ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຍອມຮັບວ່າ ການພັດທະນາ ຊັບພະຍາກອນມະນຸດ ບໍ່ບັນລຸເປົ້າໝາຍ ທີ່ວາງໄວ້


ພວກນັກຮຽນການຊ່າງ ຈໍານວນນຶ່ງ ທີ່ໄປຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ
ພວກນັກຮຽນການຊ່າງ ຈໍານວນນຶ່ງ ທີ່ໄປຝຶກອົບຮົມຢູ່ສູນຝຶກອົບຮົມແຮງງານ ແຫ່ງນຶ່ງໃນນະຄອນວຽງຈັນ

ລັດຖະມົນຕີລາວຍອມວ່າ ການພັດທະນາການສຶກສາ ແລະການພັດທະນາຊັບພະຍາ ກອນມະນຸດ ບໍ່ບັນລຸຜົນຕາມເປົ້າໝາຍທີ່ວາງໄວ້ ໃນຂະນະທີ່ປະຊາຊົນສ່ວນຫຼາຍກໍຍັງ ມີຄ່ານິຍົມດ້ານການສຶກສາ ທີ່ບໍ່ຖືກຕ້ອງ.

ທ່ານລີຕູ ບົວປາວ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການແລະກິລາ ໄດ້ຖະແຫຼງ
ຍອມຮັບ ຕໍ່ກອງປະຊຸມຄະນະກໍາມະການປະຕິຮູບການສຶກສາແຫ່ງຊາດລາວ ເມື່ອບໍ່ນານ
ມານີ້ ວ່າ ການປະຕິບັດແຜນການປະຕິຮູບການສຶກສາແຫ່ງຊາດ ຍັງບໍ່ສາມາດຈັດຕັ້ງປະຕິ
ບັດໃຫ້ເປັນໄປຕາມແຜນການ ແລະເປົ້າໝາຍທີ່ວາງເອົາໄວ້ໃນຫຼາຍໆດ້ານ ໂດຍສະເພາະ
ແມ່ນການຂະຫຍາຍໂອກາດທາງດ້ານການສຶກສາໄປສູ່ເຂດຊົນນະບົດ ແລະການພັດທະ
ນາກໍາລັງແຮງງານ ທີ່ສອດຄ້ອງກັບຄວາມຕ້ອງການທີ່ເປັນຈິງ ໃນການພັດທະນາປະເທດ
ໃນປັດຈຸບັນນີ້ ຄືວ່າປະຕິບັດໄດ້ໃນລະດັບທີ່ຕໍ່າຫຼາຍ ເມື່ອທຽບກັບເປົ້າໝາຍທີ່ວາງເອົາໄວ້.

ຊຶ່ງກໍຄືໃນຂະນະທີ່ແຜນການໄດ້ວາງເປົ້າໝາຍເອົາໄວ້ວ່າ ຈະຂະຫຍາຍໂອກາດທາງດ້ານ
ການສຶກສາໄປໃນເຂດຊົນນະບົດໃຫ້ຫຼາຍຂື້ນ ດ້ວຍການສະໜັບສະໜຸນແລະສົ່ງເສີມໃຫ້
ເຍົາວະຊົນໃນໄວຮຽນໜັງສື ມີໂອກາດໄດ້ເຂົ້າຮຽນໃນຊັ້ນປະຖົມ ໃນອັດຕາສະເລ່ຍບໍ່ຕໍ່າ
ກວ່າ 95% ຂອງຈໍານວນເຍົາວະຊົນໃນໄວຮຽນທັງໝົດ ທີ່ຢູ່ໃນເຂດຊົນນະບົດນັ້ນ ຫາກ
ແຕ່ກໍສາມາດປະຕິບັດໄດ້ໃນພາກຕົວຈິງ ພຽງແຕ່ 70% ເທົ່ານັ້ນ.

ການຮັບໃບປະກາດສະນີຍະບັດຂອງນັກສຶກສາຈົບຊັ້ນ ປລິນຍາຕີຈາກວິທະຍາໄລແຫ່ງນຶ່ງໃນນະຄອນວຽງຈັນ
ການຮັບໃບປະກາດສະນີຍະບັດຂອງນັກສຶກສາຈົບຊັ້ນ ປລິນຍາຕີຈາກວິທະຍາໄລແຫ່ງນຶ່ງໃນນະຄອນວຽງຈັນ

ສ່ວນການພັດທະນາກໍາລັງແຮງງານ
ເພື່ອໃຫ້ເປັນຊັບພະຍາກອນມະນຸດທີ່
ມີຄວາມສອດຄ້ອງກັບການພັດທະນາ
ປະເທດລາວໃນປັດຈຸບັນ ກໍປາກົດວ່າ
ໄດ້ດໍາເນີນໄປໃນທິດທາງທີ່ກົງກັນຂ້າມ
ຊຶ່ງກໍຄືໃນຂະນະທີ່ພາກການຜະລິດ
ແລະຫົວໜ່ວຍທຸລະກິດຕ່າງໆ ທີ່ຢູ່ໃນ
ລາວນັ້ນ ຕ້ອງການກໍາລັງແຮງງານທີ່ຈົບ
ການສຶກສາຊັ້ນຕົ້ນແລະຊັ້ນກາງ ເປັນ
ສ່ວນໃຫຍ່ ຫາກແຕ່ປາກົດວ່າ ຄົນລາວ
ສ່ວນຫລາຍ ຕ່າງກໍພາກັນເຂົ້າຮຽນລະ
ດັບສູງ ຫລືປະລິນຍາຕີ.

