໂລກຫຼວງພະບາງ ກໍໄດ້ຮັບຫຼຽນຄໍາໃນ
ຖານະທີ່ເປັນເມືອງທ່ອງ ທ່ຽວອັບດັບ 1 ຂອງໂລກ ຈາກວາ
ລະສານ Wondrous ຂອງອັງກິດເຖິງ 6 ປີ ຕິດຕໍ່ກັນແລະ
ຫລ້າສຸດໃນຕົ້ນປີ 2013 ນີ້ ສະພາການທ່ອງທ່ຽວ ແລະການ
ຄ້າແຫ່ງສະຫະພາບຢູໂຣບ ກໍໄດ້ມອບລາງວັນໃຫ້ລາວ ໃນຖາ
ນະປະເທດທີ່ໜ້າທ່ອງທ່ຽວທີ່ສຸດຂອງໂລກໃນປີ 2013 ນີ້.

ທ່ານບໍ່ແສງຄໍາ ຢືນຢັນວ່າ ການໄດ້ຮັບລາງວັນລະດັບໂລກ
ດັ່ງກ່າວນີ້ ຈະສົ່ງຜົນດີຕໍ່ການພັດທະນາການທ່ອງທ່ຽວຂອງ
ລາວ ໂດຍສະເພາະແມ່ນຈະເຮັດໃຫ້ຊາວຕ່າງຊາດພາກັນເດີນທາງເຂົ້າມາທ່ອງທ່ຽວ
ໃນລາວຫຼາຍຂຶ້ນນັບມື້ ແລະກໍຈະເຮັດໃຫ້ພາກບໍລິການແລະທ່ອງທ່ຽວໃນລາວ ມີລາຍ
ຮັບເປັນເງິນຕາຕ່າງປະເທດເພີ່ມຂຶ້ນ ຊຶ່ງກໍເປັນຍ້ອນການພັດທະນາການທ່ອງທ່ຽວ
ຢ່າງຕໍ່ເນື່ອງນັ້ນເອງ ດັ່ງທີ່ທ່ານບໍ່ແສງຄໍາ ໄດ້ໃຫ້ການຢືນຢັນວ່າ:

ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະການທ່ອງທ່ຽວ
ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະການທ່ອງທ່ຽວ

ໃນລະຍະເວລາທີ່ຜ່ານມາ ຍ້ອນຄວາມພະຍາຍາມ ເອົາໃຈໃສ່ຢ່າງຕັ້ງໜ້າແລະ ໄດ້ມີຜົນສໍາເລັດຢ່າງຕໍ່
ເນື່ອງ ຂອງຂະແໜງການທ່ອງທ່ຽວ ຈຶ່ງໄດ້ເຮັດໃຫ້
ສປປ. ລາວຂອງພວກເຮົາໄດ້ຮັບການຍ້ອງຍໍສັນລະ
ເສີນ ແລະໄດ້ຮັບລາງວັນທີ່ເປັນກຽດຫຼາຍຄັ້ງ ແລະ ຫລ້າສຸດດັ່ງທີ່ພວກເຮົາໄດ້ຮັບຊາບນໍາກັນແລ້ວວ່າ
ໃນຕົ້ນປີ 2013 ນີ້ ປະເທດລາວເຮົາກໍໄດ້ຮັບລາງວັນ
ອັນດັບ 1 ຈາກສະພາການທ່ອງທ່ຽວແລະການຄ້າຢູ
ໂຣບ ເປັນປະເທດທີ່ໜ້າທ່ຽວທີ່ສຸດໃນໂລກ.”


ກ່ອນໜ້ານີ້ ທາງການລາວກໍໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີ ດ້ານການທ່ອງທ່ຽວຂອງອາຊ່ຽນຄັ້ງທີ 32 ຢູ່ນະຄອນວຽງຈັນມາແລ້ວ ໂດຍຄາດ ຫວັງວ່າການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວຈະມີສ່ວນຢ່າງສໍາຄັນ ໃນການ ເຮັດໃຫ້ນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ ເນື່ອງເຊັ່ນດຽວກັນ.

ທາງດ້ານທ່ານ ຈະເລີນ ວາລິນທະສັກ ລັດຖະມົນຕີຊ່ວຍວ່າການກະຊວງຖະ ແຫຼງຂ່າວ
-ວັດທະນະທໍາ ແລະທ່ອງທ່ຽວ ກໍໄດ້ຢືນຢັນວ່ານັກທ່ອງທ່ຽວຊາວຕ່າງຊາດໄດ້ພາກັນ
ເດີນທາງເຂົ້າມາທ່ອງທ່ຽວໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ປີ 1993 ເປັນຕົ້ນມາ
ເຖິງແມ່ນວ່ານັກທ່ອງທ່ຽວຈາກສະຫະພາບຢູໂຣບຈະຫລຸດລົງ ເພາະບັນຫາວິກິດການ
ທາງການເງິນທີ່ເກີດຂຶ້ນໃນເວລານີ້ກໍຕາມ ຫາກແຕ່ສໍາ ລັບນັກທ່ອງທ່ຽວຈາກເອເຊຍ
ດ້ວຍກັນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກໄທ ມາເລເຊຍ ຫວຽດນາມ ແລະສິງກະ
ໂປນັ້ນ ກໍຍັງຄົງເດີນທາງເຂົ້າມາທ່ອງທ່ຽວໃນລາວຫຼາຍຂຶ້ນນັບມື້.

ໃນປີ 2012 ທີ່ຜ່ານມາ ກໍປາກົດວ່າພາກບໍລິການໃນລາວ ມີລາຍຮັບຈາກການທ່ອງທ່ຽວ
ຫຼາຍກວ່າ 500 ລ້ານໂດລ່າ ແລະຖ້າຫາກຄິດໄລ່ຈາກປີ 1993 ເຖິງປີ 2012 ກໍຈະເວົ້າ
ໄດ້ວ່າ ນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາໃນລາວເພີ່ມຂຶ້ນ ສູງກວ່າ 20% ຕໍ່ປີ ແລະ
ໃນປີ 2013 ນີ້ ກໍຄາດໝາຍວ່າຈະມີນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 3 ລ້ານ 6 ແສນຄົນ
ທີ່ຈະເດີນທາງເຂົ້າມາໃນລາວ ຊຶ່ງກໍຈະເຮັດໃຫ້ພາກບໍລິການໃນລາວ ມີລາຍຮັບຫລາຍ
ກວ່າ 550 ລ້ານໂດລາອີກດ້ວຍ.
XS
SM
MD
LG