ທ່ານລີຕູ ໄດ້ຍົກໃຫ້ເຫັນສະພາບຕົວຈິງ ຢູ່ລາວໃນປັດຈຸບັນນີ້ວ່າ ໃນຈໍານວນປະຊາຊົນ
ລາວທຸກ 1 ແສນຄົນ ຈະມີ 2,015 ຄົນທີ່ຈົບການສຶກຊາຂັ້ນສູງ ຫຼືປະລິມານສ່ວນທີ່ຈົບ
ການສຶກສາຊັ້ນຕັ້ນລະຊັ້ນກາງ ຫຼືດ້ານວິຊາຊີບ ກັບມີພຽງແຕ່ 295 ຄົນຕໍ່ທຸກໆ 1 ແສນ
ຄົນເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຫົວໜ່ວຍທຸລະກິດ ແລະພາກການຜະລິດຕ່າງໆໃນ
ລາວ ຕ້ອງປະເຊີນກັບບັນຫາຂາດແຄນກໍາລັງແຮງງານດ້ານວິຊາຊີບ ແລະເທັກນິກຢ່າງ
ໜັກໜ່ວງໃນເວລານີ້.

ທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກປະຊາຊົນປະຕິວັດລາວ
ທ່ານເຈືອງ ສົມບູນຂັນ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກປະຊາຊົນປະຕິວັດລາວ

ທາງດ້ານທ່ານເຈືອງ ສົມບູນຂັນ
ຫົວໜ້າຄະນະໂຄສະນາອົບຮົມ
ສູນກາງພັກປະຊາຊົນລາວ ກໍໄດ້
ລະບຸວ່າ ການພັດທະນາຊັບພະ
ຍາກອນມະນຸດໃນລາວ ໄດ້ດໍາ
ເນີນໄປໃນທິດທາງທີ່ກົງກັນຂ້າມ
ກັບຄວາມຕ້ອງການ ທີ່ເປັນຈິງ
ໃນການພັດທະນາທາງເສດຖະ
ກິດແລະສັງຄົມຂອງປະເທດ.
ສາເຫດສໍາຄັນທີ່ເຮັດໃຫ້ເກີດ
ສະພາບການດັ່ງກ່າວນີ້ຂຶ້ນໃນ
ລາວ ກໍຄືຄ່ານິຍົມທີ່ຜິດພາດ
ໃນດ້ານການສຶກສາຂອງປະຊາຊົນລາວ ດັ່ງທີ່ທ່ານເຈືອງໄດ້ຊີ້ແຈງວ່າ:

“ການພັດທະນາຊັບພະຍາກອນມະນຸດຂອງພວກເຮົາມັນຢາກໄປລວງປີ້ນ ດຽວນີ້ ຫາກເບິ່ງຈໍານວນພະນັກງານບຸກຄະລາກອນວິຊາການ ອີ່ສັງຂອງພວກເຮົາຜູ້ທີ່
ຮຽນຊັ້ນສູງຫັ້ນ 8 ຄົນ ຕໍ່ຜູ້ທີ່ຮຽນຂັ້ນກາງ 1 ຄົນ ແລະຜູ້ທີ່ຮຽນຊັ້ນຕົ້ນ 2 ຄົນ

ແຕ່ວ່າປະເທດທີ່ພັດທະນາແລ້ວ 1 ຄົນທີ່ຮຽນຂັ້ນສູງ ຈະຕ້ອງປະກອບກັບ 3 ຄົນ

ທີ່ຮຽນຊັ້ນກາງ ແລະ10 ຄົນທີ່ຮຽນຊັ້ນຕົ້ນ.

ໃນສົກຮຽນປະຈໍາປີການສຶກສາ
2012 ນີ້ ກະຊວງສຶກສາທິການ
ແລະກິລາຂອງລາວ ໄດ້ຕັ້ງເປົ້າ
ໝາຍ ທີ່ຈະຮັບນັກຮຽນເຂົ້າສຶກ
ສາຕໍ່ໃນລະດັບວິຊາຊີບຊັ້ນຕົ້ນ
ໃຫ້ໄດ້ຫລາຍກວ່າ 16,000 ຄົນ
ຫາກແຕ່ກໍປາກົດວ່າ ມີນັກຮຽນ
ພຽງ 8,000 ກວ່າຄົນເທົ່ານັ້ນທີ່
ສະມັກເຂົ້າຮຽນຕໍ່ໃນລະດັບດັ່ງ
ກ່າວ ສ່ວນນອກນັ້ນກໍໄດ້ພາກັນ
ສະມັກເຂົ້າຮຽນໃນລະດັບປະລິນ
ຍາຕີຕາມສະຖານສຶກສາຂອງ
ເອກະຊົນ ດ້ວຍຫວັງວ່າ ຈະມີ
ໂອກາດໄດ້ວຽກເຮັດງານທໍາທີ່ມີລາຍໄດ້ສູງໆ ທັ້ງໆທີ່ວ່າ ຈະເປັນຄວາມຈິງໄດ້ຍາກ ກໍຕາມ.

XS
SM
MD
LG